ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທະນາຍຄວາມ ຂອງ ປ. ທຣຳ ກ່າວວ່າ ບໍ່ຕ້ອງປະຕິບັດຕາມ ໝາຍຮຽກຕົວ ຂອງສານ


ທ່ານ ຣູດັອຟ ຈູລີອານີ ທະນາຍຄວາມຄົນໃໝ່ຂອງປະທານາ
ທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ, ກ່າວຖະແຫລງຢູ່ທີ່ໂຮງ
ແຮມ Grand Hyatt, ວັນທີ 5 ພຶດສະພາ 2018, ໃນນະຄອນ
ຫຼວງ ວໍຊິງຕັນ.
ທ່ານ ຣູດັອຟ ຈູລີອານີ ທະນາຍຄວາມຄົນໃໝ່ຂອງປະທານາ ທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ, ກ່າວຖະແຫລງຢູ່ທີ່ໂຮງ ແຮມ Grand Hyatt, ວັນທີ 5 ພຶດສະພາ 2018, ໃນນະຄອນ ຫຼວງ ວໍຊິງຕັນ.

ທະນາຍຄວາມຄົນໃໝ່ຂອງປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ໄດ້ຢືນຢັນ
ໃນວັນອາທິດວານນີ້ ວ່າ ທ່ານປະທານາທິບໍດີ ບໍ່ຕ້ອງປະຕິບັດຕາມ

ໝາຍຮຽກຂອງສານ ທີ່ກ່ຽວຂ້ອງກັບການສືບສວນຣັດເຊຍ ທີ່ແຕກໜໍ່ອອກມາເລື້ອຍໆ
ຍ້ອນສາເຫດມາຈາກການເລືອກຕັ້ງ ປີ 2016 ນັ້ນ ແລະ ອາດເປັນການໃຊ້ສິດທິ ດ້ານ
ລັດຖະທຳມະນູນຂອງທ່ານ ໃນການບໍ່ເຮັດໃຫ້ຕົນເອງ ຕົກເປັນອາຊະຍາກອນ ຖ້າຫາກ
ທ່ານຖືກບັງຄັບເຂົ້າມາໃຫ້ປາກຄຳ.

ປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ກຳລັງຊີ້ໄປໃສ່ບຸກຄົນໃດນຶ່ງ ຫຼັງຈາກກ່າວຖະແຫລງ ຢູ່ທີ່ ການຊຸມນຸມ ຂອງສະມາຄົມປືນແຫ່ງຊາດ (National Rifle Association) ໃນນະຄອນ ດາລັສ ຂອງລັດເທັກຊັສ, ວັນທີ 4 ພຶດສະພາ 2018.
ປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ກຳລັງຊີ້ໄປໃສ່ບຸກຄົນໃດນຶ່ງ ຫຼັງຈາກກ່າວຖະແຫລງ ຢູ່ທີ່ ການຊຸມນຸມ ຂອງສະມາຄົມປືນແຫ່ງຊາດ (National Rifle Association) ໃນນະຄອນ ດາລັສ ຂອງລັດເທັກຊັສ, ວັນທີ 4 ພຶດສະພາ 2018.

ອະດີດຜູ້ປົກຄອງລັດນິວ ຢອັກ ທ່ານ ຣູດັອຟ ຈູລີອານີ ຜູ້ທີ່ຫາກໍເຂົ້າຮ່ວມທີມດ້ານກົດ
ໝາຍ ຂອງທ່ານທຣຳ ໄດ້ບອກ ໃນວັນອາທິດ ວານນີ້ ວ່າ “ພວກເຮົາບໍ່ຕ້ອງ” ປະຕິບັດ
ຕາມໝາຍຮຽກ ຂອງສານ ໃນລາຍການ “This Week ຫຼື ສັບປະດານີ້” ຂອງໂທລະພາບ
ABC.

ທ່ານກ່າວຕື່ມວ່າ “ເພິ່ນເປັນປະທານາທິບໍດີ ຂອງສະຫະລັດ. ພວກເຮົາສາມາດສະ
ແດງໃຊ້ສິດ ແບບດຽວກັນກັບ ປະທານາທິບໍດີ ຄົນອື່ນໆ ທີ່ມີນັ້ນ.”

ທ່ານທຣຳ ໄດ້ເວົ້າຢູ່ເລື້ອຍໆ ວ່າ ທ່ານຢາກຈະນັ່ງລົງໃຫ້ສຳພາດ ກັບທີມທະນາຍຄວາມ
ຂອງໄອຍະການພິເສດ ທ່ານ ໂຣເບີດ ມັລເລີ ຖ້າຫາກວ່າ ທ່ານ “ໄດ້ຮັບການປະຕິບັດຕໍ່
ຢ່າງເປັນທຳ”
ດັ່ງທີ່ທ່ານໄດ້ກ່າວໄປໃນວັນສຸກທີ່ຜ່ານມານີ້. ແຕ່ທ່ານຈູລີອານີ ໄດ້ກ່າວວ່າ
ຈະບໍ່ມີການຮັບປະກັນວ່າ ທ່ານທຣຳ ຈະຕອບຄຳຖາມຕ່າງໆ ແລະ ອາດຈະໃຊ້ສິດມາດ
ຕາທີ 5 ຂອງລັດຖະທຳມະນູນ ເພື່ອຕໍ່ຕ້ານການເຮັດໃຫ້ຕົນເອງຕົກເປັນອາຊະຍາກອນ
ແທນ.

ດາລານັກສະແດງໜັງໂປ້ ນາງ ສໂຕມມີ ແດນນິລ ກ່າວຖະແຫລງຕໍ່ບັນດານັກຂ່າວ ຢູ່ດ້ານນອກ ສານລັດຖະບານກາງ ໃນນະຄອນ ນິວ ຢອັກ, ວັນທີ 16 ພຶດສະພາ 2018.
ດາລານັກສະແດງໜັງໂປ້ ນາງ ສໂຕມມີ ແດນນິລ ກ່າວຖະແຫລງຕໍ່ບັນດານັກຂ່າວ ຢູ່ດ້ານນອກ ສານລັດຖະບານກາງ ໃນນະຄອນ ນິວ ຢອັກ, ວັນທີ 16 ພຶດສະພາ 2018.

​ທ່ານຈູລີອານີ ໄດ້ກ່າວເຖິງຄວາມເປັນຈິງ ຂອງການຕອບຄຳຖາມທັງຫຼາຍ ຂອງທ່ານ
ທຣຳ ນັ້ນວ່າ “ຂ້າພະເຈົ້າ ຈະມີຄວາມໝັ້ນໃຈໄດ້ແນວໃດ?” ທ່ານໄດ້ກ່າວອອກສຽງ
ເຖິງການຄັດຄ້ານຕໍ່ໂອກາດທີ່ທ່ານທຣຳ ໂດຍສ່ວນຫຼາຍ ຈະກ່າວໄປ ເກີນຄວາມເປັນຈິງ
ຫຼື ຄວາມບໍ່ຈິງ ໃນການໃຫ້ປາກຄຳ ກ່ຽວກັບ ການເຊື່ອມໂຍງ ກັບຣັດເຊຍ ຂອງຄະນະ
ໂຄສະນາ ຫາສຽງຂອງທ່ານ ແລະວ່າ ທ່ານໄດ້ກີດກັ້ນ ຕຸລາການ ໂດຍການພະຍາຍາມ
ທີ່ຈະຍຸຕິການສືບສວນສອບສວນ ຫຼືບໍ່.

ເພື່ອຈະອະນຸຍາດໃຫ້ທ່ານໄປໃຫ້ປາກຄຳ ທ່ານຈູລີອານີ ໄດ້ກ່າວວ່າ “ຂ້າພະເຈົ້າ ກໍຈະ
ພາເພິ່ນຍ່າງເຂົ້າໄປ ໃຫ້ດຳເນີນຄະດີ ຖານໃຫ້ຄວາມເທັດ ແບບດຽວກັນກັບ ນາງ
ມາຣຕາ ສຕວດ”
ເຊິ່ງເປັນນັກຊ່ຽວຊານດ້ານວິຖີການດຳລົງຊີວິດ ທີ່ໄດ້ຖືກສົ່ງໄປເຂົ້າ
ຄຸກ ໃນປີ 2004 ຍ້ອນການຂີ້ຕົວະ ກ່ຽວກັບ ການຄ້າຂາຍຮຸ້ນ ທີ່ນາງໄດ້ເຮັດລົງໄປນັ້ນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG