ໂຄສົກທຳນຽບຂາວ ທ່ານນາງຊາຣາ ຮັກກາບີ ແຊນເດີ ໄດ້ປະກາດຢູ່ໃນສື່ສັງ ຄົມໃນ
ວັນພະຫັດວານນີ້ວ່າ ການສົນທະນາກຳລັງຈັດຂຶ້ນ ລະຫວ່າງສະຫະລັດ ແລະຣັດເຊຍ
ເພື່ອຈັດກອງປະຊຸມສຸດຍອດເທື່ອທີສອງ ລະຫວ່າງຜູ້ນຳຂອງປະເທດທັງສອງ.
ໃນການສົ່ງຂໍ້ຄວາມທາງທວິດເຕີນັ້ນ ທ່ານນາງແຊນເດີ ກ່າວວ່າ ປະທານາທິບໍ ດີດໍໂນລ
ທຣໍາ ໄດ້ຖາມທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ ທ່ານຈອນ ບອລຕັນເພື່ອເຊີນປະ
ທານາທິບໍດີຣັດເຊຍ ທ່ານວລາເດີເມຍ ປູຕິນ ມານະຄອນຫຼວງ ວໍຊິງຕັນ ໃນລະດູໃບ
ໄມ້ຫຼົ່ນ ທີ່ຈະມາເຖິງນີ້ ແລະການສົນທະນາເຫຼົ່ານັ້ນກຳລັງດຳເນີນຢູ່່.”
ເວລາບອກໃຫ້ຮູ້ວ່າ ທ່ານປູຕິນ ອາດຈະມານະຄອນຫຼວງສະຫະລັດ ພາຍໃນບໍ່ເທົ່າໃດເດືອນຂ້າງໜ້ານີ້ ຫົວໜ້າຫ້ອງການສືບລັບແຫ່ງຊາດ ທ່ານແດນ ໂຄຕສ໌ ກ່າວຢູ່ກອງປະ
ຊຸມ ໃນລັດໂຄໂລຣາໂດວ່າ “ພວກເຮົາຈະເບິ່ງໂອກາດການສ່ຽງດ້ານຄວາມປອດໄພທີ່
ອາດຈະເກີດຂຶ້ນແລະພວກເຮົາຈະສະເໜີຂໍ້ມູນດັ່ງກ່າວນັ້ນ ໃຫ້ປະທານາທິບໍດີຮູ້.”
ການປະກາດກ່ຽວກັບການພົບປະສຸດຍອດອີກຄັ້ງນຶ່ງ ລະຫວ່າງທ່ານທຣໍາ ແລະທ່ານປູ
ຕິນ ມີຂຶ້ນພຽງສາມມື້ ຫຼັງຈາກກອງປະຊຸມສຸດຍອດເທື່ອທຳອິດລະຫວ່າງປະທານາທິບໍດີ
ທຣໍາ ແລະປະທານາທິບໍດີປູຕິນ ທີ່ນະຄອນແຮລຊິງກີ. ການພົບປະດັ່ງກ່າວ ໄດ້ນຳພາ
ໄປສູ່ການຕິຕຽນທີ່ສຳຄັນຈາກທັງສອງພັກການເມືອງຢູ່ໃນສະຫະລັດ ເພາະວ່າປະທາ
ນາທິບໍດີສະຫະລັດ ເຂົ້າຂ້າງປະທານາທິບໍດີຣັດເຊຍ ທີ່ໄດ້ປະຕິເສດວ່າ ຣັດເຊຍບໍ່ໄດ້
ແຊກແຊງເຂົ້າໃນການເລືອກຕັ້ງປີ 2016 ເພື່ອ ຊ່ວຍໃຫ້ທ່ານທຣໍາໄດ້ຮັບໄຊຊະນະ.
ນັບແຕ່ກັບຄືນມາຈາກການເດີນທາງໄປຢ້ຽມຢາມຢູໂຣບນຶ່ງອາທິດ ປະທານາທິບໍດີທຣໍາ
ໄດ້ປ່ຽນຄຳເວົ້າກ່ຽວກັບການໃຫ້ຄວາມເຫັນຂອງທ່ານ ຍະນະທີ່ຢືນຢູ່ຄຽງຂ້າງທ່ານປູຕິນ ໂດຍອ່ານຄຳຖະແຫຼງ ທີ່ໄດ້ກະກຽມໄວ້ກ່ອນ ລະຫວ່າງກອງປະ ຊຸມຄະນະລັດຖະບານ
ໃນວັນອັງຄານທີ່ຜ່ານມາ ແລະຢູ່ໃນການໃຫ້ສຳພາດແກ່ ໂທລະພາບ CBS.
ປະທານາທິບໍດີທຣໍາ ໄດ້ຂຽນລົງທາງທວິດເຕີ ໃນຕອນເຊົ້າວານນີ້ ຮ້ອງການພົບປະ
ສຸດຍອດທີ່ນະຄອນແຮລຊິງກີ ໃນວັນຈັນທີ່ຜ່ານມາວ່າ “ເປັນຜົນສຳເລັດອັນຍິ່ງໃຫຍ່
ຍົກເວັ້ນແຕ່ກັບພວກສັດຕູທີ່ແທ້ຈິງຂອງປະຊາຊົນ ຂ່າວຂີ້ຕົວະ.”
ທ່ານໄດ້ຂຽນວ່າ “ຂ້າພະເຈົ້າເບິ່ງໄປໜ້າ ໃນການພົບປະກັນເທື່ອທີສອງ ເພື່ອວ່າພວກ
ເຮົາຈະສາມາດຈັດຕັ້ງປະຕິບັດຫຼາຍຢ່າງ ທີ່ພວກເຮົາໄດ້ສົນທະນາກັນ ຮວມທັງຍຸຕິການ
ກໍ່ການຮ້າຍ ຄວາມປອດໄພສຳລັບອິສຣາແອລ ການແຜ່ຜາຍອາວຸດນິວເຄລຍ ການໂຈມ
ຕີທາງອິນເຕີແນັດ ການຄ້າ ຢູເຄຣນ ສັນຕິພາບຢູ່ພາກຕາເວັນອອກກາງ ເກົາຫຼີເໜືອ
ແລະອີກຫຼາຍໆຢ່າງ.