ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ທ​ຣຳ ໃຈ​ຮ້າຍ​ທີ່​ມີການສືບ​ສວນ ​ແຜ່​ລາມ​ໄປ​ເຖິງເລື້ອງການ​ເງິນ​ ແລະ​​ທຸ​ລະ​ກິດ​ຂອງ​ ເພ​ິ່ນ


ປະ​ທາ​ນາ​ທິ​ບໍ​ດີ​ ດໍ​ໂນ​ລ ທ​ຣຳ​ຂອງສະ​ຫະ​ລັດກ່າວ​ຄຳ​ປາ​ໄສ​ຢູ່​ໃນ​ກອງ​ປະ​ຊຸມ ຄະ​ນະ​ລັດ​ຖະ​ບານ​ຂອງ​ທ່ານ ຢູ່​ທຳ​ນຽບ​ຂາວ ໃນ​ວັນ​ທີ 1 ກຸມ​ພາ 2019
ປະ​ທາ​ນາ​ທິ​ບໍ​ດີ​ ດໍ​ໂນ​ລ ທ​ຣຳ​ຂອງສະ​ຫະ​ລັດກ່າວ​ຄຳ​ປາ​ໄສ​ຢູ່​ໃນ​ກອງ​ປະ​ຊຸມ ຄະ​ນະ​ລັດ​ຖະ​ບານ​ຂອງ​ທ່ານ ຢູ່​ທຳ​ນຽບ​ຂາວ ໃນ​ວັນ​ທີ 1 ກຸມ​ພາ 2019

ປະ​ທາ​ນາ​ທິ​ບໍ​ດີ​ ດໍ​ໂນ​ລ ທ​ຣຳ​ຂອງສະ​ຫະ​ລັດເວົ້າຢ່າງ​ໃຈ​ຮ້າຍ​ໃນ​ວັນ​ພະ​ຫັດ​ວານນີ້ກ່ຽວ​ກັບການສືບ​ສວນຂອງ​ລັດ​ຖະ​ສະ​ພາ​ຕໍ່ດ້ານການ​ເງິນ​ ແລະ​ການ​ດຳ​ເນີນ​ທຸ​ລະ​ກິດ​ຂອງ​ທ່ານ ໂດຍພວກທີ່​ສັງ​ກັດ​ພັກ​ເດ​ໂມ​ແຄ​ຣັດທີ່​ມີ​ອິດ​ທິ​ພົນ​ແລະ​ຫາກໍ່​ເຂົ້າ​ຄວບ​ຄຸມ​ສະ​ພາ​ຕ່ຳ​ນັ້ນ.

ທ່ານ​ໄດ້ໂຈມ​ຕີ ສະ​ມາ​ຊິກ​ສະ​ພາ​ຕໍ່າ ອາ​ດາມ ​ຊີ​ຟ (Adam Schiff), ປະ​ທານ​ຂອງ​ຄະ​ນະ​ກຳ​ມະ​ການ​ດ້ານ​ສືບ​ລັບ​ຂອງ​ສະ​ພາ​ຕ່ຳ ​ຜູ້ທີ່​ທ່ານ​ເວົ້າ​ວ່າ “ບໍ່​ພົບເຫັນ​ວ່າ​ມີ​ການ​ຮ່ວມ​ມື​ກັນ​ກັບ​ຣັດ​ເຊຍ” ໃນ​ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີໃນ​ປີ 2016 ແຕ່​ຢ່າງ​ໃດ​ນັ້ນແລ້ວ ແຕ່ບັດ​ນີ້ "ຜັດຈະມາ​ຊອກ​ກວດ​ເບິ່ງ​ທຸກ​ແງ່ ທຸກ​ມຸມ​ຂອງ​ຊີ​ວິດຂ້າ​ພະ​ເຈົ້າ ທັງ​ໃນ​ເລື້ອງການ​ເງິນ ແລະ​ເລື້ອງ​ສ່ວນ​ຕົວ ເຖິງ​ແມ່ນ​ວ່າ​ຈະ​ບໍ່​ມີ​ເຫດ​ຜົນ​ຫຍັງ​ຕ້ອງ​ເຮັດ​ເຊັ່ນ​ນັ້ນ​. ອັນ​ນີ້ບໍ່​ເຄີຍ​ມີ​ມາ​ກ່ອນ​ເລີຍ! ເປັນການຂົ່ມ​ຂູ່​ລົບ​ກວນປະ​ທາ​ນາ​ທິ​ບໍ​ດີຢ່າງບໍ່​ມີ​ຂອບ​ເຂດ​ເລີຍ."

ທ່ານ​ຂຽນຄຳ​ເຫັນລົງ​ໃນ​ທວີດ​ເຕີຕອນ​ເຊົ້າ​ມືດ​ກ່ອນ​ຕາ​ເວັນ​ຂຶ້ນ​ວ່າ "ພວກທີ່​ສັງ​ກັດ​ພັກ​ເດ​ໂມ​ແຄ​ຣັດ ແລະ​ບັນ​ດາ​ຄະ​ນະ​ກຳ​ມະ​ການ​ຂອງ​ພວກ​ເຂົາພາ​ກັນ 'ເປັນ​ບ້າ’ ໄປ​ໝົດແລ້ວ.”

ທ່ານ​ທ​ຣຳ ໄດ້​ກ່າວ​ອ້າງ​ຢ່າງ​ຜິດ​ພາດ​ວ່າ ພວກ​ສະ​ມາ​ຊິກ​ພັດ​ຣີ​ພັບ​ບິ​ກັນ ບໍ່​ເຄີຍ​ທຳ​ການ​ສືບສວນ​ຕໍ່ ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ ບາ​ຣັກ ໂອ​ບາ​ມາ ທີ່​ມາ​ຈາກ​ພັກ​ເດ​ໂມ​ແຄ​ຣັດ ທີ່​ກຳ​ຕຳ​ແໜ່ງ​ກ່ອນ​ໜ້າ​ທ່ານນັ້ນ​ເລີຍ ໂດຍ​ກ່າວ​ວ່າ "ບໍ່​ມີ​ເວ​ລາ​ເຫລືອ​ໃຫ້​ໄດ້​ທຳ​ການ​ບໍ​ລິ​ຫານ​ລັດ​ຖະ​ບານ​ເລີຍ."

ທ່ານ​ພັນ​ລະ​ນາ​ເຖິງ​ການ​ສືບ​ສວນ​ທີ່​ດຳ​ເນີນ​ໂດຍ​ຄະ​ນະ​ກຳ​ມະ​ການ​ຂອງທ່ານ ຊິ​ຟ (Schiff) ນັ້ນ​ວ່າເປັນ "ການ​ສືບ​ຕໍ່​ຊອກ​ຫາ​ຈັບ​ຜິດ," ຊຶ່ງ​ເປັນ​ຄຳ​ເວົ້າ​ທີ່​ທ່ານ​ໄດ້​ໃຊ້​ເພື່ອ​ເວົ້າ​ເຖິງ​ການ​ສືບ​ສວນ​ທີ່​ກຳ​ລັງ​ດຳ​ເນີນ​ໄປ​ຢູ່​ຂອ​ງ​ໄອ​ຍະ​ການ​ພິ​ເສດ Robert Mueller ວ່າ​ມີ​ການ​ເຊື່ອມ​ໂຍງ​ກັນ​ລະ​ຫວ່າງ​ການ​ໂຄ​ສະ​ນາ​ຫາ​ສຽງ ຂອງ​ທ່າ​ທ​ຣຳ ກັບ​ຣັດ​ເຊຍ ແລະ ເບິ່ງວ່າ ທ່ານ​ທ​ຣຳ ໃນ​ນາມ​ປະ​ທາ​ນາ​ທິ​ບໍ​ດີ ທີ່​ພະ​ຍາ​ຍາມ​ຈະ​ຍຸ​ຕິ​ການ​ສືບ​ສວນນັ້ນ ​ແມ່ນທຳ​ການ​ຂັດ​ຂວາງ​ຂະ​ບວນ​ຍຸ​ຕິ​ທຳ​ຫລືບໍ່. ຫ້າ​ຄົນ​ຢູ່​ໃນ​ເຄືອ​ຂ່າຍ​ຂອງ​ທ່ານ​ທ​ຣຳ ໄດ້​ຖືກ​ຕັດ​ສິນ​ວ່າ​ໄດ້​ທຳ​ຜິດໃນ​ຫລາຍ​ກະ​ທົງ ຢູ່​ໃນ​ການ​ສືບ​ສວນ ທີ່​ດຳ​ເນີນ​ໄປ ແລະ​ໄດ້​ມີ​ການ​ກ່າວ​ຫາ​ເປັນ​ຄັ້ງ​ທີ 6 ແລ້ວ.

ອ່ານ​ຂ່າວນີ້​ເພີ້​ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG