ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ທຣຳ ເຂົ້າຂ້າງ ທ. ກິມ ຈົງ ອຶນ ກ່ຽວກັບ ການປະຕິບັດ ທີ່ໂຫດຮ້າຍ ຕໍ່ນັກສຶກສາ ສຫລ


ນັກສຶກສາ ອາເມຣິກັນ ທ້າວ ອອຕໂຕ ວອມເບຍ, ກາງ, ກຳລັງຖືກຄວບຄຸມໂຕ ໄປຂຶ້ນສານສູງສຸດ ຢູ່ໃນນະຄອນ ພຽງຢາງ ຂອງເກົາຫຼີເໜືອ, ວັນທີ 16 ມີນາ 2016.
ນັກສຶກສາ ອາເມຣິກັນ ທ້າວ ອອຕໂຕ ວອມເບຍ, ກາງ, ກຳລັງຖືກຄວບຄຸມໂຕ ໄປຂຶ້ນສານສູງສຸດ ຢູ່ໃນນະຄອນ ພຽງຢາງ ຂອງເກົາຫຼີເໜືອ, ວັນທີ 16 ມີນາ 2016.

ປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ກ່າວວ່າ ທ່ານບໍ່ເຊື່ອວ່າ ຜູ້ນຳເກົາຫຼີເໜືອ
ທ່ານ ກິມ ຈົງ ອຶນ ຮູ້ກ່ຽວກັບ ການ​ປະ​ຕິ​ບັດ​ແບບ​ໂຫດຮ້າຍ ທີ່ໄດ້ຮັບໂດຍ ມື້ລາງ ຊາວ
ອາເມຣິກັນ ທ້າວ ອອຕໂຕ ວອມເບຍ ໃນລະຫວ່າງ ການຖືກຄຸມຂັງ ຢູ່ໃນລະບອບ
ການປົກຄອງທີ່ໂດດດ່ຽວ.

ທ້າວ ວອມເບຍ ອາຍຸ 22 ປີ ເປັນນັກສຶກສາ ມະຫາວິທະຍາໄລ ລັດເວີຈີເນຍ ໄດ້ເດີນ
ທາງໄປຢ້ຽມຢາມ ເກົາຫຼີເໜືອ ກັບກຸ່ມທ່ອງທ່ຽວກຸ່ມນຶ່ງ ໃນເວລາ ລາວ ໄດ້ຖືກຈັບກຸມ
ແລະຖືກສານຕັດສິນລົງໂທດ ໃຫ້ອອກແຮງງານໜັກ ເປັນເວລາ 15 ປີ ໃນເດືອນມີນາ
ປີ 2016 ໃນຖານເປັນຜູ້ຕ້ອງສົງໄສລັກຂະໂມຍປ້າຍໂຄ ສະນາສວນເຊື່ອ. ລາວ ໄດ້
ເສຍຊີວິດ ໃນເດືອນມິຖຸນາ ຕໍ່ມາ ຫຼັງຈາກທີ່ ລາວໄດ້ກັບຄືນມາສະຫະລັດ ໃນສະພາບ
ເປັນອຳມະພາດ.

ໃນລະຫວ່າງ ການ​ຕອບ​ຄຳ​ຖາມ​ຂອງບັນດານັກຂ່າວ ຢູ່ ນະຄອນຮາໂນ່ຍ ໃນວັນ
ພະຫັດມື້ນີ້ ປະທານາທິບໍດີ ທຣຳ ໄດ້ຖືກຖາມວ່າ ເມື່ອທ່ານໄດ້ພົບກັບທ່ານ ກິມ ​ທ່ານ
​ໄດ້ນຳເອົາເລື້ອງ ການເສຍຊີວິດຂອງທ້າວ ວອມເບຍ ໃນປີ 2017 ຂຶ້ນມາ​ຖາມຫຼືບໍ່.
ທ່ານ ທຣຳ ໄດ້ກ່າວວ່າ ແທ້ຈິງແລ້ວ ທ່ານ “ເຊື່ອວ່າ ມີບາງສິ່ງບາງຢ່າງບໍ່ດີ ໄດ້ເກີດ
ຂຶ້ນຕໍ່”
ທ້າວ ວອມເບຍ ແຕ່ ທ່ານໄດ້ກ່າວວ່າ ທ່ານ ບໍ່ຄຶດວ່າ “ການນຳຂັ້ນສູງ ຮູ້ຈັກ
ກ່ຽວກັບເລື້ອງນີ້.”

“ຂ້າ​ພະ​ເຈົ້າ​ບໍ່​ເຊື່ອ​ວ່າ ທ່ານ​ໄດ້​ອະ​ນຸ​ຍາດ​ໃຫ້​ເລື້ອງ​ດັ່ງ​ກ່າວ​ເກີດ​ຂຶ້ນ” ນັ້ນ​ຄື​ຄຳ​ເວົ້າ​
ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທີ່​ໝາຍ​ເຖິງ​ ທ່ານ ​ກິມ ຈົງ ອຶນ ແລະ​ທ່ານກ່າວ​ຕື່ມ ​ວ່າ
“ນັ້ນ​ບໍ່​ແມ່ນ​ເລື້ອງ​ດີ​ສຳ​ລັບ​ທ່ານ​ທີ່​ອະ​ນຸຍ​າດ​ໃຫ້​ເລື້ອງ​ດັ່ງ​ກ່​າວ​ເກີດ​ຂຶ້ນ. ຄຸກ​ເຫຼົ່ານັ້ນ
ແມ່ນ​ໂຫດ​ຮ້າຍ ມັນ​ເປັນ​ບ່ອນ​ທີ່​ໂຫດ​ຮ້າຍ ແລະ​ມີ​ສິ່ງ​ບໍ່​ດີ​ໄດ້ເກີດ​ຂຶ້ນ.”

ທ່ານ​ທ​ຣຳ​ກ່າວ​ວ່າ ທ່ານ​ກິມ ໄດ້​ບອກ​ກັບ​ທ່ານ​ວ່າ ທ່ານ​ມີ​ຄວາມ​ຮູ້​ສຶກ “ທີ່​ບໍ່​ດີຫຼາຍ
​ກ່ຽວ​ກັບ​ເລື້ອງນີ້.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG