ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ທ​ຣຳ ຢາກ​ໃຫ້​ປ່ຽນ​ຜູ້​ພິ​ພາກ​ສາ​ຄົນ​ໃໝ່ ເພື່ອ​ຟັງ​ການ​ໃຫ້​ການ​ໃນ​ຄະ​ດີ​ສໍ້​ໂກງ​ການ​ເລືອກ​ຕັ້ງ


ທ່ານ ດໍ​ໂນ​ລ ທ​ຣຳ ອອກ​ຈາກ​ລົດ​ເພື່ອ​ຂຶ້ນ​ເຮືອ​ບິນ​ຂອງ​ທ່ານ​ຢູ່​ສະ​ໜາມ​ບິນ​ແຫ່ງ​ຊາດ ໂຣ​ໂນ​ລ ເຣ​ແກນ, ລັດ​ເວີ​ຈິ​ເນຍ, 3 ສິງ​ຫາ 2023.
ທ່ານ ດໍ​ໂນ​ລ ທ​ຣຳ ອອກ​ຈາກ​ລົດ​ເພື່ອ​ຂຶ້ນ​ເຮືອ​ບິນ​ຂອງ​ທ່ານ​ຢູ່​ສະ​ໜາມ​ບິນ​ແຫ່ງ​ຊາດ ໂຣ​ໂນ​ລ ເຣ​ແກນ, ລັດ​ເວີ​ຈິ​ເນຍ, 3 ສິງ​ຫາ 2023.

ອ​ະ​ດີດ​ປະ​ທານ​າ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ດໍ​ໂນ​ລ ທ​ຣຳ ໄດ້ທຳ​ການ​ໂຕ້​ແຍ້ງ​ໃນ​ວັນ​ອາ​ທິດ​ວານນີ້​ວ່າ ຜູ້​ພິ​ພາກ​ສາ​ລັດ​ຖະ​ບານ​ກາງ​ທີ່​ຖືກສຸ່ມເລືອກເພື່ອ​ຄວບ​ຄຸມ​ການ​ດຳ​ເນີນ​ຄະ​ດີ​ທີ່​ໄດ້​ກ່າວ​ຫາ​ທ່ານ ກ່ຽວ​ກັບ ການ​ສົມ​ຮູ້​ຮ່ວມ​ຄິດ​ເພື່ອ​ຕ່າວ​ປີ້ນ​ຄວາມ​ຜ່າຍ​ແພ້​ຂອ​ງ​ທ່ານໃນການ​ເລືອກ​ຕັ້ງ​ເອົາ​ຕຳ​ແໜ່ງ​ຄືນ​ໃນ​ປີ 2020 ຈະ​ບໍ່​ມີ​ຄວາມ​ເປັນ​ທຳ​ຕໍ່​ທ່ານ ແລະ ຄວນ​ຖືກ​ປ່ຽນ​ໃໝ່.

ທ່ານ​ຍັງ​ໄດ້​ກ່າວ​ວ່າ​ຄະ​ດີ​ດັ່ງ​ກ່າວ​ຄວ​ນ​ຖືກ​ຍ້າຍ​ອອກ​ຈາກ​ນະ​ຄອນຫຼວງວໍ​ຊິງ​ຕັນ, ບ່ອນ​ທີ່​ປະ​ຊາ​ຊົນ​ທີ່​ອາ​ໄສ​ຢູ່​ໄດ້​ລົງ​ຄະ​ແນນ​ສຽງ​ຄັດ​ຄ້ານ​ທ່ານ​ຢ່າ​ງ​ຖ້ວມ​ລົ້ນ, ແລະ ຜູ້​ທີ່​ຄາດ​ວ່າ​ຈະ​ເປັນຄະ​ນະ​ລູ​ກ​ຂຸນກໍ​ຈະ​ຖືກ​ເລືອກ​ຈາກ​ຜູ້​ທີ່​ໄດ້​ລົງ​ຖະ​ບຽນ​ປ່ອນ​ບັດ​ນັ້ນ.

ທ່ານ ທ​ຣຳ, ໃນ​ເວັບ​ໄຊ້ສື່​ສັງ​ຄົມ Truth Social ຂອງ​ທ່ານ​ນັ້ນ, ໄດ້​ກ່າວ​ດ້ວຍ​ໜັງ​ສື​ໂຕ​ໃຫຍ່​ທັງ​ໝົດ​ວ່າ, “ມັນ​ບໍ່​ມີ​ທາງ​ທີ່​ຂ້າ​ພະ​ເຈົ້າ​ຈະ​ໄດ້​ຮັບ​ການ​ດຳ​ເນີນ​ຄະ​ດີ​ຢ່າງ​ເປັນ​ທຳ​ດ້ວຍ​ຜູ້​ພິ​ພາກ​ສາທີ່ “ຖືກ​ແຕ່ງ​ຕັ້ງນັ້ນ", ເຊິ່ງ​ໄດ້​ອ້າງ​ເຖິງ​ຜູ້​ພິ​ພາກ​ສາ​ປະ​ຈຳ​ເຂດ ສະ​ຫະ​ລັດ ທ່ານ​ນາງ ແທນ​ຢາ ຈັດ​ແຄນ.

ສານ​ປະ​ຈຳ​ເຂດ ສະ​ຫະ​ລັດ ສຳ​ລັບ​ນະ​ຄອນຫຼວງວໍ​ຊິງ​ຕັນ ບໍ່​ໄດ້​ຕອບ​ຕໍ່​ການ​ຂໍ​ຄຳ​ເຫັນ​ຈາກ​ອົງ​ການ​ຂ່າວ ຣອຍ​ເຕີ​ ໃນ​ທັນ​ທີ.

ທ່ານ​ນາງ ຈັດ​ແ​ຄນ ໄດ້​ຕັດ​ສິນ​ລົງ​ໂທດ​ຜູ້​ສະ​ໜັບ​ສະ​ໜູນ​ທ່ານ​ ທ​ຣຳ ທັງ​ໝົດ 38 ຄົນ​ເຂົ້າ​ຄຸກ ຜູ້​ທີ່​ໄດ້​ໄປ​ປາ​ກົດ​ຕົວ​ໃນ​ສານ​ຂອງ​ທ່ານ​ນາງ ທີ່​ຖືກ​ກ່າວ​ຫາ ກ່ຽວ​ກັບ ການ​ກະ​ທຳ​ຜິດຫຼາຍ​ຢ່າງ​ນັບ​ຈາກ​ບົດ​ບາດ​ຂອງ​ພວກ​ເຂົາ​ໃນ​ວັນ​ທີ 6 ມັງ​ກອນ 2021, ເຊິ່ງ​ແມ່ນ​ການ​ກໍ່​ຈະ​ລາ​ຈົນ​ເວ​ລາ​ທີ່​ຜູ້​ສະ​ໜັບ​ສະ​ໜູນ​ທ່ານ ທ​ຣຳ 2,000 ຄົນ​ໄດ້​ບຸກ​ເຂົ້າ​ໄປ​ໃນ​ຕຶກ​ຫໍ​ລັດ​ຖະ​ສະ​ພາ ເພື່ອ​ປະ​ທ້ວງ​ການ​ຮັບ​ຮອງ​ຂອງ​ລັດ​ຖະ​ສະ​ພາ ກ່ຽວ​ກັບ ໄຊ​ຊ​ະ​ນະ​ຂອງ​ທ່ານ ໂຈ ໄບ​ເດັນ ສັງ​ກັດ​ພັກ​ເດ​ໂມ​ແຄ​ຣັດ.

ໃນ​ສີ່​ຄະ​ດີ​ຈາກ​ທັງ​ໝົດ​ທີ່​ທ່ານ​ນາງ ຈັດ​ແຄນ ໄດ້​ຟັງ​ນັ້ນ, ບັນ​ດາ​ໄອ​ຍະ​ການບໍ່​ໄດ້​ຂໍ​ໂທດ​ຂັງ​ຄຸກ​ໃດໆ​ສຳ​ລັບ​ຈຳ​ເລີຍ. ສື່ມວ​ນ​ຊົນ ສະ​ຫະ​ລັດ ໄດ້​ລາຍ​ງານ​ວ່າ​ທ່ານ​ນາງ ຈັດ​ແຄນ, ທີ່​ເປັນນຶ່ງ​ໃນ​ຜູ້​ພິ​ພາກ​ສາ​ລັດ​ຖະ​ບານ​ກາງ​ສອງ​ຄົນ​ທີ່​ຟັງ​ການ​ໃຫ້​ການ​ໃນ​ຄະ​ດີ​ວັນ​ທີ 6 ມັງ​ກອນນັ້ນ, ແມ່ນ​ໄດ້​ຮັບ​ການ​ພິ​ສູດ​ວ່າເປັນ​ນຶ່ງ​ໃນ​ບັນ​ດາ​ຜູ້​ຕັດ​ສິນ​ໂທດ​ທີ່​ເຄັ່ງ​ຄັດ​ທີ່​ສຸດ.

ຄະ​ນະ​ຕຸ​ລາ​ການ​ລັດ​ຖະ​ບານ​ກາງ​ໃນ​ນະ​ຄອນຫຼວງວໍ​ຊິ​ງ​ຕັນ ເມື່ອ​ອາ​ທິດ​ທີ່​ຜ່ານ​ມາ​ໄດ້ຮັບ​ການ​ຟ້ອງ​ຮ້ອງ​ສີ່​ກະ​ທົງ​ຕໍ່​ທ່ານ ທ​ຣຳ ທີ່​ຖືກ​ຮ່າງ​ຂຶ້ນ​ໂດຍ​ທີ່​ປຶກ​ສາ​ພິ​ເສດ​ຂອງ​ກະ​ຊວງ​ຍຸ​ຕິ​ທຳ ທ່ານ ແຈັກ ສ​ມິດ. ທ່ານ ທ​ຣຳ ໄດ້​ສາ​ລະ​ພາບບໍ່​ມີ​ຄວາມ​ຜິດ​ຕໍ່​ຜູ້​ພິ​ພາກ​ສາ​ ສະ​ຫະ​ລັດ, ແຕ່​ທ່ານ​ນາງ ຈັດ​ແຄນ ຕອນນີ້​ແມ່​ນ​ໄດ້​ເຂົ້າ​ຄວບ​ຄຸມ​ຄະ​ດີ​ດັ່ງ​ກ່າວ ແລະ ມີ​ແຜນ​ທີ່​ຈະ​ຈັດ​ວັນ​ການ​ດຳ​ເນີນ​ຄະ​ດີ​ໃສ່​ການ​ໃຫ້​ການ​ວັນ​ທີ 28 ສິງ​ຫາ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG