ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ​ທ​ຣຳ ແລະ​ບັນ​ດາ​ສະ​ມາ​ຊິກ​ສະ​ພາ ພາ​ກັນ​ຈັດ​ການ​ ເພື່ອ​ຫຼີກ​ເວັ້ນ ​ການ​ປິດ​ລັດ​ຖະ​ບານ ​ລົງ


ປະ​ທາ​ນາ​ທິບໍ​ດີສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ ຂຶ້ນ​ກ່າວ​ໃນ​ການ​ພົບ​ປະ​ກັນ ທີ່​ທຳ​ນຽບ​ຂາວ, 18 ກໍ​ລະ​ກົດ 2018.
ປະ​ທາ​ນາ​ທິບໍ​ດີສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ ຂຶ້ນ​ກ່າວ​ໃນ​ການ​ພົບ​ປະ​ກັນ ທີ່​ທຳ​ນຽບ​ຂາວ, 18 ກໍ​ລະ​ກົດ 2018.

ປະ​ທາ​ນາ​ທິບໍ​ດີສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ ຈະ​ພົບ​ປະກັບ​ຜູ້​ນຳ​ພັກ​ເດ​ໂມ​ແຄ​ຣັດ
ໃນ​ວັນ​ອັງ​ຄານ​ມື້​ນີ້ ໃນ​ຄວາມ​ພະ​ຍາ​ຍາມ​ເປັນຄັ້ງ​ສຸດ​ທ້າຍ ເພື່ອ​ຮັ​ບ​ປະ​ກັນງົບ​ປະ​ມານ​
ສ້າງກຳ​ແພງຊາຍ​ແດນ ຊຶ່ງ​ເປັນ​ສ່ວນ​ທີ່​ຖື​ວ່າ ​ເປັນ​ການ​ຂະ​ຫຍາຍ​ການ​ໃຊ້​ຈ່າຍ​ຂອງ
ລັດ​ຖະ​ບານ ທີ່​ໃຫຍ່ ທີ່​ຈະ​ຕ້ອງ​ຮັບ​ຜ່ານ ໃນ​ວັນ​ທີ 21 ທັນ​ວາ ຈະ​ມາ​ເຖິງ​ນີ້.

ການ​ອະ​ນຸ​ຍາດ​ງົບ​ປະ​ມານ​ດັ່ງ​ກ່າວນີ້ ແມ່ນ​ຂີດ​ໝາຍ​ຂອງ​ການ​ເອົາ​ບາດ​ກ້າວ​ທາງ
​ຝ່າຍ​ຕຸ​ລາ​ການ ຂອງລັດ​ຖະ​ສະ​ພາ​ ທີ່​ຄວບ​ຄຸມ​ໂດຍ ພັກຣີ​ພັບ​ບ​ລີ​ກັນ ແລະຮ່າງ​
ກົດ​ໝາຍ​ທີ່​ຈະ​ຕ້ອງ​ຮັບ​ຜ່ານ ເພື່ອ​ຫຼີກເວັ້ນ ການ​ປິດ​ລັດ​ຖະ​ບານ​ລົງ ໃນ​ບາງ​ສ່ວນ​
ກ່ອນ​ໜ້າ​ວັນ​ຢຸດ​ໃນ​ຊ່ວງ​ເທດ​ສະ​ການບຸນ​ນີ້. ທັງ​ສອງ​ພັກ​ການ​ເມືອງ ແມ່ນ​ປະ​ເຊີນ
ກັບຄວາມກໍ້າເກິ່ງ ຊຶ່ງ​ເປັນ​ການ​ຕໍ່​ສູ້ ກ່ຽວກັບ​ເລື້ອງຄົນເຂົ້າເມືອງ ພຽງບໍ່ຫຼາຍ​ສັບ​ປະ​ດາ
​ກ່ອນ​ການເຂົ້າ​ຄວບ​ຄຸມສະ​ພາ​ຕ່ຳ ໂດຍ​ພັກ​ເດ​ໂມ​ແຄ​ຣັດ.

ທ່ານ ຊັກ ຊູມ​ເມ​ຮີ​ຣ໌ ຜູ້​ນຳ​ສຽງ​ສ່ວນ​ໜ້ອຍ​ໃນສະ​ພາ​ສູງ ແລະປະທານສະພາຕ່ຳ ທ່ານນາງແນນຊີ ເປໂລຊີ ກ່າວ​ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ ທີ່​ວໍ​ຊີງ​ຕັນ ດີ​ຊີ, 13 ມີ​ນາ 2017.
ທ່ານ ຊັກ ຊູມ​ເມ​ຮີ​ຣ໌ ຜູ້​ນຳ​ສຽງ​ສ່ວນ​ໜ້ອຍ​ໃນສະ​ພາ​ສູງ ແລະປະທານສະພາຕ່ຳ ທ່ານນາງແນນຊີ ເປໂລຊີ ກ່າວ​ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ ທີ່​ວໍ​ຊີງ​ຕັນ ດີ​ຊີ, 13 ມີ​ນາ 2017.

ທ່ານ​ທ​ຣຳ ຈະ​ພົບ​ກັບ ທ່ານ ຊັກ ຊູມ​ເມ​ຮີ​ຣ໌ ຜູ້​ນຳ​ສຽງ​ສ່ວນ​ໜ້ອຍ​ໃນສະ​ພາ​ສູງ
ແລະ​ປະ​ທານ​ສະ​ພາ​ຕ່ຳ ທ່ານ​ນາງ​ແນນ​ຊີ ເປ​ໂລ​ຊີ ເພື່ອເບິ່ງວ່າ ມັນ​ຍັງ​ພໍ​ຈະ​ມີ​ຊ່ອງ​ຫວ່າງ
ທີ່​ຈະ​ປະ​ນີປະ​ນອມ ໃນ​ການ​ຮຽກ​ຮ້ອງ​ງົບ​ປະ​ມານ ໃນ​ຈຳ​ນວນ5 ພັນ​ລ້ານ ໂດ​ລ່າ ໃນການ​
ກໍ່​ສ້າງ​ກຳ​ແພງ ໃນ​ປີ​ການ 2019 ນີ້. ການ​ພົບ​ປະ​ກັນ ກັນ​ຄັ້ງ​ນີ້ ຈະ​ເປັນ​ການ​ທົດ​ລອງ​ຄັ້ງ​
ທຳ​ອິດ ຂອງ​ຄວາມ​ສາ​ມາດ​ຂອງ​ທ່ານທ​ຣຳ ທີ່​ຈະ​ເຈ​ລະ​ຈາ​ຂໍ້​ຕົກ​ລົງ​ສອງ​ຝ່າຍ ທີ່​ຕິດ​ຕາມ​ມາ
​ດ້ວຍ​ການ​ຍຶດອຳ​ນາດຄວບຄຸມ​ສະ​ພາ​ຕ່ຳຂອງ​ພັກ​ເດ​ໂມແຄ​ຣັດ ​ໃນ​ຊ່ວງ​ເລືອກ​ຕັ້ງ​ກາງ
​ສະ​ໄໝ ເມື່ອ​ເດືອນ​ພະ​ຈິກ ຜ່ານ​ມາ​ນີ້.

ທ່ານ​ທ​ຣຳ ແລະ​ທ່ານ​ນາງ​ເປ​ໂລ​ຊີ ແມ່ນ​ເລີ້ມ​ຕົ້ນ​ທີ່​ຈະ​ສະ​ແດງ​ອອກ​ ການ​ມີ​ຜົນ​ປະ​ໂຫຍດ
ໃນ​ການ​ເຮັດ​ວຽກກັບ​ແຕ່​ລະ​ຝ່າຍ ໃນ​ຮ່າງ​ກົດ​ໝາຍ ທີ່​ຈະ​ເວົ້າ​ເຖິງພື້ນ​ຖານ​ໂຄງ​ລ່າງ
ແລະລາຄາ​ຢາປົວພະຍາດ​ທີ່ຕ້ອງມີ​ໃບ​ສັ່ງຊື້. ແຕ່​ວ່າ ທ່ານ​ນາງ​ເປ​ໂລ​ຊີ ຜູ້​ຊຶ່ງຄາດ​ໝາຍວ່າ​
ຈະ​ໄດ້​ເປັນ​ປະທານຂອງ​ສະ​ພາ​ຕ່ຳ ຊຶ່ງ​ຈະ​ມີ​ການ​ເຂົ້າ​ຮັບ​ຄຳ​ສະ​ບານຕົວໃນ​ເດືອນ​ໜ້າ​ນີ້
- ຈະປະ​ຕິ​ເສດ ຄວາມ​ເປັນ​ໄປ​ໄດ້ວ່າຈະມີ​ການ​ປະ​ນີປະ​ນອມ ໃນງົບ​ປະ​ມານ​ຂອງ​ການ​
ສ້າງ​ກຳ​ແພງ​ດັ່ງ​ກ່າວ​.

ພວ​ກ​ຜູ້​ຄົນ ພາ​ກັນ​ຢ່າງ​ຕາມ​ຊາຍ​ແດນ ທາງ​ຝັ່ງ​ສວນ​ທະ​ເລ ທີ່​ເມືອງ​ທີ​ຮົວ​ນາ, ເມັກ​ຊິ​ໂກ, ຕອນ​ພະ​ອາ​ທິດ​ຕົງ​ດິນ, 30 ພະ​ຈິກ 2018.
ພວ​ກ​ຜູ້​ຄົນ ພາ​ກັນ​ຢ່າງ​ຕາມ​ຊາຍ​ແດນ ທາງ​ຝັ່ງ​ສວນ​ທະ​ເລ ທີ່​ເມືອງ​ທີ​ຮົວ​ນາ, ເມັກ​ຊິ​ໂກ, ຕອນ​ພະ​ອາ​ທິດ​ຕົງ​ດິນ, 30 ພະ​ຈິກ 2018.

​ທ່ານ​ນາງ ຍັງ​ໄດ້​ກ່າວ​ຢ່າງ​ຈະ​ແຈ້ງວ່າ ພັກ​ເດ​ໂມແຄ​ຣັດ ຈະ​ບໍ່​ພົວ​ພັ​ນ​ກັບ​ການ​ປະ​ໜິ
​ປະ​ນອມ​ນີ້ ໃນ​ກຳ​ແພງຊາຍ​ແດນ ກັບ​ທາງ​ອອກ​ຂ​ອງ​ຝ່າຍ​ອອກ​ກົດ​ໝາຍ ທີ່​ເວົ້າ​ເຖິງ
​ສະ​ຖາ​ນະໃນການ​ເອົາ​ບາດ​ກ້າວ​ທີ່​ເລື່ອນ​ຜົນ​ປະ​ໂຫດ​ຂອງໂຄງ​ການ DACA ​ອອກ​ໄປ
​ທີ່​ມີ​ຫຼາຍກວ່າ 800,000 ຂອງ​ພວກ​ຊາວ​ໜຸ່ມທີ່ບໍ່​ມີ​ເອກ​ກະ​ສານ ທີ່​ຖືກ​ຕ້ອງຕາມ​ກົດ
​ໝາຍ ທີ່​ພໍ່​ແມ່​ພວກ​ເຂົາ​ເຈົ້າ​ນຳ​ເຂົ້າ​ມາ​ຍັງ​ສະ​ຫະ​ລັດ ຕັ້ງ​ແຕ່​ຕອນ​ເຍົາ​ໄວ​ນີ້.

ການ​ປະ​ໜິ​ປະ​ນອມ ທີ່​ເປັນ​ທາງ​ອອກ​ຂອງໂຄງ​ການ DACA ແມ່ນ​ໄດ້​ສະ​ງັກ​ຢູ່​ໃນ​ສະ​ພາ​
ສູງ ໃນ​ປີ 2018. ສະ​ພາ​ຕ່ຳ ບໍ່​ຮັບ​ຜ່ານ​ຮ່າງ​ກົດ​ໝາຍ​ດັ່ງ​ກ່າວ ຫຼັງ​ຈາກ​ທີ່​ພັກ​ຣີ​ພັບ​ບ​ລີ​ກັນ
ວາງ​ແຜນ​ການໃນ​ຄວາມ​ພະ​ຍາ​ຍາມ ​ທີ່​ຈະ​ເປັນ​ປໍ​ລະ​ປັກ ຕໍ່​ຕ້ານ​ປະ​ທານ​ສະ​ພາ​ຕ່ຳ
ທ່ານ​ພອ​ລ ໄຣ​ເອັນ ແລະ​ບັງ​ຄັບ​ໃນ​ບັນ​ຫາ​ດັ່ງ​ກ່າວ.

ອ່ານ​ຂ່າວ​ນີ້​ເພີ້ມ​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG