ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ທຣໍາ ຕັດສິນໃຈແລ້ວ ວ່າ​ຈະປົດ ທີ່ປຶກສາ ດ້ານຄວາມໝັ້ນຄົງແຫ່ງຊາດ ອອກ


ທ່ານ​ເອສ ອາຣ໌ ​ແມັກ​ມາສ​ເຕີ (H.R. McMaster) ​​ທີ່​ປຶກສາ​ດ້ານ​ຄວາມໝັ້ນຄົງ​ແຫ່ງ​ຊາດ ປະຈໍາທໍານຽບຂາວ ກ່າວຄໍາປາໄສ ທີ່ຫໍພິພິດທະພັນ ລະນຶກເຖິງ ການສັງຫານໝູ່ຊາວຢີວ ໃນສະໄໝສົງຄາມໂລກຄັ້ງທີ 2 ໃນນະຄອນວໍຊິງຕັນ ໃນວັນທີ 15 ມີນາ, 2018.
ທ່ານ​ເອສ ອາຣ໌ ​ແມັກ​ມາສ​ເຕີ (H.R. McMaster) ​​ທີ່​ປຶກສາ​ດ້ານ​ຄວາມໝັ້ນຄົງ​ແຫ່ງ​ຊາດ ປະຈໍາທໍານຽບຂາວ ກ່າວຄໍາປາໄສ ທີ່ຫໍພິພິດທະພັນ ລະນຶກເຖິງ ການສັງຫານໝູ່ຊາວຢີວ ໃນສະໄໝສົງຄາມໂລກຄັ້ງທີ 2 ໃນນະຄອນວໍຊິງຕັນ ໃນວັນທີ 15 ມີນາ, 2018.

ປະທານາທິບໍດີສະຫະລັດ ທ່ານ ດໍ​ໂນ​ລ ທຣໍາ ຕັດສິນ​ໃຈ​ທີ່​ຈະ​ຫາ​ຄົນ​ມາ​
ແທນທ່ານ​ເອສ ອາຣ໌ ​ແມັກ​ມາສ​ເຕີ (H.R. McMaster) ເພື່ອ​ເປັນ​ທີ່​ປຶກສາ
​ດ້ານ​ຄວາມໝັ້ນຄົງ​ແຫ່ງ​ຊາດ, ອີງ​ຕາມ​ລາຍ​ງານ​ຂ່າວ​ຂອງໜັງສື​ພິມ​ວໍຊິງຕັນ
ໂພສທ໌ (Washington Post) ​ໃນ​ວັນ​ພະຫັດ​ວານ​ນີ້.

ໜັງສື​ພິມ​ວໍຊິງຕັນໂພສທ໌ເວົ້າວ່າ ທ່ານປະທານາທິບໍດີ ບໍ່ຢາກ​ຮີບ​ຮ້ອນທີ່ຈະ
ປະ​ກາດກ່ຽວກັບການ​ປົດ ​ທ່ານ​ນາຍ​ພົນ​ສາມ​ດາວດັ່ງກ່າວ ​ເພາະ​ບໍ່ຢາກ​ໃຫ້
​ທ່ານ​ນາຍພົນ ຮູ້ສຶກອັບອາຍຂາຍໜ້າ.

ໜັງສື​ພິມດັ່ງກ່າວ​ຍັງ​ເວົ້າອີກ​ວ່າ ການ​ປົດ​ທ່ານ​ແມັກ​ມາສ​ເຕີ ອອກ​ຈາກຕໍາ
​ແໜ່ງ​ແມ່​ນ​ເປັນ​ສ່ວນ​ນຶ່ງ​ຂອງ​ການ​ຊັບຊ້ອນຄັ້ງສຳຄັນ​ຢູ່​ໃນ​ຄະນະ​ບໍລິຫານ
​ງານ​ຂັ້ນສູງຊຶ່ງ​ໄດ້​ເຮັດ​ໃຫ້​ມີ​ການ​ຢ້ານກົວ​ກັນ​ວ່າ ຈະ​ມີ​ຄົນອື່ນອີກ​ຖືກ​ປົດ
ໃຫ້ອອກຈາກຕຳແໜ່ງ.

ທ່ານປະທານາທິບໍດີກ່າວ​ຕໍ່ພວກ​ນັກ​ຂ່າວ​ໃນ​ວັນ​ພະຫັດ​ວານ​ນີ້ວ່າ "ຈະ​ມີ​ການ​
ປ່ຽນ​ແປງ​ຢູ່​ສະ​ເໝີ. ​ແລະ​ຂ້າພະ​ເຈົ້າຄິດ​ວ່າ ທ່ານ​ຢາກ​ເຫັນ​ວ່າ​ມີການ​ປ່ຽນ​ແປງ.
ຂ້າພະ​ເຈົ້າ​ເອງ​ກໍ​ຢາກໄດ້​ຍິນຄວາມຄິດທີ່​ແຕກ​ຕ່າງ​ຈາກ​ນີ້."

​ແຕ່​ຢ່າງ​ໃດ​ກໍ​ຕາມ ​ໃນ​ວັນ​ພະຫັດ​ວານ​ນີ້ ທ່ານ​ນາງ ຊາຣາ ຮັກ​ກາ​ບີ ​ແຊນ​ເດີສ,
​ໂຄສົກ​ປະ​ຈໍາ​ທໍານຽບຂາວ ຂຽນ​ຢູ່​ໃນທວີ​ດ​ເຕີ​ວ່າ ລາຍ​ງານ​ຂ່າວ​ກ່ຽວກັບ​ການ
​ປົດທ່ານ​ແມັກ​ມາສ​ເຕີ ອອກ​ຈາກຕໍາ​ແໜ່ງ​ແມ່ນບໍ່ມີ​ຄວາມ​ຈິງ. ທ່ານ​ນາງ​ເວົ້າວ່າ
ທ່ານ​ນາງ​ຫາ​ກໍ​ໄດ້​ລົມ​ກັບ​ປະທານາທິບໍດີ ​ແລະ​ລົມ​ກັບ​ທ່ານແມັກ​ມາສ​ເຕີ​ ແລະ
​ເວົ້າວ່າ "ບໍ່​ເໝືອນກັນ​ກັບ​ລາຍ​ງານທີ່​ເວົ້າກັນ ​ໃນຕົວ​ຈິງ ພວກ​ທ່ານ​ທັງ​ສອງ ​ມີ​
ສາຍ​ພົວພັນ​ໃນດ້ານ​ວຽກງານ​ທີ່​ດີ​ນໍາ​ກັນ ​ແລະ​ບໍ່ມີ​ການ​ປ່ຽນ​ແປງ​ໃດໆ ຢູ່​ໃນສະ
ພາຄວາມໝັ້ນຄົງ​ແຫ່ງຊາດ ຫລື NSC."

ຢູ່​ໃນ​ກອງ​ປະຊຸມ​ຖະ​ແຫລ​ງຂ່າວ​ປະ​ຈໍາ​ວັນ​ທີ່ຈັດ​ຂຶ້ນ​ໃນ​ວັນ​ພະຫັດ​ວານ​ນີ້ ຢູ່​ທໍາ
ນຽບຂາວ ທ່ານ​ນາງ ​ແຊນ​ເດີ​ສ ​ໄດ້ຕອບ​ຄໍາ​ຖາມ​ກ່ຽວກັບ​ສາຍ​ພົວພັນ​ໃນ​ການ
​ເຮັດ​ວຽກງານ​ຮ່ວມ​ກັນ​ດັ່ງກ່າວ.

ນາງ ​ແຊນ​ເດີ​ສ ​ເວົ້າວ່າ "​ທ່ານປະທານາທິບໍດີ ​ແລະນາຍ​ພົນແມັກ​ມາສ​ເຕີ ກໍາ
​ລັງ​ສືບຕໍ່​ເຮັດ​ວຽກງານ​ຮ່ວມ​ກັນ ​ເພື່ອ​ທໍາ​ຄວາມ​ກົດ​ດັນ​ຕໍ່ຣັດ​ເຊຍ​ເພື່ອ​ໃຫ້​ເຂົາ​ເຈົ້າ
​ເຮັດ​ໃນ​ສິ່ງ​ທີ່​ຖືກຕ້ອງ. ອີກ​ເທື່ອ​ນຶ່ງ ​ຂ້າພະ​ເຈົ້າຄິດ​ວ່າ ທ່ານ​ສາມາດ​ເຫັນ​ວ່າ ​
ຄວາມ​ຄິດ​ເຫັນຂອງ​ຄະນະ​ລັດຖະບານເປັນ​ສິ່ງ​ທີ່ເຂົ້າ​ໃຈ​ໄດ້ງ່າຍໆ ​ໂດຍ​ການ​ເບິ່ງ
​ການ​ກະທໍາ​ ທີ່​ພວກ​ເຮົາ​ໄດ້​ດໍາ​ເນີນ​ໄປ​ໃນ​ມື້ນີ້ ຊຶ່ງ​ໄດ້​ວາງ​ມາດຕະການ​ລົງ​ໂທດ
​ໃໝ່ຕໍ່ຣັດ​ເຊຍ.”

​ແຕ່​ຢ່າ​ງ​ໃດ​ກໍ​ຕາມ ທ່ານ​ທຣໍາກໍ​ຍັງ​ບໍ່ທັນໄດ້ປົດ​ທ່ານ​ແມັກມາສ​ເຕີ​ໃນ​ສອງ​ສາມອາ
ທິດ​ທີ່​ຜ່ານ​ມາ.

ທ່ານປະທານາທິບໍດີ ຕໍາໜິທ່ານແມັກ​ມາສ​ເຕີຢ່າງໜັກ​ໃນ​ເດືອນ​ແລ້ວນີ້ ຫຼັງ​ຈາກ
ທີ່ປຶກສາດ້ານ​ຄວາມໝັ້ນຄົງ​ແຫ່ງ​ຊາດ​ເວົ້າວ່າ ການ​ແຊກ​ແຊງ​ຂອງ​ມົສກູ​ເຂົ້າ​ໃນ
​ການ​ເລືອກ​ຕັ້ງສະຫະລັດ​ ໃນ​ປີ 2016 ​ແມ່ນ​ເປັນ "​ເລື່ອງແນ່ນອນ ທີ່​ບໍ່ມີ​ໃຜສາ
ມາດຖຽງ​ໄດ້."

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

ເບິ່ງວີດິໂອກ່ຽວກັບຂ່າວນີ້ເພີ້ມ

Trump's McMaster Ouster
please wait

No media source currently available

0:00 0:01:16 0:00

XS
SM
MD
LG