ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ປ. ທ​ຣຳ ເລື່ອນ​ການ​ພົບ​ປ​ະ ​ກັບ ຮອງລັດ​ຖະ​ມົນ​ຕີ ຍຸ​ຕິ​ທຳ ທ່ານ​ໂຣ​ເຊັ​ນ​ສ​ໄຕ​ນ໌


ຮັງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຍຸ​ຕິ​ທຳ ທ່ານ ຣັອດ ໂຣ​ເຊັນ​ສ​ໄຕ​ນ໌ ກຳ​ລັງ​ອອກ​ຈາກ ​ທຳ​ນຽບ​ຂາວ ວັນ​ທີ 27 ກັນ​ຍາ 2018.
ຮັງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຍຸ​ຕິ​ທຳ ທ່ານ ຣັອດ ໂຣ​ເຊັນ​ສ​ໄຕ​ນ໌ ກຳ​ລັງ​ອອກ​ຈາກ ​ທຳ​ນຽບ​ຂາວ ວັນ​ທີ 27 ກັນ​ຍາ 2018.

ປະ​ທາ​ນາ​ທິບໍດີ​ສະ​ຫະລັດ ທ່ານ​ດໍ​ໂນ​ລ ທ​ຣຳ ໄດ້​ເ​ລື່ອນ​ການ​ພົບ​ປະ​ ທີ່​ມີ​ການຄາດ​ໝາຍ
​ກັນ​ໄວ້​ເປັນ​ຢ່າງ​ສູງ ເພື່ອ​ສົນ​ທະ​ນ​າກ່ຽວ​ກັບການ​ຢູ່​ໃນ​ຕຳ​ແໜ່ງຕໍ່​ໄປຂອງຮອງ​ລັດ​ຖະ​ມົນ
​ຕີ​ກະ​ຊວງຍຸ​ຕິ​ທຳ​ທ່ານ​ຣອດ ໂຣ​ເຊັນ​ສ​ໄຕນ໌. ມີ​ລາຍ​ງານ​ວ່າ​ປະ​ທາ​ນາ​ທິ​ບໍດີ​ ພວມ​ພິ​ຈາ​ລະ
​ນາ ​ທີ່​ຈະ​ປົດ​ທ່ານອອກ​ຈາ​ຕຳ​ແໜ່ງ ຊຶ່ງເປັນ​ຜູ້​ດູ​ແລ​ການ​ສືບ​ສວນ​ພິ​ເສດກ່ຽວ​ກັບການ
​ແຊກ​ແຊງ​ຂອງ​ຣັດ​ເຊຍ​ເຂົ້າ​ໃນການ​ເລືອກ ຕັ້ງປີ 2016 ຊຶ່ງ​ຈະ​ພົບ​ປະ​ກັບ​ທ່ານ​ ໃນ​ອາ​ທິດ
​ໜ້າ​ນີ້.

ໂຄ​ສົກ​ທຳ​ນຽບ​ຂາວ ທ່ານ​ນາງ​ແຊ​ຣາ ຮັກ​ກາ​ບີ ແຊນ​ເດີ​ຣ​ສ໌ ກ່າວ​ຢູ່​ໃນ​ຖະ​ແຫຼງ​ການ​ວ່າ
​ທັງ​ສອງທ່ານ​ໄດ້​ໂອ້​ລົມ​ກັນ​ໃນ​ວັນ​ພະ​ຫັດ​ວານ​ນີ້ແລະຕົກ​ລົງ​ທີ່​ຈະ​ເລື່ອນ​ເວ​ລາ​ອອກ​ໄປ
ເພື່ອ​ບໍ່​ໃຫ້​ເປັນການ​ຫັນ​ເຫ​ຄວາມ​ສົນ​ໃຈ ໄປ​ຈາກການ​ຮັບ​ຟັງ​ຄຳໃຫ້​ການ ຂອງຄະ​ນະ​
ກຳ​ມະ​ການ​ຕຸ​ລາ​ການສະ​ພາ​ສູງ​ ​ຈາກຜູ້​ພິ​ພາກ​ສາ ​ແບ​ຣັຕ ຄາ​ແວ​ນໍ ແລະ​ທ່ານ​ນາງ​ຄ​ຣິ​ສ
​ຕິນ ເບ​ລ​ຊີ ຝອດ.

ປະ​ທາ​ນາ​ທິ​ບໍ​ດີ​ໄດ້​ຕ້ອງ​ຕິກະ​ຊວງ​ຍຸ​ຕິ​ທຳ ໃນ​ການ​ຮັບ​ມື​ກັບ​ການ​ສືບ​ສວນກ່ຽວ​ກັບການ
ແຊກ​ແຊງ​ຂອງ​ຣັດ​ເຊຍມາເປັນ​ເວ​ລ​າ​ຫລາຍ​ເດືອນ​ແລ້ວ ແຕ່​ຄວາມ​ເຄັ່ງ​ຕຶງ​ລະ​ຫວ່າງ​
ທ່ານ​ທ​ຣຳ ແລະ​ທ່ານ​ໂຣ​ເຊັນ​ສ​ໄຕ​ນ໌ ປາ​ກົດ​ວ່າ ໄດ້​ມີ​ເພີ້​ມ​ຂຶ້ນ ໃນ​ອາ​ທິດ​ແລ້ວ​ນີ້ ເວ​ລາ​
ໜັງ​ສື​ພິມ​ນິວຢອກ​ໄທ​ມ໌ ໄດ້​ລາຍ​ງານ​ວ່າ ທ່ານ​ໂຣ​ເຊັ​ນ​ສ​ໄຕ​ນ໌ ໄດ້ສະ​ເໜີ​ແນະ ໃຫ້​ບັນ​ທຶກ
​ສຽງ​ທ່ານ​ທ​ຣຳ​ຢ່າງ​ລັບໆ ເພື່ອໄວ້​ເປັນ​ຫລັກ​ຖານ ໃນ​ຄວາມ​ຕັ້ງ​ໃຈທີ່ສະ​ແດງ​ໃຫ້​ເຫັນ​ວ່າ
ປະ​ທາ​ນາ​ທິ​ບໍ​ດີບໍ່​ເໝາະ​ສົມ​ທີ່​ຈະປົກ​ຄອງ​ປະເທດ. ທ່ານ​ໂຣ​ເຊັນ​ສະ​ໄຕ​ນ໌ ໄດ້​ອອກ​ຖະ
​ແຫລງ​ການ 2 ສະ​ບັບປະ​ຕິ​ເສດ​ຕໍ່ການ​ກ່າວ​ຫາດັ່ງ​ກ່າວ.

ໃນ​ຕອນ​ເຊົ້າ​ວັນ​ພະ​ຫັດ​ວານ​ນີ້ ທີ່​ປຶກ​ສາປະ​ທາ​ນາ​ທິບໍ​ດີ ທ່ານ​ນາງ​ແຄ​ລ​ລີອານ ຄອນ​ເວ
ກ່າວ​ຢູ່ໃນ​ລາຍ​ການ​ໂທ​ລະ​ພາບ “ຟັອກສ໌ ແອນ ແຟ​ຣ​ນສ໌” ວ່າ ທັງ​ທ່ານ​ທ​ຣຳ ແລະ​ທ່ານ​
ໂຣ​ເຊັນ​ສ​ໄຕ​ນ໌ “ຕ່າງ​ກໍ​ໄດ້​ເຫັນ​ພ້ອມ​ທີ່​ຈະ​ໂອ້​ລົມ​ກັນແລະ​ແກ້​ໄຂ​ບັນ​ຫາ​ດັ່ງ​ກ່າວ​ ໃຫ້​ລຸ​
ລ່ວງ​ໄປທັງ​ໝົດ.”

ປະ​ທາ​ນາ​ທິບ​ໍ​ດີ ​ດໍ​ໂນ​ລ ທ​ຣຳ ກ່າວ​ຕໍ່​ນັກ​ຂ່າວ ຢູ່ນອກກອ​ງ​ປະ​ຊຸມສະ​ໄໝ​ສາ​ມັນ​ຄັ້ງ​ທີ 73 ທີ່​ ນະ​ຄອນ​ນິວຢອກ ວັນ​ທີ 26 ກັນ​ຍາ 2018.
ປະ​ທາ​ນາ​ທິບ​ໍ​ດີ ​ດໍ​ໂນ​ລ ທ​ຣຳ ກ່າວ​ຕໍ່​ນັກ​ຂ່າວ ຢູ່ນອກກອ​ງ​ປະ​ຊຸມສະ​ໄໝ​ສາ​ມັນ​ຄັ້ງ​ທີ 73 ທີ່​ ນະ​ຄອນ​ນິວຢອກ ວັນ​ທີ 26 ກັນ​ຍາ 2018.

ບັນ​ດາ​ພັນ​ທະ​ມິດ​ພັກ​ຣີພັ​ບບ​ລິ​ກັນ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ກຳ​ລັງ​ຮ​ຽກ​ຮ້ອງ​ໃຫ້​ທ່ານ​ໂຣ
ເຊັນ​ສ​ໄຕ​ນ໌ ໄປ​ໃຫ້​ການ​ຕໍ່​ລັດ​ຖະ​ສະ​ພາ ​ກ່ຽວ​ກັບ​ການສະ​ເໜີ ທີ່​ມີ​ການ​ກ່າວ​ຫາ​ວ່າ ໃຫ້
ລັກ​ບັນ​ທຶກ​ສຽງ​ທ່ານ​ທ​ຣຳແບບ​ລັບໆ ແລະ​ຄຳຖະ​ແຫລງ​ຂອງ​ທ່ານ​ໂຣ​ເຊັນ​ສ​ໄຕ​ນ໌ ​ກ່ຽວ​
ກັບບົດ​ແກ້​ໄຂ​ລັດ​ຖະ​ທຳ​ມະ​ນູນ​ຂໍ້​ທີ 25 ​ຊຶ່ງ​ເປັນ​ຂັ້ນ​ຕອນ​ ທີ່​ກຳ​ນົດ​ໄວ້ ໃນ​ການ​ປົດ​ປະ​
ທາ​ນາ​ທິ​ບໍ​ດີ​ ອອກ​ຈາກ​ຕຳ​ແໜ່ງ.

ໂດຍຜ່ານ​ການ​ຂຽນ​ລົງ​ທາງ​ທວິດ​ເຕີ ສະ​ມາ​ຊິກ​ສະ​ພາ​ຕ່ຳ​ທ່ານ​ມາກ ມີ​ໂດ​ສ ປະ​ທານ
ກຸ່ມເສ​ລີ​ພາບ​ທີ່​ເປັນ​ພັນ​ທະ​ມິດ​ກັບ​ທ​ຣຳ ກ່າວ​ວ່າ​ຄວາມ​ບໍ່​ສາ​ມາດ​ທີ່​ຈະ​ສອບ​ຖາມ​ຮອງ
​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຍຸ​ຕິ​ທຳ ກ່ຽວ​ກັບ​ບັນ​ຫາ​ດັ່ງ​ກ່າວ ​ຈະ​ເທົ່າ​ກັບ ​ເປັນ “​ປະ​ຖິ້ມ​ໜ້າ​ທີ່.”

ກຸ່ມ​ເສ​ລີ​ພາບ ​ຫຼື Freedom Caucus ໄດ້​ອອກ​ຖະ​ແຫລງ​ການ​ຢ່າງ​ເປັ​ນ​ທາງ​ການ
ຮຽກຮ້ອງ​ໃຫ້​ທ່ານໂຣ​ເຊັນ​ສ​ໄຕ​ນ໌​ ໄປໃຫ້​ການ.

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG