ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ສະ​ພາ​ຕ່ຳ​ ສ​ຫ​ລ ​ຮັບ​ຜ່ານ​ ຮ່າງ​ງົບ​ປະ​ມານ ລາຍ​ຈ່າຍຊົ່ວ​ຄາວ ທີ່ໃຫ້ເງິນ 5 ຕື້​ໂດ​ລາ ເພື່ອ​ສ້າງ​ກຳ​ແພງ ​ຊາຍ​ແດນ​


ທ້ອງ​ຟ້າ​ໃນ​ຍາມ​ເຊົ້າໆ ຂອ​ງວັນ​ພະ​ຫັດ ທີ 20 ທັນ​ວາ, 2018 ໃນ​ເຂດຕຶກ​ລັດ​ຖະ​ສະ​ພາ​ສ​ະ​ຫະ​ລັດ ໃນ​ນະ​ຄອນ​ຫລວງວໍ​ຊິງ​ຕັນ
ທ້ອງ​ຟ້າ​ໃນ​ຍາມ​ເຊົ້າໆ ຂອ​ງວັນ​ພະ​ຫັດ ທີ 20 ທັນ​ວາ, 2018 ໃນ​ເຂດຕຶກ​ລັດ​ຖະ​ສະ​ພາ​ສ​ະ​ຫະ​ລັດ ໃນ​ນະ​ຄອນ​ຫລວງວໍ​ຊິງ​ຕັນ

ສະ​ພາ​ຕ່ຳ​ຂອງ​ສະ​ຫະ​ລັດທີ່​ນຳ​ພາ​ໂດຍ​ພັກ​ຣີ​ພັບບລິ​ກັນ ໄດ້​ຮັບ​ຜ່ານ​ຮ່າງ​ງົບ​ປະ​ມານ​
ລາຍ​ຈ່າຍຊົ່ວ​ຄາວ ທີ່​ອະ​ນຸ​ມັດ​ເງິນ 5 ຕື້​ໂດ​ລາ ໃຫ້​ແກ່​ປະ​ທາ​ນາ​ທິ​ບໍ​ດີ ​ດໍ ໂນ​ລ ທ​ຣຳ
​ ເພື່ອ​ສ້າງ​ກຳ​ແພງ​ຢູ່​ຊາຍ​ແດນ​ຂອງ​ທ່ານ.

ການ​ລົງ​ຄະ​ແນນ​ສຽງຂອງສະ​ພາ​ຕ່ຳ ​ໃນ​ວັນ​ພະ​ຫັດ​ວານນີ້ ທີ່​ມີ 217 ສຽງເຫັນ​ດີຕໍ່
185 ສຽງ​ຄັດ​ຄ້ານ ​ຫວັງ​ວ່າຈະ​ຫລີກ​ລ່ຽງ​ການ​ປິດ​ການ​ທຳ​ງານ​ຂອງ​ລັດ​ຖະ​ບານ​ລົງ
​ໃນ​ທ່ຽງ​ຄືນ​ຂອງວັນ​ສຸກມື້ນີ້ໄດ້.

ຮ່າງ​ງົບ​ປະ​ມານ​ດັ່ງ​ກ່າວ ດຽວນີ້​ໄດ້​ຖືກ​ຍື່​ນ​ໄປ​ໃຫ້​ສະ​ພາ​ສູງທີ່ບໍ່​ມີ​ໂອ​ກາດວ່າ ຈະ​ໄດ້
​ຮັບ​ການ​ອະ​ນຸ​ມັດ.ທ່ານ​ທ​ຣຳ ໄດ້​ຮຽກ​ຮ້ອງ​ເອົາເງິນ​ເພື່ອ​ໄປ​ສ້າງ​ກຳ​ແພງ​ຢູ່​ຕາມ​ຊາຍ​
ແດນສະ​ຫະ​ລັດ ກັບ​ເມັກ​ຊິ​ໂກ, ຊຶ່ງ​ໄດ້​ບອກ​ໃຫ້​ພວກ​ຜູ້​ນຳ​ພັກ​ຣີ​ພັບ​ບ​ລິ​ກັນ ​ໃນ​ວັນ​ພະ
​ຫັດ​ວານນີ້ ວ່າ ທ່ານ​ຈະ​ບໍ່​ເຊັນ​ຮ່າງ​ງົບ​ປະ​ມານທີ່​ໄດ້​ຮັບ​ອະ​ນຸ​ມັດ​ຈາກ​ສະ​ພາ​ສູງດັ່ງ​ກ່າວ
ຖ້າ​ຫາກວ່າ ​ມັນ​ບໍ່​ມີ​ເງິນ​ເພື່ອ​ສ້າງ​ກຳ​ແພງ​ຢູ່​ໃນ​ນັ້ນ.

"ໃນ​ເວ​ລານີ້, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ບໍ່​ຢາກເຮັດ​ຫຍັງ​ຫຼາຍໄປ​ກວ່ານັ້ນອີກໂດຍ​ປາ​ສະ
ຈາກ​ການ​ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ຢູ່​ຊາຍ​ແດນ ທີ່​ມີຮົ້ວເຫລັກ ຫລື​ກຳ​ແພງ," ນັ້ນ​ຄື​ຄຳ​ເວົ້າ​ຂອງ​ທ່ານ​ນາງ ຊາ​ຣາ ແຊນ​ເດີ​ສ໌, ໂຄ​ສົກ​ປະ​ຈຳ​ທຳ​ນຽບ​ຂາວ ທີ່​ກ່າວ​ຢູ່​ໃນ​ຖະ​ແຫລງ​ການ​ສະ​ບັບ​ນຶ່ງ. "ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ກຳ​ລັງສືບ​ຕໍ່​ຊັ່ງ​ຊາ​ທາງ​ເລືອກ​ຕ່າງໆ​ຂອງ​ເພິ່ນ."

ກຳ​ແພງ​ທີ່​ເປັນ​ມາດ​ຕະ​ຖານຕັ້ງ​ຢູ່​ໃກ້​ກັບ​ຊາຍ​ແດນຢູ່​ເມືອງ​ທີ​ຮ​ວາ​ນາຂອງ​ເມັກ​ຊິ​ໂກ​ (ພາບ​ຖ່າຍ​ໃນ​ວັນ​ທີ 19 ຕຸ​ລາ, 2017) ໃນ​ເມືອງ​ແຊນ​ດິ​ໂກ, ລັດ​ຄາ​ລິ​ຟໍ​ເນຍ
ກຳ​ແພງ​ທີ່​ເປັນ​ມາດ​ຕະ​ຖານຕັ້ງ​ຢູ່​ໃກ້​ກັບ​ຊາຍ​ແດນຢູ່​ເມືອງ​ທີ​ຮ​ວາ​ນາຂອງ​ເມັກ​ຊິ​ໂກ​ (ພາບ​ຖ່າຍ​ໃນ​ວັນ​ທີ 19 ຕຸ​ລາ, 2017) ໃນ​ເມືອງ​ແຊນ​ດິ​ໂກ, ລັດ​ຄາ​ລິ​ຟໍ​ເນຍ

ທ່ານ ຈ​ຊັກ ຊຸມ​ເມີ (Chuck Schumer) ຜູ້​ນຳສຽງ​ສ່ວນ​ໜ້ອຍ​ຢູ່​ໃນ​ສະ​ພາ​ສູງ​ກ່າວ​ໃນ
​ວັນ​ພະ​ຫັດ​ວານນີ້ວ່າ "ປະ​ທາ​ນາ​ທິ​ບໍ​ດີທ​ຣຳ ກຳ​ລັງ​ນຳ​ເອົາ​ປະ​ເທດ​ກ້າວໄປ​ຢູ່​ໃນ​ສະ​ພາບ
​ໂກ​ລາ​ຫົນ​ວຸ້ນ​ວາຍ. ຕະ​ຫລາດ​ຫລັກ​ຊັບ​ໄດ້​ຕົກ​ລົງ​ໄປ​ອີກ 500 ຄະ​ແນນ. ນາຍ​ພົນ​ແມັດ
​ຕິ​ສ ກຳ​ລັງ​ລາ​ອອກ​ຈາກ​ຕຳ​ແໜ່ງ…. ແລະ​ດຽວນີ້ ​ປະ​ທາ​ນາ​ທິ​ບໍ​ດີທ​ຣຳ ກຳ​ລັງ​ປ່ອຍ​ອາ​
ລົມ​ແບບ​ໂກດ​ເຄືອງ​ຢ່າງ​ແຮງ​ອອກ​ມາ ແລະ​ກໍ່​ໃຫ້​ເກີດ​ມີ​ການ​ປິດ​ລັດ​ຖະ​ບານ​ທ​ຣຳລົງ."

ທ່ານ​ທ​ຣຳ​ໄດ້​ຮຽກໃຫ້​ສະ​ມາ​ຊິກ​ລັດ​ຖະ​ສະ​ພາທີ່​ສັງ​ກັດ​ພັກ​ຣີ​ພັບ​ບ​ລິ​ກັນ​ຄົນ​ສຳ​ຄັນ ​ໃຫ້
ເຂົ້າ​ມາ​ທຳ​ນຽບ​ຂາວຢ່າງບໍ່ຄາດຝັນ ເພື່ອ​ປຶກ​ສາ​ຫາ​ລື​ກັນ​ ກ່ຽວ​ກັບ​ເລື້ອງ​ກຳ​ແພງ ແລະ​
ຮ່າງ​ກົດ​ໝາຍ​ງົບ​ປະ​ມານ​ລາຍ​ຈ່າຍ​ຊົ່ວ​ຄາວ ທີ່​ຕ້ອງ​ການເພື່ອ​ເຮັດ​ໃຫ້​ ນຶ່ງ​ສ່ວນ​ສີ່
ຂອງ​ການປະ​ຕິ​ບັດ​ງານລັດ​ຖະ​ບານບໍ່​ຖືກ​ປິດ​ລົງ ເມື່ອງົບ​ປະ​ມານ​ທີ່​ມີ​ໃນ​ປັດ​ຈຸບັນ
ໝົດລົງ​ໃນ​ທ່ຽງ​ຄືນ​ວັນ​ສຸກມື້ນີ້, ຊຶ່ງ​ເປັນ​ເວ​ລາບໍ່​ພໍ​ເທົ່າ​ໃດມື້​ກ່ອນຈະ​ຮອດ​ວັນ​ບຸນ
​ຄ​ຣິ​ສ​ມັ​ສ ໃນ​ອາ​ທິດ​ໜ້ານີ້.

ສຽງ​ຂອງທ່ານ​ທ​ຣຳ ນັບ​ມື້​ນັບ​ສະ​ແດງ​ໃຫ້​ເຫັນ​ຄວາມບໍ່​ເພິງ​ພໍ​ໃຈ​ຫລາຍ​ຂຶ້ນ ທີ່​ລັດ​ຖະ​ສະ
​ພາໄດ້​ປະ​ຕິ​ເສດ​ຄຳ​ຮ້ອງ​ຂໍ​ຂອງ​ທ່າ​ນ​ເພື່ອ​ເອົາ​ເງິນ​ຈຳ​ນວນ​ຫ້າ​ຕື້​ໂດ​ລາ​ທີ່​ເປັນ​ເງິນ​ຈ່າຍ
​ລ່ວງ​ໜ້າ​ ສຳ​ລັບ​ການ​ເຮັດ​ກຳ​ແພງ ​ທີ່​ມີ​ມູນ​ຄ່າ 20 ຕື້​ໂດ​ລາ ທີ່​ທ່ານ​ເວົ້າ​ວ່າ​ຈະ​ກີດ​ກັ້ນ​ ບໍ່​
ໃຫ້​ມີ​ການ​ເຂົ້າ​ເມືອງ​ຢ່າງ​ຜິດ​ກົດ​ໝາຍ​ໄດ້ນັ້ນ. ການກໍ່​ສ້າງ​ກຳ​ແພງເປັນ​ຄຳ​ຮຽກຮ້ອງທີ່​
ໂດ່ງ​ດັງຂອງ​ຄົນ​ທີ່​ໄປ​ໂຮມ​ຊຸມ​ນຸມ​ຢູ່​ໃນ​ດານໂຄ​ສະ​ນາ​ຫາ​ສຽງ​ຂອງ​ທ່ານ​ທ​ຣຳໃນ​ເວ​ລາ​ທີ່
​ທ່ານ​ລົງ​ສະ​ໝັກແຂ່​ງ​ຂັນເອົາ​ຕຳ​ແໜ່ງ ກຳ​ທຳ​ນຽບ​ຂາວ ​ຢ່າງ​ສຳ​ເລັດຜົນ​ໃນ​ປີ 2016 ນັ້ນ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG