ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ປ. ທຣຳ ຈຳກັດ ການເຂົ້າຮັບໃຊ້ ໃນກອງທັບ ຂອງ ພວກປ່ຽນເພດ


ປະທານາທິບໍດີ ດໍໂນລ ທຣຳ ພວມຖະແຫຼງ ກ່ຽວກັບແຜນການ ທີ່ຈະຮັບມືກັບການລະບາດຂອງຢາເສບຕິດໂອປີອອຍ ທີ່ ວິທະຍາໄລຊຸມຊົນ ແມນແຊັສເຕີ ລັດນິວແຮມເຊີ. (ວັນທີ 19 ມີນາ 2018)
ປະທານາທິບໍດີ ດໍໂນລ ທຣຳ ພວມຖະແຫຼງ ກ່ຽວກັບແຜນການ ທີ່ຈະຮັບມືກັບການລະບາດຂອງຢາເສບຕິດໂອປີອອຍ ທີ່ ວິທະຍາໄລຊຸມຊົນ ແມນແຊັສເຕີ ລັດນິວແຮມເຊີ. (ວັນທີ 19 ມີນາ 2018)

ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ໄດ້ອອກດຳລັດ ຫ້າມບໍ່ໃຫ້ພວກທີ່ປ່ຽນ
ເພດເກືອບທັງໝົດເຂົ້າຮັບໃຊ້ໃນກອງທັບ ຍົກເວັ້ນພາຍໃຕ້ “ສະພາບການທີ່ຈຳກັດ”
ເທົ່ານັ້ນ.

ຖະແຫຼງການຂອງທຳນຽບຂາວ ທີ່ອອກໃນແລງວັນສຸກວານນີ້ ກ່າວວ່າ ລັດຖະມົນຕີ
ກະຊວງປ້ອງກັນປະເທດ ແລະ ກະຊວງຮັກສາຄວາມປອດໄພພາຍໃນ ຂອງສະຫະ
ລັດ “ໄດ້ສະຫລຸບວ່າ ການເຂົ້າຫຼືການຮັກສາສ່ວນບຸກຄົນທີ່ມີປະຫວັດຫຼືກວດພົບວ່າ ເປັນບຸກຄົນທີ່ຢູ່ໃນສະພາບທີ່ບໍ່ພໍໃຈກັບຊີວິດ ຄືພວກທີ່ ອາດຕ້ອງການ ການປິ່ນປົວ
ເພີ້ມຕື່ມຢ່າງຫຼວງຫຼາຍທາງດ້ານການແພດ ຮວມທັງການປິ່ນປົວທາງດ້ານຢຸກຢາ ຫຼື
ການຜ່າຕັດ ແມ່ນຖືວ່າ ມີຄວາມສ່ຽງ ຕໍ່ການມີປະສິດທິຜົນ ແລະເປັນອັນຕະລາຍ ຕໍ່
ກອງທັບ.”

“ສະພາບທີ່ບໍ່ພໍໃຈກັບຊີວິດ” ຊຶ່ງໃນເມື່ອກ່ອນ ຮູ້ກັນວ່າເປັນຄວາມສັບສົນທາງເພດ
ນັ້ນ ແມ່ນຈຳກັດຄວາມວ່າ ມີຄວາມຮູ້ສຶກຢ່າງແຮງ ແລະ ຝັງແໜ້ນ ຕໍ່ການລະບຸກັບ
ເພດກົງກັນຂ້າມ ແລະ ມີຄວາມຮູ້ສຶກບໍ່ສະບາຍໃຈ ກັບເພດທີ່ຕົນເປັນຢູ່ ທີ່ໄດ້ກໍ່ໃຫ້
ເກີດຄວາມກຸ້ມອົກກຸ້ມໃຈຫລືເກີດຄວາມອ່ອນແອນັ້ນ.

ພວກປຸກລະດົມໃນດ້ານສິດທິມະນຸດ ຍົກ "ທຸງແຫ່ງຄວາມສະເໝີພາບ" ລະຫວ່າງ ການໂຮມຊຸມນຸມ ທີ່ຕຶກລັດຖະສະພາ ສະຫະລັດ ໃນນະຄອນຫຼວງ ວໍຊິງຕັນ ເພື່ອສະໜັບສະໜຸນ ພວກທະຫານ ທີ່ ປ່ຽນເພດ
ພວກປຸກລະດົມໃນດ້ານສິດທິມະນຸດ ຍົກ "ທຸງແຫ່ງຄວາມສະເໝີພາບ" ລະຫວ່າງ ການໂຮມຊຸມນຸມ ທີ່ຕຶກລັດຖະສະພາ ສະຫະລັດ ໃນນະຄອນຫຼວງ ວໍຊິງຕັນ ເພື່ອສະໜັບສະໜຸນ ພວກທະຫານ ທີ່ ປ່ຽນເພດ

​ປະທານາທິບໍດີໄດ້ໃຫ້ສັນຍາໃນປີກາຍນີ້ວ່າ ທ່ານຈະຫ້າມບໍ່ໃຫ້ພວກປ່ຽນເພດ ເຂົ້າຮັບ
ໃຊ້ຢູ່ໃນກອງທັບ ຊຶ່ງເປັນການເຄື່ອນໄຫວທີ່ຈະຕ່າວປີ້ນ ນະໂຍບາຍຂອງອະດີດປະທາ ນາທິບໍດີ ບາຣັກ ໂອບາມາ ໃນການຮັບເອົາພວກກ່ຽວ ເຂົ້າຮັບໃຊ້ຢູ່ໃນກອງທັບ.

ການຊຸກຍູ້ຂອງປະທານາທິບໍດີທຣຳເພື່ອໃຫ້ມີການຫ້າມດັ່ງກ່າວ ແມ່ນໄດ້ຖືກຂັດຂວາງ
ໂດຍບັນຫາທ້າທາຍທາງກົດໝາຍຫຼາຍໆຢ່າງແລະທຳນຽບຫ້າແຈໄດ້ເລີ້ມອະນຸຍາດໃຫ້
ຮັບເອົາພວກປ່ຽນເພດ ເຂົ້າຮັບໃຊ້ຢູ່ໃນກອງທັບ ມາແຕ່ເດືອນມັງກອນ.

ການຕ້ອງຕິຕໍ່ການຮື້ຟື້ນໃນຄວາມພະຍາຍາມ ຕໍ່ການຫ້າມພວກທີ່ປ່ຽນເພດນັ້ນແມ່ນມີ
ຂຶ້ນໃນທັນທີໂດຍພວກນັກການເມືອງ ກຸ່ມປົກປ້ອງສິດທິມະນຸດແລະນັກເຄື່ອນໄຫວປົກ
ປ້ອງສິດທິຂອງພວກຮັກຮ່ວມເພດ ກະເທີຍ ແລະພວກທີ່ປ່ຽນເພດຫຼື LGBT.

ຜູ້ນຳຂອງພັກເດໂມແຄຣັດໃນສະພາຕ່ຳ ທ່ານນາງແນນຊີ ເພໂລຊີເອີ້ນການຫ້າມຂອງ
ປະທານາທິບໍດີນັ້ນວ່າ “ຂີ້ຂາດຕາຂາວ” ແລະ “ໜ້າລັງກຽດ.” ທ່ານນາງກ່າວວ່າ “ການ
ຫ້າມດ້ວຍຄວາມກຽດຊັງ ໂດຍເຈດຕະນາ ເພື່ອສ້າງຄວາມອັບອາຍໃຫ້ແກ່ສະມາຊິກຜູ້
ປ່ຽນເພດທີ່ກ້າຫານຂອງກອງທັບຂອງພວກເຮົາ ອີກຄັ້ງນຶ່ງແຜນການທີ່ກຽດຊັງແລະຈຳ
ແນກກີດກັນ ຂອງປະທານາທິບໍດີແມ່ນໄດ້ບັງຄັບໃນດ້ານຄວາມໝັ້ນຄົງແຫ່ງຊາດຂອງ
ພວກເຮົາ ແທນທີ່ຈະແມ່ນກຽດສັກສີ ການມີສິນທຳແລະຄວາມເຂັ້ມແຂງ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG