ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາຍ​ງານ ນິວຢອກ​​ໄທມ໌ ວ່າ ທ່ານ​ທ​ຣຳ ລຸບ​ທຶນກວ່າ 1 ພັນ​ລ້ານ​ໂດ​ລາ ລະ​ຫວ່າງ​ຊຸມປ​ີ 1980 ແລະ 1990 ​


ນັກ​ພັດ​ທະ​ນາ ທ່ານ​ດໍ​ໂນ​ລ ທ​ຣຳ ວາງ​ທ່າ​ຖ່າຍ​ຮູບ ຢູ່ນອກ​ຕຶກ​ຕະ​ຫຼາດ​ຮຸ້ນ ໃນ​ນະ​ຄອນ​ນິວຢອກ ວັນ​ທີ 7 ມິຖຸ​ນາ 1995.
ນັກ​ພັດ​ທະ​ນາ ທ່ານ​ດໍ​ໂນ​ລ ທ​ຣຳ ວາງ​ທ່າ​ຖ່າຍ​ຮູບ ຢູ່ນອກ​ຕຶກ​ຕະ​ຫຼາດ​ຮຸ້ນ ໃນ​ນະ​ຄອນ​ນິວຢອກ ວັນ​ທີ 7 ມິຖຸ​ນາ 1995.

ລະ​ຫວ່າງ​ປີ 1985 ຫາ 1994 ທຸ​ລະ​ກິດ​ ຂອງທ່ານ​ດໍ​ໂນ​ລ ທ​ຣຳ ​ໄດ້​ລຸບ​ທຶນ ​ ຫຼາຍກວ່າ
1 ພັນ​ລ້ານ​ໂດ​ລາຊຶ່ງ​ໄດ້ອະ​ນຸ​ຍາດ​ໃຫ້ປະ​ທາ​ນາ​ທິບໍ​ດີ​ໃນ​ອະ​ນາ​ຄົດ​ຫລີກ​ລ່ຽງ​ການ​ເສຍ
​ພາ​ສີ​ໃຫ້​ແກ່​ລັດ​ຖະ​ບານ​ກາງ ​ແປດ​ປີ​ຂອງໄລ​ຍະ​ 10 ປີ​ດັ່ງກ່າວ ​ອີງ​ຕາມ​ລາຍ​ງານຂອງ
ໜັງ​ສື​ພິ​ມ​ນິວຢອກ​ໄທມ໌ ​ໃນ​ວັນ​ອັງ​ຄານ​ວານ​ນີ້.

ທ່ານ​ທ​ຣຳ​ວາດ​ພາບ​ໂຕ​ທ່ານ​ເອງວ່າ ​ເປັນ​ນັກ​ທຸ​ລະ​ກິດ​ທີ່​ປະ​ສົບ​ຜົນ​ສຳ​ເລັດແລະ​ເປັນ​ຫົວ
​ໜ້​າໃນ​ການ​ເຈ​ລະ​ຈາຕໍ່​ລອງຕ່າງໆ.

ແຕ່​ທ່ານ​ໄດ້​ລຸນ​ທຶນ​ປີ​ແລ້ວ​ປິ​ເລົ່າ ກວ່າ​ຜູ້​ເສຍ​ພາ​ສີຄົນ​ໃດ​ໆ​ຢູ​ໃນ​ສະ​ຫະ​ລັດ ​ອີງ​ຕາມໜັງ
​ສື​ພິມ​ນິວຢອກ​ໄທ​ມ໌ ຊຶ່ງ​ບໍ່​ໄດ້​ໃຊ້​ໂຕ​ເລກ ໃນການ​ເສຍ​ພາ​ສີ​ ທີ່​ແທ້​ຈິງ ແຕ່ໄດ້​ໃຊ້​ຂໍ້​ມູນ ​ທີ່​
ສະ​ໜ​ອງ​ໃຫ້​ໂດຍ​ຜູ້​ໃດ​ຜູ້​ນຶ່ງ ທີ່ສາ​ມາດ​ເຂົ້າ​ໄປ​ຫາລາຍ​ງານ​ການ​ເສຍ​ພາ​ສີ​ດັ່ງ​ກ່າວໄດ້.

​ການ​ລຸບ​ທຶນ​ສ່ວນ​ໃຫຍ່​ຂອງທ່ານ​ທ​ຣຳ​ໃນ​ໄລ​ຍະນັ້ນ ແມ່ນ​ມາຈາກ​ທຸ​ລະ​ກິດຫລັກ ຮວມ
​ທັງ​ບັນ​ດາ​ໂຮງ​ແຮມ ກາ​ຊີ​ໂນ ແລະ​ຮ້ານ​ຂາຍ​ຍ່ອຍ​ຕ່າງໆ​ຢູ່​ໃນ​ຕຶກ​ທີ່​ຢູ່​ອາໄສ​ຕ່າງໆ.

ນອກນັ້ນ​ແລ້ວຍັງ​ຮວມ​ກັບ​ການລົງ​ທຶນ​ທີ່​ປະ​ສົບ​ກັບ​ຄວາມ​ລົ້ມ​ແຫຼວ​ຢູ່​ໃນ​ສາຍ​ການ​ບິນ
ທິມເຕະ​ບານ​ອາ​ຊີບ​ທິມ​ນຶ່ງ ແລະບັນ​ດາແຜນ​ພັດ​ທະ​ນາອະ​ສັງ​ຫາ​ລິມ​ມະ​ຊັບ ທີ່​ບໍ່​
ເສັດ​ສິ້ນ.

ອີງ​ຕາມໜັງ​ສື​ພິມ​ນິວຢອກ​ໄທ​ມ໌​ແລ້ວ ທ່ານ​ທ​ຣຳ​ຍັງ​ສ​າ​ມາດ​ຮັກ​ສາ​ຊີ​ວິດ​ການ​ເປັນ ຢູ່
ຢ່າງ​ຫລູ​ຫລາ ໃນ​ບັນ​ດ​າຊຸມປີ​ເຫຼົ່າ​ນັ້ນ​ ເພາະ​ວ່າ​ເງິນສ່ວນ​ໃຫຍ່​ຂອງ​ທ່ານແມ່ນ ມາ​ຈາກ​
ບັນ​ດາ​ທະ​ນາ​ຄານ ແລະ​ພວກ​ຖື​ຫຸ້ນ​ພັນ​ທະ​ບັດ ຜູ້​ທີ່​ໄດ້​ລົງ​ທຶນ​ຢູ່​ໃນ​ອາ​ນາ​ຈັກ​ທຸ​ລະ​ກິດ
​ຂອງ​ທ່ານ​ທ​ຣຳ.

ອີງ​ຕາມ​ລາຍ​ງານ​ແລ້ວ ທ່ານ​ທ​ຣຳ​ຍັງ​ໄດ້​ກາງ​ຕໍ່​ອາ​ໄສ​ຄວາມ​ຮັ່ງ​ມີ​ພໍ່​ຂອງ​ທ່ານ.

ແຕ່​ປາ​ກົດ​ວ່າ​ທ່ານ​ທ​ຣຳ​ບໍ່​ໄດ້​ລະ​ເມີດ​ກົດ​ໝາຍ​ໃດໆ​ຂອງ​ລັດ​ຖະ​ບານ​ກາງ ເພາະ​ວ່າ​
ກົດ​ລະ​ບຽບ​ການ​ເກັບພາ​ສີຂອງ​ສະ​ຫະ​ລັດ ອະ​ນຸ​ຍາດ​ໃຫ້ຜູ້​ຄົນ​ລົບການລຸ​ບ​ທຶນ ທາງ​
ທຸ​ລະ​ກິດ​ທີ່​ຫຼວງ​ຫຼາຍອອກ​ໄປ ​ຈາກ​ລາຍ​ໄດ້ໃນ​ການ​ເກັບ​ພາ​ສີ​ເຂົາ​ເຈົ້າ.

ທຳ​ນຽບ​ຂາວ​ຍັງ​ບໍ່​ທັນ​ໃຫ້​ຄວາມ​ເຫັນ​ໃດໆ​ຕໍ່ລ​າຍງ​ານ​ຂອງ​ໜັງ​ສຶ​ພິ​ມ​ນິວຢອກ​ໄທ​ມ໌
ແຕ່​ທະ​ນາຍ​ຄວາມ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ຄົນ​ນຶ່ງ ທ່ານ​ຊາລສ໌ ຮາເດີ​ ໄດ້​ບອກ​ໜັງ​ສື​ພິມ​
ວ່າ ຂໍ້​ມູນ​ການເກັບ​ພາ​ສີ ທີ່​ໜັງ​ສື​ພິມ​ດັ່ງ​ກ່າວ​ໃຊ້ “ສະ​ແດງ​ໃຫ້​ເຫັນ​ວ່າ​ຜິດ​ພາດ.”

ທ່ານ​ໄດ້​ກ່າວ​ຕໍ່​ໜັງ​ສື​ພິ​ມ​ໄທ​ມ໌ ວ່າ “ລາຍ​ງານຂອງຫ້ອງ​ການ​ເກັບ​ພາ​ສີ​ລາຍ​ໄດ້ ​ຫຼື
IRS ໂດຍ​ສະ​ເພາະ ໃນ​ຊຸມມື້​ກ່ອນ​ມື້​ສົ່ງ​ແຈ້ງ​ເສຍ​ພາ​ສີ​ທາງ​ຄອມ​ພິວ​ເຕີ​ນັ້ນ ເຫັນ​ວ່າ
​ບໍ່​ຖືກ​ຕ້ອງ ບໍ່​ສາ​ມາດ​ທີ່​ຈະ​ໃຫ້​ເຫດ​ຜົນ​ທີ່​ເໝາະ​ສົມເຖິງຮູບ​ພາບ​ຂອງ​ຜູ້​ເສຍ​ພາ
​ສີ​ໃດໆ.”

ທ່ານ​ດໍ​ໂນ​ລ ທ​ຣຳ ກຳ​ລັງ​ລົງ​ຈາກ​ຂັ້ນ​ໄດ ຍົກ​ກຳ​ປັ້ນ​ຂຶ້ນຫຼັງ​ຈາກພິ​ທີເປີດ​ກາ​ຊີ​ໂນ ທາ​ສ ມາ​ຮາ​ລ ທີ່​ເມືອງ​ອັ​ຕລັນຕິກ ລັດ​ນິວ​ເຈີ​ຊີ ວັນ​ທີ 5 ເມ​ສາ 1990.
ທ່ານ​ດໍ​ໂນ​ລ ທ​ຣຳ ກຳ​ລັງ​ລົງ​ຈາກ​ຂັ້ນ​ໄດ ຍົກ​ກຳ​ປັ້ນ​ຂຶ້ນຫຼັງ​ຈາກພິ​ທີເປີດ​ກາ​ຊີ​ໂນ ທາ​ສ ມາ​ຮາ​ລ ທີ່​ເມືອງ​ອັ​ຕລັນຕິກ ລັດ​ນິວ​ເຈີ​ຊີ ວັນ​ທີ 5 ເມ​ສາ 1990.

ບັນ​ດາ​ສະ​ມາ​ຊິກສະ​ພາ​ຕ່ຳ​ພັກ​ເດ​ໂມ​ແຄ​ຣັດ ກຳ​ລັງ​ພາ​ກັນ​ພະ​ຍາ​ຍາມ​ທີ່​ຈະຊອກຫາ
​ຂໍ້​ມູນ​ ​ການ​ເສຍ​ພາ​ສີ​ຂອງ​ທ່ານ​ ແຕ່​ປີ 2013 ຫາ​ປີ 1018 ອັນ​ເປັນ​ສ່ວນນຶ່ງ ​ໃນການ​
ສືບ​ສວນ​ຂອງ​ເຂົາ​ເຈົ້າ​ກ່ຽວ​ກັບ​ການ​ຕົກ​ລົງ​ທາງ​ທຸ​ລະ​ກິດ​ກັບຕ່າງ​ປະ​ເທດ​ຂອງ​ປະ​ທາ
​ນາ​ທິ​ບໍ​ດີ.

ລັດ​ຖະ​ມົນ​ຕີ​ການ​ເງິນ ທ່ານ​ສະ​ຕີ​ເວິນ ມາ​ນູ​ຈິນ ໄດ້​ປະ​ຕິ​ເສດຕໍ່​ການ​ຂໍ​ຮ້ອງໂດຍ ກ່າວ​ວ່າ ​ການ​ຮຽກ​ຮ້ອງ​ດັ່ງ​ກ່າວ​ບໍ່​ມີ “ຈຸດ​ປະ​ສົງ​ທີ່​ຖືກ​ຕ້ອງ​ຕາມ​ກົດ​ໝາຍ​ສຳ​ລັບ
ດ້ານ​ນິ​ຕິ​ບັນ​ຢັດ.”

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG