ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານທຣຳ ​ເອີ້ນ​ການກວດຄົ້ນ ຫ້ອງການ ທະນາຍຄວາມ ​ຂອງທ່ານ​ວ່າ ເປັນການ​ເພີ່ມ​ ​ຄວາມ​ບໍ່​ທ່ຽງ​ທຳ ລະດັບໃໝ່


ທ່ານ ​ໄມ​ໂກ ​ໂຄເ​ຮັນ (Michael Cohen) ທະນາຍຄວາມ​ສ່ວນ​ຕົວ​ຂອງທ່ານ​ທຣຳ ໄປຮອດລັດຖະສະພາ.
ທ່ານ ​ໄມ​ໂກ ​ໂຄເ​ຮັນ (Michael Cohen) ທະນາຍຄວາມ​ສ່ວນ​ຕົວ​ຂອງທ່ານ​ທຣຳ ໄປຮອດລັດຖະສະພາ.

​ປະທານາທິບໍດີ​ສະຫະລັດ ທ່ານ​ດໍໂນ ທຣຳ ​ໄດ້​ຕອບ​ໂຕ້ຢ່າງ​ແຮງ ໃນ​ຈັນ​ວານ​ນີ້
ຕໍ່ການທີ່​ອົງການ​ສັນຕິ​ບານ​ກາງ​ສະຫະລັດ ຫຼື FBI ທີ່​ໄດ້​ບຸກເຂົ້າໄປກວດຄົ້ນຫ້ອງ
ການທ່ານ ​ໄມ​ໂກ ​ໂຄເ​ຮັນ (Michael Cohen) ທະນາຍຄວາມ​ສ່ວນ​ຕົວ​ຂອງ
ທ່ານ​ທຣຳ ​ຊຶ່ງ​ທ່ານ​ໄດ້​ເອີ້ນ​ວ່າ ​ແມ່ນ “ສະພາບ​ການ​ທີ່​ເສື່ອມເສຍ” ​ແລະ​ເປັນ​ການ
“​ເພີ່ມ​ລະດັບ​ໃໝ່ຂອງ​ຄວາມ​ບໍ່​ທ່ຽງ​ທຳ.”

​ເຈົ້າ​ໜ້າ​ທີ່​ຂອງອົງການ​ FBI ​ໄດ້ປະຕິບັດການກວດຄົ້ນ ທັງ​ຫ້ອງການ​ຂອງ​ທ່ານໂຄ​ເຮັນ
​ແລະ​ໂຮງ​ແຮມບ່ອນ​ທີ່​ທ່ານ​ໄດ້​ພັກ​ອາ​ໄສຢູ່ ເພື່ອ​ຍຶດ​ເອົາ​ເອກ​ກະສາ​ນທາງ​ການ​ເງິນ ​
ແລະ​ເອກ​ກະສາ​ນອື່ນໆ ຊຶ່ງ​ຮວມທັງ​ການ​ຈ່າຍ​ເງິນ 130 ພັນ​ໂດ​ລາ ​ໃຫ້​ກັບ​ດາວ​ໂປ້
ສຕອມ​ມີ ດາ​ນຽລສ໌.

ພວກ​ຜູ້​ຄົນ ທີ່​ຮູ້ດີ​ກ່ຽວ​ກັບ​ເລື່ອງ​ນີ້ ​ໄດ້​ບອກ​ກັບ​ໜັງສືພິມວໍ​ຊີງ​ຕັນ ​ໂພດທ໌ ​ແລະ​ນິວຢອກ
​ທາມສ໌ ວ່າ ທ່ານ​ໂຄເ​ຮັນ ​ແມ່ນ​ກຳລັງ​ຖືກ​ສືບສວນ​ ກ່ຽວກັບຄວາມເປັນໄປໄດ້ໃນການສ້ໍ
ໂກງທະນາຄານ.

ທະ​ນານາ​ຍຄວາມ​ຂອງ​ທ່ານ​ໂຄ​ເຮັນ ທ່ານສ​ເຕັບຟັນ ​ໄຣອັນ (Stephen Ryan)
​ໄດ້​ກ່າວ​ວ່າ ການ​ກວດ​ຄົ້ນນີ້ ​ແມ່ນ​ອີງ​ຕາມ ສ່ວນ​ນຶ່ງ​ຂອງການສະ​ເໜີ​ຂອງໄອ​ຍະ​ການ
​ພິ​ເສດ ທ່ານ​ໂຣ​ເບີຣດ ມັລ​ເລີ, ຜູ້​ຊຶ່ງ​ໃຊ້​ເວລາ​ໃນຮອບ​ປີ​ກາຍ​ນີ້ ສືບສວນ​ຄະດີ​ຄວາມ​
ກ່ຽວ​ກັບ​ການ​ເຂົ້າ​ມາ​ແຊກ​ແຊງ​ຂອງຣັດ​ເຊຍ​ເຂົ້າ​ໃນ​ການ​ເລືອກ​ຕັ້ງ​ປະທານາທິບໍດີ​
ສະຫະລັດ ປີ 2016 ​ແລະ​ການ​ສົມຮູ້​ຮ່ວມ​ຄິດ​ລະຫວ່າງ​ຄະນະໂຄສະນາ​ຫາ​ສຽງ​ຂອງ
​ທ່ານ​ທຣຳ ​ແລະຣັດ​ເຊຍ.

ເຊີນຊົມ: ລາຍງານກ່ວກັບທ່ານໄມໂຄ ບຣາວ

Trump Calls Raid on Lawyer's Office 'Attack on Our Country'
please wait

No media source currently available

0:00 0:01:44 0:00

ທ່ານ​ທຣຳ ​ໄດ້​ປະຕິ​ເສດຕໍ່ການ​ສົມຮູ້​ຮ່ວມ​ຄິດ​ ​ແລະ​ໄດ້​ເອີ້ນ​ການ​ສືບສວນ​ຂອງ​ທ່ານ
​ມັລ​ເລີ ​ວ່າ​ເປັນ​ການ​ “ຊອກ​ຫາຈັບຜິດ.”

“ການ​ຕັດສິນ​ໂດຍ​ກະຊວງ​ຍຸຕິ​ທຳ​ສະຫະລັດ ​ໃນ ນິວຢອກ ທີ່​ຈະ​ທຳ​ການ​ສືບສວນ ​
ໂດຍ​ໃຊ້​ການ​ອອກ​ໝາຍ​ຄົ້ນ ທີ່​ບໍ່​ເໝາະ​ສົມ​ແລະ​ບໍ່​ຈຳ​ເປັນ,” ຊຶ່ງ​ທ່ານ​ໄຣ​ເອັນ ​ໄດ້​ກ່າວ​
ໃນ​ຖະ​ແຫຼ​ງການ​ສະບັບ​ນຶ່ງ ​ແລະ​ທ່ານ​ຍັງ​ໄດ້​ກ່າວ​ຕື່ມ​ວ່າ “ຜົນ​ສະຫຼຸບ​ຂອງ​ຄວາມ​ບໍ່​
ຈຳ​ເປັນ​ທີ່​ຈະ​ຍຶດ​ເອົາ​ເອກ​ກະສາ​ນ ທີ່​ທະນາຍຄວາມ​ປົກ​ປ້ອງ ​ລູກ​ຄວາມ​ຂອງ​ທ່ານ
ທີ່​ຕິດ​ຕໍ່​ພົວພັນ​ລະຫ່ວາງ​ທະ ນາຍຄວາມ​ແລະ​ລູກ​ຄວາມ​ຂອງ​ເພີ່ນ​ນັ້ນ.”

ທ່ານໄຣ​ເອັນ ຍັງ​ໄດ້ກ່າວ​ເພີ່ມ​ຕື່ມ​ວ່າ ທ່ານ​ໂຄເຮັນ ​ແມ່ນ​ໄດ້​ໃຫ້ການ​ຮ່ວມ​ມື​ກັບ​ຄະນະ​
ສືບສວນ.

​ເຖິງ​ແມ່ນ​ວ່າ ຫຼັກ​ຖານ​ຂອງ​ທ່ານ​ມັລ​ເລີ ​ແມ່ນ​ເພັ່ງ​ເລັງ​ໃສ່​ການ​ເຂົ້າ​ມາ​ແຊກ​ແຊງ​ຂອງ
ຣັດ​ເຊຍ ໃນ​ການ​ເລືອກ​ຕັ້ງ ພາຍ​ໃຕ້​ກົດໝາຍ ທ່ານ​ແມ່ນ​ຈຳ​ເປັນ​ທີ່​ຈະ​ໄດ້​ຮັບ​ອະນຸ​ໝັດ
​ຈາກລັດຖະມົນຕີ​ກະຊວງ​ຍຸຕິ​ທຳສະຫະລັດ ຖ້າ​ຫາກ​ທ່ານ ພົບ​ເຫັນ​ສິ່ງ​ໃດ​ສິ່ງ​ນຶ່ງ ​
ໃນ​ການ​ສືບ ສວນ​ຂອງ​ທ່ານ ທີ່​ຄິດ​ວ່າ ຄວນ​ຈະມີການກວດ​ຄົ້ນນັ້ນ.

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສ​າອັງກິດ

ຕຳຫຼວດແລະເຈົ້າໜ້າທີ່ຮັກສາຄວາມປອດໄພ ຢືນຢູ່ຂ້າງນອກຕຶກ 30 ຣ໊ອກເກີຟຽລເລີ ພລາຊາ (Rockefeller Plaza), ສະຖານທີ່ ທີ່ທ່ານໄມໂກ ໂຄເຮັນ ທະນາຍຄວາມຂອງປະທານາທິບໍດີທຣຳ ພັກອາໄສຢູ່ ທີ່ຖືກໝາຍຄົ້ນໂດຍອົງການສັນຕິບານກາງສະຫະລັດ ຫຼື FBI ໃນແມນແຮດຕັນ, ນິວຢອກ, 9 ເມສາ 2018.
ຕຳຫຼວດແລະເຈົ້າໜ້າທີ່ຮັກສາຄວາມປອດໄພ ຢືນຢູ່ຂ້າງນອກຕຶກ 30 ຣ໊ອກເກີຟຽລເລີ ພລາຊາ (Rockefeller Plaza), ສະຖານທີ່ ທີ່ທ່ານໄມໂກ ໂຄເຮັນ ທະນາຍຄວາມຂອງປະທານາທິບໍດີທຣຳ ພັກອາໄສຢູ່ ທີ່ຖືກໝາຍຄົ້ນໂດຍອົງການສັນຕິບານກາງສະຫະລັດ ຫຼື FBI ໃນແມນແຮດຕັນ, ນິວຢອກ, 9 ເມສາ 2018.

XS
SM
MD
LG