ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ທຣຳ ແລະ ສະຕີໝາຍເລກນຶ່ງ ຈະຍົກເລີກ ການເດີນທາງໄປ ໄວ້ອາໄລ ຢູ່ ພິສເບີກ ໂດຍ ອ້າງເຖິງຄວາມປອດໄພ

ຈາກຊ້າຍ, ພະອາຈານ ສາສະໜາຢິວ ຣາບາຍ ເບັນຈາມິນ ເຊນດຣາວ, ຄຽງຂ້າງດ້ວຍ ປະທານາທິບໍດີ ດໍໂນລ ທຣຳ ແລະ ນັກສອນສາສະໜາ ທອມ ໂອ'ເລຍຣີ, ກຳລັງໄຫວ້ພາວັນນາຢູ່ທີ່ ຫໍປະຊຸມ ແລະວາງສະແດງ Future Farmers of America ຢູ່ທີ່ Bankers Life Fieldhouse ໃນພິທີ ປະຈຳປີ ຄັ້ງທີ 91 ຢູ່ໃນນະຄອນ ອິນດີແອນນາໂປລິສ, ວັນທີ 27 ຕຸລາ 2018.

ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ແລະ ພັນລະຍາ ທ່ານນາງ ເມີລາເນຍ
ຈະເດີນທາງໄປຍັງ ນະຄອນ ພິສເບີກ ລັດເພັນຊີລເວເນຍ ຢູ່ທາງ ພາກຕາເວັນອອກ
ສຽງເໜືອ ຂອງສະຫະລັດ ໃນວັນອັງຄານມື້ນີ້ ເພື່ອໄປໄວ້ອາໄລ ໃຫ້ແກ່ ບັນດາຄອບຄົວ
ຂອງພວກ 11 ຄົນ ທີ່ເປັນສະມາຊິກຂອງ ໂບດຊາວຢິວ ຜູ້ທີ່ໄດ້ຖືກສັງ​ຫານໝູ່ ເມື່ອ
ສັບປະດາແລ້ວນີ້ ໃນເຫດການຄວາມຄຽດແຄ້ນ ຕໍ່ຊາວຢິວ. ເຖິງຢ່າງໃດກໍດີ ບັນດາຜູ້ນຳ
ຊາວຢິວບາງສ່ວນ ຮຽກຮ້ອງໃຫ້ ທ່ານປະທານາທິບໍດີ ບໍ່ໃຫ້ໄປ ຈົນກວ່າວ່າ ທ່ານຈະ
ປະນາມພວກຄົນຜິວຂາວ ຫົວຊາດນິຍົມ.

ທຳນຽບຂາວ ໄດ້ປະກາດ ແຜນການເດີນທາງດັ່ງກ່າວ ໃນວັນຈັນວານນີ້ ໂດຍ ກ່າວວ່າ
ທ່ານປະທານາທິບໍດີ ແລະສະຕີໝາຍເລກນຶ່ງ ຈະເດີນທາງໄປຢ້ຽມຢາມ ເມືອງແຫ່ງ ປະຫວັດສາດ ເພື່ອ “ສະແດງອອກເຖິງ ການສະໜັບສະໜຸນຂອງປະຊາຊົນຊາວ
ອາເມຣິກັນ ແລະ ເພື່ອສະແດງຄວາມໂສກເສົ້າເສຍໃຈ ກັບປະ​ຊາຄົມຊາວພິສເບີກ.”

ພະອາຈານສາສະໜາຢິວ ຣາບາຍ ເຈັຟຟຣີ ມາຍເອີສ໌ ຂອງໂບດ Tree of Life ຢືນຢູ່ຟາກທາງຕໍ່ໜ້າໂບດ ບ່ອນເກີດເຫດຍິງສັງຫານໝູ່ ໃນນະຄອນ ພິສເບີກ ລັດເພັນຊີລເວເນຍ, ເມື່ອວັນຈັນ ທີ 29 ຕຸລາ 2018.
ພະອາຈານສາສະໜາຢິວ ຣາບາຍ ເຈັຟຟຣີ ມາຍເອີສ໌ ຂອງໂບດ Tree of Life ຢືນຢູ່ຟາກທາງຕໍ່ໜ້າໂບດ ບ່ອນເກີດເຫດຍິງສັງຫານໝູ່ ໃນນະຄອນ ພິສເບີກ ລັດເພັນຊີລເວເນຍ, ເມື່ອວັນຈັນ ທີ 29 ຕຸລາ 2018.

ການເດີນທາງຢ້ຽມຢາມ ຂອງທ່ານທຣຳ ມີຂຶ້ນ ໃນຂະນະທີ່ ບັນດາສະມາຊິກ ຂອງໂບດ
Tree of Life ຂອງຊາວຢິວ ໄດ້ທຳພິທີຊາປະນາກິດສົບ ຄັ້ງທຳອິດໃຫ້ແກ່ພວກຜູ້ເຄາະ
ຮ້າຍ ໃນການຍິງສັງຫານໝູ່ ເມື່ອວັນເສົາ ຜ່ານມານີ້ ທີ່ປະກອບດ້ວຍ ທ່ານ ເດວິດ
ໂຣສເຊັນຕອລ ອາຍຸ 54 ປີ ແລະ ອ້າຍຂອງທ່ານ ທ່ານເຊີຊີລ ອາຍຸ 59 ປີ, ເຊິ່ງຜູ້ປົກ
ຄອງນະຄອນພິສເບີກ ທ່ານ ບີລ ເພດູໂຕ ໄດ້ຮຽກຮ້ອງຕໍ່ ປະທານາທິບໍດີ ທຣຳ ໃຫ້ເລື່ອນ
ການເດີນທາງໄປຢ້ຽມຢາມຂອງທ່ານ ອອກໄປ ໃນລະຫວ່າງ ການໃຫ້ສຳພາດກັບອົງການ
ຂ່າວ CNN ເພາະວ່າ ມັນຈະເພີ້ມພາລະໃຫ້ແກ່ເຈົ້າໜ້າທີ່ຕຳຫຼວດ ແລະບັນດາເຈົ້າໜ້າທີ່
ພິທັກກົດໝາຍ ຜູ້ທີ່ຈະສະໜອງການຮັກສາຄວາມປອດໄພ ສຳລັບພິທີສາປະນາກິດສົບ.

ບັນດາຜູ້ນຳຈຳນວນນຶ່ງ ຂອງອົງການ Bend the Arc ໃນນະຄອນ ພິສເບີກ ຊຶ່ງເປັນ
ອົງການເຄື່ອນໄຫວຂອງຊາວຢິວຫົວກ້າວໜ້າ ກໍໄດ້ຮຽກຮ້ອງຕໍ່ທ່ານທຣຳ ໃຫ້ຍົກເລີກ
ການເດີນທາງມາຢ້ຽມຢາມຂອງທ່ານ ຢູ່ໃນໜັງສືສະບັບນຶ່ງ ທີ່ແຈ້ງອອກໄປ ໃນວັນຈັນ
ວານນີ້ ໂດຍກ່າວວ່າ ພວກເຂົາເຈົ້າ ບໍ່ຍິນດີຕ້ອນຮັບທ່ານ ຈົນກວ່າວ່າ ທ່ານຈະປະນາມ
ກຸ່ມຄົນຜິວຂາວຫົວຊາດນິຍົມ. ໜັງສືສະບັບດັ່ງກ່າວ ໄດ້ຖືກລົງນາມໂດຍ ປະຊາຊົນ ໃນ
ທົ່ວປະເທດຫຼາຍໝື່ນຄົນ.

ແຕ່ ພະອາຈານສາສະໜາຢິວ ຣາບາຍ ເຈັຟຟຣີ ມາຍເອີສ໌ ຂອງໂບດ Tree of Life
ກ່າວວ່າ ທ່ານປະທານາທິບໍດີ ແນ່ນອນ ແມ່ນ “ຍິນດີຕ້ອນຮັບ” ທີ່ຈະເດີນທາງໄປຢ້ຽມ
ຢາມ ນະຄອນພິສເບີກ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG