ປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ໃຈຮ້າຍໃຫ້ພວກສື່ມວນຊົນ ຂອງ
ອາເມຣິກາ ໃນວັນອາທິດວານນີ້ ໂດຍກ່າວຫາພວກນັກຂ່າວທັງຫຼາຍ ວ່າ “ບິດເບືອນ
ປະຊາທິປະໄຕ” ໃນລາຍງານຂອງພວກເຂົາເຈົ້າ ກ່ຽວກັບ ການພົບປະ ລະຫວ່າງ
ລູກຊາຍຂອງເພິ່ນ ກັບ ທະນາຍຄວາມຂອງຣັດເຊຍ ເມື່ອປີກາຍນີ້.
ປາກົດວ່າ ທ່ານດໍໂນລ ທຣຳ ຈູເນຍ ໄດ້ຟ້າວສວຍໂອກາດ ເພື່ອພົບປະກັບທະນາຍ
ຄວາມດັ່ງກ່າວ ໃນເມື່ອຜູ້ຕິດຕໍ່ ໄດ້ບອກລາວວ່າ ນາງມີຂໍ້ມູນທີ່ຈະເຮັດໃຫ້ ຄູ່ແຂ່ງ
ຂອງພໍ່ຂອງລາວ ເພື່ອຊີງເອົາຕຳແໜ່ງໃນທຳນຽບຂາວ ຄືທ່ານນາງ Hillary Clinton
ເສຍຫາຍ.
ທ່ານທຣຳ ໄດ້ຂຽນລົງ Twitter ວ່າ “Hillary Clinton ສາມາດເອົາຄຳຖາມຕ່າງໆ
ຕໍ່ການໂຕ້ວາທີ ມາໄດ້ ຢ່າງຜິດກົດໝາຍ ແລະ ລຶບ 33,000 ອີເມລຖິ້ມ ແຕ່ Don
ລູກຂອງຂ້າພະເຈົ້າ ແມ່ນກຳລັງຖືກດູໝິ່ນ ໂດຍສື່ສັງຄົມປອມ?”
ທ່ານໄດ້ກ່າວໃນ Twitter ຕ່າງຫາກອີກວ່າ “ດ້ວຍແຫລ່ງຂ່າວຈອມປອມ ບໍ່ລະບຸຊື່ສຽງ
ທັງມວນຂອງພວກເຂົາ ແລະ ລຳອຽງທີ່ສຸດ ແລະ ແມ່ນກະທັງ ລາຍງານທີ່ບໍ່ເປັນຈິງ,
ຂ່າວປອມ ແມ່ນບິດເບືອນປະຊາທິປະໄຕ ໃນປະເທດຂອງພວກເຮົາ.”
ສະມາຄົມບັນດານັກຂ່າວຂອງທຳນຽບຂາວ ໄດ້ປະຕິເສດ ຄຳເຫັນຕ່າງໆ ຂອງປະທາ
ນາທິບໍດີ.
ສະມາຄົມນີ້ ໄດ້ກ່າວວ່າ “ສື່ຂ່າວທີ່ເສລີ ແລະ ອິດສະລະ ແທ້ຈິງແລ້ວ ແມ່ນມີຄວາມ
ສຳຄັນຍິ່ງ ຕໍ່ປະຊາທິປະໄຕ.”
ທຳນຽບຂາວ ແມ່ນອອກມາປົກປ້ອງ ການພົບປະ ເມື່ອເດືອນມິຖຸນາ ປີ 2016 ຢູ່ໃນ
ນະຄອນ ນິວຢອກ ກັບທະນາຄວາມ ຂອງຣັດເຊຍ ນາງ Natalia Veselnitskaya
ແລະ ຜູ້ສຳຄັນຂອງຣັດເຊຍ ຄົນອື່ນໆອີກ ທີ່ສຳນັກງານໃຫຍ່ Trump Tower ຂອງ
ທ່ານດໍໂນລ ທຣຳ ຈູເນຍ. ລູກຊາຍທ່ານທຣຳ ໄດ້ກ່າວວ່າ ການພົບປະກັນນັ້ນ ບໍ່ໄດ້
ເກີດຜົນຫຍັງເລີຍ ເພາະຜູ້ຍິງດັ່ງກ່າວ ບໍ່ມີລາຍລະອຽດໃດໆທີ່ສ້າງຄວາມເສຍຫາຍ
ໃຫ້ແກ່ ທ່ານນາງ ຄລິນຕັນ ຊຶ່ງນາງໄດ້ໃຫ້ຄຳໝັ້ນສັນຍາ ວ່າຈະເຜີຍແບນັ້ນ.
ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ