ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

​​ບັນ​ດ​າທະ​ນາຍ​ຄວາມ ຂອງ ​ທ. ​ທ​ຣຳ ​ສະ​ເໜີ​ການ​ປ້ອງ​ກັນ ຄະ​ດີ​ການ​ຟ້ອງ​ຮ້ອງ​ປະ​ທາ​ນາ​ທິ​ບໍ​ດີ ຢູ່​ສະ​ພາ​ສູງ


ທະ​ນາຍ​ຄວາມ​ສ່ວນ​ຕົວ ຂອງ ປ. ດໍ​ໂນ​ລ ທ​ຣຳ, ທ່ານ​ເຈ ເຊ​ກູ​ໂລ, ຊ້າຍ, ​ສະ​ແດງ​ທ່າ​ທາງ​ໃນ​ຂະ​ນະ​ທີ່​ຢູ່​ກັບ ທີ່​ປຶກ​ສາ​​ອອງ​ທຳ​ນຽບ​ຂາວ ທ່ານ​ແພັດ ຊິບ​ໂປ​ໂລ​ນີ, ຂວາ, ​ໃນ​ລະ​ຫວ່າງ​ເດີນ​ທາງ​ໄປ​ຮອດ​ລັດ​ຖະ​ສະ​ພາ​ສະ​ຫະລັດ, ວັນ​ພຸດ ທີ 22 ມັງ​ກອນ 2020.
ທະ​ນາຍ​ຄວາມ​ສ່ວນ​ຕົວ ຂອງ ປ. ດໍ​ໂນ​ລ ທ​ຣຳ, ທ່ານ​ເຈ ເຊ​ກູ​ໂລ, ຊ້າຍ, ​ສະ​ແດງ​ທ່າ​ທາງ​ໃນ​ຂະ​ນະ​ທີ່​ຢູ່​ກັບ ທີ່​ປຶກ​ສາ​​ອອງ​ທຳ​ນຽບ​ຂາວ ທ່ານ​ແພັດ ຊິບ​ໂປ​ໂລ​ນີ, ຂວາ, ​ໃນ​ລະ​ຫວ່າງ​ເດີນ​ທາງ​ໄປ​ຮອດ​ລັດ​ຖະ​ສະ​ພາ​ສະ​ຫະລັດ, ວັນ​ພຸດ ທີ 22 ມັງ​ກອນ 2020.

ທີມ​ງານດ້ານກົດ​ໝາຍ​ຂອງປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ ໄດ້​ເລີ້ມ​ນຳ​ສ​ະ​ເໜີ ຂໍ້​ໂຕ້​ແຍ້ງທັງຫຼາຍ ​ເມື່ອ​ຕອນ​ເຊົ້າວັນ​ເສົາ​ວານນີ້ ໃນ​ສະ​ພາ​ສູງ​ສະ​ຫະ​ລັດ ຫຼັງ​ຈາກ​ທີ່ ບັນ​ດາ​ຄະ​ນະ​ໄອ​ຍະ​ການ​ຮັບ​ຜິດ​ຊອບ​ໃນ​ການ​ຟ້ອງ​ຮ້ອງ​ປະ​ທາ​ນາ​ທິ​ບໍ​ດີ ຂອງ​ສະ​ພາ​ຕ່ຳ ໄດ້​ມ້ວຍ​ທ້າຍ​ການ​ນຳ​ສະ​ເໜີ​ຫຼັກ​ຖານ​ຕ່າງໆ​ໄລ​ຍະ​ສາມ​ວັນ​ດ້ວຍ​ການກ່າວ​ສະ​ຫລຸບ​ຂໍ້​ໂຕ້​ຖຽງ ​ໃນ​ການ​ດຳ​ເນີນ​ຄະ​ດີ​ຟ້ອງ​ຮ້ອງ ຕໍ່​ປະ​ທາ​ນາ​ທິ​ບໍ​ດີ ທ​ຣຳ ທີ່​ເປັນ​ປະ​ຫວັດ​ສາດ ຢູ່ໃນ​ສະ​ພາ​ສູງ.

ຄ​ະ​ນະ​ທີ່​ປືກ​ສາ​ດ້ານ​ກົດ​ໝາຍ​ຂອງ​ທຳ​ນຽບ​ຂາວ ທ່ານ​ແພັດ ຊິ​ບ​ໂປ​ໂລ​ນີ ໄດ້​ເລີ້ມ​ນຳ​ສະ​ເໜີ​ການ​ຕໍ່​ສູ້​ໂດຍ​ກ່າວຖະ​ແຫລງ​ວ່າ ພວກ​ໄອ​ຍະ​ການ​ຈາກ​ພັກ​ເດ​ໂອ​ແຄ​ຣັດ​ຂອງ​ສະ​ພາ​ຕ່ຳ ບໍ່​ໄດ້​ບັນ​ລຸວັດ​ຖຸ​ປະ​ສົງ​ຂອງ​ພວກ​ເຂົາ​ເຈົ້າ.

ທ່ານ​ຊິບ​ໂປ​ໂລ​ນີ ໄດ້​ກ່າວ​ວ່າ “ພວກ​ເຮົາບໍ່​ເຊື່ອ​ວ່າ ພວກ​ເຂົາ​ສາ​ມາດເຮັດ​ຫຍັງ​ໄດ້​ຫລາຍ​ພໍ​ປານ​ໃດ​ທີ່​ຈະ​ພິ​ສູດ​ໄດ້ ໃນ​ສິ່ງ​ທີ່​ພວກ​ເຂົາ​ຂໍ້​ຮ້ອງ​ໃຫ້​ພວກທ່ານ​ເຮັດ.”

ທ່ານ​ຊິບ​ໂປ​ໂລ​ນີ ຍັງ​ໄດ້​ກ່າວຢ້ຳ​ຄືນ ​ຄຳ​ຕ້ອງ​ຕິ​ຕໍ່ທີ່​ເວົ້າ​ຊ້ຳ​ແລ້ວ ຊ້ຳ​ອີກຕໍ່​ການ​ດຳ​ເນີນຂັ້ນ​ຕອນ​ໃນ​ການ​ຟ້ອງ​ຮ້ອງ​ທີ່​ນຳ​ພາ​ໂດຍ​ພັກ​ເດ​ໂມ​ແຄ​ຣັດ​ວ່າ ພວກ​ເຂົາ​ຈະລົບ​ລ້າງໄຊ​ຊະ​ນະ​ໃນ​ການ​ເລືອກ​ຕັ້ງ​ປີ 2016 ຂອງ​ທ່ານ​ທ​ຣຳ ແລະ​ຈະ​ຫລຸດຄົນ​ທີ່ມີ​ໃຫ້​ເລືອກເອົາ ສຳ​ລັບ​ຜູ້ປ່ອນ​ບັດ​ເລືອກ​ຕັ້ງລົງ ກ່ອນ​ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ ໃນ​ເດືອນ​ພະ​ຈິກ​ທີ່​ໃກ້​ຈະ​ມາ​ເຖິງນີ້.

ທ່ານ​ຊິບ​ໂປ​ໂລ​ນີ ໄດ້​ກ່າວ​ອີກວ່າ “ພວກ​ເຂົາ​ມາ​ນະ​ທີ່ນີ້ ເພື່ອທຳການ​ແຊກ​ແຊງ ທີ່​ຜິດ​ກົດ​ໝາຍ​ຢ່າງ​ຍິ່ງ​ໃຫຍ່ ເຂົ້າໃນ​ການ​ເລືອກ​ຕັ້ງ​ຢູ່ໃນ​ປະ​ຫວັດ​ສາດຂອງ​ອາ​ເມ​ຣິ​ກາ ແລະ​ພວກ​ເຮົາ​ບໍ່​ສາ​ມາດ​ປ່ອຍ​ໃຫ້​ມັນ​ເກີດ​ຂຶ້ນ​ໄດ້. ມັນ​ຈະ​ເປັນ​ການ​ລະ​ເມີດ​ຕໍ່​ລັດ​ຖະ​ທຳ​ມະ​ນູນ​ຂອງ​ພວກ​ເຮົາ. ມັນ​ຈະ​ລະ​ເມີດ​ຕໍ່​ປະ​ຫວັດ​ສາດ​ຂອງ​ພວກ​ເຮົາ. ມັນ​ຈະ​ລະ​ເມີດຕໍ່ພາ​ລະ​ໜ້າ​ທີ່ຕ່າງໆ ຂອງ​ພວກ​ເຮົາຕໍ່​ອະ​ນາ​ຄົດ. ແລະ​ສິ່​ງ​ທີ່​ສຳ​ຄັນ​ທີ່​ສຸດ ມັນ​ຈະ​ລະ​ເມີດຄວາມ​ເຊື່ອ​ໝັ້ນ​ອັນ​ສັກ​ສິດທີ່​ປະ​ຊາ​ຊົນ​ຊາວ​ອາ​ເມ​ຣິ​ກັນ​ ໄດ້​ມອບ​ໝາຍ​ແກ່​ພວກ​ທ່ານ​.”

ໃນ​ການ​ຕໍ່​ສູ້​ປ້ອງ​ກັນ​ທ່ານ​ທ​ຣຳໃນ​ວັນ​ເສົາ​ວານນີ້ ໄດ້​ສະ​ແດງ​ໃຫ້​ເຫັນ​ຂໍ້​ໂຕ້​ແຍ້ງ​ແບບ​ລວມ​ໆ ທີ່ຈະ​ໄດ້ຖືກ​ວາງ​ອອກ​ມາຕື່ມ​ອີກໃນ​ສັບ​ປະ​ດາ​ໜ້ານີ້.

ອ່ານ​ຂ່າວນີ້​ຕື່ມ ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG