ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ Trump ປະຕິຍານ ທີ່ຈະໃຫ້ ການສະໜັບສະໜຸນ ແກ່ Israel


Trump, Clinton Both Profess Support for Israel
please wait

No media source currently available

0:00 0:02:33 0:00

ເຊີນຊົມວີດີໂອຈາກນັກຂ່າວ VOA ທ່ານ Jim Malone.

ຜູ້​ລົງ​ແຂ່ງຂັນ​ແຖວ​ໜ້າ ​ເພື່ອ​ໃຫ້​ໄດ້​ຮັບການ​ແຕ່ງຕັ້ງເປັນ​ຕົວ​ແທນ
ຂອງ​ພັກ Republican ໃນ​ການ​ແຂ່ງຂັນ​ເປັນ​ປະທານ​າທິບໍດີ
ທ່ານ Donald Trump ​ໄດ້​ກ່າວ​ຍ້ອງຍໍ Israel ວ່າ​ “ເປັນ​ປະ​ເທດ
​ດຽວ​ເທົ່າ​ນັ້ນ​ໃນ​ຕາ​ເວັນ​ອອກ​ກາງ​ທີ່​ເປັນ​ປະ​ເທດ​ປະຊາທິປະ
ໄຕ” ​
ແລະ​ປະນາມ​ຂໍ້​ຕົກລົງນິວ​ເຄລຍກັບ​ອິຣ່ານນັ້ນ​ວ່າ ​ເປັນ
“ຄວາມຫາ​ຍະ​ນະ” ​ໃນ​ຂະນະ​ທີ່​ທ່ານ​ໄດ້​ກ່າວຄຳປາ​ໄສ​ຕໍ່ກຸ່ມຊາວ
​ອາ​ເມຣິກັນສະໜັບສະໜຸນ Israel ທີ່​ໃຫຍ່​ທີ່​ສຸດ.

“ຂ້າພະ​ເຈົ້າ​ເປັນ​ຜູ້​ທີ່​ເຂົ້າ​ມາ​ໃໝ່​ໃນ​ວົງ​ການ​ການ​ເມືອງ ​ແຕ່​ວ່າ​
ບໍ່ໄດ້​ນ້ອຍ​ໜ້າ​ໃນ​ການສະໜັບສະໜຸນ​ປະ​ເທດ​ຂອງ​ຊາວ​ຢິວ”

ມະຫາ​ເສດຖີ​ພັນ​ລ້ານທ່ານ Trump ​ໄດ້​ກ່າວ​ໃນ​ກອງ​ປະຊຸມປະ​ຈຳ
ປີ ຂອງ​ຄະນະ​ກຳມະການປະຊາສຳພັນ ​ອາ​ເມຣິກັນ - Israel ຫລື AIPAC ​ແຕ່​ມີ​ພຽງ​ນຶ່ງ​ໃນ​ບັນດາ​ຜູ້​ລົງ​ແຂ່ງຂັນເປັນ​ປະທານ​າທິບໍດີທັງ​ໝົດ ​ໄດ້​ນຳ​ຂຶ້ນ​ມາ​ກ່າວ​ໃນ​ສັບປະດາ ​ນີ້.

ເຊີນຊົມ: ພວກປະທ້ວງ ທ່ານTrump ຂ້າງນອກກອງປະຊຸມ AIPAC

Code Pink Protests Trump at AIPAC
please wait

No media source currently available

0:00 0:00:10 0:00


ຄຳ​ຖະ​ແຫຼງການ​ຂອງ​ທ່ານ Trump ແມ່ນ​ໄດ້​ຖືກ​ຈັບ​ຕາ​ມອງ​ເປັນ​ພິ​ເສດ ນັບ​ຕັ້ງ​ແຕ່ ທ່ານ​ໄດ້​ສະ​ແດງຄວາມ​ເຫັນຫຼາຍໆ​ຄັ້ງ ທີ່​ພວກ​ສະໜັບສະໜຸນ Israel ພົບ​ວ່າມີ​ຄວາມ​ເປັນ​ຫວ່ງ​ເປັນ​ໃຍ​ນັ້ນ. ​ແຕ່​ວ່າ​ມະຫາ​ເສດ​ຖີອະສັງຫາລິມມະ​ຊັບ​ຜູ້​ກ້າ​ປາກກ້າ​ເວົ້າ​ແລະ​ສະ​ແດງ​ອອກ ພະຍາ
ຍາມ​ຈະ​ຫຼີກ​ເວັ້ນບັນຫາ​ໂຕ້​ແຍ້​ງ ​ແທນ​ທີ່​ຈະ​ຢູ່​ກັບ​ຄຳປາ​ໄສ​ໃນ​ຄຳ​ເວົ້າ​ແບບ​ເດີມໆ​ນັ້ນ.

​ທ່ານ Trump ​ໄດ້​ກ່າວ​ວ່າ “ສິ່ງ​ທີ່​ເປັນ​ບູລິມະສິດ​ທີ​ນຶ່ງ​ຂອງ​ຂ້າພະ​ເຈົ້າ​ແມ່ນ​ການທັບ​ມ້າງ
ຂໍ້​ຕົກລົງກັບ​ອິຣ່ານ. ຂ້າພະ​ເຈົ້າ​ຢູ່​ກັບ​ວົງ​ການ​ທຸລະ​ກິດ​ມາ​ເປັນ​ເວລາ​ດົນ​ນານ​ແລ້ວ. ຂ້າພະ​ເຈົ້າ​ຮູ້​ແຈ້ງ​ເຫັນ​ຈິງ​ກ່ຽວ​ກັນ​ການ​ເຈລະຈາ ຕໍ່​ຮອງ​ຂອງ​ຂໍ້​ຕົກລົງ ​ແລະ​ຂ້າພະ​ເຈົ້າ​ຈະ​ບອກ​ທ່ານວ່າຂໍ້​ຕົກລົງນິວ​ເຄລຍຂອງ​ອິຣ່ານນີ້ ​ແມ່ນຄວາມ​ຫາ​ຍະ​ນະສຳ​ຫຼັບ​ອາ​ເ​ມຣິກາ ສຳ​ຫຼັບ Israel ​ແລະ​ສຳຫຼັບພາກ​ຕາ​ເວັນ​ອອກ​ກາງທັງ​ໝົດ.”

ທ່ານນາງ Hillary Clinton ສັງກັດພັກ Democratic ກ່າວໃນກອງປະຊຸມ AIPAC ກ່າວວ່າ ສະຫະລັດ ບໍ່ສາມາດເປັນກາງໄດ້ ຖ້າເວົ້າເຖິງເລື້ອງຄວາມປອດໄພ.
ທ່ານນາງ Hillary Clinton ສັງກັດພັກ Democratic ກ່າວໃນກອງປະຊຸມ AIPAC ກ່າວວ່າ ສະຫະລັດ ບໍ່ສາມາດເປັນກາງໄດ້ ຖ້າເວົ້າເຖິງເລື້ອງຄວາມປອດໄພ.

ທ່ານ Trump ຍັງ​ໄດ້​ປະຕິຍານ​ຕື່ມ​ວ່າ ທ່ານ​ຈະ​ໃຊ້​ສິດ​ຢັບຢັ້ງ​
ຕໍ່​ມາດ​ຕະການ​ໃດໆ​ກໍ​ຕາມຂອງ​ອົງການ​ສະຫະ​ປະຊາ​ຊາດ
ທີ່​ຈະ “​ບັງຄັບ” ​ໃຫ້ Israel ​ແລະ​ທ່ານ​ຍັງ​ໄດ້​ກ່າວ​ວ່າ ທ່ານ​ຈະ
​ຍ້າຍສະຖານ​ເອກ​ອັກ​ລັດຖະທູດ​ອາ​ເມຣິກັນ ຈາກ ນະຄອນ
Tel Aviv ​ໄປ​ຍັງ “ເມືອງ​ຫຼວງຕະຫລອດ​ການ​ຂອງ​ປະຊາຊົນ
​ຢິວ ກໍ​ຄື ນະຄອນ Jerusalem​.”

ພວກ​ທີ່​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຂອງ AIPAC ຫຼາຍ​ທ່ານ ​ໄດ້​ຂົ່ມ
ຂູ່​ວ່າ​ ຈະ​ຍ່າງ​ອອກ​ປະ​ທ້ວງ ​ໃນ​ການ​ຂຶ້ນ​ກ່າວ​ຄຳ​ປາ​ໄສ​ຂອງ​
ທ່ານ Trump ​ແຕ່​ແທນ​ທີ່​ຈະ​ເປັນ​ເຊັ່ນ​ນັ້ນ ພວກ​ເຂົາ​ເຈົ້າ​ກັບ
ຕົບມື​ເຫັນ​ດີ ​ໃນຂະນະ​ທີ່ີທ່ານ Trump ອ່ານ​ຂໍ້ຄວາມ​ແຕ່ລະ​ແຖວ ຈາກ teleprompter ຊຶ່ງ​ເປັນ​ການ​ທີ່​ຈະ​ບໍ່​ຄ່ອຍ​ຈະ​ເຫັນໜັກ​ສຳ​ຫຼັບ​ທ່ານ Trump ຜູ້​ຊຶ່ງ​ມັກ​ຈະ​ເວົ້າ​ຫຍັງ​ອອກ​ມາ​ແບບປະຈຸ​ບັນ​ທັນ​ດ່ວນ​ ທັນທີ​ທັນ​ໄດນັ້ນ.

XS
SM
MD
LG