ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ການ​ພົບ​ປະ​ສຸດຍອດ ລະ​ຫວ່າງ ປ. ທ​ຣຳ ແລະ ທ່ານ​ກິມ ສິ້ນ​ສຸດ​ລົງ ໂດຍ​ບໍ່​ມີ​ການ​ຕົກ​ລົງ​


ປະ​ທາ​ນາ​ທິ​ບໍ​ດີ​ດໍ​ໂນ​ລ ທ​ຣຳ ພົບ​ປະ ກັບ​ຜູ້​ນຳ​ເກົາ​ຫຼີ​ເໜືອ ທ່ານ​ກິມ ຈົງ ອຶນ ທີ່​ນະ​ຄອນຫຼວງ​ຮາ​ໂນ່ຍ ປະ​ເທດ​ຫວຽດ​ນາມ. (28 ກຸມ​ພາ 2019)
ປະ​ທາ​ນາ​ທິ​ບໍ​ດີ​ດໍ​ໂນ​ລ ທ​ຣຳ ພົບ​ປະ ກັບ​ຜູ້​ນຳ​ເກົາ​ຫຼີ​ເໜືອ ທ່ານ​ກິມ ຈົງ ອຶນ ທີ່​ນະ​ຄອນຫຼວງ​ຮາ​ໂນ່ຍ ປະ​ເທດ​ຫວຽດ​ນາມ. (28 ກຸມ​ພາ 2019)

ເຖິງ​ແມ່ນ​ການ​ເຈ​ລະ​ຈາ ທີ່​ປະ​ເທດ​ຫວຽດ​ນາມ​ ໄດ້​ພັງທະ​ລາຍ​ລົງ ໃນ​ອາ​ທິດນີ້​ກໍ​ຕາມ ແຕ່ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ ເບິ່ງ​ຄື​ວ່າ ບໍ່​ມີ​ຄວາມ​ຮູ້​ສຶກ​ໂກດ​ແຄ້ນ​ໃດໆ ​ຕໍ່​ຜູ້​ນຳ​ຂອງ​ເກົາ​ຫຼີ​ເໜືອ ທ່ານ​ກິມ ຈົງ ອຶນ ໂດຍ​ເອີ້ນ​ທ່ານ​ກິມວ່າ “ຜູ້​ນຳ​ທີ່ແທ້​ຈິງ.”

ໃນ​ລາຍ​ການ​ໃຫ້​ສຳ​ພາດ​ທາງ​ໂທ​ລະ​ພາບທີ່​ມີ​ການ​ບັນ​ທຶກ​ພາບ​ຢູ່​ຮາ​ໂນ່ຍກັບ​ Sean Hannity ຂອງ​ລາຍ​ການ​ Fox News ທີ່​ອອກ​ອາ​ກາດ​ໃນ​ຄືນ​ວັນ​ພະ​ຫັດ​ວານນີ້ ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ ໄດ້​ກ່າວ​ເຖິງ​ ທ່ານ​ກິມ​ວ່າ “ສະ​ຫຼາດ​ ເທົ່າ​ທີ່​ສາ​ມາດ​ເປັນໄດ້” ແລະ “ປ່ຽນ​ໃຈ​ງ່າຍ.”

ນອກນັ້ນ ທ່ານ​ທ​ຣຳ​ຍັງ​ເວົ້າ​ວ່າ ທ່ານ​ມັກ​ນິ​ໄສ​ຂອງ​ທ່ານ​ກິມແລະ​ທ່ານ​ກິມ​ກໍ​ມັກ​ນິ​ໄສທ່​ານ. “ບາງ​ຄົນ​ເວົ້າ​ວ​ວ່າ ໂອ ເຈົ້າ​ບໍ່​ຄວນ​ຈະມັກ​ລາວ. ​ຂ້າ​ພະ​ເຈົ້າ​ຂໍ​ເວົ້າ​ວ່າ ເປັນ​ຫຍັງ​ຈຶ່ງ​ບໍ່​ຄວນ​ມັກ​ລາວ.” ທ່ານ​ກ່າວ​ວ່າ ພວກ​ທ່ານ​ທັງ​ສອງ “ຖືກ​ນິ​ໄສກັນ​ເປັນ​ຢ່າງ​ດີ.”

Trump Says US Couldn't Lift Sanctions Against N. Korea
please wait

No media source currently available

0:00 0:00:23 0:00

ມີ​ການ​ກຽມ​ໂຕະ​ອາ​ຫານ​ສຳ​ລັບ​ກິນ​ເຂົ້າ​ທ່ຽງ​ສະ​ເຫຼີມ​ສະ​ຫຼອງທີ່​ໂຮງ​ແຮມ​ເມ​ໂທ​ຣໂພ​ລ ແລະ​ກະ​ກຽມ​ພິ​ທີ​ເຊັນ​ຂໍ້​ຕົກ​ລົງ​ສຳ​ລັບ​ທ່ານ​ທ​ຣຳ ແລະ​ທ່ານ​ກິມ. ແຕ່​ລາຍການ​ທັງ​ສອງ​ໄດ້​ຖືກ​ຍົກ​ເລີກ​ຢ່າງ​ຟ້າວ​ຟັ່ງກ່ອນ​ທ່ຽງ​ຂອງວັນ​ພະ​ຫັດ​ວານນີ້ ເຮັດໃຫ້​ການ​ພົບ​ປະ​ສຸດຍອດ​ຄັ້ງ​ທີສອງສິ້ນ​ສຸດ​ລົງ​ກ່ອນ​ກຳ​ນົດ ໂດຍ​ພວກ​ຜູ້​ນຳ​ຂອງທັງ​ສອງ​ປະ​ເທດ.

ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ ກ່າວ​ຕໍ່​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ ກ່ອນ​ອອກ​ເດີນ​ທາງ ​ຈາກນະຄອນ​ຫຼວງ​ຮາ​ໂນ່ຍ​ຂອງ​ຫວຽດ​ນາມ​ວ່າ “ເຈົ້າ​ຕ້ອງ​ໄດ້​ກະ​ກຽມ​ສະ​ເໝີ​ທີ່​ຈະ​ຍ່າງອອກ” ທ່ານ​ກ່າວ​ຕື່ມ​ວ່າ “ຂ້າ​ພະ​ເຈົ້າ​ສາ​ມາດ​ ທີ່​ຈະ​ລົງ​ນາມ​ ໃນ​ສິ່ງ​ໃດ​ສິ່ງ​ນຶ່ງມື້ນີ້” ແລະ​ໃຫ້​ການ​ຢືນ​ຢັນ​ວ່າ “ພວກ​ເຮົາ​ມີ​ເອກ​ກະສານ​ພ້ອມ​ແລ້ວ ທີ່​ຈະ​ລົງ​ນາມ.”

ຜູ້​ນຳ​ເກົາ​ຫຼີ​ເໜືອ ທ່ານ​ກິມ ຈົງ ອຶນ ແລະ ປະ​ທານ​າ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳລົມ​ກັນ ທີ່​ສວນ​ໂຮງ​ແຮມ Metropole ໃນ​ການ​ພົບ​ປະ​ສຸດຍອດ ຄັ້ງ​ທີ 2 ທີ່​ນະ​ຄອນ​ຫຼວງ​ຮາ​ໂນ່ຍ ປະ​ເທດ​ຫວຽດ​ນາມ. (28 ກຸມ​ພາ 2019)
ຜູ້​ນຳ​ເກົາ​ຫຼີ​ເໜືອ ທ່ານ​ກິມ ຈົງ ອຶນ ແລະ ປະ​ທານ​າ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳລົມ​ກັນ ທີ່​ສວນ​ໂຮງ​ແຮມ Metropole ໃນ​ການ​ພົບ​ປະ​ສຸດຍອດ ຄັ້ງ​ທີ 2 ທີ່​ນະ​ຄອນ​ຫຼວງ​ຮາ​ໂນ່ຍ ປະ​ເທດ​ຫວຽດ​ນາມ. (28 ກຸມ​ພາ 2019)

ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ ກ່າວ​ຕື່ມ​ວ່າ ທ່ານ​ກິມ ​ຕ້ອງ​ການ​ຢາກ​ໃຫ້​ຍົກ​ເລີກ​ ການ​ລົງ​ໂທດ​ທັງ​ໝົດ ແລະ​ທ່ານ​ກ່າວ​ວ່າ ສະ​ຫະ​ລັດ​ບໍ່​ສາ​ມາດ​ເຮັດ​ຈັ່ງ​ຊັ້ນ​ໄດ້. ທ່ານ​ທ​ຣຳໃຫ້​ການ​ອະທິ​ບາຍ​ວ່າ “ພວກ​ເຂົາ​ເຈົ້າ​ເຕັມ​ໃຈ ​ທີ່​ຈະ​ປົດ​ອາ​ວຸດ​ນິວ​ເຄ​ລຍ ​ໃນ​ພາກສ່ວນ​ໃຫຍ່ໆ​ທີ່ພວກ​ເຮົາ​ຕ້ອງ​ການ ແຕ່​ພວກ​ເຮົາ​ບໍ່​ສາ​ມາດ​ຍົກ​ເລີກ​ການ​ລົງ​ໂທດທັງ​ໝົດຍ້ອນ​ເລື້ອງນັ້ນ.” ທ່ານ​ກ່າວ​ວ່າ ພວກ​ເຂົາ​ເຈົ້າ​ໄດ້​ໂອ້​ລົມ ​ກ່ຽວ​ກັບ​ການທັບ​ມ້າງ​ ໂຮງ​ໄຟ​ຟ້າ​ນິວເຄ​ລຍ​ຢົງ​ບີ​ຢອນແຕ່​ເລື້ອງ​ທີ່​ຊັບ​ຊ້ອນ​ແມ່ນ​ເຕົາ​ແຍກ​ທາດ​ຢູ​ເຣ​ນຽມ​ອີກ​ແຫ່ງ​ນຶ່ງ.

ອີງ​ຕາມ​ທ່ານ​ທ​ຣຳ​ແລ້ວ ທ່ານ​ກິມ​ໄດ້​ສັນ​ຍາ ໃນ​ງານ​ລ້ຽງ​ຮັບ​ຮອງ​ອາ​ຫານ​ຄ່ຳ​ຄືນກ່ອນ​ວ່າ ເກົາ​ຫຼີ​ເໜືອ​ຈະ​ບໍ່​ທຳ​ການ​ທົດ​ລອງ​ອາ​ວຸດ​ນິວ​ເຄ​ລຍ​ຫຼື​ລູກ​ສອນ​ໄຟ​ໃດໆຕື່ມ​ອີກ.

ປະ​ທ​າ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ແລະ​ຜູ້​ນຳ​ເກົາ​ຫຼີ​ເໜືອ ທ່ານ​ກິມ ຈົງ ອຶນ ຈັບ​ມື​ກັນ ທີ່​ສິງ​ກະ​ໂປ. (12 ມິ​ຖຸ​ນາ 2018)
ປະ​ທ​າ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ແລະ​ຜູ້​ນຳ​ເກົາ​ຫຼີ​ເໜືອ ທ່ານ​ກິມ ຈົງ ອຶນ ຈັບ​ມື​ກັນ ທີ່​ສິງ​ກະ​ໂປ. (12 ມິ​ຖຸ​ນາ 2018)

ລັດ​ຖະ​ມົນ​ຕີຕ່າງ​ປະ​ເທ​ດ​ເກົາ​ຫຼີ​ເໜືອ ທ່ານ​ນີ ຢົງ ໂຮ ທີ່ກອງ​ປະ​ຊຸມ​ຖະແຫຼງ​ຂ່າວ​ໃນ​ຕອນທ່ຽງ​ຄືນ ແບບ​ທີ່​ບໍ່​ຄ່ອຍ​ເຫັນ​ກັນ ຢູ່​ນະ​ຄອນ​ຫຼວງ​ຮາ​ໂນ່ຍ ໄດ້​ປະກາດ​ວ່າ​ຈຸດ​ຢືນ​ໃນ​ການເຈ​ລະ​ຈາ​ຂອງ​ປະ​ເທດ​ທ່ານ ​ຈະ​ບໍ່​ມີ​ການ​ປ່ຽນ​ແປງ​ໃດໆເຖິງ​ແມ່ນ​ສະ​ຫະ​ລັດ​ຈະ​ເປີດ​ການ​ເຈ​ລະ​ຈາ​ຕື່ມ​ອີກ​ກໍ​ຕາມ.

ຢູ່​ທີ່ການ​ພົບ​ປະ​ສຸດຍອດ​ເປັນ​ເວ​ລາ​ສອງມື້ນັ້ນ ຝ່າຍ​ອາ​ເມ​ຣິ​ກັນ​ໄດ້​ຮຽກ​ຮ້ອງ​ໃຫ້ມີ​ການ​ຜ່ອນ​ຜັນ​ຕື່ມ​ອີກ​ຂໍ້​ນຶ່ງ​ ຈາກ​ພຽງ​ຢາງ ນອກ​ເໜືອ​ໄປ​ຈາກ ​ການ​ທັບ​ມ້າງ ​ໂຮງໄຟ​ຟ້າ​ນິວ​ເຄ​ລຍ​ຢົງ​ບີ​ຢອນ​ແລ້ວ ອີງ​ຕາມ​ ຄຳ​ຖະ​ແຫຼງ​ຂອງ​ທ່ານ​ນີ ຕໍ່​ພວກ​ນັກ​ຂ່າວ ຢູ່ທີ່​ໂຮງ​ແຮມ Melia ບ່ອນ​ທີ່​ທ່ານ​ກິມ​ພັກ​ຢູ່ນັ້ນ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG