ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ທຣຳ ປະນາມ ພວກ​ຊາວ​ຜິວ​ຂາວ ທີ່​ຖື​ວ່າ ​ຕົນວິ​ເສດສຸດ ໃນການປະທ້ວງ ຢູ່ເມືອງ Charlottesville


ປະທານາທິບໍດີ​ສະຫະລັດ ທ່ານ​ດໍ​ໂນ​ລ ທຣຳ ຢຸດເຊົາໜ້ອຍນຶ່ງ ໃນຂະນະທີ່ກ່າວ ກ່ຽວກັບເລື່ອງ ພວກ​ຊາວ​ຜິວ​ຂາວທີ່​ຖື​ວ່າ​ຕົນເອງ​ ​ວິ​ເສດສຸດ ຫຼື white supremacists ໃນເມືອງ Charlottesville, Va., 14 ສິງຫາ 2017, ໃນຫ້ອງການທູດໃນທຳນຽບຂາວ ທີ່ Washington.
ປະທານາທິບໍດີ​ສະຫະລັດ ທ່ານ​ດໍ​ໂນ​ລ ທຣຳ ຢຸດເຊົາໜ້ອຍນຶ່ງ ໃນຂະນະທີ່ກ່າວ ກ່ຽວກັບເລື່ອງ ພວກ​ຊາວ​ຜິວ​ຂາວທີ່​ຖື​ວ່າ​ຕົນເອງ​ ​ວິ​ເສດສຸດ ຫຼື white supremacists ໃນເມືອງ Charlottesville, Va., 14 ສິງຫາ 2017, ໃນຫ້ອງການທູດໃນທຳນຽບຂາວ ທີ່ Washington.

ປະທານາທິບໍດີ​ສະຫະລັດ ທ່ານ​ດໍ​ໂນ​ລ ທຣຳ ​ໄດ້​ປະນາມ​ພວກ​ຊາວ​ຜິວ​ຂາວທີ່​ຖື​ວ່າ​ຕົນເອງ​ ​ວິ​ເສດສຸດ ຫຼື white supremacists ທີ່ຢູ່​ເບື້ອງ​ຫຼັງ​ ການປະ​ທະ​ກັນ​ຢ່າງ​ຮ້າຍແຮງ​ໃນ​ການ​ປະ​ທ້ວງ ທີ່​ເມືອງ Charlottesville ​ລັດ Virginia ​ໂດຍ​ເວົ້າ​ວ່າ “ການຈຳ​ແນ​ກ​ເຊື້ອຊາດ ​ຜີວພັນ​ແມ່ນ​ເປັນ​ຜີ​ມານ.”

​ເປັນ​ຄັ້ງ​ທຳ​ອິດ​ ນັບ​ຕັ້ງ​ແຕ່​ໄດ້​ມີ​ຄວາມ​ຮຸນ​ແຮງ​ເກີດ​ຂຶ້ນ ທ່ານ ທຣຳ ​ໄດ້​ກ່າ​ວເຖິງຊື່ ພວກ neo-Nazis, Ku Klux Klan ​ແລະ​ຊາວ​ຜີວ​ຂາວຊາດ​ນິຍົມ ວ່າ​ເປັນ “ພວກ​ອາ​ຊະ​ຍາ
ກ​ອນ ​ແລະ​ນັກ​ເລງອັນທະພານ...​ທີ່ຄັດຄ້ານຕໍ່​ສິ່ງ​ທີ່​ພວກ​ເຮົາຍຶດໝັ້ນ​ໃນ​ຖານະ​ທີ່​ເປັນ​ຊາວ​ອາ​ເມຣິກັນ.”

ທ່ານ​ປະຕິຍານ​ວ່າ ​ແມ່ນ​ໃຜ​ກໍ​ຕາມ​ທີ່​ໄດ້​ກໍ່ ​“ຄວາມ​ຮຸນແຮງ​ທາງດ້ານ​ເຊື້ອຊາດ​ຜີວພັນ” ​ໃນ​ເມືອງ Charlottesville ຈະ​ຕ້ອງ​ຖືກ​ນຳ​ຕົວ​ມາ​ລົງ​ໂທດ ​ແລະ​ໄດ້​ກ່າວ​ວ່າ ສິ່ງ​ທີ່​ເກີດ​ຂຶ້ນ​ໃນ​ເມືອງ​ດັ່ງກ່າວ​ນັ້ນ ​ແມ່ນ “​ເປັນ​ການສະ​ແດງ​ອອກ​ຊຶ່ງ​ຄວາມ​ກຽດ​ຊັງ ຄວາມບໍ່​ໂຍະຍານ​ຜ່ອນຜັນ ​ແລະ​ຄວາມ​ຮຸນ​ແຮງ.”

ທ່ານທຣຳ ທີ່ກ່າວວ່າ ທີ່ກ່າວວ່າ 'ການຈຳ​ແນ​ກ​ເຊື້ອຊາດ ​ຜີວພັນ ແລະ ກຸ່ມ Ku Klux Klan ​ແມ່ນ​ເປັນ​ຜີ​ມານ

ການ​ໃຫ້ຄວາມ​ເຫັນ​ຂອງ​ທ່ານ​ທຣຳ ​ມີ​ຂຶ້ນຫລັງ​ຈາກ​ໄດ້​ເກີດ​ການ​ຕຳ​ນິຕິ​ຕຽນ​ຢ່າງ​ແຮງ
ຈາກ​ທຸກ​ຝ່າຍການ​ເມືອງ ​ໃນ​ຄວາມ​ບໍ່​ສາມາດ​ເປັນ​ເວລາ2 ມື້ ທີ່​ຈະ​ກ່າວ​ຢ່າງ​ເປີດ​ເຜີຍ
ກ່ຽວ​ກັບການ​ໃຊ້ຄຳ​ເວົ້າ ຊາວ​ຜີວ​ຂາວຊາດ​ນິຍົມ​ ແລະພວກ neo-Nazis ​ໃນ​ການ​
ປະນາມການ​ກໍ່ຄວາມ​ຮຸນແຮງດັ່ງກ່າວ.

“ມັນ​ບໍ່​ຄວນໃຊ້​ເວລາ​ເຖິງ 2 ມື້ ​ແລະ​ເຫດ​ການ​ເສົ້າສະຫ​ລົດ​ໃຈ​ໃນ​ທົ່ວ​ປະເທດສຳ​ຫຼັບ
​ປະທານ​າ​ທິບໍດີທີ່​ຈະ​ເອົາ​ບາດ​ກ້າວ ​ແລະ​ປະຕິ​ເສດ ຕໍ່​ພວກຊາວ​ຜີວ​ຂາວຊາດ​ນິຍົມ
​ທີ່​ຖື​ວ່າ​ຕົວ​ເອງ​ເປັນ​ວິ​ເສດທີ່​ສຸດ,”
ຊຶ່ງ​ທ່ານ Kristen Clark ຈາກ​ອົງການທີ່ບໍ່ຫວັງ​ຜົນ
​ກຳ​ໄລ​ຂອງ​ຄະນະ​ກຳມາ​ທິການ​ທະນາຍຄວາມ ​ເພື່ອ​ສິດທິ​ພົນລະ​ເຮືອນ ພາຍ​ໃຕ້​ກົດໝາຍ
​ແລະ​ທ່ານ​ຍັງ​ກ່າວ​ຕື່ມ​ວ່າ “ຖ້າເວົ້າ​ເຖິງ​ເລື່ອງຄວາມ​ປອດ​ໄພ ​ແລະ​ການ​ຮັກສາ​ຄວາມ​
ປອດ​ໄພ​ສຳ​ຫຼັບ​ບັນດາ​ປະຊາ​ຄົມ​ຂອງ​ພວກ​ເຮົາ,​ ຊຶ່ງ​ກໍ​ໄດ້​ມີ​ຫຼາຍໆ​ກຸ່ມ​ທີ່​ປັດຈຸ​ບັນ​ນີ້
ມີ​ຄວາມ​ຮູ້ສຶກ​ວ່າ ​ໄດ້​ກາຍ​ມາ​ເປັນ​ເປົ້າໝາຍ ​ໂດຍ​ກຸ່ມພວກ​ປະ​ທ້ວງທີ່​ໃຊ້ຄວາມ​ກຽດ​
ຊັງ​ເປັນ​ແຮງ​ດົນ​ບັນດານ​ໃຈ, 2 ມື້​ນີ້ມັນ​ກໍ​ຫຼາຍ​ພຽງພໍ​ແລ້ວ.”

​ໃນ​ແລງ​ວັນ​ຈັນ​ວານ​ນີ້ ທ່ານ​ທຣຳ ​ໄດ້​ປະນາມ​ພວກ​ສື່​ມວນ​ຊົນ ທີ່​ໄດ້​ນຳ​ສະ​ເໜີ​ຂ່າວ​
ໃນ​ຮອບ 2 ມື້​ຜ່ານ​ມາ​ນີ້.

“ການ​ທີ່​ໄດ້​ຂຽນເຫັນ​ຄວາມ​ເຫັນເພີ່ມກ່ຽວ​ກັບ ເມືອງ Charlottesville ​ແລະ​ຮັບ​ຊາບ​
ອີກ​ຄັ້ງ​ນຶ່ງ​ທີ່​ວ່າ ​ເປັນ ຂ່າວ​ທີ່ປອມ​ແປງນັ້ນ ຈະ​ບໍ່​ພຽງພໍດອກ...ນັ້ນ​ແມ່ນ​ພວກ​ທີ່​ຊົ່ວ​
ຮ້າຍ!”
ທ່ານ​ປະທານາທິບໍດີ ​ໄດ້​ຂຽນລົງ​ໃນ Twitter.

ປະທານແລະເຈົ້າຂອງບໍລິສັດ Merck & Co., ທ່ານ Kenneth Frazier, ເຂົ້າປະກອບສ່ວນໃນການສົນທະນາ ໃນການພົບປະກັນ ຂອງກອງປະຊຸມປະຈຳປີ ຂອງໂຄງການລິເລີ່ມທົ່ວໂລກ ຂອງ Clinton ໃນນະຄອນ New York, 27 ກັນຍາ 2015.
ປະທານແລະເຈົ້າຂອງບໍລິສັດ Merck & Co., ທ່ານ Kenneth Frazier, ເຂົ້າປະກອບສ່ວນໃນການສົນທະນາ ໃນການພົບປະກັນ ຂອງກອງປະຊຸມປະຈຳປີ ຂອງໂຄງການລິເລີ່ມທົ່ວໂລກ ຂອງ Clinton ໃນນະຄອນ New York, 27 ກັນຍາ 2015.

ພາບ​ຂອງ​ຄວາມ​ຮຸນ​ແຮງ ​ໃນເມືອງ Charlottesville ​ແລະ​ການໂຕ້​ຖຽງ​ກັນ​ເລື່ອງ​ການ​ແບ່ງແຍກ​ເຊື້ອຊາດ​ຜິວ​ພັນ ​ແມ່ນ​ໄດ້​ກ້ອງ​ກັງວານ​ໄປ​ທົ່ວ​ໂລກ ​ໂດຍ​ສະ​ເພາະ​ໃນ​ເມືອງ​ຫຼວງ​ຕ່າງໆ​ຂອງ​ຢູ​ໂຣບ ບ່ອນ​ທີ່ບັນດາ​ຜູ້ນຳທີ່​ກຳລັງ​ດີ້ນຮົນ​ຮັບ​ມື ​ ​ກັບ​ເລື່ອງ​ການ​ກຽດຊັງທາງ​ເຊື້ອ​ຊາດ​ຜິວ​ພັນ ທີ່ເພີ່ມ​ທະວີຂຶ້ນ​ນັ້ນ.

​ໂຄສົກ​ຂອງ​ນາຍົກລັດຖະມົນຕີອັງກິດ ທ່ານ​ນາງ Theresa May ​ໄດ້​ກ່າວ​ວ່າ ທ່ານ​ນາງ ປະນາມ “​ການ​ກຽດຊັງທາງ​ເຊື້ອ​ຊາດ​ພັນ​ພັນ, ການ​ກຽດ​ຊັງ​ແລະ​ຄວາມ​ຮຸນແຮງ” ພ້ອມ​ທັງ​ການ​ມີ​ແນວ​ຄິດ “ຂວາ​ຈັດ​ນັ້ນ.”

​ນາຍົກລັດຖະມົນຕີ​ເຢຍຣະມັນ ທ່ານ​ນາງ Angela Merkel ​ໄດ້​ກ່າວ​ຕຳ​ນິຕິ​ຕຽນ​ເຊັ່ນ​ກັນ​ວ່າ “ການ​ກຽດຊັງທາງ​ເຊື້ອ​ຊາດ​ຜິວພັນ, ຄວາມ​ຮຸນ​ແຮງ​ຂອງ​ຝ່າຍຂວາ​ຈັດ,​ ຊຶ່ງ​ນັ້ນ​ຈະ​ຕ້ອງ​ຈັດການ​ໂດຍ​ໃຊ້​ອຳນາດ​ເລີຍ.”

​ທີ່​ອົງການ​ສະຫະ​ປະຊາ​ຊາດ ​ໂຄສົກ Farhan Haq ​ໄດ້​ກ່າວ​ວ່າ ອົງການ​ສະຫະ​ປະຊາ​ຊາດ ​ຂໍ​ປະນາມ​ຄວາມ​ຮຸນ​ແຮງ​ທີ່​ເກີດ​ຂຶ້ນ​ໃນເມືອງ Charlottesville.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

ພວກດອກໄມ້ທູບທຽນ ແລະຮູບພາບ ທີ່ຖືກນຳໄປໄວ້ ໃນສະຖານທີ່ເກີດເຫດ ເພື່ອເປັນການສະດຸດີ ແລະລະລຶກເຖິງ ຜູ້ເຄາະຮ້າຍ Heather Heyer, ໃນ Charlottesville, Virginia, 13 ສິງຫາ 2017.
ພວກດອກໄມ້ທູບທຽນ ແລະຮູບພາບ ທີ່ຖືກນຳໄປໄວ້ ໃນສະຖານທີ່ເກີດເຫດ ເພື່ອເປັນການສະດຸດີ ແລະລະລຶກເຖິງ ຜູ້ເຄາະຮ້າຍ Heather Heyer, ໃນ Charlottesville, Virginia, 13 ສິງຫາ 2017.
XS
SM
MD
LG