ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການພົບປະ ສຸດຍອດ ລະຫວ່າງ ປ. ທຣຳ ແລະ ທ່ານກິມ ຍັງມີທ່າທາງວ່າ ຈະເກີດຂຶ້ນ


ຜູ້ຊາຍຄົນນຶ່ງ ກຳລັງເບິ່ງໂທລະພາບ ທີ່ອອກຂ່າວ ກ່ຽວກັບ ການພົບປະ ລະຫວ່າງ ປ. ທຣຳ ແລະທ່ານກິມ ທີ່ສະຖານີ ລົດໄຟທີ່ນະຄອນຫຼວງໂຊລ.
ຜູ້ຊາຍຄົນນຶ່ງ ກຳລັງເບິ່ງໂທລະພາບ ທີ່ອອກຂ່າວ ກ່ຽວກັບ ການພົບປະ ລະຫວ່າງ ປ. ທຣຳ ແລະທ່ານກິມ ທີ່ສະຖານີ ລົດໄຟທີ່ນະຄອນຫຼວງໂຊລ.

ເຈົ້າໜ້າທີ່ທຳນຽບຂາວ ໃຫ້ການຢືນຢັນ ໃນວັນສຸກວານນີ້ວ່າ ແຜນການພົບປະສຸດ
ຍອດແບບທີ່ບໍ່ເຄີຍມີມາກ່ອນ ລະຫວ່າງຜູ້ນຳຂອງສະຫະລັດແລະເກົາຫຼີເໜືອຄາດ
ວ່າຈະມີຂຶ້ນຕາມໝາຍກຳນົດ ແລະຂະນະດຽວກັນກໍໃຫ້ຮ່ອງຮອຍວ່າວໍຊິງຕັນແລະ
ພຽງຢາງ ແມ່ນກຳລັງຕິດຕໍ່ພົວພັນກັນໂດຍກົງ ກ່ຽວກັບເລືິ້ອງນີ້.

ເຈົ້າໜ້າທີ່ອະວຸໂສທ່ານນຶ່ງ ກ່າວເຖິງໂອກາດ ກ່ຽວກັບການພົບປະສຸດຍອດນັ້ນວ່າ
“ມີທ່າທາງ ທີ່ຈະເກີດຂຶ້ນ” ແລະອະທິບາຍວ່າ “ມີການປະສານງານ ລະຫວ່າງພະ
ແນກການຕ່າງໆກ່ຽວກັບຂັ້ນຕອນທີ່ມີການຄວບຄຸມຢ່າງເຄັ່ງຄັດ ກຳລັງດຳເນີນມາ
ໄດ້ຫຼາຍອາທິດແລ້ວ.”

ນອກນັ້ນ ເຈົ້າໜ້າທີ່ຍັງກ່າວຕໍ່ພວກນັກຂ່າວ ໃນການຕອບຄຳຖາມກ່ຽວກັບການຫາ
ລືໃນການວາງແຜນໂດຍກົງ ກັບເຈົ້າໜ້າທີ່ເກົາຫຼີເໜືອວ່າ “ການສື່ສານໂດຍຄຳຈຳ
ກັດຄວາມແລ້ວ ຈະຕ້ອງພຽງພໍສຳລັບພວກເຮົາ ເພື່ອຈັດຕັ້ງແລະກະກຽມເພື່ອການ
ພົບປະສຸດຍອດທີ່ສຳເລັດຜົນ.”

ການພົບປະສຸດຍອດທີ່ຄາດຄະເນກັນ ຈະເປັນຫົວຂໍ້ສຳຄັນສຸດ ໃນການຫາລືກັນໃນ
ອາທິດໜ້າ ເວລາປະທານາທິບໍດີສະຫະລັດທ່ານດໍໂນລ ທຣຳເປັນເຈົ້າພາບຕ້ອນຮັບ ນາຍົກລັດຖະມົນຕີຍີ່ປຸ່ນ ທ່ານຊິນໂຊ ອາເບະຢູ່ທີ່ບ່ອນຕາກອາກາດສ່ວນຕົວມາ-ອາ-
ລາໂກ ໃນລັດຟລໍຣິດາ ໃນອັນທີ່ພວກເຈົ້າໜ້າທີ່ເອີ້ນວ່າເປັນ ການຢ້ຽມຢາມເຮັດວຽກ
ໄປພ້ອມ.

ຍີ່ປຸ່ນແມ່ນຮວມຢູ່ໃນບັນດາປະເທດພັນທະມິດຂອງສະຫະລັດທີ່ຮູ້ສຶກບໍ່ສະບາຍໃຈ
ຫຼາຍທີ່ສຸດ ກ່ຽວກັບການພົບປະສຸດຍອດລະຫວ່າງ ປະທານາທິບໍດີທຣຳ ແລະທ່ານ
ກິມ ໂດຍມີຄວາມກັງວົນໃຈວ່າ ຜົນປະໂຫຍດ ແຫ່ງຊາດຂອງຕົນ ອາດຈະບໍ່ໄດ້ຮັບ
ການພິຈາລະນາຢ່າງພຽງພໍ ຖ້າການຕົກລົງທາງດ້ານຄວາມໝັ້ນຄົງຫາກມີການບັນ
ລຸກັນ ລະຫວ່າງສະຫະລັດ ແລະເກົາຫຼີເໜືອ.

ເຈົ້າໜ້າທີ່ອະວຸໂສຂອງທຳນຽບຂາວ ໄດ້ປະຕິເສດກ່ຽວກັບວ່າ ທ່ານອາເບະໄດ້ພະ
ຍາຍາມຊັກຊວນ ບໍ່ຢາກໃຫ້ທ່ານທຣຳ ພົບປະກັບທ່ານກິມ.

ທ່ານທຣຳ ແລະທ່ານອາເບະເຄີຍພົບປະກັນມາແລ້ວ ແລະກໍໄດ້ໂອ້ລົມກັນທາງໂທ
ລະສັບເປັນປະຈຳ ກ່ຽວກັບເລື້ອງເກົາຫຼີເໜືອ ແລະບັນຫາອື່ນໆ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG