ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ທຣໍາ ມີກໍານົດ ຈະຂຶ້ນສານເພື່ອຮັບຟັງການພິຈາລະນາຄະດີ ກ່ຽວກັບເງິນສິນບົນ ລຸນຫຼັງມີຫຼັກຖານໃໝ່ ຈຶ່ງໄດ້ເລື່ອນການດໍາເນີນຄະດີ


ແຟ້ມຮູບ-ອະດີດປະທານາທິບໍດີ ດໍໂນລ ທຣໍາ, ນັ່ງຮຽງຂ້າງໂດຍທະນາຍຄວາມຂອງທ່ານ, ເຂົ້າຮ່ວມການປິດການໂຕ້ຖຽງກັນ ກ່ຽວກັບການດໍາເນີນຄະດີການສໍ້ໂກງຂອງອົງການຈັດຕັ້ງທຣໍາ ຢູ່ທີ່ສານສູງສຸດລັດນິວຢອກ ໃນເຂດແມນຫັດຕັນຂອງລັດນິວຢອກ, ວັນທີ 11 ມັງກອນ 2024.
ແຟ້ມຮູບ-ອະດີດປະທານາທິບໍດີ ດໍໂນລ ທຣໍາ, ນັ່ງຮຽງຂ້າງໂດຍທະນາຍຄວາມຂອງທ່ານ, ເຂົ້າຮ່ວມການປິດການໂຕ້ຖຽງກັນ ກ່ຽວກັບການດໍາເນີນຄະດີການສໍ້ໂກງຂອງອົງການຈັດຕັ້ງທຣໍາ ຢູ່ທີ່ສານສູງສຸດລັດນິວຢອກ ໃນເຂດແມນຫັດຕັນຂອງລັດນິວຢອກ, ວັນທີ 11 ມັງກອນ 2024.

ກໍລະນີຄະດີ​ເງິນ​ສິນບົນເພື່ອປິດປາກ ​ຂອງ​ ທ່ານດໍໂນລ ທຣໍາ ​ແມ່ນ​ໄດ້​ຮັບການພິຈາລະນາຄັ້ງສໍາຄັນໃນ​ວັນ​ຈັນ​ມື້​ນີ້ ​ໃນ​ຂະນະ​ທີ່​ຜູ້​ພິພາກສາ​ນະຄອນນິວຢອກ ​ໃຫ້​ຄວາມ​ໜັກ​ແໜ້ນ​ວ່າ ​ເມື່ອ​ໃດ ຫຼື​ ເຖິງ​ແມ່ນ​ວ່າ ອະດີດ​ປະທານາທິບໍດີຈະຖືກດຳເນີນ​ຄະດີ ລຸນຫລັງທີ່ໄດ້​ເລື່ອນ​ເວລາ​ອອກໄປ​ ເນື່ອງຈາກ​ການມອບເອກະສານ​ສຳເນົາກ່ຽວກັບຄະດີຈຳນວນຫຼວງຫຼາຍ ໃນ​ນາທີ​ສຸດ​ທ້າຍກໍຕາມ, ອີງຕາມລາຍງານຂອງອົງການຂ່າວ AP.

ຜູ້ທີ່ເຊື່ອກັນວ່າ ຈະໄດ້ຮັບການສະເໜີຊື່ໃນການເລືອກຕັ້ງປະທານາທິບໍດີ ຈາກພັກຣີພັບບລີກັນ ແມ່ນຄາດວ່າຈະຢູ່ໃນສານເພື່ອຮັບຟັງການພິຈາລະນາຄະດີທີ່ກໍາລັງຈະເກີດຂື້ນ ແທນທີ່ຈະເປັນການວາງແຜນທີ່ຍາວນານຂອງການຄັດເລືອກຄະນະຕຸລາການ ໃນຄັ້ງທໍາອິດຂອງສີ່ຄະດີທາງອາຍາຂອງທ່ານ ທີ່ທ່ານຈະຕ້ອງໄດ້ໄປຂຶ້ນສານ, ເຊິ່ງການດໍາເນີນຄະດີດັ່ງກ່າວ ​ໄດ້​ຖືກ​ເລື່ອນອອກໄປ​ຈົນ​ຮອດ​ຢ່າງໜ້ອຍກາງ​ເດືອນ​ເມ​ສາ ​ເນື່ອງ​ຈາກ​ການນຳ​ສົ່ງ​ບັນ​ທຶກ​ເອກະສານຫຼາຍ​ສິບ​ພັນ​ໜ້າ​ຈາກລັດ​ຖະ​ບານ​ກາງຂອງ​ການ​ສືບ​ສວນ​ສອບສວນໃນ​ເມື່ອກ່ອນນີ້.

ບັນດາທະນາຍຄວາມຂອງ ທ່ານທຣໍາ ໂຕ້ຖຽງວ່າ ການເປີດເຜີຍທີ່ຊັກຊ້າຄວນໄດ້ຮັບການພິຈາລະນາໃຫ້ການຍົກຟ້ອງຄະດີດັ່ງກ່າວ ຫຼືຢ່າງຫນ້ອຍກໍເປັນການຜັກດັນໃຫ້ເລື່ອນອອກໄປເປັນເວລາສາມເດືອນ. ບັນດາໄອຍະການກ່າວວ່າ ມີເອກະສານໃໝ່ພຽງເລັກນ້ອຍທີ່ຖືກຄົ້ນພົບ ແລະບໍ່ມີເຫດຜົນໃດໆທີ່ຈະຫຼ້າຊ້າອອກໄປຕື່ມອີກ.

ຜູ້ພິພາກສາຂອງນະຄອນນິວຢອກ ທ່ານຈວນ ເອັມ ເມີຊານ (Juan M. Merchan) ໄດ້ຮຽກໃຫ້ທັງສອງຝ່າຍຂຶ້ນສານ ໃນວັນຈັນມື້ນີ້ ເພື່ອອະທິບາຍເຖິງສິ່ງທີ່ເກີດຂຶ້ນ, ດັ່ງນັ້ນ ທ່ານຈຶ່ງສາມາດປະເມີນໄດ້ວ່າ ມີຄວາມຜິດ ຫຼື ມີການລົງໂທດຜູ້ໃດກໍຕາມ ແລະດໍາເນີນການຕັດສິນໃນຂັ້ນຕໍ່ໄປ.

ທ່ານ ທຣໍາ ຖືກກ່າວຫາວ່າ ທໍາການປອມແປງບັນທຶກດ້ານທຸລະກິດ, ເຊິ່ງບັນດາໄອຍະການຂອງເຂດແມນຫັດຕັນກ່າວວ່າ ການກະທໍາດັ່ງກ່າວຂອງທ່ານ ເປັນສ່ວນນຶ່ງຂອງຄວາມພະຍາຍາມເພື່ອປົກປ້ອງການໂຄສະນາຫາສຽງໃນປີ 2016 ຂອງທ່ານ ໂດຍການປົກປິດສິ່ງທີ່ ທ່ານ ທຣໍາ ກ່າວວ່າ ເປັນເລື້ອງທີ່ບໍ່ຖືກຕ້ອງກ່ຽວກັບການມີເພດສໍາພັນນອກສົມລົດ.

ທ່ານ ທ​ຣຳ ໄດ້ສາລະພາບ​ວ່າ ຕົນ​ບໍ່​ມີ​ຄວາມ​ຜິດ ແລະ​ກ່າວ​ວ່າ ການ​ດຳ​ເນີນ​ຄະ​ດີ​ແມ່ນ​ການກະທໍາທາງການເມືອງທີ່ບໍ່ມີເຫດຜົນ. ໄອ​ຍະ​ການ​ທີ່​ຄວບ​ຄຸມ​ຄະ​ດີ​ດັ່ງ​ກ່າວ, ເຊິ່ງໄອ​ຍະ​ການຂອງ​ເຂດແມນຫັດຕັນຄື ທ່ານອາລວິນ ເບຣກ (Alvin Bragg), ແມ່ນ​ມາຈາກພັກ​ເດ​ໂມ​ແຄ​ຣັດ.

NEW YORK (AP) — Donald Trump's hush money case is set for a crucial hearing Monday as a New York judge weighs when, or even whether, the former president will go on trial after a postponement due to a last-minute document dump.

The presumptive Republican nominee is expected in court for a hearing that is happening instead of the long-planned start of jury selection in the first of his four criminal cases to go to trial. The trial has been put off until at least mid-April because of the recent delivery of tens of thousands of pages of records from a previous federal investigation.

Trump's lawyers argue that the delayed disclosures warrant dismissing the case or at least pushing it off for three months. Prosecutors say there's little new material in the trove and no reason for further delay.

New York Judge Juan M. Merchan has summoned both sides to court Monday to explain what happened, so he can evaluate whether to fault or penalize anyone and decide on the next steps.

Trump is charged with falsifying business records. Manhattan prosecutors say he did it as part of an effort to protect his 2016 campaign by burying what Trump says were false stories of extramarital sex.

Trump has pleaded not guilty and says the prosecution is politically driven bunk. The prosecutor overseeing the case, Manhattan District Attorney Alvin Bragg, is a Democrat

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG