ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

"ຖ້າມີຫຍັງ ອອກມາຈາກ" ການເຈລະຈາກ ຂອງທັງສອງເກົາຫຼີ ກໍ "ຈະເປັນສິ່ງ ທີ່ຍິ່ງໃຫຍ່ ສຳລັບມວນມະນຸດ"


ປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ໂອ້ລົມກັບ ສື່ມວນຊົນ ຫຼັງຈາກ ພົບປະກັບ ຜູ້ນຳ ບັນດາສະມາຊິກສະພາ ລັດຖະສະພາ ສັງກັດພັກຣີພັບບລິກັນ ຢູ່ທີ່ ແຄ້ມປ໌ ເດວິດ ສະຖານທີ່ພັກຜ່ອນ , ໃນລັດແມຣີແລນ, ວັນທີ 6 ມັງກອນ 2018.
ປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ໂອ້ລົມກັບ ສື່ມວນຊົນ ຫຼັງຈາກ ພົບປະກັບ ຜູ້ນຳ ບັນດາສະມາຊິກສະພາ ລັດຖະສະພາ ສັງກັດພັກຣີພັບບລິກັນ ຢູ່ທີ່ ແຄ້ມປ໌ ເດວິດ ສະຖານທີ່ພັກຜ່ອນ , ໃນລັດແມຣີແລນ, ວັນທີ 6 ມັງກອນ 2018.

ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ກ່າວວ່າ ທ່ານຫວັງວ່າ ກອງ
ປະຊຸມ ທີ່ຫາກໍວາງແຜນ ຈະຈັດຂຶ້ນ ລະຫວ່າງ ເກົາຫຼີເໜືອກັບເກົາຫຼີໃຕ້
ຈະມີຫຼາຍກວ່າ “ເລື່ອງກິລາໂອລິມປິກ ເທົ່ານັ້ນ” ທັງໄດ້ໃຫ້ຄຳໝັ້ນສັນຍາ
ວ່າ ສະຫະລັດ ຈະປະກອບສ່ວນ “ໃນເວລາທີ່ເໝາະສົມ.”

ທ່ານ ທຣຳ ໄດ້ຈັດກອງປະຊຸມນັກຂ່າວ ແບບບໍ່ເຄີຍມີມາກ່ອນຂຶ້ນ ໃນວັນ
ເສົາ ມື້ກ່ອນນີ້ ຢູ່ສະຖານທີ່ພັກຜ່ອນ ຂອງປະທານາທິບໍດີ ໃນ ແຄມປ໌
ເດວິດ ບ່ອນທີ່ທ່ານໄດ້ພົບປະກັບ ບັນດາສະມາຊິກສະພາ ສັງກັດພັກ
ຣິພັບບລິກັນ. ກ່ຽວກັບກອງປະຊຸມທີ່ຈະມີຂຶ້ນ ລະຫວ່າງ ລັດຖະບານ
ໂຊລ ກັບ ລັດຖະບານ ພຽງຢາງ ນັ້ນທ່ານທຣຳເວົ້າວ່າ “ຂ້າພະເຈົ້າຫວັງ
ວ່າ ມັນຈະດຳເນີນໄປດີ.”

Trump Keeps Spotlight on North Korea
please wait

No media source currently available

0:00 0:02:23 0:00

ທ່ານເວົ້າຕໍ່ໄປວ່າ “ຂ້າພະເຈົ້າຢາກເຫັນແທ້ໆ ວ່າ ມັນຈະມີຫຼາຍກວ່າ
ເລື່ອງໂອລິມປິກ ແລະ ພວກເຮົາຈະເຂົ້າພົວພັນໃນເວລາອັນເໝາະສົມ.”

ໃນວັນອາທິດວານນີ້ ທຳນຽບຂາວ ໄດ້ເປີດເຜີຍ ຖະແຫລງການສະບັບນຶ່ງ
ທີ່ກ່າວວ່າ ປະທານາທິບໍດີ ສຫຣໄດ້ລົມກັບ ປະທານາທິບໍດີ ຂອງຝຣັ່ງ
ທ່ານເອມມານູແອລ ມາຄຣົງ ໃນວັນອາທິດ ແລະ ໄດ້ປຶກສາຫາລືກັນເລື່ອງ
“ສະພາບການຢູ່ໃນແຫຼມເກົາຫຼີ ຄັ້ງຫຼ້າສຸດ ແລະ ຈະເນັ້ນໜັກເຖິງ ຄວາມ
ຕັ້ງໃຈ ຂອງອາເມຣິກາ ເກົາຫຼີໃຕ້ ແລະ ນາໆຊາດ ເພື່ອຈະໃຫ້ເກົາຫຼີເໜືອ
ເປັນເຂດປອດນິວເຄລຍ ຢ່າງສົມບູນ.”

ໃນການປະເມີນຜົນ ກ່ຽວກັບ ການປຶກສາຫາລື ທີ່ຈະມີຂຶ້ນ ລະຫວ່າງ ທັງ
ສອງເກົາຫຼີ ໃນວັນທີ 9 ມັງກອນ ມື້ອື່ນນີ້ ທ່ານ ທຣຳ ກ່າວວ່າ “ຖ້າຫາກ
ມີອັນໃດອັນນຶ່ງເກີດຂຶ້ນ ແລະມີຜົນອັນໃດອັນນຶ່ງ ອອກມາຈາກການສົນ
ທະນາ ດັ່ງກ່າວ ມັນຈະເປັນການດີຫຼາຍ ສຳລັບມວນມະນຸດທັງໝົດ. ມັນ
ຈະເປັນສິ່ງຍິ່ງໃຫຍ່ສຳລັບໂລກຂອງພວກເຮົາ.”

ໃນພາບນີ້ອັດອອກມາຈາກວີດີໂອ ທີ່ໄດ້ຖືກເປີດເຜີຍ ໂດຍ ອົງການຂ່າວ KRT ເມື່ອວັນທີ 1 ມັງກອນ 2018, ສະແດງໃຫ້ເຫັນ ຜູ້ນຳ ກິມ ຈົງ ອຶນ ຂອງເກົາຫຼີເໜືອ ກ່າວຄຳປາໄສ ປະຈຳປີ ຈາກສະຖານທີ່ໆ ບໍ່ໄດ້ຖືກເປີດເຜີຍ ໃນເກົາຫຼີເໜືອ.
ໃນພາບນີ້ອັດອອກມາຈາກວີດີໂອ ທີ່ໄດ້ຖືກເປີດເຜີຍ ໂດຍ ອົງການຂ່າວ KRT ເມື່ອວັນທີ 1 ມັງກອນ 2018, ສະແດງໃຫ້ເຫັນ ຜູ້ນຳ ກິມ ຈົງ ອຶນ ຂອງເກົາຫຼີເໜືອ ກ່າວຄຳປາໄສ ປະຈຳປີ ຈາກສະຖານທີ່ໆ ບໍ່ໄດ້ຖືກເປີດເຜີຍ ໃນເກົາຫຼີເໜືອ.

ນອກຈາກນັ້ນ ທ່ານປະທານາທິບໍດີ ຍັງກ່າວວ່າ ທ່ານໄດ້ໂອ້ລົມກັບຜູ້ນຳ
ເກົາຫຼີໃຕ້ ທ່ານ ມູນ ແຈ -ອິນ ຜູ້ທີ່ໄດ້ “ຂອບໃຈຂ້າພະເຈົ້າຢ່າງໃຫຽ່ ໃນ
ການເອົາຈຸດຢືນຢ່າງໝັ້ນໜຽວ.”

“ທ່ານຕ້ອງໄດ້ມີອັດທະຍາໄສ ແບບໃດແບບນຶ່ງ ແລະທ່ານຕ້ອງໄດ້ຕຽມ
ພ້ອມ ທີ່ຈະເຮັດອັນໃດອັນນຶ່ງ ແລະຂ້າພະເຈົ້າກໍພ້ອມແລ້ວ ທີ່ຈະເຮັດສິ່ງ
ດັ່ງກ່າວ”
ນັ້ນຄືຄຳເວົ້າຂອງທ່ານ ທຣຳ ທີ່ສະເໜີແນະວ່າ ພາສາທີ່ໜັກ
ແໜ້ນຂອງທ່ານ ໄດ້ຊ່ອຍຊັກຊວນໃຫ້ ເກົາຫຼີເໜືອ ມານັ່ງລົມກັນ ກັບ
ເກົາຫຼີໃຕ້.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG