ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ທຣໍາ ຢຸດແຫວ່ຫລາຍບ່ອນ ເພື່ອໂຄສະນາຫາສຽງ ເຮັດໃຫ້ຕົນລໍ້າໜ້າ ໃນອາທິດທີ່ຈັດກອງປະຊຸມໃຫຍ່ ຂອງ ທ່ານ ໄບເດັນ


ປະທານາທິບໍດີ ທຣໍາໄດ້ໄປເຖິງບ່ອນໂຮມຊຸມນຸມເພື່ອໂຄສະນາຫາສຽງຢູ່ສະໜາມບິນ Wittman ໃນເມືອງ Oshkosh, ລັດວິສຄອນຊິນໃນວັນທີ 17 ສິງຫາ, 2020
ປະທານາທິບໍດີ ທຣໍາໄດ້ໄປເຖິງບ່ອນໂຮມຊຸມນຸມເພື່ອໂຄສະນາຫາສຽງຢູ່ສະໜາມບິນ Wittman ໃນເມືອງ Oshkosh, ລັດວິສຄອນຊິນໃນວັນທີ 17 ສິງຫາ, 2020

ໃນມື້ທີ່ພັກເດໂມແຄຣັດເລີ້ມກອງປະຊຸມໃຫຍ່ຂອງຕົນທາງອອນລາຍ, ປະທາ ນາທິບໍດີ ດໍໂນລ ທຣໍາທີ່ກໍາລັງດໍາລົງຕໍາແໜ່ງຢູ່ ໄດ້ເອົາການໂຄສະນາຫາສຽງຂອງຕົນ ຂຶ້ນໄປຍັງໝາກຫົວໃຈຂອງເຂດຕາເວັນຕົກຕອນກາງ ທີ່ຂ້ອນໄປທາງ ເໜືອຂອງປະເທດ.

ໃນການຢຸດແຫວ່ແບບໂຄສະນາຫາສຽງທີ່ສະໜາມບິນໃນລັດເມນິນໂຊຕາ ແລະ ວິສຄອນຊິນ ໃນວັນຈັນວານນີ້ ໂດຍການນໍາເອົາດົນຕີຣັອກ ປະກອບການໂຮມຊຸມນຸມທາງການເມືອງທີ່ເອີ້ນວ່າ “Make America Great Again” ຫລື “ເຮັດ ໃຫ້ອາເມຣິກາ ກັບຄືນມາດີເລີດອີກ” ກັບມາໃຊ້ ທ່ານປະທານາທິບໍດີ ຢູ່ໃນການກ່າວຄໍາປາໄສຕໍ່ພວກສະໜັບສະໜຸນທ່ານ ທີ່ຢືນຢູ່ເປັນກຸ່ມຢູ່ໃນລານລາດຢາງຢູ່ສະໜາມບິນ ໄດ້ກ່າວຫາຜູ້ທີ່ຄາດວ່າ ຈະເປັນຄູ່ແຂ່ງຂອງທ່ານ ໃນການເລືອກຕັ້ງວ່າ ເປັນຫຸ່ນທີ່ບໍ່ຮູ້ເລື້ອງຫຍັງຂອງ “ພວກຟາຊິດຊ້າຍຈັດ”.

ທ່ານທຣໍາໄດ້ເຕືອນວ່າ ໄຊຊະນະຂອງພັກຝ່າຍຄ້ານໃນເດືອນພະຈິກ ຈະໝາຍຄວາມວ່າ ຊາຍແດນ, ເສດຖະກິດພັງທະລາຍ ແລະໄພຫາຍະນະທີ່ວາດພາບໄວ້ກໍຈະເກີດຂຶ້ນ.

“ຢູ່ໃນປະເທດອາເມຣິກາຂອງໂຈ ໄບເດັນນັ້ນ ການປົກປ້ອງພົນລະເມືອງອາເມ ຣິກັນຈະຖືກເລີກອອກໄປ, ແລະປະຊາຄົມຂອງທ່ານຈະຖືກປ່ອຍປະໃຫ້ຕົກຢູ່ໃນກໍາມື ຂອງພວກແກັ້ງອັນຕະພານ,” ນັ້ນຄືຄໍາເວົ້າ ຂອງທ່ານປະທານາທິບໍດີ ທີ່ ກ່າວຕໍ່ພວກໄປຟັງທ່ານເວົ້າຢູ່ນອກອາຄານໃນສະໜາມບິນຂອງເມືອງ ແມນຄາ ໂຕ (Mankato), ລັດມິນເນໂຊຕາ.

ໃນເວລາຕໍ່ມາ, ຢູ່ໃນງານໂຮມຊຸມນຸມທີ່ຄ້າຍໆກັນນັ້ນ ຢູ່ລານສະໜາມບິນ ຂອງ ເມືອງອອສຄອສ (Oshkosh), ລັດວິສຄອນຊິນນັ້ນ ທ່ານທຣໍາເວົ້າວ່າ “ບໍ່ມີ ໃຜຈະມີຄວາມປອດໄພໄດ້ດອກ ຢູ່ໃນການບໍລິຫານອາມເຣິກາຂອງໄບເດັນ,” ເພາະວ່າອະດີດຮອງປະທານາທິບໍດີ ແລະ ສະມາຊິກສະພາສູງຄາມາລາ ແຮຣິສ, ຄູ່ເຂົ້າຮ່ວມລົງແຂ່ງຂັນຂອງທ່ານນັນ “ແມ່ນພາກັນສົ່ງເສີມການກໍ່ອາດຊະຍາກໍາ ແລະຕ້ານກັບຕໍາຫລວດ.”

ທ່ານ ທຣໍາແມ່ນເປັນຜູ້ທີ່ໄດ້ປຽບໃນການແຂ່ງຂັນໃນລັດເມນິໂຊຕາ ໃນປີ 2016, ຊຶ່ງທ່ານນາງຮີລລາຣີ ຄລິນຕັນແມ່ນເກືອບໄດ້ໄຊຊະນະຢູ່ໃນລັດນັ້ນ.

“ມັນເປັນທີ່ຈະແຈ້ງເຖິງຂັ້ນທີ່ວ່າ ປະທານາທິບໍດີໄດ້ມີຍຸດທະສາດ, ມັນເປັນວິທີການອັນເກົ່າທີ່ເອົາມາສ້າງໃຫ້ພວກຄົນຜິວຂາວຊົນຊັ້ນປານກາງເກີດຄວາມຢ້ານກົວຕໍ່ການໂຈມຕີຂອງພວກປະທ້ວງ, ການກໍ່ຈາລະຈົນ ແລະການປ່ຽນແປງຂອງ ກຸ່ມຄົນໃນພົນເມືອງ,” ນັ້ນຄືຄໍາເວົ້າຂອງທ່ານນາງເຈນນີເຟີ ແດລຕັນ, ອາຈານ ສອນວິຊາປະຫວັດສາດໃນມະຫາວິທະຍາໄລ ສຄິດມໍ (Skidmore) ທີ່ກ່າວຕໍ່ວີໂອເອ. ທ່ານທ່ານາງກ່າວຕໍ່ໄປວ່າ “ການປະທ້ວງກ່ຽວກັບເລື້ອງທ້າວ ຈອຣຈ໌ ຟລອຍດ໌, ການຈາລະຈົນທີ່ເກີດຂຶ້ນພ້ອມໆກັນນັ້ນແລະການທີ່ເຮັດໃຫ້ເກີດການທໍາລາຍຊັບສິນ ແລະການຮຽກຮ້ອງ ທີ່ສືບຕໍ່ມາຕະຫລອດ “ໃຫ້ຢຸດການໃຫ້ງົບປະມານ ແກ່ຕໍາຫລວດ ຊຶ່ງແມ່ນສະພາບຄວາມເປັນຈິງທີ່ເຮັດໃຫ້ເກີດຄວາມບໍ່ພໍໃຈ ແລະບໍ່ສະບາຍໃຈ” ແກ່ຫລາຍຄົນໃນລັດເມນິນໂຊຕາ ທີ່ມີຄົນລຸ້ນ “ເກີດໃນຍຸກຫລັງສົງຄາມໂລກຄັ້ງທີສອງ” ທີ່ມີອາຍຸສູງກວ່າຫລາຍນັ້ນ, ໂດຍບໍ່ກ່ຽວຂ້ອງວ່າ ເຂົາເຈົ້າຈະມັກການເມືອງທີ່ອຽງໄປຫາຝ່າຍໃດ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG