ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປ. ​ທຣໍາ ​ຂູ່ວ່າ​ ຈະໂຈະ ​ຂໍ້​ຕົກລົງ​ການ​ຄ້າ ທີ່ ສຫລ ​ເຈລະຈາ​ຄືນ ກັບເກົາຫລີໃຕ້ ​​ໄວ້ກ່ອນ


ທ່ານດໍໂນລ ທຣໍາໄດ້ໂບກມື ໃສ່ພວກທີ່ໄປຟັງຄໍາປາໄສຂອງທ່ານ ຢູ່ສູນຝຶກອົບຮົມແຫ່ງນຶ່ງ ໃນລັດໂອຮາຍໂອ (Ohio) ໃນວັນພະຫັດ ທີ 29 ມີນາ 2018 ນີ້
ທ່ານດໍໂນລ ທຣໍາໄດ້ໂບກມື ໃສ່ພວກທີ່ໄປຟັງຄໍາປາໄສຂອງທ່ານ ຢູ່ສູນຝຶກອົບຮົມແຫ່ງນຶ່ງ ໃນລັດໂອຮາຍໂອ (Ohio) ໃນວັນພະຫັດ ທີ 29 ມີນາ 2018 ນີ້

ມື້ນຶ່ງພາຍຫລັງ​ທີ່​ເອີ້ນ​ຂໍ້​ຕົກລົງ​ນັ້ນວ່າ "​ເປັນ​ການ​ດີ​ຫລາຍ​ສໍາລັບ​ກໍາມະກອນ​ອາເມ
ຣິກັນ ​ແລະ​ເກົາຫລີ," ປະທານາທິບໍດີ​ທຣໍາ ​ໄດ້​ຂູ່ວ່າ ​ຈະໂຈະການຈັດຕັ້ງປະຕິບັດ​ຂໍ້
​ຕົກລົງ​ການ​ຄ້າ​ທີ່​ທາງວໍ​ຊິງ​ຕັນແລະ​ໂຊ​ລ ໄດ້​ເຈລະຈາ​ກັນ​ຄືນແລ້ວນັ້ນ​ໄວ້.

ທ່ານ​ທຣໍາ ກ່າວ​ຕໍ່​ພວກ​ທີ່​ໄປ​ຟັງ​ຄໍາ​ປາ​ໄສ​ຂອງ​ທ່ານ ຢູ່​ລັດ​ໂອ​ຮາ​ຍ​ໂອ (Ohio) ​ໃນ
​ວັນ​ພະຫັດ​ວານ​ນີ້ວ່າ ທ່ານ​ອາດ​ຈະ​ໂຈະການ​ຈັດຕັ້ງປະຕິບັດ​ຂໍ້ຕົກລົງນັ້ນ​ໄວ້​ກ່ອນ
ຈົນກວ່າ​ວ່າ ຈະ​ມີການຕົກລົງເພື່ອປົດອາ​ວຸດ​ນີວ​ເຄລຍກັບ​ເກົາຫລີເໜືອສາກ່ອນ.

ທ່ານ​ເອີ້ນຂໍ້ຕົກລົງ​ການ​ຄ້າ​ສະບັບ​ຫລ້າ​ສຸດ​ກັບ​ເກົາຫລີ​ໃຕ້​ວ່າ​ ເປັນ "​ໄພ້​ທີ່​ມີແຕ້ມ​ສູງ​
ຫລາຍ ​ແລະ​ຂ້າພະ​ເຈົ້າຢາກ​ຈະ​ເຮັດ​ໃຫ້​ແນ່​ໃຈ​ວ່າທຸກ​ຄົນ​ໄດ້​ຮັບ​ການ​ປະຕິບັດ ຢ່າງ​
ເປັນ​ທໍາ."

ທ່ານ​ທຣໍາ ບໍ່​ໄດ້​ໃຫ້​ລາຍ​ລະອຽດ​ໃດໆ​ເພີ້ມກ່ຽວກັບ​ຍຸດ​ທະ​ສາດ​ຂອງ​ຕົນ ​ໃນ​ການໂຈະ
ສັນຍາການ​ຄ້າ​ດັ່ງກ່າວ​ນັ້ນໄວ້ ຫລືທ່ານ​ຄາດ​ຫວັງ ​ຢາກ​ໄດ້​ປະ​ໂຫຍ​ດຫຍັງ​ຈາກ​ໂຊ​ລ
​ໃນ​ການທີ່ໂຈະ​ການ​ປະຕິບັດສັນຍາດັ່ງກ່າວ​ໄວ້ ​ໃນ​ຂະນະ​ທີ່​ທ່ານ​ກະກຽມ​ທີ່​ຈະ​ມີ​ກອງ​
ປະຊຸມ​ສຸດ​ຍອດກັບ​ຜູ້​ນໍາກິມ ຈົງ ອຶນ ຂອງ​ເກົາຫລີ​ເໜືອ ທີ່​ຈະ​ມີ​ຂຶ້ນ ​ໃນຕອນໃດຕອນ
ນຶ່ງ​ກ່ອນຈະ​ຮອດເດືອນ​ພຶດສະພາທີ່​ຈະ​ມາ​ເຖິງ​ນີ້.

ທ່ານ​ທຣໍາ​ໄດ້​ກ່າວ ​ໃນ​ວັນ​ພະຫັດ​ວານ​ນີ້ວ່າ "ພວກ​ເຮົາມີ​ຄວາມ​ກ້າວໜ້າ ​ເປັນ​ຢ່າງ​ດີ
​ກັບເກົາຫຼີ​ເໜືອ. ​ແລ້ວພວກ​ເຮົາ​ຈະ​ໄດ້​ຮູ້​ດອກ​ວ່າ ຈະ​ມີ​ຫຍັງ​ເກີດ​ຂຶ້ນ ແນ່ນອນ, ການ
​ໃຊ້​ຖ້ອຍ​ຄໍາ​ສໍາ​ຫາວ​ໄດ້​ອ່ອນ​ລົງ​ໜ້ອຍນຶ່ງ​ແລ້ວ."

ທ່ານ​ທຣໍາເຄີຍໄດ້​ຂູ່ວ່າ​ຈະ​ຖອນ​ປະ​ເທດ​ຕົນ​ອອກ​ຈາກ​ສັນຍາ​ການ​ຄ້າ​ເສລີ​ກັບ​ເກົາຫຼີ
ໂດຍ​ເອີ້ນມັນ​ວ່າ​ເປັນ​ສັນຍາ "ທີ່​ຂີ້ຮ້າຍ​ຫລາຍ" ສໍາລັບ​ກໍາມະກອນ ​ແລະຜູ້​ຜະ​ລິດ​ສິນ
ຄ້າໃນ​ສະຫະລັດ.

​ແຕ່​ວ່າ​ນັກ​ເຈລະຈາ​ຂອງ​ສະຫະລັດ ​ແລະ​ເກົາຫລີ ​ໄດ້​ປະກາດຂໍ້​ຕົກລົງ ​ທີ່​ໄດ້​ຮັບ​ການ
ດັດ​ແກ້​ໃນ​ອາທິດ​ນີ້​. ​ສະຫະລັດໄດ້​ໃຫ້ການ​ຍົກ​ເວັ້ນ​ພາສີ​ຂາ​ເຂົ້າ ຕໍ່​ເຫລັກ​ກ້າ​ໃຫ້ເກົາ
ຫຼີ​ໃຕ້​ໃນ​ຂະນະ​ດຽວກັນ ກໍ​ໄດ້​ຈໍາ​ກັດ​ການ​ສົ່ງ​ເຫລັກ​ກ້າຂອງເກົາຫຼີໃຕ້​ມາ​ຍັງ​ສະຫະລັດ.

ສັນຍາ​ທີ່​ໄດ້​ຮັບ​ການ​ດັດ​ແກ້​ນີ້ຍັງ​ຈະ​ເຮັດ​ໃຫ້​ຜູ້​ຜະລິດ​ລົດ​ຂອງ​ສະຫະລັດສາມາດ​ເຂົ້າ​
ເຖິງ​ຕະຫລາດ​ເກົາຫລີ​ໄດ້​ຫລາຍ​ຂຶ້ນ.

ຜູ້​ນໍາເກົາຫລີເໜືອ ​ແລະເກົາຫລີ​ໃຕ້ມີ​ແຜນ​ທີ່​ຈະ​ຈັດ​ໃຫ້​ມີ​ກອງປະຊຸມ​ສຸດ​ຍອດ​ຂອງ
​ເຂົາ​ເຈົ້າ​ເອງ ​ໃນ​ເດືອນ​ໜ້າ​ນີ້.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG