ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ປ. ທຣຳ ເວົ້າຢອກຫຼິ້ນ ກັບ ປ. ປູຕິນ ວ່າ ຢ່າແຊກແຊງ ໃນການເລືອງຕັ້ງ ຂອງສະຫະລັດ


ປະທານາທິບໍດີ ຣັດເຊຍ ທ່ານ ວລາດີເມຍ ປູຕິນ ແລະ ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ພົບປະກັນ ຢູ່ທີ່ກອງປະຊຸມສຸດຍອດ ກຸ່ມ ຈີ 20 ໃນນະຄອນໂອຊາກະ ຂອງຍີ່ປຸ່ນ.
ປະທານາທິບໍດີ ຣັດເຊຍ ທ່ານ ວລາດີເມຍ ປູຕິນ ແລະ ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ພົບປະກັນ ຢູ່ທີ່ກອງປະຊຸມສຸດຍອດ ກຸ່ມ ຈີ 20 ໃນນະຄອນໂອຊາກະ ຂອງຍີ່ປຸ່ນ.

ປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ໄດ້ເຕື່ອນປະທານາທິບໍດີ ຣັດເຊຍ ທ່ານ
ວລາດີເມຍ ປູຕິນ ແບບບໍ່ຈິງຈັງວ່າ ບໍ່ໃຫ້ແຊກແຊງໃນການເລືອກຕັ້ງຂອງອາເມຣິກາ.

ໃນຂະນະທີ່ປາກົດຕົວຕໍ່ໜ້າບັນດານັກຂ່າວ ໃນລະຫວ່າງ ກອງປະຊຸມສອງຝ່າຍຂອງ
ທ່ານ ກັບທ່ານປູຕິນ ຢູ່ນອກກອງປະຊຸມສຸດຍອດ ກຸ່ມ G-20 ໃນນະຄອນໂອຊາກະ
ຂອງຍີ່ປຸ່ນນັ້ນ ທ່ານທຣຳ ໄດ້ຖືກຖາມວ່າ ທ່ານຈະບອກຜູ້ນຳຣັດເຊຍບໍ່ໃຫ້ແຊກແຊງ
ເຂົ້າໃນຂະບວນການເລືອກຕັ້ງຂອງສະຫະລັດ ຫຼືບໍ່.

“ບອກ​ແທ້, ແນ່ນອນ ຂ້າພະເຈົ້າຈະບອກ” ນັ້ນແມ່ນຄຳຕອບຂອງທ່ານທຣຳ ຜູ້ທີ່ມີສີໜ້າ
ຍິມແຍ້ມແຈ່ມ​ໃສ ເມື່ອຫັນໄປຫາປະທານາທິບໍດີຂອງຣັດເຊຍ ໃນ​ເວ​ລາ​ຕໍ່​ມາ ແລ້ວກ່າວ
ວ່າ “ຢ່າງແຊກແຊງເຂົ້າໃນການເລືອກຕັ້ງປະທານາທິບໍດີ.” ຕໍ່ຈາກນັ້ນ ທ່ານໄດ້ກ່າວຢ້ຳ
ວ່າ “ຢ່າແຊກແຊງເຂົ້າໃນການເລືອກຕັ້ງ” ໃນຂະນະດຽວກັນ ຊີ້ນິ້ວມືໄປໃສ່ທ່ານປູຕິນ.

ການກ່າວ​ຕອບດັ່ງກ່າວ ຂ້ອນ​ຂ້າງວ່າເປັນການເນັ້ນຢ້ຳເຖິງຄວາມ ເຂົ້າໃຈຂອງຫຼາຍຄົນ
ທີ່ຄິດວ່າ ທ່ານທຣຳ ບໍ່ຄ່ອຍເອົາຈິງເອົາຈັງໃນ ເລື້ອງດັ່ງກ່າວນັ້ນ.

ມັນເປັນການພົບປະກັນເທື່ອທຳອິດ ລະຫວ່າງຜູ້ນຳທັງສອງ ຕັ້ງແຕ່ ການສືບສວນສອບ
ສວນຂອງໄອຍະການພິເສດ ທ່ານໂຣເບີດ ມັລເລີ ໄດ້ສະຫຼຸບວ່າ ບໍ່ມີການສົມຮູ້ຮ່ວມຄິດ
ຫຼື ການປະສານງານກັນ ລະຫວ່າງ ຄະນະໂຄສະນາຫາສຽງຂອງທ່ານທຣຳ ໃນການ
ເລືອກຕັ້ງປະທານາທິບໍດີ ປີ 2016 ກັບ ບັນດາເຈົ້າໜ້າທີ່ລັດຖະບານຂອງຣັດເຊຍ.

ເຖິງແມ່ນວ່າ ສາມອົງການສືບລັບຂອງສະຫະລັດ ໄດ້ອອກຖະແຫລງການຮ່ວມ ທີ່ເວົ້າ
ວ່າ ພວກເພິ່ນໝັ້ນໃຈຢ່າງສູງວ່າ ມົສກູໄດ້ຈັດແຈງ​ທຳ​ການ​ໂຄ​ສະ​ນາເຜີຍແຜ່ແບບ
ສະຫລັບສັບຊ້ອນ ເພື່ອໃຫ້ການເລືອກຕັ້ງສະຫະລັດ ປ່ຽນໄປໃນທາງ ທີ່ຕົນຕ້ອງການ.

ທຳນຽບຂາວ ກ່າວວ່າ ໃນການພົບປະກັນ ເມື່ອວັນສຸກ ຢູ່ໃນຍີ່ປຸ່ນນັ້ນ ທ່ານທຣຳ ແລະ
ທ່ານປູຕິນ ໄດ້ທົບທວນຄືນສະພາບການຂອງສາຍສຳພັນ ລະຫວ່າງທັງສອງປະເທດ
ແລະໄດ້ເຫັນດີນຳກັນວ່າ ພວກເພິ່ນ ຈະສືບຕໍ່ປຶກສາຫາລື ໃນເລື້ອງຕົວແບບຂອງການ
ຄວບຄຸມ ອາວຸດໃນຍຸກ ສັດຕະວັດທີ 21 ຊຶ່ງທ່ານທຣຳ ໄດ້ກ່າວວ່າ ຄວນລວມທັງຈີນ
ນຳດ້ວຍ. ທຳນຽບຂາວ ກ່າວວ່າ ທ່ານທຣຳ ແລະທ່ານປູຕິນ ຍັງໄດ້ປຶກສາຫາລື ສະຖາ
ນະການ ຢູ່ໃນອີຣ່ານ ຊີເຣຍ ເວເນຊູເອລາ ແລະຢູເຄຣນ ນຳດ້ວຍ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG