ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ປ. ທ​ຣຳ ເວົ້າ​ວ່າ ສະ​ຫະ​ລັດ ຈະ​ບໍ່​ຍົກ​ເລີກ​ການ​ລົງ​ໂທດ ເພື່ອ​ຈະເຈ​ລະ​ຈາ​ ກັບ​ອີ​ຣ່ານ


ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ, ທ່ານ ດໍ​ໂນ​ລ ທ​ຣຳ ຍົກ​ໂປ້​ຂຶ້ນ ໃນ​ຂະ​ນະ​ທີ່​ທ່ານໄປ​ເຖິງກອງ​ປະ​ຊຸມ​ເສດ​ຖະ​ກິດ​ໂລກ ໃນ​ນະ​ຄອນ Davos ຂອງ​ສະ​ວິດ​ເຊີ​ແລນໃນ​ວັ​ນ​ທີ 22 ມັງ​ກອນ, 2020
ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ, ທ່ານ ດໍ​ໂນ​ລ ທ​ຣຳ ຍົກ​ໂປ້​ຂຶ້ນ ໃນ​ຂະ​ນະ​ທີ່​ທ່ານໄປ​ເຖິງກອງ​ປະ​ຊຸມ​ເສດ​ຖະ​ກິດ​ໂລກ ໃນ​ນະ​ຄອນ Davos ຂອງ​ສະ​ວິດ​ເຊີ​ແລນໃນ​ວັ​ນ​ທີ 22 ມັງ​ກອນ, 2020

ສະ​ຫະ​ລັດຈະ​ບໍ່​ຍົກ​ເລີກ​ການ​ລົງ​ໂທດຕໍ່​ອີ​ຣ່ານ ເພື່ອ​ຈະໄດ້​ເຈ​ລະ​ຈາ​ກັບ​ອີ​ຣ່ານ, ອີງ​ຕາມ​ຄຳ​ເວົ້າ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ, ທ່ານ ດໍ​ໂນ​ລ ທ​ຣຳ ທີ່​ຂຽ​ນ​ລົງ​ໃນ​ທວີດ​ເຕີໃນ​ບ່າຍ​ວັນ​ເສົາ​ວານນີ້ ຊຶ່ງ​ປາ​ກົດ​ວ່າ​ເປັນ​ການ​ຕອບ​ຕໍ່​ການ​ສຳ​ພາດ​ຂອງນັກ​ຂ່າວ ເດີ ສປີກ​ໂກ​ລ (Der Spiegel) ກັບ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດອີ​ຣ່ານ.

ທ່ານທ​ຣຳ ຂຽນ​ຢູ່​ໃນທວີດ​ເຕີເປັນ​ພາ​ສາ​ອັງ​ກິດ​ໃນ​ວັນ​ເສົາ ແລະ​ຕໍ່​ມາ​ຂຽນ​ເປັນ​ພາ​ສາ​ຟາ​ຊີ​ວ່າ "ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດອີ​ຣ່ານຢາກ​ທຳ​ການ​ເຈ​ລະ​ຈາ​ກັບ​ສະ​ຫະ​ລັດ ແຕ່​ວ່າ ຢາກ​ໃຫ້ຍົກ​ເລີກມາດ​ຕະ​ການ​ລົງ​ໂທດກ່ອນ. @FoxNews @OANN ບໍ່. ຂອບ​ໃຈ​ເດີ້!"

ທ່ານໂມ​ຮຳ​ມັດ ຈາ​ວາດ ຊາ​ຣິ​ຟ (Mohammad Javad Zarif), ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດອີ​ຣ່ານໄດ້​ຕອບ​ຄືນ​ໃນ​ວັນ​ອາ​ທິດມື້ນີ້ ຢູ່ໃນ​ທວີດ​ເຕີ ໂດຍໄດ້​ຄັດ​ເອົາ​ຄຳ​ເວົ້າອອກ​ມາ​ຈາກ​ການ​ໃຫ້​ສຳ​ພາດ​ຕໍ່ນັກ​ຂ່າວເດີ ສປີກ​ໂກ​ລ (Der Spiegel) ທີ່​ໄດ້​ພິມ​ອອກ​ເຜີຍ​ແຜ່​ໃນວັນ​ສຸກ​ຜ່ານ​ມາ ຊຶ່ງ​ໃນ​ນັ້ນ​ທ່ານ​ເວົ້າ​ວ່າ ອີ​ຣ່ານ​ຍັງ​ເປີດຊ່ອງທາງ​ໃຫ້​ມີ​ການ​ເຈ​ຈະ​ລາ​ກັບ​ອາ​ເມ​ຣິ​ກາ​ຢູ່ ຖ້າ​ຫາກ​ກາ​ນ​ລົງ​ໂທດ​ໄດ້​ຖືກ​ຍົກ​ເລີກ.
"ຢາກ​ແນະ​ນຳ​ໃຫ້​ທ່ານ ດໍ​ໂນ​ລ ທ​ຣຳ @realdonaldtrump ວ່າ ​ຄວນ​ຈະ​ອີງ​ຄຳ​ຄິດ​ເຫັນ​ ແລະ​ການ​ຕັດ​ສິນ​ໃຈ​ໃນ​ດ້ານ​ນະ​ໂຍບາຍ​ການ​ຕ່າງ​ປະ​ເທດ​ຂອງ​ເພິ່ນ​ໃສ່ຄວາມ​ເປັນ​ຈິງ ຈະ​ດີກວ່າການ​ອີງ​ໃສ່ພາດ​ຫົວ​ຂໍ້​ຂ່າວ​ຢູ່​ໃນ @FoxNews ຫ​ລື ໃສ່​ບັນ​ດາ​ນາຍ​ແປ​ພາ​ສາ​ຟາ​ຊີ​ຂອງ​ເພິ່ນ," ນັ້ນ​ຄື​ຄຳ​ເວົ້າ​ຂອງ​ທ່ານ​ຊາ​ຣິ​ຟ (Zarif) ທີ່​ຂຽນ​ຢູ່​ໃນ​ທວີດ​ເຕີ ໂດຍ​ຄັດ​ອອກ​ມາ​ຈາກ​ຄຳ​ເວົ້າ​ຢູ່​ໃນ​ການ​ໃຫ້ສຳ​ພາດ.

ຄວາມ​ເຄັ່ງ​ຕຶງ​ລະ​ຫວ່າງອີ່​ຣ່ານ ກັບ​ສະ​ຫະ​ລັດ​ໄດ້​ຖີບ​ຕົວຂຶ້ນສູ່​ລະ​ດັບ​ສູງ​ສຸດ ໃນ​ຮອບ​ຫລາຍ​ທົດ​ສະ​ວັດ​ຜ່ານ​ມາ ພາຍ​ຫລັງ​ທີ່​ສະ​ຫະ​ລັດ ໄດ້​ສັງ​ຫານ​ນາ​ຍພົນກາ​ສ​ເຊມ ໂຊ​ເລ​ມາ​ນີ (Qassem Soleimani) ຊຶ່ງ​ເປັນນາ​ຍພົນລະ​ດັບ​ສູງ​ຂອງ​ອີ​ຣ່ານຢູ່​ໃນ​ການ​ໂຈມ​ຕີ​ດ້ວຍ​ເຮືອ​ບິນບໍ່​ມີ​ຄົນ​ຂັບ​ໃນ​ນະ​ຄອນ​ຫລວງ​ແບັກ​ແດດ​ໃນ​ວັນ​ທີ 3 ມັງ​ກອນ​ຜ່ານ​ມາ ຊຶ່ງ​ໄດ້​ເຮັດ​ໃຫ້​ອີ​ຣ່ານ​ຍິງ​ລູກ​ສອນ​ໄຟ​ໃສ່​ຄ້າຍ​ທະ​ຫານ​ໃນ​ອີ​ຣັກ ​ທີ່​ມີ​ທະ​ຫານ​ຂອງ​ສະ​ຫະ​ລັດ​ປະ​ຈຳ​ການ​ຢູ່ ໃນ​ຫລາຍມີ້​ຕໍ່​ມາ.

ຄວາມ​ເຄັ່ງ​ຕຶງ​ລະ​ຫວ່າງສອງ​ປະ​ເທດໄດ້​ເພີ້ມ​ຂຶ້ນ​ຢ່າງ​ບໍ່ຢຸດບໍ່​ຢັ້ງເລີຍນັບ​ຕັ້ງແຕ່​ທ່ານ ທ​ຣຳ ໄດ້​ຖອນ​ສະ​ຫະ​ລັດ​ອອກ​ຈາກສັນ​ຍາ​ນິວ​ເຄ​ລຍ​ຂອງອີ່​ຣ່ານທີ່​ເຊັນ​ກັບ​ບັນ​ດາ​ປະ​ເທດ​ມະ​ຫາ​ອຳ​ນາດ​ໃນ​ໂລກ ໃນ​ປີ 2018 ເປັນ​ຕົ້ນ​ມາ ແລະ​ໄດ້​ເອົາ​ການ​ລົງ​ໂທດ​ກັບ​ຄືນ​ມາ​ໃຊ້ທີ່​ໄດ້​ຜັກ​ດັນ​ໃຫ້​ການ​ສົ່ງ​ອອກ​ນ້ຳ​ມັນ​ຂອງ​ອີ​ຣ່ານ​ຫລຸດ​ລົງ ແລະ​ໄດ້​ເຮັດ​ໃຫ້ເສດ​ຖະ​ກິດ​ຂອງ​ປະ​ເທດນັ້ນຖືກ​ກະ​ທົບຢ່າງ​ໜັກ.

ອ່ານ​ຂ່າວນີ້​ເພີ້​ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG