ທ່ານດໍໂນລ ທຣຳ ຈູເນຍ ໄດ້ປະຕິເສດບໍ່ຕອບຄຳຖາມ ຈາກບັນດາສະມາຊິກສະພາ ໃນວັນພຸດວານນີ້ ກ່ຽວກັບການໂອ້ລົມສົນທະນາ ກັບພໍ່ຂອງທ່ານ ຊຶ່ງຕອນນັ້ນ ທ່ານດໍໂນລ ທຣຳ ແມ່ນເປັນພຽງຜູ້ສະໝັກປະທານາທິບໍດີ ກ່ຽວກັບການພົບປະຂອງທ່ານ ທີ່ຕຶກທຣຳ
ທາວເວີ ກັບຜູ້ປະຕິບັດງານຣັດເຊຍ ທີ່ເປັນຂ່າວນອງນັນ ເມື່ອເດືອນ ມິຖຸນາ ປີ 2016.
ທ່ານທຣຳ ຈູເນຍ ຫຼີກລ່ຽງພວກນັກຂ່າວ ແລະໄດ້ຍ່າງເຂົ້າໄປໃນຕຶກລັດຖະສະພາ ຜ່ານທາງປະຕູຫຼັງ ກ່ອນທີ່ຈະປະເຊີນໜ້າກັບການສອບຖາມຈາກຄະນະກຳມະການສືບລັບຂອງສະພາຕ່ຳ ເປັນດົນກວ່າເວລາ 8 ຊົ່ວໂມງ.
ຄະນະກຳມະການດັ່ງກ່າວ ແມ່ນພວມສືບສວນເຖິງການສົມຮູ້ຮ່ວມຄິດທີ່ອາດເປັນໄປໄດ້
ລະຫວ່າງຄະນະໂຄສະນາຫາສຽງຂອງທ່ານທຣຳແລະຣັດເຊຍ.
ເຈົ້າໜ້າທີ່ຂັ້ນສູງຂອງຄະນະກຳມະການຈາກພັກເດໂມແຄຣັດ ທ່ານອາດຳ ຊີຟ (Schiff)
ໄດ້ກ່າວວ່າ ທ່ານທຣຳຜູ້ເປັນລູກ ໄດ້ຕອບຄຳຖາມຂອງພວກເພິ່ນເປັນສ່ວນໃຫຍ່, ແຕ່ວ່າ ທະນາຍຄວາມຂອງທ່ານທຣຳ ຈູເນຍ ໄດ້ອ້າງເຖິງສິດພິເສດ ລະຫວ່າງທະນາຍແລະລູກຄວາມ ເວລາທີ່ໄດ້ປະຕິເສດ ບໍ່ຍອມໃຫ້ຄວາມເຫັນ ກ່ຽວກັບການພົບປະກັບຂອງທ່ານກັບຣັດເຊຍ.
ທ່ານທຣຳ ຈູເນຍ ໄດ້ກ່າວວ່າ ມີທະນາຍຄວາມຢູ່ໃນທີ່ນັ້ນ ເວລາທີ່ທ່ານໄດ້ໂອ້ລົມກັບພໍ່ຂອງທ່ານ.
ທ່ານຊີຟ ໄດ້ກ່າວວ່າ ທ່ານບໍ່ເຊື່ອວ່າ ການສົນທະນາຂອງທ່ານທຣຳນັ້ນ ແມ່ນຂໍ້ມູນທີ່ພິເສດສຳຄັນ.
ບຸກຄົນອື່ນໆ ໃນການສອບປາກຄຳໃນວັນພຸດວານນີ້ ໄດ້ກ່າວວ່າ ທ່ານທຣຳ ຈູເນຍໄດ້ ອ້າງວ່າ ທ່ານບໍ່ຈື່ຈຳຫຍັງໝົດ ທີ່ທາງຄະນະກຳມະການສືບສວນຕ້ອງການທີ່ຈະຮູ້ ຊຶ່ງ
ຮວມທັງລາຍລະອຽດການພົບປະກັບກັບຣັດເຊຍ.
ທ່ານທຣຳ ຈູເນຍ ໄດ້ພົບປະກັບຝ່າຍຣັດເຊຍ ທີ່ຕຶກຂອງພໍ່ທມ່ານ ໃນເດືອນ ມິຖຸນາ
ປີ 2016 ເວລາທີ່ທະນາຍຄວາມຣັດເຊຍ ໄດ້ສັນຍາວ່າຈະເອົາຄວາມຜິດຕ່າງໆ ຂອງ ທ່ານນາງຮິລລາຣີ ຄລິນຕັນ ຜູ້ຊຶ່ງເປັນຄູ່ແຂ່ງຄົນສຳຄັນຂອງດໍໂນລ ທຣຳ ໃນການແຂ່ງ
ຂັນເອົາຕຳແໜ່ງຢູ່ທຳນຽບຂາວ ນັ້ນ.
ທ່ານທຣຳ ຈູເຈຍ ໄດ້ກ່າວວ່າ ທ່ານບໍ່ໄດ້ບອກພໍ່ຂອງທ່ານ ກ່ຽວກັບການພົບປະກັນຕອນທີ່ມັນເກີດຂຶ້ນ, ແຕ່ວ່າ ໄດ້ໂອ້ລົມກັນ ຫຼັງຈາກທີ່ອີແມລ ກ່ຽວກັບການພົບກັນນີ້ ອອກສູ່ສາຍ
ຕາປະຊາຊົນແລ້ວ.
ອີແມລທັງຫຼາຍ ໄດ້ສະແດງໃຫ້ເຫັນວ່າ ທ່ານທຣຳ ຜູ້ທີ່ເປັນລູກ ໄດ້ຄວ້າເອົາໂອກາດ ທີ່ຈະໄດ້ບາງຢ່າງ ທີ່ຈະທັບຖົມທ່ານນາງຄລິນຕັນໄດ້ ຮວມທັງ “ລັກສະນະຄວາມເໝາະສົມແລະຄຸນນະສົມບັດຂອງທ່ານນາງ” ທີ່ຈະເປັນປະທານາທິບໍດີ. ຂໍ້ຂາດຕົກບົກຜ່ອງໃນທຳນອງນີ້ ແມ່ນບໍ່ໄດ້ນຳອອກໄປໃຊ້ເລີຍ.
ນີ້ແມ່ນຄັ້ງທີ 2 ທີ່ທ່ານທຣຳ ຈູເນຍ ໄດ້ປະເຊີນໜ້າກັບບັນດາສະມາຊິກສະພາ ກ່ຽວກັບການພົບປະກັບຣັດເຊຍ. ຄະນະກຳມະການຕຸລາການຂອງສະພາສູງ ໄດ້ສອບປາກຄຳທ່ານໃນເດືອກັນຍາ ຜ່ານມານີ້.
ອ່ານຂ່າວນີ້ເພີ່ມຕື່ມເປັນພາສາອັງກິດ