ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ທ່ານ ທຣຳ ຂໍໃຫ້ກະຊວງ ປ້ອງກັນປະເທດ ຈັດການເດີນສວນສະໜາມ ໃສ່ວັນນັກຮົບເກົ່າ


ປະທານາທິບໍດີ ຝຣັ່ງ ທ່ານ ເອັມມານູແອລ ມາຄຣົງ, ຂວາ, ກັບ ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ຊົມການເດີນສວນສະໜາມວັນຊາດ ຝຣັ່ງ "Bastille Day" ເຊິ່ງລວມມີການສະແດງການບິນຂອງເຮືອບິນຮົບ, ຢູ່ອະນຸສາວະລີ ຊັງ ເອລີເຊ "Champs Elysees," ນະຄອນຫຼວງ ປາຣີ. 14 ກໍລະກົດ, 2017.
ປະທານາທິບໍດີ ຝຣັ່ງ ທ່ານ ເອັມມານູແອລ ມາຄຣົງ, ຂວາ, ກັບ ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ຊົມການເດີນສວນສະໜາມວັນຊາດ ຝຣັ່ງ "Bastille Day" ເຊິ່ງລວມມີການສະແດງການບິນຂອງເຮືອບິນຮົບ, ຢູ່ອະນຸສາວະລີ ຊັງ ເອລີເຊ "Champs Elysees," ນະຄອນຫຼວງ ປາຣີ. 14 ກໍລະກົດ, 2017.

ປະທານາທິບໍດີ ດໍໂນລ ທຣຳ ໄດ້ກ່າວວ່າ ທ່ານໄດ້ຂໍໃຫ້ທຳນຽບຫ້າແຈຈັດການເດີນ
ສວນສະໜາມກອງທັບໃນນະຄອນຫຼວງຂອງປະເທດໃນວັນ ທະຫານຜ່ານເສິກ.

ທ່ານ ທຣຳ ໄດ້ໃຫ້ການສຳພາດສົດອອກທາງໂທລະພາບຜ່ານໂທລະ ສັບໂດຍນາງ
ຈີນີນ ເປຍໂຣ "Jeanine Pirro," ຜູ້ຈັດລາຍການ ຄວາມຍຸຕິທຳກັບທະນາຍຄວາມ
ຈີນີນ ທາງໂທລະພາບ Fox News ໃນວັນເສົາວານນີ້. ທັງສອງຄົນໄດ້ສົນທະນາກັນ
ກ່ຽວກັບ ເຫດການຍິງກັນທີ່ໂຮງ ຮຽນເມື່ອບໍ່ດົນມານີ້ໃນເມືອງ ປາກແລນ "Parkland"
ລັດ ຟລໍຣິດາ "Florida," ພ້ອມກັບບັນຫາອື່ນໆ, ລວມທັງຂໍ້ສະເໜີການເດີນສວນສະ
ໜາມກອງທັບ.

ທ່ານໄດ້ກ່າວຕໍ່ນາງ ເປຍໂຣ ວ່າການເດີນສວນສະໜາມຄົງຈະຖືກຈັດຂຶ້ນໃນ “ວັນທະ
ຫານຜ່ານເສິກ,” ເຊິ່ງຖືກສະເຫຼີິມສະຫຼອງໃນວັນທີ 11 ເດືອນພະຈິກ, “ແຕ່ຂ້າພະເຈົ້າ
ມັກວັນທີ 4 ກໍລະກົດ.” ທ່ານໄດ້ກ່າວວ່າ ມັນຈະຖືກຈັດ “ຂຶ້ນ ແລະ ລົງ” ຕາມຖະໜົນ
ເພັນຊິລເວເນຍ "Pennsylvania," ເປັນຖະໜົນໃນນະຄອນຫຼວງວໍຊິງຕັນທີ່ເລີ່ມຈາກ
ທຳນຽບຂາວ ຫາລັດຖະສະພາ ແຄັບປີຕອລ ສະຫະລັດ.

ທ່ານ ທຣຳ ໄດ້ເວົ້າວ່າ “ພວກເຮົາຈະຖ້າເບິ່ງວ່າເຮົາຈະສາມາດເຮັດດ້ວຍຄ່າໃຊ້ຈ່າຍ
ທີ່ບໍ່ແພງໄດ້ບໍ່. ຖ້າເຮົາເຮັດບໍ່ໄດ້, ເຮົາກໍຈະບໍ່ເຮັດ.”

ທ່ານໄດ້ກ່າວວ່າ ການເດີນສວນສະໜາມຈະລວມມີ “ການບິນຢ່າງຫຼວງຫຼາຍ” ຂອງ
ເຮືອບິນກອງທັບອາກາດ.

ວັນພັກທະຫານຜ່ານເສິກປີນີ້ ຈະມີຂຶ້ນພ້ອມກັບວັນຄົບຮອບ 100 ປີຂອງການສິ້ນສຸດ
ສົງຄາມໂລກຄັ້ງທີນຶ່ງ.

ທາງກອງທັບຖືກລາຍງານວ່າ ເຫັນຊອບກັບການຈັດໃນເດືອນພະຈິກ ເພື່ອແຍກແສງ
ສະຫວ່າງຂອງການເດີນຂະບວນ ແລະ ສັນຍາລັກຂອງມັນ ກ່ຽວກັບ ຄວາມແຂງແກ່ນ
ຂອງກອງທັບ ສະຫະລັດ ໃຫ້ຫຼາຍເທົ່າທີ່ເປັນໄດ້ ຈາກການໂຕ້ແຍ້ງທາງການເມືອງ
ສະຫະລັດ, ໃນເມື່ອການເດີນຂະບວນຈະເກີດຂຶ້ນບໍ່ເທົ່າໃດວັນ ຫຼັງຈາກການເລືອກ
ຕັ້ງລັດຖະສະພາ, ທີ່ມີກຳນົດຈັດຂຶ້ນໃນວັນທີ 6 ພະຈິກນີ້.

ແຮງບັນດານໃຈທີ່ຈະຈັດການເດີນສວນສະໜາມກອງທັບໄດ້ເລີ່ມຂຶ້ນຫຼັງຈາກທ່ານ
ທຣຳ ໄດ້ຊົມງານວັນຊາດຂອງ ຝຣັ່ງ ຫຼື Bastile Day ໃນນະຄອນຫຼວງ ປາຣີ ເມື່ອວັນ
ທີ 14 ກໍລະກົດປີກາຍນີ້, ເມື່ອທ່ານ ແລະ ສະຕີໝາຍເລກນຶ່ງ ທ່ານນາງ ເມລາເນຍ
ທຣຳ ໄດ້ເປັນແຂກຂອງປະທານາທິບໍດີ ຝຣັ່ງ ທ່ານ ເອັມມານູແອລ ມາຄຣົງ ແລະ ພັນ
ລະຍາຂອງທ່ານ, ທ່ານນາງ ບຣິຈິດ “Bridgitte.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG