ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ປ. ທ​ຣຳ ແລະ ຜູ້​ນຳ ລັດ​ຖະ​ສະ​ພາ ບໍ່​ສາ​ມາດ ຕົກ​ລົງ​ກັນ​ໄດ້ ເພື່ອ​ຍຸ​ຕິ ການ​ປິດ​ລັດ​ຖະ​ບານ


ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ ກ່າວ​ຕໍ່​ພວກ​ນັກ​ຂ່າວ ​ທີ່​ສວນດອກ​ກຸ​ຫຼາບ​ ຂອງ​ທ​ຳ​ນຽບ​ຂາວ ຫຼັງ​ຈາກ​ພົບ​ປະ ກັບ​ພວກ​ຜູ້​ນຳ​ລັດ​ຖະ​ສະ​ພາ ກ່ຽວ​ກັບ ເລື້ອງ​ຄວາມ​ໝັ້ນ​ຄົງ ຢູ່​ເຂດ​ຊາຍ​ແດນ ໃນ​ຂະ​ນະ​ທີ່ ການ​ປິດ​ລັດ​ຖະ​ບານ ດຳ​ເນີນ​ຕໍ່​ໄປ. (4 ມັງ​ກອນ 2019)
ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ ກ່າວ​ຕໍ່​ພວກ​ນັກ​ຂ່າວ ​ທີ່​ສວນດອກ​ກຸ​ຫຼາບ​ ຂອງ​ທ​ຳ​ນຽບ​ຂາວ ຫຼັງ​ຈາກ​ພົບ​ປະ ກັບ​ພວກ​ຜູ້​ນຳ​ລັດ​ຖະ​ສະ​ພາ ກ່ຽວ​ກັບ ເລື້ອງ​ຄວາມ​ໝັ້ນ​ຄົງ ຢູ່​ເຂດ​ຊາຍ​ແດນ ໃນ​ຂະ​ນະ​ທີ່ ການ​ປິດ​ລັດ​ຖະ​ບານ ດຳ​ເນີນ​ຕໍ່​ໄປ. (4 ມັງ​ກອນ 2019)

ການ​ປິດ​ລັດ​ຖະ​ບານ​ຂອງ​ສະ​ຫະ​ລັດ​ເປັນ​ບາງ​ສ່ວນນັ້ນ ຍັງ​ບໍ່​ມີ​ຮ່ອງ​ຮອຍ​ສະ​ແດງໃຫ້​ເຫັນ​ວ່າ ຈະ​ສິ້ນ​ສຸດ​ລົງ​ໃນ​ໄວໆ​ນີ້ ໃນ​ຂະ​ນະ​ທີ່​ພວກ​ຜູ້​ຊ່ວຍ​ຂອງ​ທຳ​ນຽບ​ຂາວແລະ​ລັດ​ຖະ​ສະ​ພາ ແມ່ນ​ພາກັນ​ເຮັດ​ວຽກ​ຕະ​ຫລອດ​ວັນ​ທ້າຍ​ສັບ​ປະ​ດາ ເພື່ອ​ຫາທາງ​ແກ້​ໄຂ ສະ​ພາບ​ການ​ບໍ່​ໄປ​ບໍ່​ມາ ກ່ຽວ​ກັບ​ເລື້ອງ​ເງິນ ທີ່ ປະ​ທາ​ນາ​ທິ​ບໍ​ດີ​ ​ດໍ​ໂນ​ລ ທ​ຣຳ ໄດ້​ສະ​ເໜີເພື່ອ​ສ້າງ​ກຳ​ແພງ ໃນ​ເຂດ​ຊາຍ​ແດນ​ສະ​ຫະ​ລັດ ຕິດ​ກັບເມັກ​ຊິ​ໂກ.

ທ່ານ​ທ​ຣຳ ກ່າວ​ໃນ​ວັນ​ສຸກວານນີ້​ວ່າ ທ່ານ​ໄດ້​ພົບ​ປະທີ່​ມີ “ໝາກ​ຜົນ​ຫຼາຍ” ກັບພວກ​ຜູ້​ນຳ​ລັດ​ຖະ​ສະ​ພາ ເພື່ອ​ແກ້​ໄຂ​ການ​ປິດ​ລັດ​ຖະ​ບານ​ເປັນ​ບາງ​ສ່ວນ ທີ່​ເກີດຂຶ້ນ​ຍ້ອນ​ການ​ບໍ່​ລົງ​ລອຍ​ກັນ ກ່ຽວ​ກັບ​ເງິນ 5 ພັນ 600 ລ້ານ​ໂດ​ລາ​ເພື່ອເປັນ​ທຶນ​ໃນ​ການ​ສ້າງ​ກຳ​ແພງ.

ແຕ່​ພວກ​ຜູ້​ນຳ​ຂອງ​ພັກ​ເດ​ໂມ​ແຄ​ຣັດ ໄດ້​ກ່າວ​ເຖິງ​ການ​ພົບ​ປະ​ຢູ່ທຳ​ນຽບ​ຂາວ ທີ່ຕ່າງ​ໄປ​ຈາກນີ້.

ທ່ານ​ນາງ​ແນນ​ຊີ ເພ​ໂລ​ຊີ ປະ​ທານ​ສະ​ພາ​ຕ່ຳ ທີ່​ສັງ​ກັດ​ພັກ​ເດ​ໂມ​ແຄ​ຣັດ ຈ​າກ​ລັດ​ຄາ​ລີ​ຟໍ​ເນຍ ກ່າວ​ຕໍ່​ພວກ​ນັກ​ຂ່າວ ຫຼັງ​ການ​ພົບ​ປະ ກັບ​ປະ​ທາ​ນາ​ທິບ​ໍ​ດີ ດໍ​ໂນລ ທ​ຣຳ ທີ່​ທຳ​ນຽບ​ຂາວ ໃນ​ວັນ​ທີ 4 ມັງ​ກອນ 2019.
ທ່ານ​ນາງ​ແນນ​ຊີ ເພ​ໂລ​ຊີ ປະ​ທານ​ສະ​ພາ​ຕ່ຳ ທີ່​ສັງ​ກັດ​ພັກ​ເດ​ໂມ​ແຄ​ຣັດ ຈ​າກ​ລັດ​ຄາ​ລີ​ຟໍ​ເນຍ ກ່າວ​ຕໍ່​ພວກ​ນັກ​ຂ່າວ ຫຼັງ​ການ​ພົບ​ປະ ກັບ​ປະ​ທາ​ນາ​ທິບ​ໍ​ດີ ດໍ​ໂນລ ທ​ຣຳ ທີ່​ທຳ​ນຽບ​ຂາວ ໃນ​ວັນ​ທີ 4 ມັງ​ກອນ 2019.

ທ່ານ​ນາງ​ແນນ​ຊີ ເພ​ໂລ​ຊີ ປະ​ທານ​ສະ​ພາ​ຕ່ຳ​ ທີ່ສາ​ບານ​ໂຕ​ເຂົ້າ​ຮັບ​ຕຳ​ແໜ່ງ​ເປັນ​ຜູ້​ນຳ​ພາ​ຂອງ​ພັກ​ເດ​ໂມ​ແຄ​ຣັດ​ທີ່​ກຳ​ລັງ​ສ່ວນ​ຫຼາຍໃນ​ວັນ​ພະ​ຫັດຜ່ານ​ມານີ້ເອີ້ນ​ການ​ພົບ​ປະ​ ເປັນ​ເວ​ລາ​ເກືອບ​ສອງ​ຊົ່ວ​ໂມງນັ້ນ​ວ່າ “ຖົກ​ຖຽງ​ກັນ​.” ທ່ານ​ນາງກ່າວ​ຕໍ່​ໄປ ໃນ​ການ​ຢືນ​ຢັດ​ຢູ່​ເລື້ອຍໆ ໂດຍ​ເວົ້າ​ວ່າ ຂໍ້​ຕົກ​ລົງ​ໃນ​ການ​ໃຫ້ທຶນ​ສ້າງ​ກຳ​ແພງ “ບໍ່​ສາ​ມາດ​ແກ້​ໄຂ​ໄດ້​ຈົນ​ກວ່າ​ພວກ​ເຮົາ​ເປີດ​ລັດ​ຖະ​ບານ​ຄືນ.”

ຜູ້​ນຳ​ຂອງ​ພັກ​ເດ​ໂມ​ແຄ​ຣັດ​ໃນ​ສະ​ພາ​ສູງ ທ່ານ​ຊັກ ຊູ​ເມີ ກ່າວ​ຕໍ່​ພວກ​ນັກ​ຂ່າວວ່າ ປະ​ທາ​ນາ​ທິ​ບໍ​ດີ​ໄດ້​ຂົ່ມ​ຂູ່ ທີ່​ຈະ​ປິດ​ລັດ​ຖະ​ບານ​ຕໍ່​ໄປ “ເປັນ​ເວ​ລາ​ດົນ​ນານຫຼາຍໆ​ເດືອນ ຫຼື​ແມ່ນ​ກະ​ທັງ​ຫຼາຍໆ​ປີ.”

Trump, Lawmakers Again Fail to End Shutdown
please wait

No media source currently available

0:00 0:01:49 0:00

ເຖິງ​ແມ່ນ​ການ​ໃຫ້​ຄວາມ​ເຫັນ​ຂອງ​ພວກ​ສະ​ມາ​ຊິກ​ລັດ​ຖະ​ສະ​ພາ​ພັກ​ເດ​ໂມ​ແຄ​ຣັດ​ທີ່​ເວົ້າ​ວ່າ​ ໄດ້​ມີ​ຄວາມ​ກ້າວ​ໜ້າແຕ່​ພຽງ​ເລັກ​ນ້ອຍ​ກໍ​ຕາມ ແຕ່​ທ່ານ​ທ​ຣຳ​ ກ່າວ​ວ່າ “ພວກ​ເຮົາ​ແມ່ນ​ຢູ່​ໃນ​ທິດ​ທາງ​ດຽວ​ກັນ” ທີ່​ຈະ​ເປີດ​ລັດ​ຖະ​ບານ​ຄືນ. ທ່ານ​ໄດ້​ກ່າວເຖິງ​ຜົນ​ປະ​ໂຫຍດ ໃນ​ການ​ມີ “ໂຄງ​ສ້າງ​ທີ່​ເປັນ​ເຫຼັກ​ຫຼື​ຊີ​ເມັນຢ່າງ​ເຂັ້ມ​ແຂງ” ຢູ່ຕາມ​ເຂດ​ຊາຍ​ແດນ.

ສ່ວນຜູ້​ນຳ​ຂອງ​ພັກ​ຣີ​ພັບ​ບ​ລີ​ກັນ​ ໃນ​ສະ​ພາ​ສູງ ທ່ານ​ມິ​ຈ ແມັກ​ຄອນ​ແນ​ລ ​ກ່າວ​ໃນ​ວັນ​ສຸກວານນີ້​ວ່າ ພວກ​ຜູ້​ນຳ​ຂອງ​ທຳ​ນຽບ​ຂາວ​ແລະ​ລັດ​ຖະ​ສະ​ພາ ຈະ​ຈັດ​ໃຫ້ມີ​ການເຈ​ລະ​ຈາ​ລະ​ຫວ່າງ​ພວກ​ເຈົ້າ​ໜ້າ​ທີ່​ຂອງ​ຕົນ ໃນ​ວັນ​ທ້າຍ​ສັບ​ປະ​ດານີ້ ໃນຄວາມ​ພະ​ຍາ​ຍາມ​ເພື່ອ​ໃຫ້​ບັນ​ລຸ​ການ​ຕົກ​ລົງ​ກັນ. ທຳ​ນຽ​ບ​ຂາວ​ກ່າວ​ໃນ​ເວ​ລາ​ຕໍ່​ມາວ່າ ພວກ​ຜູ້​ນຳ​ສະ​ພາ​ສູງ​ຈະ​ພົບ​ປະ​ກັນ​ຕື່ມ​ອີກ ໃນ​ເວ​ລາ 11 ໂມງ​ເຊົ້າ​ຂອງວັນເສົາ​ມື້ນີ້.

ສະ​ພາ​ຕ່ຳ​ໄດ້​ຮັບ​ຮອງ​ເອົາ​ຮ່າງ​ກົດ​ໝາຍ​ສະ​ບັບ​ນຶ່ງ​ໃນ​ວັນ​ພະ​ຫັດ​ຜ່ານ​ມາ ໃຫ້​ເປີດພະ​ແນກ​ການ​ຕ່າງໆ ​ຂອງ​ລັດ​ຖະ​ບານ​ທີ່​ຖືກ​ປິດນັ້ນ​ຄືນ. ຮ່າງ​ກົດ​ໝາຍ​ດັ່ງ​ກ່າວແນວ​ໃດ​ກໍ​ຕາມ ບໍ່​ໄດ້​ຮວມ​ເອົ​າ​ເງິນ 5 ພັນ 600 ລ້ານ​ໂດ​ລາ ທີ່​ປະ​ທາ​ນາ​ທິ​ບໍ​ດີຕ້ອງ​ການ​ຈະ​ນຳ​ໄປ​ສ້າງ​ກຳ​ແພງນັ້ນ ເຂົ້າ​ນຳ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG