ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ນຳ ສຫລ ແລະ ເກົາຫຼີເໜືອ ພົບປະ ສຸດຍອດ ຄັ້ງປະຫວັດສາດ


ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ຈັບມື ກັບ ຜູ້ນຳ ເກົາຫຼີເໜືອ ທ່ານ ກິມ ຈົງ ອຶນ ຢູ່ໂຮງແຮມກາແປລລາ ທີ່ເກາະເຊໂຕນາ ຂອງ ສິງກະໂປ. (ວັນທີ 12 ມິຖຸນາ 2018)
ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ຈັບມື ກັບ ຜູ້ນຳ ເກົາຫຼີເໜືອ ທ່ານ ກິມ ຈົງ ອຶນ ຢູ່ໂຮງແຮມກາແປລລາ ທີ່ເກາະເຊໂຕນາ ຂອງ ສິງກະໂປ. (ວັນທີ 12 ມິຖຸນາ 2018)

ປະທານາທິບໍດີ ດໍໂນລ ທຣຳ ແລະຜູ້ນຳເກົາຫຼີເໜືອ ທ່ານ ກິມຈົງອຶນ ໄດ້ພົບປະກັນທີ່
ໂຮງແຮມກາແປລລາ ຢູ່ສິງກະໂປ ໃນວັນອັງຄານມື້ນີ້.

ຮວມຢູ່ໃນບັນດາຜູ້ພວກທີ່ໄປຮ່ວມສົມທົບ ສຳລັບຝ່າຍສະຫະລັດແລ້ວ ກໍມີລັດຖະມົນ
ຕີກະຊວງການຕ່າງປະເທດ ທ່ານໄມຄ໌ ພອມພຽວ ຫົວໜ້າທີ່ປຶກສາຂອງທຳນຽບຂາວ
ທ່ານຈອນ ແຄລລີ ແລະທີ່ປຶກສາທາງດ້ານຄວາມໝັ້ນຄົງແຫ່ງຊາດ ທ່ານຈອນ ໂບລ-
ຕັນ. ສຳລັບຝ່າຍເກົາຫຼີເໜືອ ແມ່ນຮວມທັງທ່ານກິມ ຢົງ ໂຊລ ຫົວໜ້າທີ່ປຶກສາຂອງ
ທ່ານກິມ ຈົງ ອຶນ ທີ່ໄດ້ພົບປະກັບປະທານາທິບໍດີທຣຳ ຢູ່ທີ່ທຳນຽບຂາວເມື່ອໄວໆມາ
ນີ້.

ກ່ອນໜ້ານີ້ ທ່ານທຣຳກ່າວວ່າ ການພົບປະແບບສອງຕໍ່ສອງ ກັບທ່ານກິມ ແມ່ນດີຫຼາຍ
ແລະທ່ານເວົ້າວ່າ ພວກທ່ານມີຄວາມສຳພັນທີ່ດີເລີດ ໃນລະຫວ່າງການໂອ້ລົມກັນໃນ
ວັນອັງຄານມື້ນີ້ ທີ່ສິງກະໂປ ກ່ຽວກັບຄວາມເປັນໄປໄດ້ ໃນການທີ່ຈະເຮັດໃຫ້ແຫຼມເກົາ
ຫຼີເປັນເຂດປອດອາວຸດນິວເຄລຍ.

ພວກທ່ານໄດ້ໂອ້ລົມກັນ ໂດຍມີພຽງແຕ່ນາຍພາສາເທົ່ານັ້ນ ຊຶ່ງທັງທ່ານທຣຳ ແລະທ່ານ
ກິມ ຕ່າງກໍມີພວກເຈົ້າໜ້າທີ່ຕິດຕາມ ຈຳນວນນຶ່ງ ເພື່ອການເຈລະຈາກັນຕື່ມ.

ທ່ານທຣຳ ກ່າວກ່ອນໜ້າການພົບປະກັນວ່າ ພວກເຮົາຈະແກ້ໄຂບັນຫາໃຫຍ່ໆ.

ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ຈັບມື ກັບ ຜູ້ນຳເກົາຫຼີເໜືອ ທ່ານ ກິມ ຈົງ ອຶນ ໃນລະຫວ່າງ ການພົບປະສອງຝ່າຍ ທີ່ໂຮງແຮມກາແປລລາ ໃນສິງກະໂປ.
ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ຈັບມື ກັບ ຜູ້ນຳເກົາຫຼີເໜືອ ທ່ານ ກິມ ຈົງ ອຶນ ໃນລະຫວ່າງ ການພົບປະສອງຝ່າຍ ທີ່ໂຮງແຮມກາແປລລາ ໃນສິງກະໂປ.

ການພົບປະແບບບໍ່ເຄີຍມີມາກ່ອນ ລະຫວ່າງປະທານາທິບໍດີ ທີ່ຍັງກຳຕຳແໜ່ງຂອງສະ
ຫະລັດ ແລະຜູ້ນຳເກົາຫຼີເໜືອ ເລີ້ມຂຶ້ນ ໂດຍທີ່ທ່ານທຣຳ ແລະທ່ານກິມ ອອກມາພົບກັນ
ຢູ່ຕໍ່ໜ້າທຸງຊາດຂອງສະຫະລັດ ແລະເກົາຫຼີເໜືອ ໃນຂະນະທີ່ມີການຖ່າຍຮູບໂດຍກ້ອງ
ຫຼາຍສິບໜ່ວຍ.

ຂະບວນລົດຂອງທ່ານທຣຳ ໄດ້ໄປເຖິງໂຮງແຮມກາແປລລາ ທີ່ເກາະເຊໂນຕາຂອງສິງ
ກະໂປກ່ອນ. ຫລັງຈາກນັ້ນບໍ່ເທົ່າໃດນາທີ ຂະບວນລົດຂອງທ່ານກິມ ກໍໄປເຖິງ.

ພວກທ່ານທັງສອງຫລັງຈາກນັ້ນ ກໍພາກັນນັ່ງລົງ ກ່ອນຈະເລີ້ມລົມກັນແບບສອງຕໍ່ສອງ
ທີ່ທ່ານທຣຳເວົ້າຄາດການວ່າ ເປັນການຫາລືທີ່ຍິ່ງໃຫຍ່.

ທ່ານທຣຳ ມີກຳນົດທີ່ຈະຖະແຫຼງຕໍ່ສື່ມວນຊົນ ກ່ອນທີ່ທ່ານຈະອອກເດີນທາງຈາກສິງ
ກະໂປ. ລາຍງານກ່ອນໜ້ານີ້ແນະໃຫ້ເຫັນວ່າ ທ່ານທຣຳອາດຈະອອກເດີນທາງຈາກ
ສິງກະໂປໃນວັນພຸດມື້ອື່ນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG