ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອີກ 100 ວັນ ກໍຈະເຖິງ ເວລາແຫ່ງການເລືອກຕັ້ງ ກາງສະໄໝ, ທ່ານ ທຣຳ ແມ່ນປະເດັນ ສຳຄັນສຸດ


ປະທານາທິບໍດີ ດໍໂນລ ທຣຳ ກ່າວຄຳປາໄສ ທີ່ ບໍລິສັດ United States Steel, ເມືອງ ກຣາໄນທ໌, ລັດ ອີລີນອຍ. 26 ກໍລະກົດ, 2018.
ປະທານາທິບໍດີ ດໍໂນລ ທຣຳ ກ່າວຄຳປາໄສ ທີ່ ບໍລິສັດ United States Steel, ເມືອງ ກຣາໄນທ໌, ລັດ ອີລີນອຍ. 26 ກໍລະກົດ, 2018.

ອີກນຶ່ງຮ້ອຍວັນ ຈາກນີ້ເປັນຕົ້ນໄປ, ພວກເຮົາຄວນສາມາດທີ່ຈະໃຫ້ຄຳຕອບແກ່ຄຳ
ຖາມດັ່ງຕໍ່ໄປນີ້ໄດ້ : ປະເທດແມ່ນຄິດແນວໃດແທ້ ກ່ຽວກັບ ການເປັນປະທານາທິບໍດີ
ຂອງທ່ານ ດໍໂນລ ເຈ ທຣຳ?

ການເລືອກຕັ້ງລັດຖະສະພາກາງສະໄໝ ແມ່ນຈະມີຂຶ້ນໃນວັນທີ 6 ພະຈິກ ແລະ ການ
ຄວບຄຸມພັກການເມືອງທັງສະພາສູງ ແລະ ສະພາຕໍ່າແມ່ນກຳລັງຕົກຢູ່ໃນຄວາມສ່ຽງ,
ໂດຍບໍ່ຕ້ອງເວົ້າເຖິງຊະຕາກຳ ກ່ຽວກັບ ການເປັນປະທານາທິບໍດີຂອງທ່ານ ທຣຳ ໃນ
ອີກສອງປີຕໍ່ໜ້າ.

ພັກຝ່າຍຄ້ານ ເດໂມແຄຣັດ ແມ່ນກຳລັງໄດ້ປຽບ ທີ່ສຳຄັນ ສາມເດືອນຫຼັງຈາກນີ້ໄປ.
ໃນເວລາທີ່ບັນດາຜູ້ລົງຄະແນນສຽງ ໄດ້ຖືກຖາມວ່າ ເຂົາເຈົ້າຈະສະໜັບສະໜູນພັກ
ການເມືອງໃດ ໃນການເລືອກຕັ້ງເດືອນພະຈິກນີ້, ພັກເດໂມແຄຣັດ ມີ 7 ຄະແນນນຳ
ໜ້າພັກ ຣີພັບບລີກັນ ໃນການຢັ່ງຫາງສຽງຄັ້ງຫຼ້າສຸດ ທີ່ຖືກຄິດໄລ່ ໂດຍເວັບໄຊທ໌
Real Clear Politics ທີ່ບໍ່ຂຶ້ນກັບພັກການເມືອງໃດ. ໃນການຢັ່ງຫາງສຽງຂອງມະຫາວິທະຍາໄລ ຄວິນນິພຽກ (Quinnipiac) ເມື່ອບໍ່ດົນມານີ້, ພັກເດໂມແຄຣັດ ມີຄະແນນ
ນຳໜ້າພັກຣີພັບບລິີກັນ 51 ຕໍ່ 39 ເປີເຊັນ, ແລະ ການສຳຫຼວດຄວາມຄິດເຫັນອື່ນໆ
ໄດ້ສະແດງໃຫ້ເຫັນຄວາມໄດ້ປຽບ ຂອງພັກເດໂມແຄຣັດ ທີ່ຂະຫຍາຍອອກຢ່າງກວ້າງ
ຂວາງ ໃນສອງສາມອາທິດທີ່ຜ່ານມາ.

ພັກເດໂມແຄຮັດ ກັບ ຣີພັບບລີກັນ ບໍ່ເຫັນພ້ອມກັນໃນຫຼາຍບັນຫາ ແຕ່ເຂົາເຈົ້າກໍໄດ້ມີ
ວິໄສທັດທີ່ຄ້າຍຄືກັນ ໃນສິ່ງນຶ່ງ, ແລະ ນັ້ນກໍແມ່ນ ປະທານາທິບໍດີ ທຣຳ ຈະເປັນສິ່ງທີ່
ຈະອະທິບາຍຂອງບັນຫາໃນການເລືອກຕັ້ງກາງສະໄໝຂອງປີນີ້.

ດ້ວຍສິ່ງນັ້ນມີຢູ່ໃນໃຈແລ້ວ, ທ່ານ ທຣຳ ແມ່ນກຳລັງຂຸ້ນຂ້ຽວກັບວຽກຢ່າງໜັກ ໃນການ
ຈັດການຊຸມນຸມ ຢູ່ຖານທີ່ໝັ້ນຂອງທ່ານ ແລະ ໄດ້ຮຽກຮ້ອງໃຫ້ເຂົາເຈົ້າອອກໄປປ່ອນ
ບັດ ແລະ ສະໜັບສະໜູນບັນດາຜູ້ລົງແຂ່ງຂັນພັກຣີພັບບລີກັນໃນເດືອນພະຈິກນີ້.

ທ່ານ ທຣຳ ໄດ້ກ່າວຕໍ່ພວກຜູ້ສະໜັບສະໜູນທ່ານ ໃນການຊຸມນຸມໂຄສະນາຫາສຽງຢູ່
ເມືອງ ເກຣທຟອລສ໌ (Great falls) ລັດ ມັອນແທນາ ເມື່ອບໍ່ດົນມານີ້ວ່າ “ພວກເຮົາ
ຈະບໍ່ຍອມອ່ອນຂໍ້, ພວກເຮົາຈະບໍ່ຍອມຈຳນົນ, ແລະ ພວກເຮົາຈະບໍ່ມີວັນຍອມແພ້.
ພວກເຮົາຈະບໍ່ມີວັນຢຸດ. ພວກເຮົາຈະກ້າວໄປສູ່ໄຊຊະນະ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG