ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ທຣຳ ກົດດັນ ຄັ້ງໃໝ່ ສຳລັບ ການກໍ່ສ້າງ ກຳແພງ ຕາມເຂດຊາຍແດນ ເມັກຊິໂກ


ກຳມະກອນສ້າງຮົ້ວທີ່ສູງກວ່າເກົ່າຢູ່ຕາມເຂດຊາຍແດນ ສະຫະລັດ ແລະ ເມັກຊິໂກ ລະຫວ່າງເມືອງ Anapra ຂອງ ເມັກຊິໂກ ແລະ ເມືອງ Park, ລັດ New Mexico ຂອງ ສະຫະລັດ. 10 ພະຈິກ, 2016.
ກຳມະກອນສ້າງຮົ້ວທີ່ສູງກວ່າເກົ່າຢູ່ຕາມເຂດຊາຍແດນ ສະຫະລັດ ແລະ ເມັກຊິໂກ ລະຫວ່າງເມືອງ Anapra ຂອງ ເມັກຊິໂກ ແລະ ເມືອງ Park, ລັດ New Mexico ຂອງ ສະຫະລັດ. 10 ພະຈິກ, 2016.

ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ແມ່ນກຳລັງປະເຊີນໜ້າກັບການຄັດຄ້ານ ຈາກພັກເດໂມແຄຣັດ ໃນຂະນະທີ່ທ່ານໄດ້ທຳການຜັກດັນຄັ້ງໃໝ່ ສຳລັບການສ້າງກຳ
ແພງຕາມເຂດຊາຍແດນ ສະ ຫະລັດ ຕິດ​ກັບ ເມັກຊິໂກ ເພື່ອກີດກັ້ນພວກຄົນເຂົ້າເມືອງ
ຜິດກົດໝາຍ ແລະ ກ່າວວ່າ ທ່ານເຊື່ອວ່າ ການປະເມີນລາຄາ ແມ່ນສູງ​ກວ່າ​ຄວາມເປັນ
​ຈິງ​ຫຼາຍ.

ເງິນທຶນສຳລັບການ​ສ້າງ​ກຳ​ແພງນີ້ ແມ່ນບັນຫາຫຼັກ ຂອງການປຶກສາຫາລື ລະຫວ່າງ ທຳ ນຽບຂາວ ກັບບັນດາສະມາຊິກສະພາ ​ເພື່ອ​ຫາ​ທາງຫຼີກລ່ຽງບໍ່​ໃຫ້​ມີການປິດລັດຖະບານ​ເປັນບາງສ່ວນໃນທ້າຍສັບປະດານີ້.

ທ່ານ ທຣຳ ຢາກໄດ້ທຶນເບື້ອງຕົ້ນ ສຳລັບການສ້າງກຳແພງດັ່ງກ່າວ, ເຊິ່ງເປັນຄຳສັນຍາ
ຫຼັກ ໃນການໂຄສະນາຫາສຽງ ທີ່ທ່ານໄດ້ແຂ່ງຂັນ​ເອົາຕຳແໜ່ງໃນທຳນຽບຂາວ, ລວມມີ
ງົບປະມານເພື່ອເປັນເງິນທຶນໃຫ້ແກ່ການໃຊ້ຈ່າຍຂອງລັດຖະບານຈົນຮອດທ້າຍເດືອນ
ກັນຍາ, ແຕ່ພັກເດໂມແຄຣັດຍັງຄົງຕໍ່ຕ້ານການກໍ່ສ້າງຂອງພວກເຂົາເຈົ້າຢ່າງເດັດດ່ຽວ. ລັດຖະບານ ສະຫະລັດ ຈະໝົດເງິນໃຊ້ຈ່າຍໃນທ່ຽງຄືນຂອງວັນສຸກນີ້, ຊຶ່ງ​ຈະເຮັດໃຫ້
ລັດຖະສະພາທີ່ຄວບຄຸມໂດຍພັກຣີພັບບລີກັນ ແລະ ພັກເດໂມແຄຣັດທີ່ມີສຽງສ່ວນນ້ອຍ ມີພຽງບໍ່ເທົ່າໃດມື້ທີ່ຕ້ອງບັນລຸການຕົກ ລົງກັນກັບທຳນຽບຂາວ.

ທ່ານ ທຣຳ ໄດ້ຂຽນຢູ່ Twitter ໃນວັນອາທິດວານນີ້ວ່າ “ພັກເດໂມແຄຣັດ ບໍ່ຢາກອະນຸ
ມັດເງິນຈາກງົບປະມານໄປສ້າງກຳແພງເຂດຊາຍແດນ ແມ່ນກະທັ້ງທີ່ມັນຈະຢຸດການ
ຄ້າຂາຍຢາເສບຕິດ ແລະ ພວກສະມາຊິກແກັ່ງ MD 13 ທີ່ຊົ່ວຮ້າຍກໍຕາມ.”

ໃນການຂຽນຂໍ້ຄວາມລົງ​ໃນ Twitter ຄັ້ງທີ່ສອງນັ້ນ, ທ່ານ ທຣຳ ໄດ້ກ່າວວ່າ ເມັກຊິໂກ ໃນທີ່ສຸດຈະເປັນຄົນຈ່າຍຄ່າສ້າງກຳແພງ, “​ໃນ​ຮູບໃດ​ຮູບ​ນຶ່ງ” ຊຶ່ງ​ເປັນ​ການ​ກ່າວ​ອ້າງ
ທີ່​ພວກ​ຜູ້ນຳ​ເມັກ​ຊິ​ໂກ​ກ່າວ​ວ່າ ຈະ​ບໍ່​ເກີດ​ຂຶ້ນ.

ການປະເມີນລາຄາ ແມ່ນແລ້ວແຕ່ການ​ອອກ​ແບບ ​ແລະ​ ຂະໜາດ​ຂອງກຳ​ແພງ. ລາຍ
ງານສະບັບໜຶ່ງຂອງກະຊວງຮັກສາຄວາມປອດ​ໄພ​ພາຍ​ໃນ​ ສະຫະ​ລັດ ທຳນາຍວ່າ
ອາດ​ມີລາຄາສູງເຖິງ 21.6 ຕື້ໂດລາ.

ແຕ່ໃນການສຳພາດກັບອົງການຂ່າວ AP ທີ່ອອກ​ອາກາດໃນວັນອາທິດວານນີ້, ທ່ານ
ທຣຳ ໄດ້ກ່າວວ່າ ລາຄາກໍ່ສ້າງຈະບໍ່ສູງຂະໜາດນັ້ນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG