ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ Trump ນຳໜ້າ ບັນດາຄູ່ແຂ່ງ ທີ່ສະໝັກເອົາ ຕຳແໜ່ງ ປະທານາທິບໍດີ ຈາກພັກຣີພັບບລີກັນ


Trump Leads Republican Field, But Fiorina Rising
please wait

No media source currently available

0:00 0:02:36 0:00

ຊົມວີດີໂອ ລາຍງານນີ້

ມະຫາເສດຖີ ພັນລ້ານ ທ່ານ Donald Trump ສືບຕໍ່ມີຄະແນນ
ນຳໜ້າ ຄູ່ແຂ່ງຂັນ ເປັນປະທານາທິບໍດີ ສະຫະລັດ ສັງກັດພັກ
ຣີພັບບລີກັນ ຄົນອື່ນໆ ອີງຕາມການຢັ່ງຫາງສຽງ ຄັ້ງຫລ້າສຸດ.
ແຕ່ການມີຄະແນນນຳໜ້າ ຂອງທ່ານ Trump ໄດ້ຫລຸດລົງ ໃນ
ການຢັ່ງຫາງສຽງທົ່ວປະເທດ 2 ຄັ້ງຜ່ານມາ ຫຼັງຈາກທີ່ບັນດາ
ຄູ່ແຂ່ງຂອງທ່ານ ໄດ້ປະເຊີນໜ້າກັບທ່ານ ໃນການໂຕ້ວາທີ
ຮອບທີ 2 ຂອງພັກຣີພັບບລີກັນ ເມື່ອສອງອາທິດແລ້ວນີ້ ຜູ້ສື່
ຂ່າວແຫ່ງຊາດຂອງວີໂອເອ Jim Malone ມີລາຍງານກ່ຽວກັບ
ການແຂ່ງຂັນ ເພື່ອໃຫ້ໄດ້ຮັບການແຕ່ງຕັ້ງ ເປັນຜູ້ສະໝັກ ປະທາ
ນາທິບໍດີ ຂອງພັກຣີພັບບລີກັນ ຈາກວໍຊິງຕັນ ຊຶ່ງໄຊຈະເລີນສຸກ
ຈະນຳມາ ສະເໜີທ່ານ ໃນອັນດັບຕໍ່ໄປ.

ບັນດາຜູ້ສະໝັກ ລົງແຂ່ງຂັນ ເປັນປະທານາທິບໍດີ ຈາກພັກຣີພັບບລີກັນ

ທ່ານ Donald Trump ຜູ້ສະໝັກເປັນປະທານາທິບໍດີ ເວົ້າວ່າ “ຂ້າພະເຈົ້າ ອິດເມື່ອຍຫຼາຍ ກ່ຽວກັບເລື່ອງ ການເມືອງ​ໃນ​ທາງ ທີ່ຖືກຕ້ອງ ເຫຼົ່ານັ້ນ.”

ທ່ານ Donald Trump ຍັງສືບຕໍ່ເປັນຈຸດສູນກາງຄວາມສົນໃຈ ໃນການແຂ່ງຂັນ ຂອງພັກ ຣີພັບບລີກັນ.

ແຕ່ການຫັນປ່ຽນ ໄດ້ເກີດຂຶ້ນ ໃນການໂຕ້ວາທີ ຮອບທີ 2 ເວລາບັນ ດາຄູ່ແຂ່ງ ທີ່ລວມມີອະດີດຜູ້ປົກຄອງລັດລັດຟໍຣີດາ ທ່ານ Jeb Bush ທີ່ໄດ້ອອກມາໂຈມຕີ ທ່ານ Trump.

ທ່ານ Jeb Bush ເວົ້າວ່າ “ລາວຢາກໃຫ້ມີ ກາຊີໂນ ບ່ອນເຫລັ້ນການພະນັນ ຢູ່ໃນ
ລັດຟໍຣີດາ.”

ທ່ານ Trump ຕອບວ່າ “ບໍ່ ຂ້ອຍບໍ່ຕ້ອງການ.”

ທ່ານ Bush ເວົ້າວ່າ “ແມ່ນແລ້ວ ເຈົ້າຕ້ອງການ.”

ທ່ານ Trump ຕອບໄປວ່າ “ອັນນັ້ນ ແມ່ນບໍ່ຖືກຕ້ອງເລີຍ.”

ທ່ານ Bush ເວົ້າຕໍ່ວ່າ “ແລະເຈົ້າບໍ່ສາມາດເຮັດໄດ້ ເພາະວ່າ ຂ້ອຍໄດ້ຄັດຄ້ານ ຕໍ່ ການມີກາຊີໂນ ບ່ອນເຫລັ້ນການພະນັນ ກ່ອນໜ້ານີ້ ໃນລະຫວ່າງ ແລະ ຫຼັງຈາກ
ນັ້ນມາ! ແລະ ບໍ່ມີໃຜ ຊື້ຈ້າງຂ້ອຍໄດ້.”

ທ່ານ Trump ຕອບໄປວ່າ “ຂ້ອຍ ສັນຍາວ່າ ຖ້າຂ້ອຍຕ້ອງການມັນ ຂ້ອຍກໍຈະຕ້ອງ
ໄດ້ມັນ.”

ທ່ານ Trump ຍັງຄົງທ້າທາຍ ຢູ່ຕາມເສັ້ນທາງການຫາສຽງ.

ທ່ານ Trump ເວົ້າວ່າ “ຂ້າພະເຈົ້າ ຈະຕໍ່ສູ້ເພື່ອ ເສລີພາບ ສຳຫລັບທ່ານ ດັ່ງທີ່ບໍ່ມີໃຜ
ສາມາດຕໍ່ສູ້ໄດ້ ເພາະວ່າ ຂ້າພະເຈົ້າເປັນນັກຕໍ່ສູ້ ທີ່ດີເດັ່ນ ຂ້າພະເຈົ້າຈະບອກທ່ານ
ຄືຈັ່ງຊັ້ນ. ຂ້າພະເຈົ້າເປັນນັກຕໍ່ສູ້ທີ່ ດີເດັ່ນ. ແລະຂ້າພະເຈົ້າຊະນະເລີດ. ແທ້ຈິງແລ້ວ ຂ້າພະເຈົ້າຊະນະ ເລື້ອຍໆ ແລະ ພວກເຮົາຈະຊະນະ.”

ຄະແນນສຽງ ຂອງອະດີດຜູ້ບໍລິຫານທຸລະກິດ ທ່ານນາງ Carly Fiorina ກຳລັງສູງຂຶ້ນ ຫຼັງຈາກ ທີ່ໄດ້ທຳການໂຕ້ວາທີ​ໄປແລ້ວ. ແຕ່ມັນເປັນເລື້ອງທີ່ແຕກຕ່າງ ສຳຫລັບ ຜູ້ປົກຄອງລັດ Wisconsin ທ່ານ Scott Walker ທີ່ໄດ້ຖອນຕົວອອກຈາກການແຂ່ງຂັນ ແລະໄດ້ຮຽກຮ້ອງ
ໃຫ້ຜູ້ອື່ນໆ ໃຫ້ເຮັດຄືກັນ.

ທ່ານ Walker ເວົ້າວ່າ “ເພາະສະນັ້ນ ບັນດາຜູ້ມີສິດປ່ອນບັດ ສາມາດເພັ່ງເລັງໃສ່
ຈຳນວນຈຳກັດ ຂອງຜູ້ລົງສະໝັກ ທີ່ສາມາດ ນຳສະເໜີ​ໃນແງ່ທາງ​ບວກ ຜູ້ນິຍົມ
ແນວທາງເດີມທີ່ເປັນແນວທາງເລືອກ ​ເພື່ອແທນຜູ້ທີ່ກຳລັງ ນຳໜ້າໝູ່ໃນປັດຈຸບັນນີ້.”

ຜູ້ທີ່ຢູ່ນອກພັກອີກຄົນນຶ່ງ ມີຄະແນນສຽງດີ ໃນການຢັ່ງຫາງສຽງນັ້ນ ກໍແມ່ນ ທ່ານໝໍຜ່າຕັດ ລະບົບ​ເສັ້ນປະສາດ ທ່ານ Ben Carson ຜູ້ທີ່ພະຍາຍາມ ຍົກຕົວຂຶ້ນເໜືອການຕໍ່ສູ້ກັນ.

ດຣ. Carson ​ເວົ້າວ່າ “ ​ແລະ​ປະຊາຊົນ ມັກ​ເລື້ອງ​ທີ່​ມີ​ການ​ປະ​ທະ​ກັນ ພວກ​ເຂົາ​ເຈົ້າ ມັກ​ໃຫ້​ມີການ​ຕໍ່ສູ້​ກັນ. ​ແລະອັນ​ນັ້ນ ​ແມ່ນ​ບໍ່ເປັນ​ການ​ດີ​ສຳ​ຫລັບ​ພວກ​ເຮົາ ​ໃນ​ປະ​ເທດ​ນີ້.”

​ ນັກວິ​ເຄາະ​ Norman Ornstein ຈາກ​ສະ​ຖາ​ບັນ American Enterprise ກ່າວ​ວ່າ ເລື້ອງ​ລາວ
ການ​ແຂ່ງຂັນ ຂອງພັກ​ຣີພັບ​ບລີ​ກັນ ​ກໍຄື ບັນດາ​ນັກ​ການ​ເມືອງຈາກ​ນອກ​ພັກແມ່ນໄດ້ຮັບ
ຄະແນນນິຍົມສູງ.

ທ່ານ Ornstein ​ເວົ້າວ່າ “ອັນ​ທີ່​ຂ້າພະ​ເຈົ້າ​ໄດ້​ເຫັນ ກໍ​ແມ່ນ ການ​ຕໍ່ສູ້ສຳລັບຈິດວິນຍານ
ຂອງ​ພັກຣີພັບ​ບລີ​ກັນ ລະຫວ່າງ ກຸ່ມຈັດຕັ້ງພາຍໃນພັກ ​ ທີ່ເປັນ​ກຸ່ມນິຍົມແນວທາງ
ເດີມ​ຢ່າງ​ຍິ່ງ ​ແລະ ກຸ່ມ​ກະບົດທີ່​ມີ​ພວກ​ຄົນຢູ່​ພາຍ​ນອກ​ພັກ ທີ່​ຕໍ່ຕ້ານ​ການຈັດຕັ້ງ ຊຶ່ງ​
ພວກ​ເຂົາຫຼາຍຄົນ ​ແມ່ນ​ບໍ່​ເຄີຍ​ເຂົ້າຮັບ​ຕຳ​ແໜ່​ງ​ເລີຍ ​ທີ່​ໃນ​ປັດຈຸບັນ​ນີ້ ມີ​ອຳນາດເໜືອ
ກ​ວ່າ​ນັ້ນ.”

ທ່ານ Trump ​ໄດ້​ຜິດພາດ ​ໃນ​ເລື້ອງນະ​ໂຍບາຍ ການ​ຕ່າງປະ​ເທດ ​ແລະຫຼາຍ​ເທື່ອ ກໍຂາດ
ຄວາມເຂົ້າໃຈ ທີ່ສະເພາະເຈາະຈົງ ​ແຕ່​ມາ​ເຖິງ​ປັດ​ຈຸ​ບັນ​ນີ້ ມັນ​ກໍ​ບໍ່​ໄດ້​ລົບ​ກວນ​ບັນດາ​ຜູ້​ສະໜັບ
ສະໜູນ​ຂອງ​ທ່ານ​ເລີຍ.

ທ່ານ Ornstein ​ເວົ້າວ່າ “ພວກ​ປະຊາຊົນ​ທີ່​ສະໜັບສະໜູນ ທ່ານ Trump ​ຊຶ່ງເປັນ​
ພວກປະຊາ​ນິຍົມ​ທີ່​ບໍ່ພໍ​ອົກ​ພໍ​ໃຈ ພວກ​ເຂົາ​ເຈົ້າມອງ​ພວກ​ນັກ​ການ​ເມືອງ ຜູ້​ທີ່​ຮູ້ຈັກ​
ທຸກໆ ລາຍລະອຽດ​ຂອງ​ນະ​ໂຍບາຍ ຜູ້​ທີ່​ກ່າວ​ໃນ​ຂອບ​ເ​ຂດ ທີ່​ມີຄວາມ​ບໍ່​ຈ່າງ​ແຈ້ງ
ຜູ້​ທີ່​ສະ​ເໜີວ່າ ມີທຸກ​ສິ່ງ​ທຸກ​ຢ່າງ ຂອງຄຸນວຸດ​ທິຕ່າງໆ ​ແລະ ອັນ​ນັ້ນ ມັນ​ແມ່ນ​ຄວາມ​
ຂີ້ຮ້າຍ​ທີ່​ສຸດ ສະເພາະ​ພວກ​ເຂົາ​ເຈົ້າ​. ​ແລະ​ອັນ​ນັ້ນ ອັນ​ເປັນ​ສິ່ງ​ທີ່​ນຳ​ໄປ​ສູ່​ບັນຫາຕ່າງໆ
ທີ່​ພວກ​ເຂົາ​ເຈົ້າ ​ເຫັນ​ຢູ່​ແລ້ວ​ໃນ​ວົງ​ການ​ເມືອງ ບ່ອນ​ທີ່​ພວກ​ຜູ້ນຳ​ຂອງເຂົາ​ເຈົ້າ ​ໄດ້​
ປ່ອຍປະ​ລະ​ເລີຍ​ພວກ​ເຂົາ​.”

ຜົນ​ຂອງ​ການ​ຢັ່ງ​ຫາງ​ສຽງ​ຄັ້ງຫຼ້າສຸດ ສະ​ແດງ​ໃຫ້​ເຫັນ​ວ່າ ທ່ານ​ນາງ Fiorina ​ແລະ ທ່ານ
Carson ກໍາລັງ​ແຂ່ງກັນ ​ຊິງເອົາ​ຕຳ​ແໜ່​ງທີ​ສອງ ຕາມ​ຫລັງ​ທ່ານ Trump ​ຊຶ່ງ​ການ​ແຂ່ງ​ຂັນ​
ຮອບ​ທຳ​ອິດ​ ທີ່ລັດ Iowa ຍັງ​ຢູ່​ຫ່າງ​ໄກ​ພຽງ 4 ​ເດືອນ​ເທົ່າ​ນັ້ນ.

XS
SM
MD
LG