ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະມາຊິກ ສະພາ ທີ່ເປັນພັນທະມິດ ກັບ ປ. ທຣຳ ຊອກຫາກົດໝາຍ ເພື່ອແກ້ໄຂ ນະໂຍບາຍ ຊາຍແດນ ທີ່ຖືກຕຳໜິ


ປະທານາທິບໍດີ ດໍໂນລ ທຣຳ ກ່າວຢູ່ທີ່ ງານສະເຫຼີມສະຫຼອງ ການສ້າງຕັ້ງ ສະຫະພັນ ນັກທຸລະກິດ ເອກກະຊົນ ແຫ່ງຊາດ ຄົບຮອບ 75 ປີ, ວັນທີ 19 ມິຖຸນາ 2018, ໃນນະຄອນຫຼວງ ວໍຊິງຕັນ.
ປະທານາທິບໍດີ ດໍໂນລ ທຣຳ ກ່າວຢູ່ທີ່ ງານສະເຫຼີມສະຫຼອງ ການສ້າງຕັ້ງ ສະຫະພັນ ນັກທຸລະກິດ ເອກກະຊົນ ແຫ່ງຊາດ ຄົບຮອບ 75 ປີ, ວັນທີ 19 ມິຖຸນາ 2018, ໃນນະຄອນຫຼວງ ວໍຊິງຕັນ.

ປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ໄດ້ກ່າວຕໍ່ ບັນດາສະມາຊິກສະພາສັງກັດ
ພັກຣີພັບບລີກັນ ກຸ່ມນຶ່ງ ຢູ່ທີ່ກອງປະຊຸມ ໃນວັນອັງຄານວານນີ້ ວ່າ ທ່ານສະໜັບສະໜູນ
ຮ່າງກົດໝາຍວ່າດ້ວຍຄົນເຂົ້າເມືອງ ສອງສະບັບ ທີ່ກຳລັງ ຢູ່ໃນລະຫວ່າງການພິຈາລະ
ນາ ໃນສະພາຕ່ຳ ຢູ່ນັ້ນ.

ກອງປະຊຸມດັ່ງກ່າວ ໄດ້ມີຂຶ້ນ ໃນຂະນະທີ່ ມີການຕິຕຽນຢູ່ເລື້ອຍມາ ກ່ຽວກັບນະໂຍບາຍ
ຂອງຄະນະລັດຖະບານທ່ານທຣຳ ທີ່ແຍກພວກເດັກນ້ອຍ ອອກຈາກພໍ່ແມ່ຂອງເຂົາເຈົ້າ
ແລະພວກຜູ້ໃຫຍ່ທັງຫຼາຍ ຢູ່ຊາຍແດນທາງພາກໃຕ້ ທີ່ຕິດກັບເມັກຊິໂກ ໃນຖານະທີ່ ພວກເຂົ້າເຈົ້າ ເຂົ້າມາໃນສະຫະລັດ ຢ່າງຜິດກົດໝາຍ.

Trump Targets Immigration Law Loopholes
please wait

No media source currently available

0:00 0:01:22 0:00

ໃນການໃຫ້ຄຳເຫັນຂອງທ່ານທຣຳ ຕໍ່ບັນດາສະມາຊິກສະພານັ້ນ ອີງຕາມ ຮອງໂຄສົກ
ຂອງທຳນຽບຂາວ ທ່ານ ຣາຈ ຊາ (Raj Shah) ແລ້ວ ທ່ານທຣຳ “ໄດ້ສະໜັບສະໜູນ ທັງຮ່າງກົດໝາຍຄົນເຂົ້າເມືອງຂອງສະພາຕ່ຳ ທີ່ຈະສ້າກຳແພງ ປິດຊ່ອງຫວ່າງທັງ
ຫຼາຍຂອງກົດໝາຍ ຍົກເລີກການອອກວີຊາ ໂດຍການຈົກສະ ຫຼາກ ຫລຸດຜ່ອນ ອັນ
ທີ່ເອີ້ນວ່າ ‘ການອົບພະຍົບທີ່ເປັນຕ່ອງໂສ້’ ແລະໃຫ້ແກ້ໄຂ ວິກິດການຢູ່ຊາຍແດນ
ແລະບັນຫາການແຍກຄອບຄົວ ໂດຍອະນຸຍາດໃຫ້ ມີການຄວບຄຸມ ແລະການສົ່ງ
ອອກຈາກປະເທດ ພ້ອມກັນໝົດ ທັງຄອບຄົວ.”

ທ່ານ ມາກຄ໌ ແມດໂດສ໌ ສະມາຊິກສະພາຕ່ຳສັງກັດພັກຣີພັບບລີກັນ ໄດ້ກ່າວວ່າ ທ່ານ
ທຣຳໄດ້ບອກບັນດາສະມາຊິກສະພາ ວ່າ ພວກເຂົາເຈົ້າຕ້ອງເຮັດສິ່ງໃດສິ່ງນຶ່ງ ໃຫ້
ແລ້ວເສັດ ກ່ຽວກັບຄົນເຂົ້າເມືອງ “ໃນທັນທີ.”

Trump Rallies Republicans for Hill Immigration Vote
please wait

No media source currently available

0:00 0:01:40 0:00


ສ່ວນປະທານ ຄະນະກຳມະການດ້ານຄວາມປອດໄພພາຍໃນ ຂອງສະພາຕ່ຳ ທ່ານ
ໄມເກີລ ເມັກຄອລ ໄດ້ບັນລະຍາຍ ວ່າ ການພົບປະກັບທ່ານທຣຳນັ້ນ ຖືວ່າ ດີຫຼາຍ
ແລະ ໄດ້ຢືນຢັນວ່າ ທ່ານປະທານາທິບໍດີ ໄດ້ຍິນດີຮັບເອົາຮ່າງກົດໝາຍ ທີ່ທ່ານ ແລະ
ສະມາຊິກສະພາຕ່ຳ ທ່ານບອບ ກູດເລດຕ໌ ກຳລັງນຳສະເໜີຢູ່ນັ້ນ.

ທ່ານ ເມັກຄອລ ໄດ້ກ່າວວ່າ “ທ່ານປະທານາທິບໍດີ ແມ່ນສະໜັບສະໜູນ ນຶ່ງພັນ
ເປີເຊັນ.”

ເມື່ອມີການຖາມວ່າ ກົດໝາຍສະບັບດັ່ງກ່າວ ຈະຍຸຕິການແບ່ງແຍກຄອບຄົວ ຫຼືບໍ່ນັ້ນ
ທ່ານ ໄດ້ຕອບວ່າ “ພວກເຂົາເຈົ້າຈະບໍ່ຖືກແບ່ງແຍກ ຖ້າຮ່າງກົດໝາຍນີ້ຖືກຮັບຜ່ານ”
ເຊິ່ງ ທ່ານໄດ້ອະທິບາຍວ່າ ລວມທັງ ເງິນ 18 ຕື້ໂດລາ ສຳລັບ ກຳແພງ ທີ່ທ່ານທຣຳ
ຕ້ອງການ.

'We Want to Solve This,' Trump Says of Family Separation
please wait

No media source currently available

0:00 0:01:04 0:00

ສະພາຕ່ຳສະຫະລັດ ແມ່ນມີກຳນົດ ທີ່ຈະລົງຄະແນນສຽງ ໃນທ້າຍສັບປະດານີ້ ຕໍ່ຮ່າງ
ກົດໝາຍສອງສະບັບ. ຍັງບໍ່ເປັນທີ່ຈະແຈ້ງ ວ່າ ຮ່າງກົດໝາຍທັງສອງສະບັບນັ້ນ ຈະໄດ້
ຮັບຄະແນນສຽງພຽງພໍ ທີ່ຈະຜ່ານສະພາໄດ້ ຫຼືບໍ່.

ຜູ້ນຳສຽງສ່ວນຫຼາຍຂອງສະພາສູງ ທ່ານ ມິຕຈ໌ ເມັກຄອນແນລ ໄດ້ກ່າວໃນວັນອັງຄານ
ວານນີ້ ວ່າ “ບັນດາສະມາຊິກຂອງກອງປະຊຸມພັກຣີພັບບລີກັນ ທັງໝົດ ສະໜັບ
ສະໜູນແຜນການ ທີ່ຈະໃຫ້ຄອບຄົວຢູ່ນຳກັນ”
ໂດຍກ່າວຕື່ມວ່າ ທ່ານຕັ້ງໃຈທີ່ຈະຂໍ
ໃຫ້ພັກເດໂມແຄຣັດ ສະໜັບສະໜູນມາດຕະການນີ້ດ້ວຍ.

ໃນການຢັ່ງຫາງສຽງຂອງອົງການຂ່າວຣອຍເຕີ້ ແລະອິບໂຊສ ທີ່ນຳອອກເຜີຍແຜ່ ໃນ
ວັນອັງຄານວານນີ້ ສະແດງໃຫ້ເຫັນວ່າ 28 ເປີເຊັນຂອງພວກທີ່ຖືກຖາມ ກ່າວວ່າ ເຂົາ
ເຈົ້າ ສະໜັບສະໜູນນະໂຍບາຍນີ້ ໃນຂະນະທີ່ 57 ເປີເຊັນເວົ້າວ່າ ເຂົາເຈົ້າຄັດຄ້ານ
ແລະອີກ 15 ເປີເຊັນ ກ່າວວ່າ ເຂົາເຈົ້າບໍ່ຮູ້ຈັກ ຮ່າງກົດໝາຍນີ້.

US Immigration Protest
please wait

No media source currently available

0:00 0:01:51 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG