ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຄະນະຕຸລາການ ຕັດສິນຄະດີ ອະດີດປະທານ ການໂຄສະນາຫາສຽງຂອງທ່ານ ທຣຳ, ອະດີດ ທະນາຍ ຂອງທ່ານ ທຣຳ ສາລະພາບຜິດ


ຈາກຊ້າຍ, ທ່ານ ພອລ ແມນນາຝອດ, ອະດີດປະທານ ຄະນະໂຄສະນາຫາສຽງ ຂອງທ່ານ ດໍໂນລ ທຣຳ ແລະ ທ່ານ ໄມເຄິລ ໂຄເຮັນ, ອະດີທະນາຍຄວາມສ່ວນຕົວຂອງທ່ານ ທຣຳ.
ຈາກຊ້າຍ, ທ່ານ ພອລ ແມນນາຝອດ, ອະດີດປະທານ ຄະນະໂຄສະນາຫາສຽງ ຂອງທ່ານ ດໍໂນລ ທຣຳ ແລະ ທ່ານ ໄມເຄິລ ໂຄເຮັນ, ອະດີທະນາຍຄວາມສ່ວນຕົວຂອງທ່ານ ທຣຳ.

ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ໄດ້ສະແດງຄວາມເສຍໃຈ ໃນການຕັດ
ສິນໂທດຂໍ້ກ່າວຫາທາງອາຍາ ຂອງລັດຖະບານກາງ ໃນວັນອັງຄານວານນີ້ຕໍ່ ທ່ານ
ພອລ ແມນນາຝອດ, ອະດີດຫົວໜ້າຄະນະໂຄສະນາຫາສຽງຂອງທ່ານ, ຜູ້ເຊິ່ງໃນ
ຕອນນີ້ມີຄວາມເປັນໄປໄດ້ວ່າ ຈະຖືກເຂົ້າຄຸກດົນຫຼາຍສິບປີ.

ທ່ານ ທຣຳ ໄດ້ກ່າວຕໍ່ບັນດານັກຂ່າວ ຢູ່ສະໜາມບິນ ຢີເກີ ໃນເມືອງ ຊາລສຕັນ, ລັດ
ເວັສ ເວີຈີເນຍ ວ່າ “ສິ່ງທີ່ໄດ້ເກີດຂຶ້ນນັ້ນ ແມ່ນໜ້າເສົ້າຫຼາຍ,” ທ່ານໄດ້ເວົ້າຕື່ມວ່າ ທ່ານ
ຮູ້ສຶກເສຍໃຈຫຼາຍສຳ ລັບທ່ານ ແມນນາຝອດ, ຜູ້ທີ່ຖືກບັນດາໄອຍະການກວດພົບວ່າ
ມີຄວາມຜິດໃນ ຂໍ້ກ່າວຫາສໍ້າໂກງ 8 ກະທົງ.

ຄະນະຕຸລາການໃນລັດເວີຈີເນຍ, ຫຼັງຈາກການປຶກສາຫາລືສີ່ວັນແລ້ວ, ເຂົາເຈົ້າບໍ່ສາ
ມາດທີ່ຈະສະຫຼຸບການຕັດສິນອີກ 10 ຂໍ້ກ່າວຫາອື່ນໆຢ່າງ ເປັນເອກະສັນ ແລະ ຄະນະ
ຕຸລາການດັ່ງກ່າວ ກໍໄດ້ປະກາດຂໍ້ກ່າວຫາເຫຼົ່ານັ້ນ ຕົກລົງກັນບໍ່ໄດ້.

ທ່ານ ທຣຳ ໄດ້ກ່າວຕໍ່ບັນດານັກຂ່າວ, ກ່ອນໃຫ້ຄຳປາໄສ ທີ່ການຊຸມ ນຸມໂຄສະນາຫາ
ສຽງໃນເມືອງ ຊາລສຕັນ, ບ່ອນທີ່ທ່ານບໍ່ໄດ້ກ່າວເຖິງຄວາມຄືບໜ້າໃນຫ້ອງສານໂດຍ
ກົງ ໃນວັນອັງຄານນີ້ວ່າ “ເລື່ອງນີ້ໄດ້ເລີ່ມຂຶ້ນ ຈາກການສົມຮູ້ຮ່ວມຄິດກັບ ຣັດເຊຍ..
ນີ້ແມ່ນການກວດຈັບຄວາມຜິດທີ່ໄດ້ສິ້ນສຸດລົງດ້ວຍຄວາມອັບປະຍົດ. ແຕ່ເລື່ອງນີ້ບໍ່
ໄດ້ມີຫຍັງກ່ຽວຂ້ອງກັບສິ່ງທີ່ເຂົາເຈົ້າໄດ້ເລີ່ມເຮັດ, ເຊິ່ງແມ່ນການຊອກຫາຄົນ ຣັດເຊຍ
ທີ່ມີສ່ວນຮ່ວມ ໃນການໂຄສະນາຫາສຽງຂອງພວກເຮົາ. ແລະ ມັນກໍບໍ່ມີເລີຍ.”

ທ່ານປະທານາທິບໍດີ ໄດ້ກ່າວຢູ່ເທິງເວທີ ໃນລັດ ເວັສ ເວີຈິເນຍ ວ່າ “ຂ່າວປອມ ແລະ
ເປັນການກວດຫາຄວາມຜິດ ກ່ຽວກັບ ຣັດເຊຍ. ຢູ່ໃສການສົມຮູ້ຮ່ວມຄິດຫັ້ນ?”

ການເຄື່ອນໄຫວທາງກົດໝາຍທີ່ອາດຮ້າຍແຮງກວ່ານີ້ສຳລັບທ່ານ ທຣຳ ໄດ້ມີຂຶ້ນໃນ
ເວລາດຽວກັນກັບການຕັດສິນຄະດີຂອງທ່ານ ແມນນາຝອດ ເມື່ອທ່ານ ໄມເຄິລ
ໂຄເຮັນ ທະນາຍຄວາມ ແລະຜູ້ແກ້ໄຂບັນຫາສ່ວນ ຕົວມາດົນນານຂອງທ່ານ ທຣຳ
ໄດ້ຍອມຮັບຜິດ ຕໍ່ຂໍ້ກ່າວຫາຫຼາຍຢ່າງ ແລະ ໄດ້ກ່າວວ່າ ເງິນປິດປາກທີ່ໄດ້ຈ່າຍໃຫ້
ແມ່ຍິງສອງຄົນ “ເພື່ອຈຸດ ປະສົງຫຼັກໃນການໃຊ້ອິດທິພົນຄອບງຳການເລືອກຕັ້ງນັ້ນ”
ໄດ້ຖືກສັ່ງການໂດຍຜູ້ລົງແຂ່ງຂັນປະທານາທິບໍດີໃນປີິ 2016.

ທ່ານ ໂຄເຮັນ ບໍ່ໄດ້ເວົ້າຊື່ຂອງທ່ານ ທຣຳ ໂດຍກົງ ໃນເວລາທີ່ທ່ານ ຕອບຄຳຖາມຫຼາຍ
ຂໍ້ຈາກຜູ້ພິພາກສາຄົນນຶ່ງ ໃນສານເມື່ອວັນອັງຄານ ວານນີ້, ແຕ່ທ່ານໄດ້ກ່າວວ່າ ການ
ຈ່າຍເງິນຄັ້ງທີນຶ່ງນັ້ນແມ່ນ “ການຊີ້ ນຳຂອງຜູ້ລົງແຂ່ງຂັນເອົາຕຳແໜ່ງໃນລັດຖະບານ
ກາງ” ໃນຂະນະທີ່ຄັ້ງທີສອງນັ້ນ “ກໍແມ່ນພາຍໃຕ້ການຊີ້ນຳຂອງຜູ້ລົງແຂ່ງຂັນ ຄົນ
ດຽວກັນ.”

ເງິນທີ່ລວມຢູ່ໃນການຈ່າຍຈຳນວນ 130,000 ໂດລາ ກັບ 150,000 ໂດລາ ແມ່ນກົງ
ກັບເງິນ ທີ່ຖືກມອບໃຫ້ນັກສະແດງໜັງໂປ້ ນາງສຕອມມີ ແດນຽລ ແລະ ນາງແບບວາ
ລະສານ ເພລບອຍ ນາງ ແຄເຣັນ ແມັກດູກອລ ໃນສອງສາມເດືອນ ກ່ອນການເລືອກ
ຕັ້ງປີ 2016.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG