ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ທຣຳ ເອີ້ນ ຣັດເຊຍ, ຈີນ ແລະ ສະຫະພາບ ຢູໂຣບ ວ່າ "ສັດຕູ"


ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ແລະສະຕີໝາຍ
ເລກນຶ່ງ ທ່ານນາງ ເມລາເນຍ ທຣຳເດີນທາງອອກຈາກສະ
ໜາມບິນ ກລາສໂກ ເພຣັສວິກ, ເມືອງ ເພຣັສວິກ, ອັງກິດ. 15 ກໍລະກົດ, 2018.
ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ແລະສະຕີໝາຍ ເລກນຶ່ງ ທ່ານນາງ ເມລາເນຍ ທຣຳເດີນທາງອອກຈາກສະ ໜາມບິນ ກລາສໂກ ເພຣັສວິກ, ເມືອງ ເພຣັສວິກ, ອັງກິດ. 15 ກໍລະກົດ, 2018.

ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ໄດ້ເອີ້ນ ຣັດເຊຍ, ຈີນ ແລະ ສະຫະພາບ
ຢູໂຣບ ວ່າ “ສັດຕູ” ຂອງ ສະຫະລັດ, ແຕ່ໄດ້ເລືອກເຟັ້ນພັນທະມິດໃນ ຢູໂຣບ ໂດຍສະ
ເພາະເຈາະຈົງ ສຳລັບການເອົາລັດເອົາປຽບ ສະຫະລັດ ກ່ຽວກັບ ຂໍ້ຕົກລົງການຄ້າ.

ຜູ້ນຳ ສະຫະລັດ ໄດ້ກ່າວຕໍ່ໂທລະພາບ CBS ໃນການສຳພາດທີ່ອອກອາກາດໃນວັນ
ອາທິດວານນີ້ ເຊິ່ງໄດ້ອັດໄວ້ນຶ່ງວັນກ່ອນ ຢູ່ສະໜາມ ກອຟ ເທີນແບຣີ ຂອງທ່ານ ໃນ
ປະເທດ ສກັອດແລນ ວ່າ “ຂ້າພະເຈົ້າຄິດວ່າພວກເຮົາມີສັດຕູຫຼາຍ.”

ທ່ານກ່າວວ່າ “ຂ້າພະເຈົ້າຄິດວ່າສະຫະພາບ ຢູໂຣບ ແມ່ນສັດຕູ, ໃນສິ່ງທີ່ເຂົາເຈົ້າໄດ້
ເຮັດກັບເຮົາໃນການຄ້າຂາຍ. ຕອນນີ້, ເຈົ້າຈະບໍ່ວ່າແມ່ນ ສະຫະພາບ ຢູໂຣບ ດອກ,
ແຕ່ເຂົາເຈົ້າແມ່ນສັດຕູຜູ້ນຶ່ງ. ຣັດເຊຍ ກໍແມ່ນສັດຕູໃນບາງດ້ານ. ຈີນ ແມ່ນສັດຕູໃນທາງ
ເສດຖະກິດ, ແນ່ນອນ ເຂົາເຈົ້າແມ່ນສັດຕູຢູ່ແລ້ວ. ແຕ່ມັນບໍ່ໄດ້ໝາຍຄວາມວ່າເຂົາເຈົ້າ
ບໍ່ດີ. ມັນບໍ່ໄດ້ໝາຍເຖິງຫຍັງ. ມັນໝາຍຄວາມວ່າເຂົາເຈົ້າມີການແຂ່ງຂັນສູງ.”

ທ່ານ ທຣຳ ໄດ້ເວົ້າໂດຍອີງໃສ່ ສະຫະພາບ ຢູໂຣບ ວ່າ “ຂ້າພະເຈົ້ານັບຖືບັນດາຜູ້ນຳ
ໃນປະເທດພວກນັ້ນ. ແຕ່, ໃນເລື່ອງການຄ້າ, ເຂົາເຈົ້າໄດ້ເອົາປຽບພວກເຮົາແທ້ໆ ແລະ
ຫຼາຍປະເທດໃນນັ້ນແມ່ນພັນທະມິດ ເນໂຕ້ ແລະ ເຂົາເຈົ້າກໍບໍ່ໄດ້ຈ່າຍເງິນຂອງເຂົາເຈົ້າ”
ເພື່ອໃຫ້ບັນລຸເປົ້າໝາຍຂອງແຕ່ລະປະເທດສະມາຊິກ 29 ປະເທດຂອງອົງການ ເນໂຕ້
ໃນການເປັນພັນທະມິດກອງທັບປະເທດຕາເວັນຕົກ ທີ່ຕ້ອງໄດ້ຈ່າຍເງິນ 2 ເປີເຊັນຂອງ
ເສດຖະກິດແຫ່ງຊາດຂອງເຂົາເຈົ້າ ໃນການປ້ອງກັນປະເທດ.

ທ່ານ ທຣຳ ໄດ້ວິຈານປະເທດ ເຢຍຣະມັນ, ໃນສັບປະດາທີ່ຜ່ານມາກ່ອນເຂົ້າຮ່ວມກອງ
ປະຊຸມສຸດຍອດອົງການ ເນໂຕ້ ຢ່າງດຸເດືອດໃນນະຄອນຫຼວງ ບຣັສໂຊລສ໌ ປະເທດ
ແບລຈຽມ, ສຳລັບຂໍ້ຕົກລົງຂອງເຂົາເຈົ້າກັບ ຣັດເຊຍ ເພື່ອສ້າງທໍ່ແກັສທຳມະຊາດໃນ
ທະເລ ບາລຕິກ ທີ່ຈະສົ່ງນໍ້າມັນເຊື້ອໄຟຈາກ ຣັດເຊຍ ໄປ ເຢຍຣະມັນ.

ທ່ານ ທຣຳ ໄດ້ກ່າວວ່າ “ເຢຍຣະມັນ ໄດ້ເຮັດຂໍ້ຕົກລົງທໍ່ນໍ້າມັນກັບ ຣັດເຊຍ. ເຂົາເຈົ້າຈະ
ຈ່າຍເງິນຫຼາຍໆພັນລ້ານໂດລາສຳລັບພະລັງງານໃຫ້ ຣັດເຊຍ, ແລະ ຂ້າພະເຈົ້າວ່າມັນ
ບໍ່ດີ, ມັນບໍ່ຍຸຕິທຳ. ທ່ານຄວນຈະຕໍ່ສູ້ເພື່ອບາງຄົນ ແລະ ຫຼັງຈາກນັ້ນບາງຄົນຜູ້ນັ້ນ ກໍຈະ
ໃຫ້ເງິນຫຼາຍພັນລ້ານໂດລາແກ່ຄົນຜູ້ທີ່ທ່ານປ້ອງກັນ. ຂ້າພະເຈົ້າຄິດວ່າມັນເປັນຕາ
ຢາກຫົວ, ສະນັ້ນຂ້າພະເຈົ້າໄດ້ເຮັດໃຫ້ມັນຖືກຮັບຮູ້ຕະຫຼອດມາ. ຂ້າພະເຈົ້າຈະບອກ
ທ່ານວ່າ, ມັນມີຄວາມບໍ່ພໍໃຈຢ່າງຫຼວງຫຼາຍ ໃນເລື່ອງທີ່ ເຢຍຣະມັນ ກຳລັງຈ່າຍເງິນໃຫ້
ຣັດເຊຍ ຫຼາຍພັນລ້ານໂດລາ. ມັນແມ່ນຄວາມໂມໂຫຢ່າງແຮງ. ຂ້າພະເຈົ້າຍັງຄິດວ່າມັນ
ເປັນສິ່ງທີ່ບໍ່ດີຫຼາຍສຳລັບ ເຢຍຣະມັນ. ຍ້ອນມັນຄື, ແມ່ນຫຍັງ, ເຂົາເຈົ້າຈະຍົກທຸງຂາວ
ບໍ?

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG