ປະທານາທິບໍດີທີ່ຖືກເລືອກໃໝ່ ທ່ານ Donald Trump ໄດ້ສະເໜີຜູ້ທີ່ມີການຂ່າວນອງນັນ ໃຫ້ເປັນເອກອັກຄະລັດຖະທູດ ປະຈຳອິສຣາແອລ ຄົນຕໍ່ໄປ.
ທະນາຍຄວາມດ້ານຄະດີຄວາມລົ້ມລະລາຍ ທ່ານ David Friedman ທີ່ີ່ອຽງຂວາຈັດ ແມ່ນທາງເລືອກຂອງທ່ານ Trump.
ທ່ານ Friedman ໄດ້ສະແດງການບໍ່ເຫັນພ້ອມຂອງທ່ານຕໍ່ລັກນະໂຍບາຍສະຫະລັດ ຢູ່ໃນຂົງເຂດ ການແກ້ໄຂ ສອງປະເທດ ອິສຣາແອລ ແລະປາ ແລສໄຕນ໌ ຢູ່ຮ່ວມກັນຢ່າງສັນຕິ. ທ່ານຍັງໄດ້ປຽບທຽບຊາວຍິວ ທີ່ເສລີຢູ່ໃນສະຫະລັດ ຕໍ່ຊາວຍີວຜູ້ທີ່ໄດ້ຊ່ວຍເຫລືອ Nazis ລະຫວ່າງສົງຄາມໂລກຄັ້ງທີສອງ.
ຢູ່ໃນຖະແຫລງການຮັຍຮູ້ການສະເໜີຂອງທ່ານ ທ່ານ Friedman ກ່າວວ່າ ທ່ານເບິ່ງໄປໜ້າທີ່ຈະປະຕິບັດໜ້າທີ່ຂອງທ່ານ “ຈາກສະຖານທູດສະຫະລັດ ຢູ່ Jerusalem ນະຄອນ ຫລວງຂອງອິສຣາແອລ.”
ສະຖານທູດສະຫະລັດ ຢູ່ນະຄອນ Tel Aviv. Jerusalem ໄດ້ອ້າງເອົາໂດຍທັງສອງຝ່າຍ ອິສຣາແອລ ແລະຊາວປາແລສໄຕນ໌ ວ່າເປັນນະຄອນຫລວງຂອງເຂົາເຈົ້າ ແລະຖານະໄດ້ເປັນພາກສ່ວນການເຈລະຈາສັນຕິພາບ.
ທ່ານ Friedman ໄດ້ເປັນທີ່ປຶກສາແກ່ ທ່ານ Trump ລະຫວ່າງການໂຄສະ ນາຫາສຽງເວລາທ່ານ Trump ກ່າວວ່າ ທ່ານຈະຍ້າຍສະຖານທູດສະຫະລັດ ຈາກນະຄອນ Tel Aviv ໄປຫາ Jerusalem ເປັນວິກິດການແນນອນທີ່ຈະເປັນການຍົກທີ່ບໍ່ເຫັນພ້ອມຈາກສາກົນ ໂດຍສະເພາະຈາກບັນດາປະເທດອາຣັບ.
ເຈົ້າເມືອງ Jerusalem ທ່ານ Nir Barkat ກ່າວຕໍ່ຂ່າວ AP ອາທິດນີ້ວ່າ ທ່ານໄດ້ສົນ ທະນາກັບເຈົ້າໜ້າທີ່ຂອງທ່ານ Trump ກ່ຽວກັບການຍົກຍ້າຍສະຖານທູດໄປ Jerusalem. ທ່ານ Barkat ກ່າວວ່າ ການສົນທະນາຂອງທ່ານ ໄດ້ນຳພາທ່ານໄປສູ່ ຄວາມເຊື່ອວ່າ ທ່ານ Trump ມີຄວາມຈິງຈັງທີ່ຈະປະຕິບັດການຍົກຍ້າຍ.
ບັນດາປະທານາທິບໍດີສະຫະລັດ ເທົ່າທີ່ຜ່ານມາໄດ້ເປັນປາກກະບອກສຽງການຍ້າຍ ສະຖານທູດໄປ Jerusalem ແຕ່ວ່າບໍ່ເຄີຍໄດ້ເອົາບາດກ້າວກ່ຽວກັບເລື້ອງນີ້.
ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ