ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ທຣຳ ແລະ ປະທານ ປະເທດຈີນ ຫາລື ສະຖານະການ ເກົາຫຼີເໜືອ


ເຮືອບິນຖິ້ມລະເບີດ B-1B Lancer ໄປເຖິງ ຖານທັບອາກາດ Andersen ທີ່ເກາະກວາມ. (26 ກໍລະກົດ 2017)
ເຮືອບິນຖິ້ມລະເບີດ B-1B Lancer ໄປເຖິງ ຖານທັບອາກາດ Andersen ທີ່ເກາະກວາມ. (26 ກໍລະກົດ 2017)

ປະທານາທິບໍດີ​ສະຫະລັດ ທ່ານ​ດໍ​ໂນ​ລ ທຣຳ ​ແລະ​ປະທານ​ປະ​ເທດ​ຈີນ ທ່ານ​ສີ ຈິ້ນ​ຜິ​ງ ​
ໄດ້​ກ່າວ​ຢ້ຳ ​ເຖິງ​ຄວາມ​ໝາຍ​ໝັ້ນທີ່​ມີ​ຮ່ວມ​ກັນ​ຂອງ​ພວກ​ທ່ານທີ່​ຈະ​ເຮັດ​ໃຫ້​ແຫຼມ​ເກົາຫຼີ
​ເປັນ​ເຂດ​ປອດ​ນິວ​ເຄລຍໃນ​ລະຫວ່າງ​ການ​ໂອ້​ລົມ​ທາງ​ໂທລະສັບໃນ​ວັນ​ສຸກ​ວານ​ນີ້ ອີງ​
ຕາມ​ຖະ​ແຫຼງການ​ຂອງ​ທຳນຽບຂາວ.

ຖະ​ແຫຼງການ​ກ່າວ​ວ່າ ພວກ​ຜູ້ນຳ​ທັງ​ສອງ ​ໄດ້​ໃຫ້ການ​ຢືນຢັນ​ວ່າ ການ​ຮັບ​ຮອງ​ເອົາ​ມະ
ຕິ​ສະບັບ​ໃໝ່ ຂອງ​ສະພາ​ຄວາມ​ໝັ້ນຄົງ ​ອົງການ​ສະຫະ​ປະຊາ​ຊາດ ຫວ່າງ​ບໍ່​ດົນ​ມານີ້
ກ່ຽວ​ກັບ​ເກົາຫຼີ​ເໜືອ​ນັ້ນ ​ແມ່ນ​ບາດກ້າວ​ທີ່​ສຳຄັນ ​ແລະ​ຈຳ​ເປັນ ​ໄປ​ສູ່ການ​ມີ​ສັນຕິພາບ
​ແລະ​ສະຖຽນ​ລະ​ພາບ​ຢູ່​ໃນ​ແຫຼມ​ເກົາຫຼີ.

ຖະ​ແຫຼງການກ່າວຕື່ມ​ວ່າ ປະທານາທິບໍດີ​ສະຫະລັດ​ແລະ​ປະທານ​ປະ​ເທດ​ຈີນ ຍັງ​ໄດ້​
ກ່າວ​ຢ້ຳ ​ເຖິງຄວາມ​ໝາຍ​ໝັ້ນຮ່ວມ​ກັນ​ຂອງ​ພວກ​ທ່ານ ທີ່​ຈະ​ເຮັດ​ໃຫ້​ແຫຼມ​ເກົາຫຼີ​ເປັນ
​ເຂດ​ປອດ​ນິວ​ເຄລຍແລະ​ໄດ້ເຫັນ​ພ້ອມ​ນຳ​ກັນ​ວ່າເກົາຫຼີ​ເໜືອ​ຈະ​ຕ້ອງ​ຍຸຕິ​ການ​ປະພຶດ
​ທີ່​ເປັນທີ່​ເປັນການ​ທ້າ​ທາຍ​ເກາະ​ຜິດ​ແລະ​ເພີ່ມ​ທະວີ​ຄວາມ​ເຄັ່ງ​ຕຶງ.

ໃນ​ຕອນ​ເຊົ້າວັນ​ສຸກ​ວານ​ນີ້ ປະທານາທິບໍດີ​ທຣຳ ​ໄດ້​ອອກ​ຄຳ​ເຕືອນ​ສະບັບ​ໃໝ່ ​ຕໍ່​
ເກົາຫຼີ​ເໜືອ​ໂດຍ​ເວົ້າວ່າ ກອງທັບ​ສະຫະລັດ​ແມ່ນ “ພ້ອມ​ແລ້ວ​ທີ່​ຈະ​ຍິງ” ​ໃນ​ຂະນະ​
ທີ່​ພຽງ​ຢາງກ່າວ​ຫາ ​ຜູ້ນຳ​ຂອງ​ສະຫະລັດ​ວ່າ ຜັກ​ດັນ​ໃຫ້​ແຫລມ​ເກົາຫຼີກ້າວ​ໄປສູ່​ສົງ
ຄາມ​ນິວ​ເຄລຍ.

ປະທານ​າທິບໍດີ​ທຣຳ ຍັງ​ໄດ້​ກ່າວ​ຢ້ຳ​ເຖິງ​ຄຳ​ເຕືອນ​ກ່ອນ​ໜ້ານັ້ນຂອງ​ທ່ານຕໍ່​ການ
ຂົ່ມຂູ່​ຫຼືການ​ກະທຳ​ຂອງ​ເກົາຫຼີ​ເໜືອ​ທີ່​ຈະ​ຍິງ​ລູກ​ສອນ​ໄຟ​ໄປ​ສູ່ເກາະ​ກວາ​ມ ​ໂດຍ
ກ່າວ​ວ່າ “ຖ້າ​ແມ່ນ​ຫຍັງ​ກໍ​ຕາມ ​ເກີດ​ຂຶ້ນຕໍ່​ເກາະ​ກວາ​ມ ມັນ​ກໍ​ຈະ​ເປັນ​ບັນຫາ​ໃຫຍ່
​ໃຫຍ່​ຫຼາຍ​ໃນ​ເກົາຫຼີ​ເໜືອ.” ພຽງ​ຢາງ​ໄດ້​ຂູ່​ວ່າ ຈະ​ຍິງ​ລູກ​ສອນ​ໄຟ​ໄປ​ໃສ່​ດິນ​ແດນ
​ແຫ່ງ​ດັ່ງກ່າວ​ຂອງ​ສະຫະລັດ​ໃນ​ມະຫາ​ສະ​ໝຸດປາຊີ​ຟິກ ຊຶ່ງ​ເປັນ​ສູນ​ກາງ​ທາງ​ທະ
ຫານ​ທີ່​ສຳຄັນ​ຂອງ​ສະຫະລັດ.

'I Say What I Mean,' Trump Says About North Korea
please wait

No media source currently available

0:00 0:00:45 0:00

ນີ້​ແມ່ນ​ການ​ແລກປ່ຽນ​ຫລ້າ​ສຸດ ​ໃນ​ສົງຄາມ​ຄຳ​ເວົ້າລະຫວ່າງ​ທ່ານ​ທຣຳແລະ​ຜູ້ນຳ​ກິມ
ຈົງ​ອຸນ ຂອງເກົາຫຼີ​ເໜືອ ນັບ​ແຕ່​ມີ​ລາຍ​ງານ​ວ່າ ພຽງ​ຢາງ ອາດ​ປະສົບ​ຄວາມ​ສຳ​ເລັດ
​ໃນ​ການ​ພັດທະນາ​ອາວຸດ​ນິວ​ເຄລຍ ​ໃຫ້​ມີ​ຂະໜາດ​ນ້ອຍ​ລົງ​ ເພື່ອ​ຕິດຕັ້ງ​ໃສ່​ລູກ​ສອນ
​ຂີ​ປະ​ນາ​ວຸດ​ຂ້າມ​ທະວີບ ທີ່​ສາມາດ​ຍິງ​ມາ​ເຖິງ​ບາງ​ເຂດ​ຂອງ​ສະຫະລັດ​ໄດ້.

ໃນ​ການ​ຖະ​ແຫຼງຕໍ່​ພວກ​ນັກ​ຂ່າວທີ່​ສະໜາມ​ຕີ​ກັອຟຂອງ​ທ່ານ​ໃນ​ລັດ​ນິວ​ເຈີ​ຊີ​ນັ້ນ ປະ
ທານາທິບໍດີ​ທຣຳກ່າວ​ວ່າ ຜູ້ນຳ​ຂອງ​ເກົາຫຼີ​ເໜືອຈະ​ຮູ້ສຶກ​ “ເສຍ​ໃຈ​ເປັນ​ຢ່າງ​ໄວ” ຖ້າ
​ຜູ້ກ່ຽວ​ຫາກ​ຂົ່ມຂູ່​ ຫຼືກະທຳ​ການ​ໃດໆ​ຕໍ່​ເກາະ​ກວາ​ມ​ ຫຼືດິນ​ແດນ​ໃດໆ​ຂອງສະຫະລັດ
ຫຼືບໍ່​ກໍ​ພັນທະ​ມິດ. ທ່ານ​ກ່າວ​ວ່າ ທ່ານ​ຫວັງ​ວ່າ​ເກົາຫຼີ​ເໜືອ​ເຂົ້າ​ໃຈ​ຢ່າງ “ຄັກ​ແນ່” ກ່ຽວ
​ກັບ​ຄຳ​ເວົ້າ ຫຼືຄຳ​ເຕືອນ​ຂອງ​ທ່ານ ​ໃນ​ໄລຍະ​ສອງ​ສາມມື້ຜ່ານ​ມານີ້ ຖ້າ​ຫາກ​ປະ​ເທດ​
ດັ່ງກ່າວ​ລິ​ເລີ້ມ​ສົງຄາມ​ກັບ​ສະຫະລັດ. “ຂ້າພະ​ເຈົ້າຫວັງ​ວ່າ​ພວກ​ເຂົາ​ເຂົ້າ​ໃຈ​ຢ່າງ​ຄັ​ກ​
ແນ່​ເຖິງ​ຄວາມ​ໜັກ​ເບົາ​ໃນ​ສິ່ງ​ທີ່​ຂ້າພະ​ເຈົ້າ​ໄດ້​ເວົ້າ​ໄປ ​ແລະ​ສິ່ງທີ່​ຂ້າພະ​ເຈົ້າ ​ໄດ້​ເວົ້າ​
ໄປ​ນັ້ນ ​ແມ່ນ​ສິ່ງ​ທີ່​ຂ້າພະ​ເຈົ້າໝາຍ​ເຖິງ.”

ການ​ເຕືອນ​ຂອງ​ປະທານາທິບໍດີ​ທຣຳໃນ​ວັນ​ສຸກ​ວານ​ນີ້ ມີ​ຂຶ້ນບໍ່​ເທົ່າ​ໃດ​ຊົ່ວ​ໂມງ​ຫຼັງ
ຈາກ​ຈີນ​ກ່າວ​ວ່າ ຕົນ​ຈະ​ບໍ່​ໃຫ້ການ​ຊ່ອຍ​ເຫຼືອ​ແກ່​ເກົາຫຼີ​ເໜືອ ຖ້າ​ປະ​ເທດ​ດັ່ງກ່າວ
ຫາກ​ເປັນ​ຜູ້​ລົງມື​ໂຈມຕີ​ກ່ອນ ​ໃສ່​ດິນ​ແດນ​ຂອງ​ສະຫະລັດ ​ແລະ​ສະຫະລັດ​ກໍ​ຕອບ
​ໂຕ້​ຄືນ.

ຄຳ​ເຕືອນ​ຂອງ​ຈີນ ​ໄດ້​ພິມ​ເຜີຍ​ແຜ່ ໃນ​ບົດ​ບັນນາທິການ ຂອງ​ໜັງສືພິມ Global
Times ຊຶ່ງ​ເປັນ​ໜັງສືພິມ​ຂອງ​ທາງ​ການ​ຈີນ ​ໃນ​ວັນ​ສຸກ​ວານ​ນີ້ ​ໂດຍ​ແນະນຳ​ໃຫ້
ປັກ​ກິ່ງ​ເປັນກາງ ​ໃນ​ກໍລະນີ​ທີ່​ເກົາຫຼີ​ເໜືອ ເປັນ​ຜູ້​ເປີດ​ສາກ​ລົງ​ມື​ໂຈມ​ຕີ​ກ່ອນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG