ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປ. ທຣຳ ພົບປະ ກັບ ທ. ກິມ ຢູ່ເຂດ DMZ ເມື່ອທ່ານ ຂ້າມໄປໃນ ເກົາຫຼີເໜືອ


Trump Meets Kim at DMZ, Crosses Into North Korea
please wait

No media source currently available

0:00 0:01:27 0:00

ເຊີນຊົມວີດີໂອ ເລື້ອງນີ້ເປັນພາສາອັງກິດ

ປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ເອີ້ນການພົບປະຄັ້ງຫຼ້າສຸດ ກັບຜູ້ນຳ
ເກົາຫຼີເໜືອ ກິມ ຈົງ ອຶນ ວ່າ “ໄດ້ຮັບໝາກຜົນເປັນຢ່າງດີ” ແລະໄດ້ກ່າວວ່າ ທັງສອງ
ປະເທດ “ຢາກຈະແກ້ໄຂບັນຫາທີ່ຍັງຄ້າງຄາຢູ່.”

ທ່ານທຣຳ ໄດ້ກ່າວຕໍ່ບັນດາພະນັກງານທະຫານ ສະຫະລັດ ທີ່ປະຈຳການຢູ່ຖານທັບ
ອາກາດ ໂອຊານ ໃນປະເທດເກົາຫຼີໃຕ້ ວ່າ “ຂ້າພະເຈົ້າຢາກຍົກໃຫ້ເຫັນເຖິງຄວາມ
ຈະເລີນຮຸ່ງເຮືອງແບບບໍ່ໜ້າເຊື່ອ ທີ່ລໍຄອຍເກົາຫຼີເໜືອຢູ່ ເມື່ອທຸກຢ່າງຕົກລົງກັນໄດ້.”

ທ່ານທຣຳ ໄດ້ບົ່ງຊີ້ໃຫ້ເຫັນຊ້ຳແລ້ວຊ້ຳອີກ ເຖິງທ່າແຮງຂອງຜົນປະໂຫຍດໃນດ້ານ
ເສດຖະກິດ ທີ່ເກົາຫຼີເໜືອ ອາດຈະໄດ້ຮັບ ຖ້າຫາກຕົນ ເຫັນດີຮັບເອົາຂໍ້ຕົກລົງ
ກ່ຽວກັບໂຄງການນິວເຄລຍຂອງຕົນ.

ຄວາມເຫັນທັງຫຼາຍດັ່ງກ່າວ ມີຂຶ້ນ ຫຼັງຈາກ ທ່ານທຣຳ ໄດ້ກາຍເປັນປະທານາທິບໍດີ
ສະຫະລັດ ທີ່ດຳລົງຕຳແໜ່ງໃນປັດຈຸບັນ ຄົນທຳອິດທີ່ໄດ້ໄປຢ້ຽມຢາມເກົາຫຼີເໜືອ
ໃນເວລາທ່ານກ້າວຂ້າມເຂດຊາຍແດນ ຢູ່ທີ່ເຂດປອດທະຫານ ຫຼື ເອີ້ນຫຍໍ້ ວ່າ
DMZ ນັ້ນ.

ຫຼັງຈາກໄດ້ຈັບມືກັບ ທ່ານກິມ ຢູ່ບ້ານຊາຍແດນ ປານມຸນຈອມ ແລ້ວ ທ່ານທຣຳ ກໍໄດ້
ກ້າວຂ້າມເສັ້ນແບ່ງແຍກສອງເກົາຫຼີຂອງທະຫານ ເຂົ້າໄປໃນເກົາຫຼີເໜືອ. ຕໍ່ມາ ທ່ານ
ກິມ ແລະທ່ານທຣຳ ກໍໄດ້ກ້າວຂ້າມເສັ້ນດັ່ງກ່າວ ກັບຄືນເຂົ້າໄປໃນເຂດເກົາຫຼີໃຕ້.

ທ່ານກິມກ່າວຕໍ່ທ່ານທຣຳ ວ່າ “ດີໃຈທີ່ໄດ້ເຫັນທ່ານອີກເທື່ອນຶ່ງ” ແລ້ວກ່າວຕໍ່ໄປວ່າ
“ຂ້າພະເຈົ້າບໍ່ໄດ້ຄາດໝາຍເລີຍວ່າ ຈະເຫັນທ່ານຢູ່ທີ່ແຫ່ງນີ້.”

ທ່ານທຣຳໄດ້ກ່າວຕອບວ່າ “ການກ້າວຂ້າມເສັ້ນອັນນີ້ ເປັນກຽດອັນຍິ່ງໃຫຍ່” ຊຶ່ງທ່ານ
ກໍໄດ້ເຊື້ອເຊີນທ່ານກິມ ໃຫ້ໄປສະຫະລັດ ເພື່ອເຂົ້າຮ່ວມກອງປະຊຸມ ອີກເທື່ອນຶ່ງ.

ທ່ານທຣຳ ໃນວັນເສົາຜ່ານມານີ້ ກ່າວວ່າ ການພົບປະກັນນັ້ນ ພຽງແຕ່ເປັນການພົບ
ປະກັນ ສອງນາທີເທົ່ານັ້ນ. ແຕ່ເຖິງຢ່າງໃດກໍຕາມ ການພົວພັນໂອ້ລົມກັນ ແບບສ່ວນ
ຕົວກັບທ່ານກິມ ໄດ້ໃຊ້ເວລາປະມານ 50 ນາທີ ຊຶ່ງໄດ້ກາຍໄປເປັນການປະຊຸມສຸດຍອດ
ແບບບໍ່ໄດ້ວາງແຜນໄວ້ລ່ວງໜ້າ ໂດຍເກີດຂຶ້ນໃນເວລານັ້ນເລີຍ.

ເມື່ອທ່ານທຣຳ ໄດ້ອອກມາຈາກການພົບປະດັ່ງກ່າວ ທ່ານກໍໄດ້ປະກາດວ່າ ທ່ານ ແລະ
ທ່ານກິມ ໄດ້ຕົກລົງເຫັນດີ ທີ່ຈະຈັດຕັ້ງທີມງານຂຶ້ນ ເພື່ອເລີ້ມຕົ້ນ ການເຈລະຈາ ຄືນໃໝ່.

ທ່ານທຣຳ ໄດ້ກ່າວວ່າ “ພວກເພິ່ນ ຈະພົບປະກັນພາຍໃນສອງສາມສັບປະດາຂ້າງໜ້ານີ້
ແລະ ພວກເພິ່ນ ຈະເລີ້ມຕົ້ນຂັ້ນຕອນ ແລ້ວພວກເຮົາ ກໍຈະລໍຖ້າເບິ່ງວ່າ ແມ່ນຫຍັງຈະ
ເກີດຂຶ້ນ.” ທ່ານກ່າວຕື່ມວ່າ “ຄວາມຮີບດ່ວນບໍ່ແມ່ນວັດຖຸປະສົງ....ພວກເຮົາຕ້ອງການ
ຂໍ້ຕົກລົງ ທີ່ຄົບຖ້ວນຮອບດ້ານ ແລະຂໍ້ຕົກລົງທີ່ດີ.”

ໃນເວລາຕໍ່ມາ ຢູ່ໃນທວີດເຕີ້ ທ່ານທຣຳ ໄດ້ອ້າງເຖິງການພົບປະກັບທ່ານກິມນັ້ນວ່າ
ເປັນ “ສິ່ງທີ່ມະຫັດສະຈັນ” ແລະໄດ້ກ່າວວ່າ ການຢືນຢູ່ເທິງ “ດິນແດນຂອງເກົາຫຼີເໜືອ”
ແມ່ນ “ເປັນກຽດອັນຍິ່ງໃຫຍ່.”

ທ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG