ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະພາຈະເປີດ ການຮັບຟັງ ຄຳໃຫ້ການ ຢ່າງເປີດເຜີຍ ຄັ້ງທຳອິດ ໃນການແຊກແຊງ ຂອງຣັດເຊຍ


ປະທານ ຄະນະກຳມະການ ສືບລັບຂອງສະພາຕ່ຳ ທ່ານ Devin Nunes ປະກາດວ່າ ທ່ານຈະຈັດການຮັບຟັງ ຢ່າງເປີດເຜີຍ ໃນວັນທີ 20 ມີນາ ເພື່ອສືບສວນ ຂໍ້ກ່າວຫາວ່າ ຣັດເຊຍແຊກແຊງ ໃນການເລືອກຕັ້ງປີ 2016 ຢູ່ທີ່ລັດຖະສະພາ ຫຼື Capitol Hill ໃນນະຄອນຫຼວງວໍຊິງຕັນ, ວັນທີ 7 ມີນາ 2017.
ປະທານ ຄະນະກຳມະການ ສືບລັບຂອງສະພາຕ່ຳ ທ່ານ Devin Nunes ປະກາດວ່າ ທ່ານຈະຈັດການຮັບຟັງ ຢ່າງເປີດເຜີຍ ໃນວັນທີ 20 ມີນາ ເພື່ອສືບສວນ ຂໍ້ກ່າວຫາວ່າ ຣັດເຊຍແຊກແຊງ ໃນການເລືອກຕັ້ງປີ 2016 ຢູ່ທີ່ລັດຖະສະພາ ຫຼື Capitol Hill ໃນນະຄອນຫຼວງວໍຊິງຕັນ, ວັນທີ 7 ມີນາ 2017.

ຄະນະກຳມະການ ສືບລັບຂອງສະພາຕ່ຳ ຈະສືບສວນເບິ່ງການແຊກແຊງເຂົ້າໃນການ
ເລືອກຕັ້ງ ສະຫະລັດ ຂອງຣັດເຊຍ ຢ່າງເປີດເຜີຍ ເປັນຄັ້ງທຳອິດ ໃນລະຫວ່າງ ການເປີດ
ຮັບຟັງຄຳ​ໃຫ້ການ ໃນວັນທີ 20 ມີນາ ຈະມາເຖິງນີ້ ນັ້ນຄື ຄຳ​ເວົ້າຂອງທ່ານ Devin
Nunes ປະທານຄະນະກຳມະການດັ່ງກ່າວ ທີ່ໄດ້ປະກາດ ໃນວັນອັງຄານວານນີ້.

ຮວມ​ໃນບັນດາຜູ້ທີ່ຖືກເຊື້ອເຊີນ ໄປໃຫ້ການ​ຕໍ່​ສະພານັ້ນ ລວມມີ ທ່ານ James Comey ຜູ້ອຳນວຍການ ອົງການສັນຕິບານກາງ FBI ຄົນປະຈຸບັນ ທີ່ໄດ້ກາຍ ເປັນຈຸດສົນໃຈ ຂອງ
ບັນຫາໂຕ້ຖຽງກັນ ໃນເລື່ອງການພົວພັນຂອງທ່ານ ທີ່ເປັນຜົນໃຫ້ເກີດການສືບສວນສອບ
ກ່ຽວ​ກັບອີແມລຂອງທ່ານນາງ Hillary Clinton ນັ້ນ ທ່ານ Mike Rogers ຜູ້ອຳນວຍ
ການອົງການຄວາມໝັ້ນຄົງແຫ່ງຊາດ ແລະ ທ່ານ John Brennan ອະດີດ ຜູ້ອຳນວຍ
ການ ອົງການສືບລັບ CIA.

ຜູ້ອຳນວຍການ ອົງການສືບລັບ CIA ທ່ານ John Brennan ປາກົດຕົວຕໍ່ໜ້າ ຄະນະກຳມະການ ສືບລັບ ໃນການຮັບຟັງ ກ່ຽວກັບ ໄພຂົ່ມຂູ່ຈາກທົ່ວໂລກ ຢູ່ທີ່ລັດຖະສະພາ ຫຼື Capitol Hill ໃນນະຄອນຫຼວງວໍຊິງຕັນ, ວັນທີ 25 ກຸມພາ 2016.
ຜູ້ອຳນວຍການ ອົງການສືບລັບ CIA ທ່ານ John Brennan ປາກົດຕົວຕໍ່ໜ້າ ຄະນະກຳມະການ ສືບລັບ ໃນການຮັບຟັງ ກ່ຽວກັບ ໄພຂົ່ມຂູ່ຈາກທົ່ວໂລກ ຢູ່ທີ່ລັດຖະສະພາ ຫຼື Capitol Hill ໃນນະຄອນຫຼວງວໍຊິງຕັນ, ວັນທີ 25 ກຸມພາ 2016.

ທ່ານ Nunes ໄດ້ກ່າວຕໍ່ບັນດານັກຂ່າວວ່າ “ຂ້າພະເຈົ້າຢາກຈະດຳເນີນການຮັບຟັງ
ເຫຼົ່ານີ້ ຢ່າງເປີດເຜີຍ. ຍ້ອນຄວາມສຳຄັນທີ່ສຸດ ຂອງການກ່າວຫາຕ່າງໆ ທີ່ກ່ຽວຂ້ອງ ກັບທຸກພັກຝ່າຍ ຂອງບັນຫານີ້ ພວກເຮົາຢາກໃຫ້ແນ່ໃຈວ່າ ພວກເຮົາໄດ້ຈັດການ
ຮັບຟັງທັງຫຼາຍເຫຼົ່ານີ້ ແບບເປີດເຜີຍຕໍ່ມະຫາຊົນ.”

ທ່ານ Nunes ໄດ້ກ່າວວ່າ ບັນຊີລາຍຊື່ຂອງ 7 ຄົນທີ່ໄດ້ຖືກເຊື້ອເຊີນ ມາໃຫ້ປາກການ
ປະກອບມີ ອະດີດ ຜູ້ຮັກການຊົ່ວຄາວ ລັດຖະມົນຕີກະຊວງຍຸຕິທຳ ທ່ານນາງ Sally
Yates ແລະ ອະດີດຜູ້ອຳນວຍການ ອົງການສືບລັບແຫ່ງຊາດ ຈະຂະຫຍາຍອອກໄປ
ຫຼື ຈະຖືກດັດແກ້ຖ້າຫາກວ່າ ມີຄວາມຈຳເປັນ. ບັນຊີລາຍຊື່ຈະໄດ້ຮັບການເຫັດດີເຫັນ
ພ້ອມນຳ​ກັນ ຈາກທັງສອງພັກການ​ເມືອງ.

ທ່ານ Micheal Flynn ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ ທີ່ຖືກໄລອອກ ແມ່ນໄດ້ ຖືກເຊື້ອເຊີນ ໄປຮ່ວມ ໃນການຮັບຟັງ ແຕ່ບໍ່ໄດ້ຢູ່ໃນບັນຊີລາຍຊື່ຂອງພະຍານທັງຫຼາຍ
ທີ່ໄດ້ຖືກພິຈາລະນາວ່າ ມີຂໍ້ມູນ “ໂດຍກົງ” ກ່ຽວກັບການສືບ ສວນສອບສວນ ດັ່ງທີ່
ສະມາຊິກສະພາຕ່ຳ Nunes ໄດ້ກ່າວໄປ.

ປະທານາທິບໍດີ ດໍໂນລ ທຣຳ ເອງ ໄດ້​ເຮັດ​ໃຫ້ເລື່ອງຮ້ອນແຮງ ທີ່ກ່ຽວພັນກັບການສືຶບ
ສວນ ຣັດເຊຍ ​ເຂັ້ນຂຸ້ນຂຶ້ນ ເມື່ອສັບປະດາແລ້ວນີ້ ເວລາທ່ານໄດ້ຂຽນລົງທາງ Twitter
ວ່າ ໂທລະສັບຢູ່ທີ່ຕຶກສູງ ຂອງທ່ານ ໃນນະຄອນ New York ໄດ້ຖືກວາງອຸບປະກອນ
ດັກຟັງ ໂດຍຄຳສັ່ງຂອງອະດີດປະທານາທິບໍດີ ບາຣັກ ໂອລາມາ ອັນເປັນການກ່າວຫາ
ທີ່ຖືວ່າ “ບໍ່ມີຄວາມຈິງເລີຍ” ດັ່ງທີ່ໂຄສົກຂອງທ່ານໂອບາມາກ່າວນັ້ນ.

ທ່ານ Nunnes ໄດ້ກ່າວເຖິງ ຂໍ້ຄວາມທາງ Twitter ຂອງທ່ານທຣຳ ເມື່ອທ້າຍສັບປະດາ
ແລ້ວນີ້ ວ່າ “ທ່ານເປັນປະທານາທິບໍດີ ຂອງສະຫະລັດ ບໍ່ແມ່ນຂ້າພະເຈົ້າ ສະນັ້ນ ທ່ານສາມາດເຮັດຫຍັງກໍໄດ້ທີ່ທ່ານມັກ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG