ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ບັນ​ດາ​ທະ​ນາຍ​ຄວາມ ຂອງ ​ທ. ທ​ຣຳ ຈະ​ມ້ວນ​ທ້າຍ ການ​ສະ​ເໜີ​ຂໍ້​ໂຕ້​ແຍ້ງ ໃນ​ການ​ດຳ​ເນີນ​ຄະ​ດີ​ຟ້ອງ​ຮ້ອງ ​ຕໍ່​ປະ​ທາ​ນາ​ທິ​ບໍ​ດີ


ໃນ​ພາບ​ຈາກວີ​ດີ​ໂອນີ້, ​ທ່ານ​ນາງ ເຈນ ແຣ​ສ​ກິນ, ​ທີມ​ທະ​ນາຍ​ຄວາມ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ກ່າວໃນລະ​ຫວ່າງ ການ​ດຳ​ເນີນ​ຄະ​ດີ​ຟ້ອງ​ຮ້ອງ​​ທ່ານ​ທ​ຣຳ ໃນ​ສະ​ພາ​ສູງ ຢູ່​ທີ່ ​ລັດ​ຖະ​ສະ​ພາ​ສະ​ຫະ​ລັດ ໃນ​ນະ​ຄອນຫຼວງວໍ​ຊິງ​ຕັນ, ​ວັນ​ຈັນ​ ທີ 27 ັ້ງ​ກອນ 2020. (Senate Television via AP)
ໃນ​ພາບ​ຈາກວີ​ດີ​ໂອນີ້, ​ທ່ານ​ນາງ ເຈນ ແຣ​ສ​ກິນ, ​ທີມ​ທະ​ນາຍ​ຄວາມ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ກ່າວໃນລະ​ຫວ່າງ ການ​ດຳ​ເນີນ​ຄະ​ດີ​ຟ້ອງ​ຮ້ອງ​​ທ່ານ​ທ​ຣຳ ໃນ​ສະ​ພາ​ສູງ ຢູ່​ທີ່ ​ລັດ​ຖະ​ສະ​ພາ​ສະ​ຫະ​ລັດ ໃນ​ນະ​ຄອນຫຼວງວໍ​ຊິງ​ຕັນ, ​ວັນ​ຈັນ​ ທີ 27 ັ້ງ​ກອນ 2020. (Senate Television via AP)

ບັນ​ດາ​ທະ​ນາຍ​ຄວາມ​ ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ ຈະ ມ້ວນ​ທ້າຍ​ການ​ນຳ​ສະ​ເໜີ​ຂໍ້​ໂຕ້​ແຍ້ງ​ ຂອງ​ພວກ​ເພິ່ນ ​ຢູ່ສະ​ພາ​ສູງ ໃນ​ການ​ດຳ​ເນີນຄະ​ດີ​ຟ້ອງ​ຮ້ອງ​ຕໍ່​ປະ​ທາ​ນາ​ທິ​ບໍ​ດີ ໃນ​ວັນ​ອັງ​ຄານມື້ນີ້ ໃນ​ຂະ​ນະ​ດຽວ​ກັນ ກໍ​ມີ​ຄຳ​ຖາມ​ກ່ຽວ​ກັບ​ວ່າ ພວກ​ພະ​ຍານ​ຄົນ​ອື່ນໆ ຈະ​ໄດ້​ຮັບອະ​ນຸ​ຍາດໃຫ້​ມາ​ໃຫ້​ການ ໃນ​ລະ​ຫວ່າງ​ການ​ດຳ​ເນີນ​ຄະ​ດີ ຫຼືບໍ່.

ທີມ​ປ້ອງ​ກັນ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ໄດ້​ໃຊ້​ເວ​ລາໃນວັນ​ຈັນ​ວານນີ້ ໂດຍ​ກ່າວ​ຫາ​ພັກ​ເດ​ໂມ​ແຄ​ຣັດວ່າ ໃຊ້​ການ​ຟ້ອງ​ຮ້ອງ​ໃນ​ທາງ​ທີ່ບໍ່​ຖືກ​ຕ້ອງ ແລະ​ໃຊ້​ເປັນ​ອາ​ວຸດ​ເພື່ອ​ກຳ​ຈັດ​ປະ​ທາ​ນາ​ທິ​ບໍ​ດີ​ເພາະ​ພວກ​ເພິ່ນບໍ່​ມັກ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ທໍ່​ນັ້ນ.

ທ່ານ​ເຄັນ​ເນັ​ຕ ສ​ຕາ​ຣ ສະ​ມາ​ຊິກ​ໃນ​ທີມກົດ​ໝາຍ​ຂ​ອງ​ປະ​ທາ​ນາ​ທິ​ບໍ​ດີ ໄດ້​ເອີ້ນ​ການ​ຟ້ອງ​ຮ້ອງ ​ຕໍ່​ປະ​ທາ​ນາ​ທິ​ບໍ​ດີ ວ່າ ເປັນ​ອາ​ວຸດ​ດ້ານ​ການ​ເມືອງ ທີ່​ພັກ​ການ​ເມືອງ​ນຳ​ໃຊ້​ຕໍ່​ກັນ​ແລະ​ກັນແລະ​ໄດ້​ກ່າວຕໍ່​ໄປ​ວ່າ ​ພັກ​ເດ​ໂມ​ແຄ​ຣັດ​ໃນ​ສະ​ພາ​ຕ່ຳ ​ໄດ້​ລົງຄະ​ແນນສຽງຟ້ອງ​ຮ້ອງ​ທ່ານທ​ຣຳ ​ໂດຍ​ປາ​ສະ​ຈາກ​ການ​ສະ​ໜັບ​ສະ​ໜຸນ​ຂອງ​ທັງ​ສອງ​ພັກ. ທ່ານ​ສ​ຕາ​ຣ ໄດ້​ອະ​ທິ​ບາຍ​ເຖິງການ​ຟ້ອງຮ້ອງນັ້ນ ດັ່ງ​ກັບ “ນະ​ຮົກ.”

ທ່ານ​ສ​ຕາ​ຣ ເປັນ​ທີ່​ປຶກ​ສາ​ອິດ​ສະຫລະ ຜູ້​ທີ່​ໄດ້​ນຳ​ພາ​ການ​ສືບ​ສວນສອບ​ສວນ ​ໃນການ​ຟ້ອງ​ຮ້ອງ​ຕໍ່ ​ປ​ະ​ທາ​ນາ​ທິ​ບໍ​ດີ ບີ​ລ ຄ​ລິນ​ຕັນ ໃນ​ປີ 1998 ສຳ​ລັບ​ການ​ໃຫ້​ຄຳ​ເທັດ​ຕໍ່​ຄະ​ນະ​ຕຸ​ລາ​ການ​ກ່ຽວ​ກັບ ເລື້ອງ​ຂອງ​ການ​ມີ​ເພດ​ສຳ​ພັນ​ທີ່​ເປັນ​ບັນ​ຫາ​ຖົກ​ຖຽງ​ກັນ.

ທ່ານ​ສ​ຕາ​ຣ ໄດ້​ເວົ້າ​ວ່າ “ຈຳ​ພວກຄົນ​ທີ່​ມີ​ຊີ​ວິດຜ່ານ​ຊ່ວງ​ເວ​ລາການ​ຟ້ອງ​ຮ້ອງ​ທ່ານ​ຄ​ລິນ​ຕັນ​ນັ້ນ……ເຂົ້າ​ໃຈ​ເປັນ​ຢ່າງ​ດີ ວ່າ ການ​ຟ້ອງ​ຮ້ອງ​ຕໍ່​ປະ​ທາ​ນາ​ທິ​ບໍ​ດີ ແມ່ນ​ເທົ່າ​ກັບ​ສົງ​ຄາມ​ພາຍ​ໃນ​ປະ​ເທດ. ມັນ​ເຕັມ​ໄປ​ດ້ວຍຄວາມ​ຄຽດ​ແຄ້ນ ແລະ​ຄວາມ​ແຕກ​ແຍກໃນ​ປະ​ເທດ ​ທີ່ບໍ່​ຄ້າຍ​ຄື​ອັນ​ໃດ​ເລີຍ.”

ສ່ວ​ນ​ທະ​ນາຍ​ຄວາມ​ທ່ານ​ແພັດ​ທ​ຣິກ​ ຟຽລ​ບິນ ໄດ້​ກ່າວ​ວ່າ ການສອບ​ສວນ​ໃນ​ການ​ຟ້ອງ​ຮ້ອງ​ຕໍ່​ປະ​ທາ​ນາ​ທິ​ບໍ​ດີຂອງ​ສະ​ພາ​ຕ່ຳ ນັ້ນ ບໍ່​ກ່ຽວ​ຂ້ອງ​ກັບ​ການ​ໃຊ້​ເວ​ລາ​ເພື່ອ​ຫາ​ຄວາມ​ຈິງ​ເລີຍ ​ດ້ວຍ​ການ​ອອກ​ໝາຍ​ຮຽກ​ໂດຍ​ຜ່ານ​ສານ​ຂັ້ນ​ຕ່າງໆ. ໃນ​ຂະ​ນະ​ທີ່​ການ​ເລືອກ​ຕັ້ງ​ປີ 2020 ໃກ້​ຈະ​ມາ​ເຖິງ ທ່ານ​ຟຽວ​ບິນ ໄດ້​ກ່າວ​ຫາ ບັນ​ດາ​ສະ​ມາ​ຊິກ​ພັກ​ເດ​ໂມ​ແຄ​ຣັດ​ຂອງ​ສະ​ພາ​ຕ່ຳ ວ່າ ຟ້າວກຳ​ນົດ​ໄວ້​ລ່ວງ​ໜ້າ ຜົນ​ທີ່​ຈະ​ອອກ​ມາ ເພື່ອ​ໃຫ້​ທັນ​ກັບຕາ​ຕະ​ລາງ​ເວ​ລາ​ນັ້ນ.

ທະ​ນາ​ຍຄວາມ​ອີກ​ທ່ານ​ນຶ່ງ​ຂອງ​ທຳ​ນຽບ​ຂາວ ທ່ານ​ນາງ ເຈນ ແຣ​ສ​ກິນ ໄດ້​ກ່າວ​ໂຈມ​ຕີ ພັກ​ເດ​ໂມ​ແຄ​ຣັດ ສຳ​ລັບ​ການ​ເພັ່ງ​ເລັງ​ໃສ່ທ່ານ​ຣູ​ດີ ຈູ​ລີ​ອາ​ນີ ທະ​ນາຍ​ຄວາມ​ສ່ວ​ນ​ຕົວ​ຂອງ​ທ່ານ​ທ​ຣຳ ຜູ້ທີ່​ພວກ​ເພິ່ນ​ກ່າວ​ວ່າ ເປັນ​ສູນ​ກາງ​ຂອງ​ການ​ພະ​ຍາ​ຍາມ​ທີ່​ຈະ​ກົດ​ດັນ​ຢູ​ເຄ​ຣນ ໃຫ້​ສືບ​ສວນ​ສອບ​ສວນ ຄູ່​ແຂ່ງ​ດ້ານ​ການ​ເມືອງ​ຂອງ​ທ່ານ​ທ​ຣຳ ກໍ​ຄື ທ່ານ​ໂຈ ໄບ​ເດັນ.


ອ່ານ​ຂ່າວນີ້​ຕື່ມ ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG