ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ປ. ທຣໍາ ແລະ ນາຍົກອັງກິດ ທ່ານນາງເມ ຈະພົບປະກັນ ທີ່ທຳນຽບຂາວ


ນາຍົກລັດຖະມົນຕີອັງກິດ ທ່ານນາງ Theresa May ຮັບຮູ້ເອົາສຽງຕົບມື ກ່ອນກ່າວຄຳປາໄສ.
ນາຍົກລັດຖະມົນຕີອັງກິດ ທ່ານນາງ Theresa May ຮັບຮູ້ເອົາສຽງຕົບມື ກ່ອນກ່າວຄຳປາໄສ.

ຄວາ​ມພະຍາຍາມ​ຂອງ​ອັງກິດ ທີ່ຈະ​ຖອນ​ໂຕອອກ​ຈາກ​ສະຫະພາບ​ຢູ​ໂຣບຍັງ​ເປັນ​ບັນຫາ​ທີ່ຝົດ​ເດືອດ​ ​ໃນ​ຂະນະ​ທີ່​ ລັດຖະບານ​ ຂອງ​ທ່ານ​ນາງ Theresa May ​ໄດ້​ສະ​ເໜີ​ຮ່າງ​ກົດ ໝາຍ​ຊຶ່ງ​ໃນທີ່​ສຸດກໍຈະອະນຸຍາດ​ໃຫ້​ປະ​ເທດດັ່ງກ່າວເລີ້ມ​ຂັ້ນຕອນໃນ​ການ​ຖອນໂຕອອກ ໄດ້.

ບັນດາ​ສະມາຊິກສະພາ ​ຈະມີ​ເວລາບໍ່​ຮອດສອງ​ອາທິດ​ເພື່ອ​ທົບ​ທວນ​ກົດໝາຍ​ທີ່ເຮັດໃຫ້ ພັກ​ແຮງ​ງານ ຊຶ່ງ​ເປັນ​ພັກ​ຝ່າຍ​ຄ້ານ​ມີຄວາມ​ໂກດ​ແຄ້ນ​ໂດຍໄດ້​ກ່າວ​ຫາ​ລັດຖະບານທ່ານ​ນາງ May ວ່າ ມີ​ຄວາມ​ຕັ້ງ​ໃຈ ທີ່​ຈະ​ເຮັດໃຫ້ພວກ​ທີ່​ຄັດ​ຄ້ານ ຕໍ່ການ​ຖອນໂຕ ອອກ​ຈາກ ສະຫະພາບ​ຢູ​ໂຣບ ​ມີ​ເວລາ​ບໍ່​ພຽງພໍ ເພື່ອ​ຈະ​ທັບ​ມ້າງຮ່າງ​ກົດໝາຍນີ້.

ຮ່າງກົດໝາຍດັ່ງກ່າວ ​ມີ​ການ​ນຳສະ​ເໜີ ​ພຽງ​ແຕ່​ສອງ​ມື້ ​ຫລັງ​ຈາກ​ສານ​ສູງ​ສຸດ​ອັງກິດ ​ໄດ້​ຕັດສິນວ່າ ​ລັດຖະບານ​ຕ້ອງ​ໄດ້​ຮັບ​ການ​ອະນຸມັດ​ຈາກ​ສະພາ ກ່ອນ​ຈະນຳ​ໃຊ້ມາດຕາ 50 ຂອງສົນທິສັນຍາສະຫະພາບ​ຢູ​ໂຣບ ​ແລະ​ດັ່ງນັ້ນຈຶ່ງ​ສາ ມາດກະ​ຕຸ້ນ ​ໃຫ້​ເລີ້ມຂັ້ນຕອນ​ໃນ​ການ​ຖອນ​ໂຕ​ອອກ​ຈາກ​ກຸ່ມຂອງ 28 ປະ​ເທດ.

​ໂດຍ​ການ​ອອກໄປ​ປ່ອນບັດ​ລົງ​ຄະ​ແນນ​ສຽງ 72 ​ເປີ​ເຊັນ ​ຊາວ​ອັງກິດ ​ໃນ​ເດືອນ​ມິຖຸນາປີ​ກາຍ​ນີ້ ​ໄດ້​ລົງ​ປະຊາ​ມະຕິ​ໂດຍ​ມີ​ຄະ​ແນນລື່ນ 4 ​ເປີ​ເຊັນເຫັນ​ດີ​ໃຫ້​ຖອນ ໂຕອອກ​ຈາກ​ສະຫະ​ພາບ​ຢູ​ໂຣບ. ການ​ລົງປະຊາ​ມະຕິເປັນ​ພຽງ​ການ​ໃຫ້​ຄຳ​ແນະນຳ​ແລະ​ບໍ່ມີ​ຂໍ້ຜູກ​ມັດ
ຈຶ່ງເຮັດ​ໃຫ້​ພວກຝ່າຍ​ຄ້ານ​ທ້າ​ທາຍ​ຕໍ່​ການບັງຄັບ​ຢູ່​ໃນ​ສານ.

Britain's May Discusses US, UK 'Special Relationship'
please wait

No media source currently available

0:00 0:01:25 0:00

ລັດຖະມົນ​ຕີຮັບຜິດຊອບ​ໃນ​ການ​ຖອນ​ໂຕ ທ່ານ David Davis ກ່າວ​ວ່າ “ປະ ຊາຊົນ​ອັງ ກິດ​ໄດ້​ຕັດສິນ​ໃຈຖອນ​ໂຕ້​ອອກ​ຈາກ​ສະຫະພາບ​ຢູ​ໂຣບ. ​ມື້​ນີ້​ພວກ​ເຮົາ​ໄດ້​ສະ​ເໜີ​ຮ່າງ​ກົດ ໝາຍ​ຢູ່​ໃນ​ສະພາ​ທີ່​ຈະ​ອະນຸຍາດ​ໃຫ້​ພວກ​ເຮົານຳ​ໃຊ້​ຢ່າງ​ເປັນ​ທາງ​ການມາດ​ຕາ 50 ​ພາຍ ໃນ​ທ້າຍ​ເດືອນ​ມີນາ​ຈະ​ມາ​ເຖິງ​ນີ້.

ຮ່າງ​ກົດໝາຍ​ນີ້​ ທີ່ໄດ້​ຖືກ​ນຳ​ສະ​ເໜີໃນ​ວັນ​ພະຫັດ​ວານ​ນີ້​ມີ​ພຽງ​ແຕ່​ສອງ​ປະ​ໂຫຍກຍາວ ​ແລະ​ກ່າວ​ວ່າ ນາຍົກ​ລັດຖະມົນຕີ “ອາດ​ຈະ​ເຕືອນ ພາຍ​ໃຕ້​ມາດຕາ 50 ກ່ຽວ​ກັບ​ ສົນທິ
ສັນຍາສະຫະພາບ​ຢູ​ໂຣບ ຄວາມ​ຕັ້ງ​ໃຈ​ຂອງ​ອັງກິດທີ່​ຈະ​ຖອນ​ໂຕ​ອອກ​ຈາກ​ສະຫະ​ພາບ​
ຢູ​ໂຣບ.”

ຫລາຍພັນຄົນພາກັນເດີນປະທ້ວງ ປະທານາທິບດີ ທ່ານ Donald Trump ເວລາຢ້ຽມຢ່າມນະຄອນ Philadelphia.
ຫລາຍພັນຄົນພາກັນເດີນປະທ້ວງ ປະທານາທິບດີ ທ່ານ Donald Trump ເວລາຢ້ຽມຢ່າມນະຄອນ Philadelphia.

ການ​ອະພິປາຍກັນຈະ​ເລີ້ມ​ໃນ​ວັນ​ທີ 31 ​ເດືອນ​ມັງກອນ​ນິ້ ​ໃນ​ຂະນະ​ທີ່​ທ່ານ​ນາງ May ພະຍາຍ​າມທີ່​ຈະປະຕິບັດ​ໃຫ້​ທັນກັບ​ເສັ້ນ​ຕາຍ ​ໃນທີ 31 ​ເດືອນ​ມີນາ ທີ່​ທ່ານ​ນາງ​ໄດ້​ຕັ້ງ​ເອົາ​ໄວ້ ທີ່​ຈະ​ເລີ້ມ​ຂັ້ນຕອນ ຊຶ່ງຄາດ​ວ່າ​ຈະ​ໃຊ້​ເວລາ​ຢູ່​ສອງ​ປີ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

Trump May
please wait
Embed

No media source currently available

0:00 0:01:48 0:00

XS
SM
MD
LG