ບັນດາຜູ້ນຳຂອງໂລກ ກຳລັງເຕົ້າໂຮມກັນ ຢູ່ທີ່ຫາດຊາຍນໍມັງດີຂອງຝຣັ່ງ ໃນວັນພະຫັດ
ມື້ນີ້ ເພື່ອເປັນຂີດໝາຍລຳລຶກເຖິງວັນດີ-ເດ ຄົບຮອບ 75 ປີ ໃນການບຸກຂຶ້ນຝັ່ງຂອງກອງ
ກຳລັງພັນທະມິດ ທີ່ນຳໄປສູ່ການຜ່າຍແພ້ຂອງພວກນາຊີ ແລະໃນທີ່ສຸດກໍໄດ້ຍຸຕິສົງຄາມ
ໂລກຄັ້ງທີສອງ.
ປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ແລະປະທານາທິບໍດີຝຣັ່ງ ທ່ານເອມແມ-
ນູແອລ ມາກຣົງ ກໍມີສ່ວນຮ່ວມໃນພິທີລະນຶກດັ່ງກ່າວ ຢູ່ທີ່ສຸສານນໍມັງດີ ອາເມຣິກັນ
ໃນເມືອງໂຄເລີວີລ-ເຊີກ-ແມຣ ບ່ອນທີ່ທະຫານສະຫະລັດຫຼາຍກວ່າ 9,000 ຄົນໄດ້
ຖືກຝັງໄວ້ນັ້ນ.
ສ່ວນນຶ່ງໃນຄຳປາໄສຂອງທ່ານ ທີ່ໄດ້ຢາຍໃຫ້ລ່ວງໜ້າ ຄາດກັນວ່າ ປະທານາທິບໍດີ
ທຣຳ ຈະກ່າວສັນລະເສີນພວກທະຫານຜູ້ທີ່ໄດ້ “ເສຍສະຫລະຊີວິດຂອງພວກເຂົາ
ເຈົ້າ ເພື່ອພີ່ນ້ອງຮ່ວມລົບ ເພື່ອປະເທດຂອງພວກເຂົາເຈົ້າ ແລະ ເພື່ອການຢູ່ລອດ
ຂອງເສລີພາບ.”
ຄຳປາໄສຂອງທ່ານ ຍັງສືບຕໍ່ກ່າວເຖິງເນື້ອໄນຂອງຄວາມສາມັກຄີເປັນນ້ຳນຶ່ງໃຈດຽວ
ກັບບັນດາພັນທະມິດ ຜູ້ທີ່ໄດ້ສະຫຼອງວັນລະນຶກຄົບຮອບ 75 ປີ ໃນສັບປະດານີ້.
ທ່ານທຣຳ ມີກຳນົດຈະກ່າວອີກວ່າ “ເຖິງບັນດາເພື່ອນມິດ ແລະບັນດາຄູ່ຮ່ວມງານ
ຂອງພວກເຮົາ ຄວາມຜູກພັນຂອງພວກເຮົາ ໄດ້ຖືກຫລໍ່ຫລອມ ແລະທົດສອບ ໃນການສູ້ລົບທີ່ດຸເດືອດ ໂດຍຜ່ານຜ່າສົງຄາມ ແລະໄດ້ພິສູດໃຫ້ເຫັນເຖິງພອນ
ທີ່ປະເສີດຂອງສັນຕິພາບ.”
ທ່ານມາກຣົງຍັງຈະມອບລາງວັນຫລຽນໄຊກຽດຕິຍົດ ຫຼື Legion of Honor ຂອງ
ຝຣັ່ງໃຫ້ແກ່ນັກລົບເກົ່າສະຫະລັດ 5 ຄົນ ກ່ອນໜ້າການເປັນເຈົ້າພາບຈັດງານຮັບ
ປະທານອາຫານທ່ຽງກັບທ່ານທຣຳ.
ພິທີການສະເຫຼີມສະຫຼອງວັນຄົບຮອບດັ່ງກ່າວ ໃນວັນພະຫັດມື້ນີ້ຢູ່ທີ່ຝຣັ່ງ ມີຂຶ້ນພາຍ
ຫຼັງຈາກໄດ້ມີພິທີສະຫຼອງຕ່າງໆ ໃນວັນພຸດວານນີ້ ຢູ່ທົ່ວຊ່ອງແຄບ ໃນພາກໃຕ້ຂອງ
ອັງກິດ.
ບັນດາຜູ້ນຳຂອງໂລກສິບກວ່າປະເທດ ທີ່ປະກອບດ້ວຍທ່ານທຣຳ ທ່ານມາກຣົງ ນາຍົກ
ລັດຖະມົນຕີອັງກິດ ທ່ານນາງເທຣີຊາ ເມ ແລະນາຍົກລັດຖະມົນຕີການາດາ ທ່ານຈັສຕິນ
ທຣູໂດ ພ້ອມດ້ວຍ ພະຣາຊີນີ ເອລີຊາເບັດ ແຫ່ງອັງກິດ ກໍໄດ້ກ່າວຍົກຍ້ອງຢ່າງພາກພູມ
ໃຈ ເຖິງຄວາມກ້າຫານຂອງພວກທະຫານ ທີ່ຍັງໜຸ່ມນ້ອຍທັງຫຼາຍ ຜູ້ທີ່ໄດ້ເປັນສ່ວນນຶ່ງ
ຂອງອັນທີ່ຍັງເປັນປະຫວັດສາດ ທີ່ຍິ່ງໃຫຍ່ ໃນການບຸກໂຈມຍົກພົນຂຶ້ນບົກ ທີ່ປະກອບ
ດ້ວຍກຳປັ່ນລົບ 7,000 ລຳ ແລະຍານລຳລຽງພົນ ມຸ້ງໜ້າຂ້າມຊ່ອງແຄບອັງກິດ ເພື່ອ
ປະເຊີນໜ້າ ກັບພວກນາຊີເຢຍຣະມັນ.