ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກອງປະຊຸມສຸດຍອດ ລະຫວ່າງ ປ. ທຣໍາ ກັບຜູ້ນຳທ່ານກິມ ຄອບງໍາ ການສົນທະນາ ລະຫວ່າງ ສຫລ ກັບ ຍີ່ຢຸ່່ນ ໃນວໍຊິງຕັນ


Trump-Kim Summit Dominates US-Japanese Talks in Washington
please wait

No media source currently available

0:00 0:02:20 0:00

ປະທາ​ນາ​ທິບໍດີ​ດໍ​ໂນ​ລ ທຣໍາ ຕ້ອນຮັບ​ນາ​ຍົກ​ລັດຖະມົນຕີ​ຍີ່ປຸ່ນ ທ່ານ​ຊິນ​ໂຊ ອາ​ເບະ
ໃນ​ວັນ​ພະຫັດ​ອາ​ທິດ​ແລ້ວ​ນີ້ ບໍ່​ເທົ່າ​ໃດ​ມື້ ກ່ອນ​ແຜນການ ພົບປະ ​ສຸດ​ຍອດ ​ກັບ​ຜູ້ນຳ​
ເກົາ​ຫຼີ​ເໜືອ ທ່ານ​ກິມ ຈົງ ອຶນ. ປະທານາທິບໍດີ​ທຣໍາ ໄດ້ສະ​ແດງ​ຄວາມຫວັງອອກ​ມາ
ຢ່າງ​ລະມັດ​ລະ​ວັງ​ກ່ຽວ​ກັບກອງ​ປະຊຸມ​ ຊຶ່ງມີ​ກຳນົດຈະຈັດຂຶ້ນ​ໃນ​ວັນ​ທີ 12 ມິຖຸນາຢູ່​ທີ່
ປະ​ເທດສິ​ງກະ​ໂປ ​ແຕ່​ໄດ້​ຮັບ​ຮູ້​ວ່າບໍ່ມີ​ຫຍັງສາ ມາດທຳນາຍໄດ້​ກ່ຽວກັບ​ເລື້ອງນີ້. ຍີ່ປຸ່ນ
​ແລະ​ສະຫະລັດ ​ຢືນຢັດ​ໃຫ້​ເກົາຫຼີ​ເໜືອ ​ເປັນປະເທດ ທີ່ປອດອາວຸດນິວ​ເຄລຍຢ່າງສິ້ນ
ເຊີງ ກ່ອນທີ່ຈະ​ຍົກ​ເລີກການ​ລົງ​ໂທດທາງດ້ານ​ເສດຖະກິດຢ່າງໜັກ​ແລະສ້າງຕັ້ງ​ຄວາມ
​ສຳພັນ​ແບບ​ປົກ​ກະຕິ​ກັບ​ປະທດດັ່ງກ່າວ. ນັກ​ຂ່າວ ວີ​ໂອ​ເອ ສະລາຕິ​ກາ ຮົກ ມີ​ລາຍ​ງານ​ກ່ຽວກັບເລື້ອງນີ້ ​ຊຶ່ງ ກິ່ງ​ສະຫວັນ​ ຈະ​ນຳ​ເອົາລາຍລະອຽດ ມາສະ​ເໜີທ່ານ.

please wait

No media source currently available

0:00 0:04:03 0:00
ລິງໂດຍກົງ

ທ່ານ​ອາ​ເບະ ​ໄດ້​ເດີນທາງ​ມານະ​ຄອນ​ຫຼວງ​ວໍ​ຊິງຕັນ ​ເພື່ອ​ສົນທະນາ​ການ​ຄ້າ​ລະຫວ່າງ
​ຍີ່ປຸ່ນ ​ແລະ​ສະຫະລັດ ​ແຕ່​ກອງ​ປະຊຸມ​ສຸດ​ຍອດ​ຂອງ​ປະທານາທິບໍ ດີ​ທຣໍາທີ່​ຈະມີ​ຂຶ້ນ​
ກັບຜູ້ນຳ​ເກົາຫຼີ​ເໜືອ ປາກົດ​ວ່າກໍ​ມີຄວາມສຳຄັນຢູ່ໃນລາຍການ​ປະຊຸມ. ປະທານາທິບໍ
ດີ​ ສະຫະລັດ​ໄດ້​ສະ​ແດງ​ຄວາມຫວັງ​ໄປໃນແງ່ດີ ​ກ່ຽວ​ກັບ​ກອງ​ປະຊຸມດັ່ງກ່າວວ່າ:

“ພວກ​ເຮົາ​ຈະ​ໄດ້​ຮັບ​ຜົນສຳ​ເລັດ​ອັນ​ຍິ່ງ​ໃຫຍ່. ຂ້າພະ​ເຈົ້າ​ຄິດ​ວ່າ ​ຈະ​ບໍ່​ແມ່ນ​ຢູ່​ໃນ​
ກອງ​ປະຊຸມ​ເທື່ອດຽວ. ຂ້າພະ​ເຈົ້າ​ຄິດ​ວ່າ​ຈະ​ດົນໄປ​ກວ່າ​ນັ້ນ​ອີກ. ນີ້​ໄດ້​ດຳ​ເນີນ​ມາ​ເ
ປັນ​ເວລາ​ຫຼາຍໆ​ທົດ​ສະ​ວັດແລ້ວ. ນີ້ແມ່ນ​ບາງ​ສິ່ງ​ບາງ​ຢ່າງ​ ທີ່​ຄວນ​ໄດ້​ຮັບການ
​ແກ້​ໄຂ​ໂດຍ ບັນດາ​ປະທານາທິບໍດີຄົນ​ອື່ນໆ ດັ່ງ​ທີ່​ຂ້າພະ​ເຈົ້າ​ໄດ້​ກ່າວ​ມາເລື້ອຍໆ
ກ່ອນໜ້ານີ້."

ເມື່ອສອງ​ອາທິດ​ກ່ອນນັ້ນ ປະທານາທິບໍດີ​ທຣໍາ ​ໄດ້​ຍົກເລີກກອງ​ປະຊຸມ​ສຸດ​ຍອດໂດຍ
​ໃຫ້​ເຫດຜົນວ່າ ພຽງ​ຢາງໄດ້ໃຊ້ຄຳເວົ້າທີ່ເປັນປໍລະປັກ ​ແລະ​ຕໍ່​ມາ​ທ່ານ​ໄດ້​ຕ່າວປີ້ນ​ການ
​ຕັດສິນ​ໃຈ. ທ່ານ​ກ່າວ​ວ່າ​ ຈົດໝາຍຈາກ​ທ່ານ​ກິມ ຈົງ ອຶນ ຫວ່າງ​ມໍ່ໆມາ​ນີ້​ ໄດ້ສະແດງ
ຄວາມ​ເປັນ​ເພື່ອນ​ມິດ​ທີ່​ດີ.

ປະທານາທິບໍດີ​ທຣໍາກ່າວ​ວ່າ “​ແລະ​ຂ້າພະ​ເຈົ້າ​ເຊື່ອ​ວ່າ ທ່ານ​ກິມ ຈົງ ອຶນ ຕ້ອງການ
​ເຮັດສິ່ງ​ໃດ​ສິ່ງ​ນຶ່ງ ຂ້າພະ​ເຈົ້າ​ຄິດ​ວ່າ ​ທ່ານ​ຕ້ອງການ​ຢາ​ກ​ເຫັນ​ບາງ​ສິ່ງ​ບາງ​ຢ່າງ​ເກີດ​

|ຂຶ້ນ​ຢ່າງ​ບໍ່​ໜ້າ​ເຊື່ອ ​ສຳລັບ​ປະຊາຊົນ​ເກົາຫຼີ​ເໜືອ. ​ເພາະສະ​ນັ້ນ ພວກ​ເຮົາ​ມີ​ໂອກາດ​
ອັນ​ຍິ່ງ​ໃຫຍ່ໃນເວລາ​ນີ້ິ.”

ປະທານາທິບໍດີ​ທຣໍາກ່າວ​ວ່າ ຖ້າ​ຫາກ​ຂໍ້​ຕົກລົງ​ກັບ​ພຽງ​ຢາງມີການ​ບັນລຸ​ຜົນກັນສະຫະ
ລັດ ຍີ່​ປຸ່ນ ຈີນ ​ແລະ​ເກົາຫຼີ​ໃຕ້ ແມ່ນພ້ອມ​ແລ້ວ​ທີ່​ຈະ​ໃຫ້ການ​ຊ່ວຍ​ເຫຼືອໃນການພັດທະ
ນາເສດຖະກິດເກົາຫຼີ​ເໜືອ.

ນາ​ຍົກ​ລັດຖະມົນຕີ​ນຍີ່​ປຸ່ນ ​ໄດ້​ສັນລະ​ເສີນ ປະ​ທາ​ນາ​ທິບໍດີ​ທຣໍາ ​ໃນ​ຄວາມ​ພະຍາຍາມ
ດ້ານ​ການ​ທູດ​ທີ່​ບໍ່​ມີມາ​ກ່ອນ. ທ່ານ​ກ່າວ​ວ່າ ​ໂລກ​ທັງ​ໝົດ​ຫວັງ​ຢາກໃຫ້​ມີ​ສັນຕິພາບ​ຕະ
ຫຼອດ​ໄປ​ຢູ່ໃນ​ແຫຼມ​ເກົາຫຼີ. ທ່ານ​ກ່າວ​ວ່າ ການ​ປົດອາວຸດ​ນິວ​ເຄລຍຢ່າງສິ້ນເຊີງຂອງ
​ເກົາຫຼີ​ເໜືອແລະການ​ປະຕິບັດ​ຕາມ​ມະຕິຂອງ​ສະຫະ​ປະຊາ​ຊາດນັ້ນ​ແມ່ນສິ່ງຈຳເປັນ

ທີ່ຈະຕ້ອງໄດ້ເຮັດກ່ອນທີ່ຈະມີການ​ຕົກ​ລົງ​ໃດໆ​ກັບ​ພຽງຢາງ. ທ່ານ​ຍັງ​ໄດ້​ຮຽກຮ້ອງ​ໃຫ້​ສະຫະລັດ ​ໃຫ້ການ​ສະໜັບສະໜູນ​ຕໍ່ຄຳຮຽກ​ຮ້ອງຂອງ​ຍີ່ປຸ່ນ​ ທີ່ໃຫ້​ເກົາຫຼີເໜືອ ສົ່ງຄົນ​
ສັນຊາດ​ຍີ່ປຸ່ນ ທີ່​ຖືກ​ລັກພາ​ໂຕໄປນັ້ນ​ກັບ​ຄື​ນປະເທດ.

ທ່ານ​ຊິນ​ໂຊ ອາ​ເບະ ນາຍົກລັດຖະມົນຕີຍີ່ປຸ່ນ ກ່າວ​ວ່າ “ຂ້າພ​ະ​ເຈົ້າ​ມີ​ຄວາມ​ຫວັງ​ຢ່າງ
ແຮງ​ກ້າ​ວ່າ ​ກອງ​ປະຊຸມ​ສຸດ​ຍອດ​ຄັ້ງ​ປະຫວັດສາດ​ທີ່​ສິງກະໂປ​ເທື່ອ​ນີ້​ຈະ​ເປັນ​ຜົນ​ສຳ​
ເລັດ​ອັນ​ຍິ່ງ​ໃຫຍ່.”

ລັດຖະມົນຕີ​ກະຊວງ​ຕ່າງປະ​ເທດ​ສະຫະລັດ ທ່ານ​ໄມຄ໌ ພອມພຽວ ຜູ້​ທີ່​ໄດ້​ພົບ​ປະ​ກັບ​
ທ່ານ​ກິມ ຈົງ ອຶນ​ ມາ​ກ່ອນ​ແລ້ວ​ ໃນຖານະທີ່​ເປັນ​ພາກ​ສ່ວນນຶ່ງ ຂອງການກະກຽມ​ກອງ
​ປະ​ຊຸມ​ສຸດ​ຍອດ ກ່າວ​ວ່າ ປະທານາທິບໍດີ​ດໍ​ໂນ​ລ ທຣໍາ ຈະໄປ​ພົບ​ປະ​ແບບທີ່ບໍ່ເຄີຍມີມາ
ກ່ອນ ດ້ວຍຄວາມລະມັດລະວັງເປັນພິເສດ.

ທ່ານ​ໄມຄ໌ ພອມພຽວກ່າວ​ວ່າ “ສະຫະລັດ​ໄດ້​ສະແດງໃຫ້ເຫັນຢ່າງຈະແຈ້ງຫຼາຍຄັ້ງມາ
ວ່າ ການເຮັດໃຫ້ແຫຼມເກົາຫຼີ ເປັນເຂດປອດອາວຸດນິວເຄລຍ ທີ່ສາມາດກວດພິສູດ
ແລະຕ່າວປີ້ນ​ບໍ່ໄດ້ ຈະເປັນຜົນພຽງຢ່ງດຽວ ທີ່​ພວກເຮົາຈະ​ຮັບເອົາ​ໄດ້.”

ທ່ານ​ພອມພຽວກ່າວ​ວ່າ ທ່ານ​ທຣໍາ ​ແລະ​ທ່ານ​ກິມ ຍັງ​ຈະ​ສົນທະນາຫາລື​ກັນ​ກ່ຽວກັບ​
ຄວາມເປັນ​ຫ່ວງ​ດ້ານ​ຄວາມ​ໝັ້ນຄົງ​ຂອ​ງ​ເກົາຫຼີ​ເໜືອ ​ແລະການ​ປັບປຸງ​ຄວາມ​ສຳພັນ​ສອງ
​ຝ່າຍ. ທັງ​ປະທານາທິບໍດີ​ທຣໍາ ​ແລະ ​ລັດຖະມົນຕີ​ຕ່າງ​ປະ​ເທດຂອງທ່ານຕ່າງກໍກ່າວ​ວ່າ
ການ​ລົງ​ໂທດ​ຂອງສາກົນ ​ຕໍ່ພຽງ​ຢາງ ​ຈະ​ດຳ​ເນີນ​ຢູ່​ຕໍ່​ໄປ​ຈົນ​ກວ່າ​ການ​ປົດອາ​ວຸດນິວ​ເຄລຍ
ເສັດ​ສິ້ນລົງ​ແລະການ​ເພີ້​ມການ​ລົງ​ໂທດ​ແມ່ນພ້ອມ​ແລ້ວ ​ທີ່​ຈະ​ຖືກນຳ​ໃຊ້ ​ຖ້າວ່າການ​ທູດ​
ຫາກ​ລົ້ມ​ແຫຼວ.

XS
SM
MD
LG