ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ Trump ເຊື້ອເຊີນຣັດເຊຍ ໃຫ້ລັກເຈາະ ຄອມພິວເຕີ ຂອງທ່ານນາງ Clinton


ຜູ້ສະໝັກແຂ່ງຂັນເປັນປະທານາທິບໍດີ ຈາກພັກຣີພັບບລີກັນ ທ່ານ Donald Trump ກ່າວຖະແຫລງ ໃນລະຫວ່າງ ກອງປະຊຸມຖະແຫລງຂ່າວ ຢູ່ທີ່ Trump National Doral ໃນເມືອງ Tampa ລັດ Florida, ວັນທີ 27 ກໍລະກົດ 2016.
ຜູ້ສະໝັກແຂ່ງຂັນເປັນປະທານາທິບໍດີ ຈາກພັກຣີພັບບລີກັນ ທ່ານ Donald Trump ກ່າວຖະແຫລງ ໃນລະຫວ່າງ ກອງປະຊຸມຖະແຫລງຂ່າວ ຢູ່ທີ່ Trump National Doral ໃນເມືອງ Tampa ລັດ Florida, ວັນທີ 27 ກໍລະກົດ 2016.

ຜູ້ສະໝັກແຂ່ງຂັນເປັນປະທານາທິບໍດີສະຫະລັດ ສັງກັດ​ພັກ​ຣີພັບ​ບລີກັນ ທ່ານ Donald Trump ຊຸກຍູ້​ໃຫ້ຣັດເຊຍ ລັກເຈາະເຂົ້າໄປໃນການບໍລິການດ້ານອີເມລ ຂອງທ່ານນາງ Hillary Clinton ຄູ່ແຂ່ງຈາກພັກເດໂມແຄຣັດໃນວັນພຸດວານນີ້ ເພື່ອຊອກຫາອີ​ເມລ “30,000 ສະບັບ ທີ່ຫາຍສາບສູນໄປນັ້ນ” ໃນເວລາທີ່ທ່ານນາງ ເປັນລັດຖະມົນຕີ ການຕ່າງປະເທດ.

ທ່ານ Trump ໄດ້ກ່າວຕໍ່ບັນດານັກຂ່າວວ່າ “ມັນຈະເປັນສິ່ງທີ່ໜ້າສົນ ໃຈທີ່ຈະເຫັນ. ຂ້າພະເຈົ້າຈະບອກທ່ານດັ່ງນີ້ ຣັດເຊຍ ຖ້າທ່ານຟັງຢູ່ ຂ້າພະເຈົ້າຫວັງວ່າ ທ່ານສາ ມາດຊອກຫາອີ​ເມລ 30,000 ສະບັບທີ່ຫາຍສາບສູນໄປ. ຂ້າພະເຈົ້າຄິດວ່າ ບາງທີ ທ່ານອາດຈະໄດ້ຮັບລາງ ວັນຢ່າງໃຫຍ່ຈາກວົງ​ການຂ່າວຂອງພວກເຮົາ.”

US RNC Trump
please wait
Embed

No media source currently available

0:00 0:01:45 0:00

ທ່ານໄດ້ກ່າວວ່າ “ບາງທີ” ມົສກູ ມີອີເມລເຫຼົ່ານັ້ນ ຂອງທ່ານນາງ Clinton ແລ້ວ ທີ່ຖືວ່າ ເປັນເລື່ອງສ່ວນຕົວ ແລະໄດ້ຖືກລຶບອອກຈາກ ບໍລິການດ້ານອີເມລ ທີ່ທ່ານນາງ ໃຊ້ ໃນ ຂະນະທີ່ເປັນຫົວໜ້າ​ນັກການທູດ ​ແຕ່ປີ 2009 ຫາ 2013.

ທ່ານ Trump ໄດ້ເວົ້າວ່າ “ພວກເຂົ້າເຈົ້າບາງທີ ອາດມີພວກອີເມລເຫຼົ່ານັ້ນ​ແລ້ວ. ຂ້າພະເຈົ້າຢາກໃຫ້​ເປີດ​ເຜີຍພວກມັນອອກມາ. ມັນຈະບໍ່ເຮັດໃຫ້ຂ້າພະເຈົ້າຢຸດ​ພັກ​ໄດ້ ຖ້າພວກເຂົາເຈົ້າມີພວກມັນ ພວກເຂົາ ເຈົ້າມີພວກມັນ. ຖ້າຣັດເຊຍ ຫຼື ຈີນ ຫຼື ປະເທດ ອື່ນໃດ ມີພວກອີ​ເມລເຫຼົ່ານັ້ນ ຂ້າພະເຈົ້າໝາຍຢາກເວົ້າຊື່ສັດກັບທ່ານ. ຂ້າພະເຈົ້າ ຢາກເຫັນພວກມັນແທ້ໆ.”

ຄະນະໂຄສະນາຫາສຽງຂອງທ່ານນາງ Clinton ໄດ້ເອີ້ນ ຄຳຖະແຫຼງ ດັ່ງກ່າວຂອງທ່ານ Trump ວ່າ “ເປັນຄັ້ງທຳອິດ ທີ່ຜູ້ສະໝັກແຂ່ງຂັນ​ເອົາ​ຕຳ​ແໜ່​ງປະທານາທິບໍດີ ໄດ້ຊຸກຍູ້ ​ໃຫ້ມະຫາອຳນາດຕ່າງປະເທດ ​ເຮັດ​ການ​ສອດ​ແນມຕໍ່ຄູ່ແຂ່ງດ້ານການເມືອງຂອງ​ຕົນ.”

ອະດີດລັດຖະມົນຕີປ້ອງກັນປະເທດ ແລະ ຫົວໜ້າ ອົງການສືບລັບ ທ່ານ Leon Panetta ໄດ້ກ່າວໃນການກ່າວຄຳປາໄສ ຢູ່ທີ່ກອງປະຊຸມໃຫຍ່ພັກເດໂມແຄຣັດແຫ່ງຊາດ ວ່າ ທ່ານ Trump ໄດ້ຂໍໃຫ້ຄູ່ປໍລະປັກຂອງ​ສະຫະລັດ ດຳ​ເນີນ​ການ​ເພື່ອສົ່ງຜົນກະທະທົບ ຕໍ່ການເລືອກຕັ້ງຂອງປະເທດ.

ທ່ານ Panetta ໄດ້ກ່າວວ່າ “ມັນເປັນສິ່ງທີ່ບໍ່ໜ້າເຊື່ອເລີຍ ວ່າ ຜູ້ສະໝັກແຂ່ງຂັນເປັນ ປະທານາທິບໍດີ ຜູ້ໃດ ທີ່ເປັນຜູ້ທີ່ບໍ່ມີຄວາມຮັບຜິດ ຊອບແບບນີ້.”

ທີ່ປຶກສາອາວຸໂສຂອງທ່ານ Trump ທ່ານ Stephen Miller ໄດ້ກ່າວຫາທ່ານ Panetta ວ່າ ຍົກໂທດໃຫ້ທ່ານນາງ Clinton ທີ່ນຳໃຊ້ລະບົບອີເມລສ່ວນຕົວ ໂດຍກ່າວວ່າ ມັນເຮັດໃຫ້ມີການສອດແນມໄດ້ແລະວ່າ ທ່ານ Panetta “ຄວນຮູ້ວ່າ ທ່ານນາງ ໄດ້ເຮັດໃຫ້ຈັກຊີວິດ ຕົກຢູ່ໃນຄວາມສ່ຽງ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

Donald Trump Asks Russia to Find Missing Hillary Emails
please wait

No media source currently available

0:00 0:00:18 0:00
XS
SM
MD
LG