ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອະ​ດີດ ​ທະ​ນາຍ​ຄວາມ ​ສ່ວນ​ໂຕ​ ຂອງ​ ປ. ທ​ຣຳ ໃຫ້​ການ​ເທື່ອ​ທີ​ສີ່ ຕໍ່​ສະ​ພາ​ຕ່ຳ


ອະ​ດີດ​ທະ​ນາຍ​ຄວາມ​ສ່ວນ​ໂຕ​ ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ດໍ​ໂນ​ລ ທ​ຣຳ ຄື​ທ່​າ​ນ​ໄມ​​ເກີ​ລ ໂຄ​ເຮັນ ໄດ້​ໃຫ້​ການ​ຕໍ່​ສະ​ພາ​ຕ່ຳ ເປັນເທື່ອ​ທີ​ສີ່ ທີ​່ນະ​ຄອນ​ຫຼວງວໍ​ຊິງ​ຕັນ ໃນ​ທີ 6 ມີ​ນາ 2019.
ອະ​ດີດ​ທະ​ນາຍ​ຄວາມ​ສ່ວນ​ໂຕ​ ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ດໍ​ໂນ​ລ ທ​ຣຳ ຄື​ທ່​າ​ນ​ໄມ​​ເກີ​ລ ໂຄ​ເຮັນ ໄດ້​ໃຫ້​ການ​ຕໍ່​ສະ​ພາ​ຕ່ຳ ເປັນເທື່ອ​ທີ​ສີ່ ທີ​່ນະ​ຄອນ​ຫຼວງວໍ​ຊິງ​ຕັນ ໃນ​ທີ 6 ມີ​ນາ 2019.

ອະ​ດີດ​ທະ​ນາຍ​ຄວາມ​ສ່ວນ​ໂຕ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ດໍ​ໂນ​ລ ທ​ຣຳ ຄື​ທ່​າ​ນ​ໄມເກີ​ລ ໂຄ
​ເຮັນ ໄດ້​ໃຫ້​ການ​ໃນ​ວັນ​ພຸດ​ວານ​ນີ້​ ເປັນ​ເທື່ອ​ທີ​ສີ່ ຕໍ່​ໜ້າ​ຄະ​ນະ​ກຳ​ມະ​ການ​ສະ​ພ​າ​ຕ່ຳ
ໂດຍ​ຍັງ​ສືບ​ຕໍ່ ຕອບ​ຄຳ​ຖາມ​ກ່ຽວ​ກັບ​ບົດ​ບາດ​ຂອງ​ທ່ານ​ເປັນ​ເວ​ລາ​ນຶ່ງ​ທົດ​ສະ​ວັດ​ທີ່
​ຜ່າມ​ມາ ໃນ​ນາມ​ຜູ້​ປົວ​ແປງແກ້​ໄຂ ​ໃຫ້​ແກ່​ທ່ານ​ທ​ຣຳ.

ທ່ານ​ໂຄ​ເຮັ​ນຄັ້ງ​ນຶ່ງ​ເຄີຍ​ເວົ້າວ່າ ທ່ານ​ຈະ​ “ຮັບ​ເອົາ​ລູກ​ປືນ” ​ແທນ​ທ່ານ​ທຣຳ ແຕ່​ໃນ
​ຂະ​ນະ​ທີ່​ທ່ານ​ໂຄ​ເຮັນ ​ໄດ້​ປ່ຽນ​ມາ​ເປັນ​ຜູ້​ຕໍ່​ຕ້ານ​ປະ​ທາ​ນາ​ທິ​ບໍ​ດີ ບັນ​ດາ​ສະ​ມາ​ຊິກ​
ສະ​ພາ​ກຳ​ລັງ​ສືບ​ສວນບົດ​ບາດ​ຂອງ​ທ່ານ ໃນ​ການ​ຊ່ວຍ​ທ່ານ​ທ​ຣຳໃຫ້​ເປັນ​ປະທາ
​ນາ​ທິບໍ​ດີ​ຄົນ​ທີ 45 ຂອງ​ປະ​ເທດ.

​ຈຸດ​ເພັ່ງ​ເລັງ​ນຶ່ງ​ແມ່ນ​ການ​ຈ່າຍເງິນ​ປິດ​ປາກ​ຮ່ວມ​ກັນ 280,000 ໂດ​ລາ ທີ່​ທ່ານ​ໂຄ​
ເຮັນ​ໄດ້​ຈ່າຍ ຫຼື​ຈັດ​ແຈງ​ໃຫ້​ແກ່​ນັກ​ສະ​ແດງ​ຮູບ​ເງົາ​ໂປ້ ແລະ​ນາງ​ແບບເພລ​ບອຍ
ກ່ອນ​ໜ້າການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ​ປີ 2016 ​ໜ້ອຍ​ນຶ່ງ ເພື່ອ​ໃຫ້​ເຂົາ​ເຈົ້າ​ມິດ
​ງຽບ​ກ່ຽວ​ກັບ​ການ​ພົວ​ພັນ ທີ່​ເຂົາ​ເຈົ້າ​ກ່າວ​ຫາ​ວ່າ ​ເຂົາ​ເຈົ້າ​ໄດ້ມີ​ຄວາມ​ສຳພັນ​ທາງ​
ຊູ້​ສາວ​ກັບ​ທ່ານ​ທ​ຣຳ​ເມືີ່ອ​ນຶ່ງ​ທົດ​ສະ​ວັດ​ກ່ອນ.

ຍິ່ງ​ໄປ​ກວ່າ​ນັ້ນ ບັນ​ດາ​ສະ​ມາ​ຊິກ​ສະ​ພາ ​ຍັງ​ສືບ​ສືບ​ສວນ​ກ່ຽວ​ກັບ​ບົດ​ບາດ​ຂອງ​ທ່ານ
​ໂຄ​ເຮັນ ​ໃນ​ການ​ສາ​ລະ​ພາບທີ່ທ່ານໄດ້ຕົວະ​ຕໍ່​ສະ​ພາ​ເມື່ອ​ສອງ​ປີ​ກ່ອນ ເວ​ລາ​ທ່ານ​
ໃຫ້​ການ​ວ່າ ຄວາມ​ພະ​ຍາ​ຍາມ​ຂອງທ່ານ​ທ​ຣຳທີ່​ຈະ​ສ້າງ​ຕຶກ​ດາດ​ຟ້າ​ຢູ່​ນະ​ຄອນ​ມົ​ສ​ກູ
ໄດ້​ສິ້ນ​ສຸດ​ລົງ​ໃນ​ຕົ້ນ​ປີ 2016. ບັດ​ນີ້​ທ່ານ​ໂຄ​ເຮັນ​ກ່າວ​ວ່າ ການ​ສົນ​ທະ​ນາ​ກ່ຽວ​ກັບ​ຂໍ້​
ຕົກ​ລົງກັບ​ຣັ​ດເຊຍ ແທ້​ຈິງ​ແລ້ວ​ໄດ້​ກາຍ​ເວ​ລາ​ຕໍ່​ຈາກນັ້ນ​ອີກ​ຫຼາຍ​ເດືອນ ແມ່ນ​ແຕ່​
ເວ​ລາ​ທ່ານ​ທ​ຣຳ​ໄດ້​ບອກ​ແກ່​ບັນ​ດາ​ຜູ້​ປ່ອນ​ບັດ​ວ່າ ທ່ານ​ບໍ່​ມີ​ຂໍ້​ຕົກ​ລົງ​ທຸ​ລະ​ກິດກັບ
ຣັດ​ເຊຍ​ກໍ​ຕາມ.

ຮູບ​ພາບ​ວັນ​ທີ 5 ປີ 1996 ຂອ​ງ​ທ່ານ​ດໍ​ໂນ​ລ ທ​ຣຳ ຊຶ່ງ​ເວ​ລາ​ນັ້ນເປັນ​ນັກ​ທຸ​ລະ​ກິດ ອະສັງ​ຫາ​ລິ​ມະ​ຊັບ ແລະ​ບັດ​ນີ້​ເປັນ ປະ​ທາ​ນາ​ທິບ​ໍດີ ສະ​ຫະ​ລັດ ຢ້ຽມ​ຢາມບ່ອນ​ທີ່​ຈະ​ສ້າ​ງ ອາ​ຄານຫລູ​ຫລາ ທີ່ ນະ​ຄອນ​ມົ​ສ​ກູ ຣັດ​ເຊຍ..
ຮູບ​ພາບ​ວັນ​ທີ 5 ປີ 1996 ຂອ​ງ​ທ່ານ​ດໍ​ໂນ​ລ ທ​ຣຳ ຊຶ່ງ​ເວ​ລາ​ນັ້ນເປັນ​ນັກ​ທຸ​ລະ​ກິດ ອະສັງ​ຫາ​ລິ​ມະ​ຊັບ ແລະ​ບັດ​ນີ້​ເປັນ ປະ​ທາ​ນາ​ທິບ​ໍດີ ສະ​ຫະ​ລັດ ຢ້ຽມ​ຢາມບ່ອນ​ທີ່​ຈະ​ສ້າ​ງ ອາ​ຄານຫລູ​ຫລາ ທີ່ ນະ​ຄອນ​ມົ​ສ​ກູ ຣັດ​ເຊຍ..

ໂທ​ລະ​ພາບ CNN ກ່າວ​ວ່າ​ ທ່ານ​ໂຄ​ເຮັນໄດ້ໃຫ້​ການ​ແບບ​ປິດ​ລັບ ຕໍ່ຄະ​ນະ​ກຳ​ມະ
​ການ​ສືບ​ລັບ​ສະ​ພາ​ຕ່ຳ ​ໂດຍມອບໃຫ້​ເອກ​ກະ​ສານໃຫ້ແກ່​ບັນ​ດາ​ສະ​ມາ​ຊິກ​ສະ​ພາ
​ທີ່ສະ​ແດງໃຫ້​ເຫັນ​ການ​ປ່ຽນ​ແປງ​ຂອງ​ຖະ​ແຫຼງຂ່າວ ທີ່​ທ່ານ​ໄດ້​ວາງ​ແຜນ​ທີ່​ຈະ​ເອົາ
​ໃຫ້​ແກ່​ຄະ​ນະ​ກຳ​ມະ​ການ​ສະ​ພາ​ຕ່ຳ​ໃນ​ປີ 2017 ກ່ຽວກັບຂໍ້​ຄິດ​ເຫັນ​ຂອງ​ທ່ານ​ທ​ຣຳ
​ກ່ຽວ​ກັບ​ເລື້ອງ​ເຣັດ​ເຊຍ. ທ່ານ​ໄດ້​ໃຫ້​ການ​ຢ່າງ​ເປີດ​ເຜີຍ​ອາ​ທິດ​ແລ້ວ​ນີ້​ວ່າ ທະ​ນາຍ
​ຄວາມ​ທ່ານ​ທ​ຣຳ​ຄົນ​ນຶ່ງ​ໄດ້​ເຮັດ​ການ​ປ່ຽນ​ແປງ​ໃນ​ການ​ໃຫ້​ການ​ຂອງ​ທ່ານຕໍ່​ຄະ​ນະ
​ກຳ​ມະ​ການ​ສະ​ພາ​ຕ່ຳ ແຕ່​ວ່າ​ທະ​ນາຍ​ຄວາມ​ໄດ້​ປະ​ຕິ​ເສດ​ການກ່າວ ອ້າງ​ຂອງ​ທ່ານ​
ໂຄ​ເຮັນ.

ໃນອາ​ທິດ​ແລ້ວ​ນີ້ ທ່ານ​ໂຄ​ເຮັນ​ໄດ້​ສ​ະ​ແດງ​ໃຫ້ບັນ​ດາ​ສະ​ມາ​ຊິກ​ສະ​ພາເບິ່ງ ເຊັກເງິນ
35,000 ໂດ​ລາ ທີ່​ໄດ້​ຂຽນ​ໃຫ້​ທ່ານ ໃບ​ນຶ່ງ​ໄດ້​ເຊັນ​ໂດຍ​ທ່ານ​ທ​ຣຳ ແລະ​ອີກ​ໃບ​ນຶ່ງ
​ໄດ້​ເຊັນ​ໂດຍ​ລູກ​ຊາຍ​ກົກ​ ຂອງ​ທ່ານ​ທ​ຣຳ ທ່ານ​ດໍ​ໂນ​ລ ທ​ຣຳ ຈູ​ເນຍ ແລະ​ທ່ານ​ອາ​ລ
​ເລັນ ວາຍ​ແຊ​ລ​ເບີກ ​ຫົວ​ໜ້າ​ການ​ເງິນ​ ຂອງ​ອົງ​ການ​ທ​ຣຳທີ່​ເປັນ ອາ​ນາ​ຈັກ​ທຸ​ລະ​ກິດ
​ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ຢູ່​ທົ່ວ​ໂລກ. ທ່ານ​ໂຄ​ເຮັນ​ກ່າວ​ວ່າ ບັນ​ດາ​ເຊັກ​ເງິນ​ໄດ້​ເປັນ​ພາກ​
ສ່ວນ​ການ​ຈ່າຍເງິນໃຫ້ແກ່​ທ່ານເພື່ອ​ເປັນ​ເງິນ​ທີ່​ຈ່າ​ຍຄ່າປິດ​ປາກ ແມ່​ຍິງ​ສອງ​ຄົນທີ່​
ກ່າວ​ຫາ​ວ່າມີ​ຄວາມ​ສຳ​ພັນຖານ​ຊູ້​ສາວ​ກັບ​ທ່ານ​ທ​ຣຳ. ປະ​ທາ​ນາ​ທິ​ບໍ​ດີ ​ທ​ຣຳໄດ້​ປະ​ຕິ​
ເສດ​ວ່າ ​ບໍ່​ມີການ​ພົວ​ພັນໃດໆ​ໄດ້​ເກີດ​ຂຶ້ນ.

Trump Impeachment Tricky Prospect for Democrats
please wait

No media source currently available

0:00 0:02:50 0:00

ໜັງ​ສື​ພິມ​ນິວຢອກໄທ​ມ​ສ໌ ກ່າວ​ວ່າ ​ຕົນໄດ້​ເຫັນ​ຫົກ ​ຂອງ​ຈຳ​ນວນທັງ​ໝົດ 11 ເຊັກ​
ເງິນ​ຂອງ​ທ່ານ​ທ​ຣຳຫຼື​ຜູ້​ໄວ້​ວ​າງ​ໃຈຂອງ​ທ່ານໄດ້​ຂຽນໃຫ້​ແກ່​ທ່ານ​ໂຄ​ເຮັນທີ່​ເຊື່ອມ​ໂຍງ
​ກັບ​ການ​ຈ່າ​ຍ​ໝົດ​ໃຫ້​ແກ່​ດາ​ລາ​ໂປ້ ນາ​ງ​ສະ​ຕອມ​ມີ ດາ​ນຽລ​ສ໌ ແລະ​ນາງ​ແບ​ບເພລ
ບອຍ ນາງ​ແຄ​ຣັນ ແມັກ​ດູ​ກາລ.

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG