ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ຍັງສືບຕໍ່ ໃຫ້ການສະໜັບສະໜຸນ
ທ່ານແບຣັດ ຄາແວນໍ ທີ່ທ່ານໄດ້ສະເໜີແຕ່ງຕັ້ງໃຫ້ເປັນຜູ້ພິພາກສາສານສູງສຸດ
ໂດຍກ່າວເຖິງທ່ານ ຢູ່ທີ່ບ່ອນໂຄສະນາຫາສຽງທີ່ນະຄອນລາສ ເວກາສ ໃນວັນ
ພະຫັດວານນີ້ວ່າ “ເປັນສຸພາບບຸຣຸດຍິ່ງໃຫຍ່ ທີ່ມີຊື່ສຽງບໍ່ມີຮອຍດ່າງພ້ອຍ.”
ທ່ານທຣຳ ກ່າວເຖິງທ່ານຄາແວນໍ ທີ່ພວມປະເຊີນກັບການກ່າວຫາວ່າ ລວນລາມ
ທາງເພດ ເມື່ອ 36 ປີກ່ອນນັ້ນວ່າ “ທ່ານເປັນຄົນດີ ຄົນດີແທ້ໆ.”
ທະນາຍຄວາມຂອງແມ່ຍິງທີ່ກ່າວຫາ ທ່ານ ແບຣັດ ຄາແວນໍ ຜູ້ຖືກສະເໜີຊື່ໃຫ້ ເປັນຜູ້ພິພາກສາສານສູງສຸດ ວ່າລວນລາມທາງເພດ ນັ້ນເວົ້າວ່າ ທ່ານນາງຢາກ
ຈະໄປໃຫ້ການ ຕໍ່ໜ້າຄະນະກໍາມະການຂອງສະພາສູງສະຫະລັດ ຖ້າມີການຮັບ
ປະກັນຄວາມປອດໄພໃຫ້ທ່ານນາງ.
ທະນາຍຄວາມ ເດບຣາ ຄາດຊ໌ (Debra Katz) ເວົ້າວ່າ ລູກຄວາມຂອງທ່ານ ນາງ
ຄືທ່ານນາງຄຣິສຕິນ ແບລຊີ ຝອດ (Christine Blasey Ford) ໄດ້ຖືກ ຂົ່ມຂູ່ເຖິງແກ່
ຊີວິດ ແລະທ່ານນາງ ພ້ອມດ້ວຍຄອບຄົວ ຈໍາເປັນຕ້ອງໄດ້ຍ້າຍອອກຈາກເຮືອນຂອງ
ພວກເຂົາເຈົ້າ ຢູ່ໃນລັດຄາລິຟໍເນຍນັ້ນ ໄປ.
ແຕ່ວ່າ ອີງຕາມລາຍງານຂອງອົງການຂ່າວແລ້ວ, ທ່ານນາງຄາດຊ໌ ເວົ້າຢູ່ໃນອີເມລ
ທີ່ຂຽນຫາຄະນະກຳມະການຕຸລາການສະພາສູງວ່າ ທ່ານນາງຝອດຍັງ ຢາກຈະໄປ
ໃຫ້ຄໍາໃຫ້ການຢູ່ “ແຕ່ຢູ່ໃນເງື່ອນໄຂທີ່ວ່າ ພວກເຮົາສາມາດຕົກລົງ ກັນໄດ້ວ່າ ຈະມີ
ການຄ້ຳປະກັນຄວາມເປັນທໍາແລະຄວາມປອດໄພຂອງທ່ານນາງ."
ທ່ານ ຈຊັກ ແກຣສລີ (Chuck Grassley) ປະທານຂອງຄະນະກຳມະການ ທີ່ສັງກັດ
ພັກຣີພັບບລິກັນ ໄດ້ຈັດໃຫ້ມີການຮັບຟັງຄໍາໃຫ້ການທັງຂອງທ່ານນາງ ຝອດ ແລະທ່ານ
ຄາແວນໍ ໂດຍໃຫ້ພວກທ່ານທັງສອງໄປປາກົດໂຕ ເພື່ອເລົ່າເລື້ອງຂອງຝ່າຍຕົນ ຢ່າງ
ເປີດເຜີຍ ໃນວັນຈັນທີ່ຈະມາເຖິງນີ້.
ແຕ່ທ່ານນາງຄາດຊ໌ ຂຽນວ່າ “ການໄປປາກົດໂຕເພື່ອໃຫ້ການໃນວັນຈັນນີ້ແມ່ນ ເປັນໄປ
ບໍ່ໄດ້ ແລະການທີ່ຄະນະກໍາມະການຢືນຢັດວ່າ ຕ້ອງເຮັດໃຫ້ໄດ້ນັ້ນ ກໍ ສະແດງວ່າເປັນ
ການບັງຄັບ ບໍ່ວ່າຈະຢູ່ໃນສະພາບໃດກໍຕາມ.”
ທ່ານນາງຄາດຊ໌ ເວົ້າວ່າ “ຄວາມປາດຖະໜາອັນແຮງກ້າຂອງທ່ານນາງ ຝອດ" ກໍຄືວ່າ
ໃຫ້ “ມີການສືບສວນຢ່າງເຕັມສ່ວນ” ກ່ອນທີ່ທ່ານນາງ ຈະໄປໃຫ້ການ. ກ່ອນໜ້ານີ້
ທ່ານນາງໄດ້ຮຽກຮ້ອງໃຫ້ມີການສືບສວນໂດຍອົງການສັນຕິບານ ກາງ ຫລື FBI
ຕໍ່ຂໍ້ກ່າວຫາທີ່ມີຕໍ່ທ່ານຄາແວນໍ.
ໃນຕອນທ້າຍໆ ວັນພະຫັດວານນີ້ ທໍານຽບຂາວໄດ້ນໍາເອົາຈົດໝາຍທີ່ ທ່ານ ຄາແວນໍ
ຂຽນຫາທ່ານ ແກຣສລີ (Chuck Grassley) ອອກມາເປີດເຜີຍ ຊຶ່ງໃນນັ້ນທ່ານຂຽນວ່າ
ທ່ານຢາກເວົ້າເລື້ອງຂອງທ່ານໃຫ້ຟັງ ໃນການຮັບຟັງ ຄໍາໃຫ້ການ ໃນວັນຈັນນີ້.
ທ່ານຂຽນດັ່ງນີ້ "ຂ້າພະເຈົ້າຈະໄປທີ່ນັ້ນ. ຂ້າພະເຈົ້າສືບຕໍ່ຢາກໃຫ້ມີການຮັບຟັງຄໍາໃຫ້
ການ ໃຫ້ໄວເທົ່າທີ່ຈະໄວໄດ້ ເພື່ອວ່າຈະກອບກູ້ຊື່ສຽງຂອງຕົນເອງ ໄວ້."
ອີງຕາມລາຍງານຂອງພວກນັກຂ່າວແລ້ວ ທ່ານຄາແວນໍ ກໍໄດ້ຮັບໃນສິ່ງທີ່ພວກ ເຈົ້າ
ໜ້າທີ່ປະຕິບັດກົດໝາຍເອີ້ນວ່າການຂົ່ມຂູ່ເຖິງຊີວິດຢ່າງຫຼວງຫຼາຍ ເຊັ່ນກັນ.
ທ່ານຄາແວນໍ ແມ່ນເປັນຄົນທີ່ປະທານາທິບໍດີ ດໍໂນລ ທຣໍາ ເລືອກມາເພື່ອໃຫ້ ກໍາຕໍາ
ແໜ່ງເປັນຜູ້ພິພາກສາສານສູງສຸດທີ່ຍັງຫວ່າງຢູ່ນັ້ນ ແທນຜູ້ພິພາກສາ ແອນໂທນີ
ເຄັນເນດີ ທີ່ລາກອອກກິນບໍນານແລ້ວນັ້ນ.