ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ທະນາຍຄວາມທ່ານ ທຣຳ ປະຕິຍານທີ່ຈະທຳການປ້ອງກັນຢ່າງແຂງແກ່ນ ໃນຄະດີເງິນປິດປາກ


ອະດີດປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ຍົກໂປ້ ໃນຂະນະທີ່ທ່ານເດີນທາງໄປສະໂມສອນກອຟສາກົນຂອງທ່ານ ທຣຳ ໃນເມືອງ ເວັນສພາມ ບີດຈ໌, ລັດ ຟລໍຣິດາ, 2 ເມສາ 2023.
ອະດີດປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ຍົກໂປ້ ໃນຂະນະທີ່ທ່ານເດີນທາງໄປສະໂມສອນກອຟສາກົນຂອງທ່ານ ທຣຳ ໃນເມືອງ ເວັນສພາມ ບີດຈ໌, ລັດ ຟລໍຣິດາ, 2 ເມສາ 2023.

ທະນາຍຄວາມຂອງອະດີດປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ໄດ້ສັນຍາເມື່ອວັນອາທິດວານນີ້ທີ່ຈະທຳການປ້ອງກັນຢ່າງແຂງແກ່ນຕໍ່ການກ່າວຫາວ່າ ທ່ານໄດ້ຈ່າຍເງິນປິດປາກ 130,000 ໂດ​ລາ ໃຫ້ດາວໂປ້ສຳລັບຂະຫຍາຍ ໂອກາດການເລືອກຕັ້ງຂອງທ່ານໃນປີ 2016 ເພື່ອບໍ່ໃຫ້ນາງອອກມາເວົ້າ ກ່ຽວກັບ ການກ່າວອ້າງທີ່ວ່າ ລາວໄດ້ທຳການນັດພົບນຶ່ງຄືນກັບທ່ານ ທຣຳ ເມື່ອນຶ່ງທົດສະວັດກ່ອນ.

ທະນາຍຄວາມຈຳເລີຍທ່ານ ໂຈ ທາໂຄປີນາ ໄດ້ກ່າວຕໍ່ລາຍການ State of the Union ຂອງໂທລະພາບ CNN ວ່າການຈ່າຍເງິນໃຫ້ນັກສະແດງຮູບເງົາ ຜູ້ໃຫຍ່ ນາງ ສຕອມມີ ແດນຽລ ນັ້ນ ແມ່ນ “ການຈ່າຍເງິນສ່ວນຕົວ, ບໍ່ແມ່ນ ການຈ່າຍເງິນຂອງການໂຄສະນາຫາສຽງ.” ທ່ານ ທຣຳ ໄດ້ປະຕິເສດການກ່າວ ຫາຂອງດາວໂປ້ ມາດົນນານວ່າເຂົາເຈົ້າໄດ້ຫຼິ້ນຊູ້ນຳກັນ ແຕ່ໄດ້ຍອມຮັບ ການຈ່າຍເງິນໃຫ້ນາງບໍ່ດົນກ່ອນທ່ານໄດ້ຊະນະທ່ານນາງ ຮິລແລຣີ ຄລິນຕັນ ທີ່ສັງ ກັດພັກເດໂມແຄຣັດ ໃນການເລືອກຕັ້ງປີ 2016.

Lawyer: Trump Ready for Legal Battle
please wait

No media source currently available

0:00 0:02:24 0:00

ທ່ານ ທາໂຄປີນາ ໄດ້ໂຈມຕີໄອຍະການປະຈຳເຂດ ນິວຢອກ ທ່ານ ອາລວິນ ແບຣກ ສຳລັບການເຮັດໃຫ້ຄະນະຕຸລາການຕັ້ງຂໍ້ກ່າວຫາຕໍ່ທ່ານ ທຣຳ ເມື່ອ ວັນພະຫັດທີ່ຜ່ານມາໃນການເຊື່ອມໂຍງກັບການຈ່າຍເງິນນັ້ນ, ໂດຍກ່າວວ່າຖ້າ ທ່ານ ທຣຳ “ບໍ່ລົງແຂ່ງຂັນສຳລັບຕຳແໜ່ງປະທານາທິບໍດີປີ 2024, ທ່ານກໍຄົງ ຈະບໍ່ຖືກຟ້ອງຮ້ອງ.”

ທ່ານ ທາໂຄປີນາ ໄດ້ກ່່າວວ່າ “ພວກເຮົາຈະເວົ້າຢ່າງດັງ ແລະ ພາກພູມໃຈວ່າບໍ່ຜິດ” ເວລາທີ່ອະດີດປະທານາທິບໍ ດີຖືກຟ້ອງຮ້ອງໃນສານສູງສຸດລັດ ນິວຢອກ ໃນວັນອັງຄານມື້ອື່ນນີ້.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG