ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລັດຖະບານ ທ. ທຣໍາ ຈະໃຫ້ເຊົາໃຊ້​ ລະບຽບ ກ່ຽວກັບແກັສມີ​ເທ​ນ ​


ຜູ້ຈັດການດ້ານການປະຕິບັດງານຂອງບໍລິສັດ BP ທີ່ຕັ້ງຢູ່
ລັດ Florida ກວດເບິ່ງສະຖານທີ່ ບໍ່ແກັສມີເທນ ຢູ່ທາງພາກຕາເວັນອອກ ຂອງເມືອງ Bayfield ລັດ Colorado.
ຜູ້ຈັດການດ້ານການປະຕິບັດງານຂອງບໍລິສັດ BP ທີ່ຕັ້ງຢູ່ ລັດ Florida ກວດເບິ່ງສະຖານທີ່ ບໍ່ແກັສມີເທນ ຢູ່ທາງພາກຕາເວັນອອກ ຂອງເມືອງ Bayfield ລັດ Colorado.

ຄະນະ​ລັດຖະບານ​ທ່ານ​ທຣໍາ ​ກໍາລັງຢຸດຕິ​ກົດ​ລະບຽບທີ່​ແນ​ໃສ່​ຫລຸດ​ການ​ປ່ອຍ​ແກັສມີ
​ເທ​ນທີ່​ເປັນ​ອັນຕະລາຍ ຈາກ​ບໍ່ນໍ້າມັນ ​ແລະ​ອາຍ​ແກັສທໍາ​ມະ​ຊາດນັ້ນ​ໄວ້.

ລັດຖະມົນຕີ​ກະຊວງພາຍ​ໃນ ​ໄດ້​ຢຸດຕິ​ການ​ໃຊ້​ກົດ​ລະບຽບຄວບ​ຄຸມແກັສ​ມີ​ເທ​ນ​ ທີ່​
ວາງ​ອອກ​ຕໍ່ການ​ຂຸດ​ຄົ້ນ​ບໍ່ ຢູ່​ໃນ​ດິນ​ຂອງ​ລັດຖະບານ​ກາງ​ນັ້ນ​ໄວ້ ​ຢ່າງ​ບໍ່ມີ​ກໍານົດ.

ສະພາ​ສູງ​ໄດ້​ປະຕິ​ເສດບໍ່ໃຫ້ມີ​ການ​ຢຸດຕິ​ການ​ໃຊ້​ກົດ​ລະບຽບ​ ​ໃນ​ເດືອນ​ແລ້ວນີ້ ຊຶ່ງ​
ເຮັດ​ໃຫ້​ກະຊວງ​ດັ່ງກ່າວ​ດໍາ​ເນີນ​ການ​ໂດຍ​ລໍາພັງ​ຜູ້ດຽວ.

​ເຈົ້າໜ້າທີ່ກະຊວງຊັບພະຍາກອນ​ທຳ​ມະ​ຊາດທ່ານ​ນຶ່ງ​ກ່າວ​ວ່າ ກົດ​ລະບຽບດັ່ງກ່າວ​ເປັນ
"ພາລະແບກ​ຫາບ ດ້ານ​ລະບຽບການ​ທີ່ໜັກໜ່ວງ, ​ກີດຂວາງການ​ຜະລິດ​ພະລັງງານ
ການ​ເຕີບ​ໂຕ​ທາງ​ເສດຖກິດ ​ແລະ​ການ​ສ້າງ​ວຽກ​ເຮັດ​ງານ​ທໍາ ຂອງ​ອາ​ເມຣິກາ."

ອົງການປົກ​ປ້ອງ​ສະພາບ​ແວດ​ລ້ອມ ຢາກ​ໃຫ້​ລໍຖ້າອີກສອງ​ປີ ​ເພື່ອ​ຈະສ້າງກົດ​ລະບຽບ
ອັນ​ອື່ນ​ຕ່າງຫາກຂຶ້ນ ທີ່​ຮຽກຮ້ອງ​ໃຫ້​ຜູ້​ຜະ​ລິດນໍ້າ​ມັນ ​ແລະ​ອາຍແກັສທຳ​ມະ​ຊາດຄອຍ​
ຕິດຕາມ​ແລະ​ກວດ​ເບິ່ງການ​ຮົ່ວ​ໄຫລຂອງ​ແກັສມີ​ເທ​ນ.

ຫົວໜ້າອົງການ EPA ທ່ານ Scott Pruitt ​ເວົ້າວ່າ ລະບຽບການ​ຂອງ​ລັດຖະບານ​ກາງ ​
ແມ່​ນຊໍ້າ​ຊ້ອນ​ກັນ​ ກັບ​ລະບຽບຂອງ​ລັດ ຊຶ່ງ​ທ່ານ​ເວົ້າວ່າ ​ສາມາດ​ໃຊ້​ການ​ໄດ້​ດີກ​ວ່າ.

ແກັສມີ​ເທ​ນເປັນ​ສິ່ງຮັກສາ​ຄວາມ​ຮ້ອນ​ຢູ່​ໃນ​ຊັ້ນບັນຍາກາດນັ້ນ​ໄວ້ ​ແລະ​ປະກອບສ່ວນ
​ພາ​ໃຫ້​ພູມ​ອາກາດມີການ​ປ່ຽນ​ແປງ​.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG