ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ປ. ທຣຳ ແລະ ທ. ກິມ ຈັບມືກັນ ຢູ່ທີ່ ເຂດປອດທະຫານ DMZ


ປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ຈັບມືກັບ ຜູ້ນຳ ເກົາຫຼີເໜືອ ທ່ານ ກິມ ຈົງ ອຶນ ຢູ່ທີ່ເຂດປອດທະຫານ DMZ.
ປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ຈັບມືກັບ ຜູ້ນຳ ເກົາຫຼີເໜືອ ທ່ານ ກິມ ຈົງ ອຶນ ຢູ່ທີ່ເຂດປອດທະຫານ DMZ.

ທ່ານດໍໂນລ ທຣຳ ໄດ້ກາຍເປັນປະທານາທິບໍດີ ສະຫະລັດ ທີ່ດຳລົງຕຳແໜ່ງ ຄົນທຳອິດ
ທີ່ໄດ້ໄປຢ້ຽມຢາມເກົາຫຼີເໜືອ ດ້ວຍການກ້າວຂ້າມເຂດຊາຍແດນ ໃນລະຫວ່າງ ການ
ພົບປະກັບຜູ້ນຳເກົາຫຼີເໜືອ ທ່ານກິມ ຈົງ ອຶນ ຢູ່ທີ່ເຂດປອດທະຫານ ຫຼື ເອີ້ນຫຍໍ້ ວ່າ
DMZ.

ພາຍຫຼັງທີ່ໄດ້ຈັບມືກັບ ທ່ານກິມ ຢູ່ທີ່ບ້ານຊາຍແດນ ປານມຸນຈອມ ແລ້ວ ທ່ານທຣຳ
ໄດ້ກ້າວຂ້າມເສັ້ນແບ່ງແຍກສອງເກົາຫຼີ ໂດຍທະຫານເຂົ້າໄປໃນເກົາຫຼີເໜືອ. ຕໍ່ຈາກ
ນັ້ນ ທ່ານກິມ ກໍໄດ້ກ້າວຂ້າມກັບຄືນເຂົ້າໄປໃນເຂດເກົາຫຼີໃຕ້.

ທ່ານກິມ ໄດ້ກ່າວຕໍ່ທ່ານທຣຳວ່າ “ດີໃຈທີ່ໄດ້ເຫັນທ່ານອີກເທື່ອນຶ່ງ.” ທ່ານກ່າວຕໍ່ໄປ
ອີກວ່າ “ຂ້າພະເຈົ້າບໍ່ໄດ້ຄາດໝາຍເລີຍວ່າ ຈະເຫັນທ່ານຢູ່ທີ່ແຫ່ງນີ້.”

ທ່ານທຣຳໄດ້ກ່າວຕອບວ່າ “ການກ້າວຂ້າມເສັ້ນອັນນີ້ ເປັນກຽດອັນຍິ່ງໃຫຍ່” ຊຶ່ງ
ທ່ານເປັນຜູ້ທີ່ໄດ້ເຊື້ອເຊີນທ່ານກິມ ໃຫ້ໄປສະຫະລັດ ເພື່ອກອງປະຊຸມສຸດຍອດ
ຢ່າງເປັນທາງການ ອີກເທື່ອນຶ່ງ.

ທ່ານທຣຳ ໃນວັນເສົາວານນີ້ ໄດ້ກ່າວວ່າ ການພົບປະກັນນັ້ນ ຈະໃຊ້ເວລາພຽງແຕ່
ສອງນາທີເທົ່ານັ້ນ. ແຕ່ເຖິງຢ່າງໃດກໍຕາມ ການພົວພັນຮ່ວມກັນ ໄດ້ໃຊ້ເວລາດົນກວ່າ
ທີ່ໄດ້ຄາດໝາຍໄວ້ ໂດຍທີ່ທ່ານທຣຳ ແລະທ່ານກິມ ໄດ້ເຂົ້າໄປໃນຕຶກທີ່ຢູ່ໃກ້ຄຽງ
ເພື່ອການເຈລະຈາກັນຕື່ມອີກ.

ທ່ານທຣຳ ຜູ້ທີ່ໄດ້ໄປຢ້ຽມຢາມ ເຂດປອດທະຫານ DMZ ນັ້ນ ພ້ອມກັບປະທານາທິບໍດີ
ເກົາຫຼີໃຕ້ ທ່ານມູນ ແຈ-ອິນ ກໍໄດ້ຮັບການແຈ້ງໃຫ້ຊາບໄລຍະສັ້ນໆໂດຍທະຫານ ຢູ່ທີ່
ຈຸດຊົມວີວ ໃນເຂດ DMZ.

ທ່ານທຣຳ ໄດ້ກ່າວຢູ່ໃນຈຸດຊົມວີວ ວ່າ “ມັນເຄີຍເປັນບອ່ນທີ່ອັນຕະລາຍ ອັນຕະລາຍ
ແທ້ໆເລີຍ.” ທ່ານກ່າວຕໍ່ໄປວ່າ “ແຕ່ຫຼັງຈາກກອງປະຊຸມສຸດຍອດ ເທື່ອທຳອິດຂອງ
ພວກເຮົາແລ້ວ ຄວາມອັນຕະລາຍທັງໝົດ ກໍຫາຍໄປ.”

ທ່ານທຣຳ ຍັງໄດ້ປົກປ້ອງນະໂຍບາຍຕໍ່ເກົາຫຼີເໜືອຂອງທ່ານ ແລະໄດ້ກ່າວໂຈມຕີສື່
ມວນຊົນ ທີ່ຕັ້ງຄຳຖາມວ່າ ທ່ານຄວນພົບປະກັບທ່ານກິມ ຫຼືບໍ່ ໃນເມື່ອວ່າ ການເຈລະ
ຈາກັບ ເກົາຫຼີເໜືອ ແມ່ນໄດ້ຢຸດສະງັກ.

ທ່ານທຣຳ ໄດ້ກ່າວໄປວ່າ “ຂ້າພະເຈົ້າເວົ້າແບບນັ້ນໃຫ້ສື່ຂ່າວ ພວກເຂົາບໍ່ຊື່ນຊົມຍິນດີ
ເລີຍ ສຳລັບສິ່ງທີ່ພວກເຮົາໄດ້ເຮັດໄປນັ້ນ.”

ຫຼາຍຄົນຫວັງວ່າ ການຈັບມືກັນຢູ່ທີ່ເຂດ DMZ ອາດຈະຟື້ນຟູການເຈລະຈານິວເຄລຍ
ທີ່ບໍ່ໄປບໍ່ມານັ້ນຄືນໃໝ່ ແຕ່ບັນດານັກວິເຄາະຫຼາຍທ່ານ ໄດ້ເຕືອນວ່າ ການພົບປະກັນ
ເຊັ່ນນັ້ນ ພຽງແຕ່ເປັນໂອກາດຂອງການຖ່າຍຮູບເທົ່ານັ້ນ ແລະເປັນການສ່ຽງທີ່ຈະເຮັດ
ໃຫ້ ທ່ານກິມ ເປັນຜູ້ຖືກຕ້ອງຕາມກົດໝາຍ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG