ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປ. ທ​ຣຳ ເວົ້າ​ວ່າ ທ່ານຫວັງ​ວ່າ ຄົງ​ຈະ​ບໍ່​ມີສົງ​ຄາມ ​ກັບ​ອີ​ຣ່ານ


​ປະທາ​ນາ​ທິ​ບໍ​ດີ ​ທ​ຣຳ ກຳ​ລັງ​ຟັງ​ຄຳຖາມ​ກ່ຽວ​ກັບ​ຄວາມ​ເປັນ​ໄປ​ໄດ້ ວ່າ ​ຈະ​ມີ​ການ​ຂັດ​ແຍ້ງ​ກັນ ກັບ​ເຕ​ຫະ​ຣ່ານບໍ່ ຢູ່​ທີ່​ເດີນ​ຫຍ້າ​ຂອງ​ທຳ​ນຽບ​ຂາວ​ກ່ອນ​ຈະ​ເລີ້ມ​ການ​ພົບ​ປະ​ກັບປະ​ທາ​ນາ​ທິ​ບໍ​ດີ ຂອງ​ສະ​ວິດ​ເຊີ​ແລນ, ວັນ​ທີ 14 ພຶດ​ສະ​ພາ, 2019
​ປະທາ​ນາ​ທິ​ບໍ​ດີ ​ທ​ຣຳ ກຳ​ລັງ​ຟັງ​ຄຳຖາມ​ກ່ຽວ​ກັບ​ຄວາມ​ເປັນ​ໄປ​ໄດ້ ວ່າ ​ຈະ​ມີ​ການ​ຂັດ​ແຍ້ງ​ກັນ ກັບ​ເຕ​ຫະ​ຣ່ານບໍ່ ຢູ່​ທີ່​ເດີນ​ຫຍ້າ​ຂອງ​ທຳ​ນຽບ​ຂາວ​ກ່ອນ​ຈະ​ເລີ້ມ​ການ​ພົບ​ປະ​ກັບປະ​ທາ​ນາ​ທິ​ບໍ​ດີ ຂອງ​ສະ​ວິດ​ເຊີ​ແລນ, ວັນ​ທີ 14 ພຶດ​ສະ​ພາ, 2019

ປະ​ທາ​ນາ​ທິ​ບໍ​ດີສະ​ຫະ​ລັດ, ທ່ານ ​ດໍ​ໂນ​ລ ທ​ຣຳ​ ເວົ້າ​ວ່າ ສະ​ຫະ​ລັດຈະ​ບໍ່​ເຮັດ​ສົງ​ຄາມ​ກັບ​ອີ​ຣ່ານ ທ້າມ​ກາງ​ຄວາມ​ເຄັ່ງ​ຕຶງ​ ທີ່​ກຳ​ລັງເພີ້ມ​ທະ​ວີ​ຂຶ້ນຢູ່​ໃນ​ເຂດ​ຕາ​ເວັນ​ອອກ​ກາງ ໃນ​ຂະ​ນະ​ທີ່​ຝ່າຍ​ການ​ທູດ​ຂອງອີ​ຣ່ານກໍ​ເຫັນ​ວ່າ ຄວາມ​ເປັນ​ໄປ​ໄດ້​ແບບນັ້ນ ແມ່ນ​ມີ​ໜ້ອຍ​ຫລາຍ.

"ຂ້າ​ພະ​ເຈົ້າ​ຫວັງ​ວ່າຄົງ​ຈະ​ບໍ່​ມີ," ນັ້ນ​ຄື​ຄຳ​ເວົ້າ​ຂອງ​ທ່ານທ​ຣຳ ເມື່ອ​ຖືກ​ຖາມ​ກ່ຽວ​ກັບ​ຄວາມ​ເປັນ​ໄປ​ໄດ້ ວ່າ​ຈະ​ມີ​ການ​ຂັດ​ແຍ້ງ​ກັນ ​ກັບ​ເຕ​ຫະ​ຣ່ານບໍ່ ໃນ​ຂະ​ນະ​ທີ່​ທ່ານເລີ້ມພົບ​ປະໂອ້​ລົ​ມ​ກັບປະ​ທາ​ນາ​ທິ​ບໍ​ດີ​ສະ​ວິດ​ເຊີ​ແລນ, ທ່ານ ຢູ​ອີ​ລີ ມາວ​ເຣີ (Ueli Maurer) ໃນ​ວັນ​ພະ​ຫັດ​ວານນີ້. ສະ​ຫະ​ລັດ ແລະ​ອີ​ຣ່ານບໍ່​ມີ​ສາຍ​ສຳ​ພັນ​ທາງ​ການ​ທູດ​ນຳ​ກັນ ແຕ່​ວ່າ ​ສະ​ວິດ​ເຊີ​ແລນແມ່ນ​ຕາງ​ໜ້າ​ໃຫ້​ແກ່ຜົນ​ປະ​ໂຫຍດ​ຂອງ​ສະ​ຫະ​ລັດ ຢູ່​ໃນ​ປະ​ເທດທີ່​ຕັ້ງ​ຢູ່​ເຂດ​ຕາ​ເວັນ​ອອ​ກ​ກາງ​ແຫ່ງນັ້ນ.

ທ່ານ​ນາງ ຊາ​ຣາ ແຊນ​ເດີ​ສ໌ (Sarah Sanders), ໂຄ​ສົກ​ປະ​ຈຳ​ທຳ​ນຽບ​ຂາວ ໄດ້​ກ່າວ​ຕໍ່​ພວກ​ນັກ​ຂ່າວ​ກ່ອນ​ໜ້ານັ້ນ​ ໃນ​ມື້​ດຽວ​ກັນ​ວ່າ ທ່ານ​ທ​ຣຳ ຢາກ​ໃຫ້​ມີ “ການ​ປ່ຽນ​ແປງ​ທາງ​ດ້ານການ​ປະ​ພຶດ" ຈາກ​ຝ່າຍ​ອີ​ຣ່ານ ແລະ​ຈະ​ຄັດ​ຄ້ານ​ຕໍ່ ການ​ກະ​ທຳ​ໃດໆ ທີ່ຮຸນແຮງຂອງ​ສາ​ທາ​ລະ​ລັດ​ ທີ່​ຖື​ສາດ​ສະ​ໜາ​ອິ​ສ​ລາມ ແຫ່ງນັ້ນ.

ເອກ​ອັກ​ຄະ​ລັດ​ຖະ​ທູດ​ຂອງ​ອີ​ຣ່ານ ປະ​ຈຳ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ, ທ່ານ ມາ​ຈີດ ທັກ​ທ໌-ອີ-ຣາ​ແວນ​ຈີ (Majid Takht-e-Ravanchi), ໄດ້ສະ​ແດງ​ໃຫ້​ເຫັນ​ວ່າ ຈະບໍ່​ມີຄວາມ​ເປັນ​ໄປ​ໄດ້​ແບບນັ້ນ ໂດຍ​ໄດ້​ກ່າວ​ຜ່ານລາຍ​ການ "Morning Edition" ຂອງວິ​ທະ​ຍຸສາ​ທາ​ລະ​ນະແຫ່ງ​ຊາດ​ ໃນ​ວັນ​ພະ​ຫັດ​ວານນີ້​ວ່າ ປະ​ເທດ​ຂອງ​ທ່ານ ບໍ່​ມີ​ຄວາມ​ສົນ​ໃຈ​ທີ່​ຈະ​ເຮັດ​ໃຫ້​ຄວາມ​ເຄັ່ງ​ຕຶງ​ຢູ່​ໃນ​ຂົງ​ເຂດນັ້ນ​ເພີ້ມ​ຂຶ້ນເລີຍ.
ທ່ານກ່າວ​ວ່າ "ຖ້າ​ຫາກ​ມີ​ອັນ​ໃດ​ອັນ​ນຶ່ງ​ທີ່​ຜິດ​ພາດໄປ ທຸກ​ຄົນ​ລ້ວນ​ແຕ່​ໄດ້​ຮັບ​ຄວາມເສຍ​ຫາຍ." ທ່ານ ຣາ​ແວນ​ຈີ (Ravanchi) ກ່າວ​ຕໍ່​ໄປ​ວ່າ "ມັນ​ເປັນ​ສິດທິ​ຂອງ​ພວກ​ເຮົາ​ທີ່​ຈະ​ຕ້ອງ​ກຽມ​ພ້ອມ” ແລະ "ມັນ​ເປັນ​ສິດທິ​ຂອງ​ພວກ​ເຮົາ​ທີ່​ຈະຕ້ອງປ້ອງ​ກັນ​ຕົນ​ເອງ."

ເບິ່ງວີ​ດິ​ໂອ ກ່ຽວ​ກັບ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ​

US Standoff With Iran Conjures Specter of Iraq War
please wait

No media source currently available

0:00 0:02:37 0:00

ນັກ​ການ​ທູດ​ທ່ານນີ້​ໄດ້​ກ່າວ​ຫາ​ສະ​ຫະ​ລັດ ແລະບັນ​ດາ​ປະ​ເທດຢູ່​ໃນ​ຂົງ​ເຂດ​ວ່າ "ທຳ​ການ​ກ່າວ​ຫາແບບ​ຜິດໆ” ຕໍ່​ອີ​ຣ່ານ.

ລາຍ​ງານຂອງໜັງ​ສື​ພິມ New York Times ໂດຍ​ອ້າງ​ອີງ​ຄຳ​ເວົ້າ​ຂອງ​ເຈົ້າ​ໜ້າ​ທີ່​ສະ​ຫະ​ລັດ 3 ທ່ານ ໄດ້​ເວົ້າໃນ​ວັນ​ພະ​ຫັດ​ວານນີ້​ວ່າ ທຳ​ນຽບ​ຂາວ ໄດ້​ເພີ້ມ​ການ​ເຕືອນ​ຫລາຍ​ຂຶ້ນ ພາຍ​ຫລັງ​ທີ່​ໄດ້​ທົບ​ທວນ​ເບິ່ງ​ພາບລູກ​ສອນ​ໄຟ ທີ່​ມີ​ຢູ່​ໃນ​ກຳ​ປັ່ນ​ນ້ອຍ​ໆ ໃນ​ອ່າວ​ເປີ​ເຊຍທີ່ກຳ​ລັງທະ​ຫານ​ອີ​ຣ່ານໄດ້ເອົາ​ໄປ​ຕິດ​ຕັ້ງ​ໄວ້​ນັ້ນ. ລາຍ​ງານ​ຂ່າວ​ດັ່ງ​ກ່າວ​ເວົ້າ​ອີກວ່າ ພາບ​ດັ່ງ​ກ່າວ ໄດ້​ເພີ້ມ​ຄວາມຢ້ານ​ກົວ​ວ່າ ກຳ​ລັງ​ທະ​ຫານ​ຂອງ​ອີ​ຣ່ານຈະ​ຍິງ​ລູກ​ສອນ​ໄຟ​ໃສ່​ກຳ​ປັ່ນ ກອງ​ທັບ​ເຮືອ​ຂອງ​ສະ​ຫະ​ລັດ.

ກຳ​ປັ່ນ​ບັນ​ທຸກ​ເຮືອ​ບິນລົບ Abraham Lincoln ແລ່ນ​ໄປ​ຜ່ານ​ຄອງ​ຊູ​ເອດໃນ​ວັນ​ທີ 9 ພຶດ​ສະ​ພາ, 2019
ກຳ​ປັ່ນ​ບັນ​ທຸກ​ເຮືອ​ບິນລົບ Abraham Lincoln ແລ່ນ​ໄປ​ຜ່ານ​ຄອງ​ຊູ​ເອດໃນ​ວັນ​ທີ 9 ພຶດ​ສະ​ພາ, 2019

ທາງ​ດ້ານທ່ານ​ທ​ຣຳ​ ກໍ​ໄດ້ກ່າວໃນ​ວັນ​ພຸດ​ຜ່ານ​ມາ​ວ່າ “ບໍ່​ມີ​ການ​ສູ້​ລົບ​ຕົບ​ຕີ ອັນ​ໃດ​ໝົດ" ກ່ຽວ​ກັບ​ນະ​ໂຍ​ບາຍ ​ຕໍ່​ພາກ​ຕາ​ເວັນ​ອອກ​ກາງ​ຂອງ​ທ່ານ ແລະ​ກ່າວ​ວ່າ ທ່ານ "ມີ​ຄວາມ​ແນ່​ໃຈ​ວ່າ ອີ​ຣ່ານ​ຢາກ​ຈະທຳ​ການ​ເຈ​ລະ​ຈາ​ໃນ​ໄວໆ​ນີ້."

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາອ​ັງ​ກິດ

XS
SM
MD
LG